ເຣື້ອງທີ່ເກັບບັນທຶກໄວ້
2023-10-12
ອັດຕຣາເງິນເຟີ້ ໃນ ສປປ ລາວ ຍັງຢູ່ທີ່ 28% ແລະ ອີງຕາມ ຂໍ້ມູນ ຂອງ ທະນາຄານ ພັທນາເອເຊັຽ ຫຼື ADB ອັດຕຣາ ການເຕີບໂຕ ທາງດ້ານເສຖກິຈ ຂອງລາວ ໃນປີ 2023 ຢູ່ທີ່ 3.7% ຈາກທີ່ຄາດຄະເນໄວ້ກ່ອນໜ້ານີ້ທີ່ 4%.
2023-10-11
ຫ້ອງການ ທະນາຄານ ແຫ່ງ ສປປ ລາວ ໄດ້ແຈ້ງເຕືອນປະຊາຊົນ ໃຫ້ລະວັງການເຄື່ອນໄຫວ ຂອງບຸກຄົນ ທີ່ໂຄສະນາລະດົມເງິນຝາກ ຜ່ານທາງສື່ສັງຄົມອອນລາຍນ໌ ໂດຍບໍ່ໄດ້ຮັບອະນຸຍາດ ຈາກທະນາຄານ ແຫ່ງ ສປປ ລາວ ເພື່ອຫຼີກລ່ຽງຄວາມສ່ຽງ ຕໍ່ການທີ່ຈະສູນເສັຍເງິນ.
2023-10-11
ພະນັກງານ-ຣັຖກອນ ສະເພາະກຸ່ມເປົ້າໝາຍ ທີ່ໄດ້ຮັບເງິນເດືອນ ພື້ນຖານ ຕໍ່າກວ່າ 1,700,000 ກີບ ຄາດວ່າຈະໄດ້ເງິນເພີ່ມ ໃນເດືອນຕຸລານີ້ ຂະນະທີ່ ລາຄາເຄື່ອງອຸປະໂພກ-ບໍຣິໂພກ ຍັງສືບຕໍ່ແພງຂຶ້ນ ເຊິ່ງກະທົບ ບໍ່ສະເພາະພະນັກງານຣັຖກອນ ຊັ້ນຜູ້ນ້ອຍເທົ່ານັ້ນ ຍັງລວມເຖິງປະຊາຊົນ ນຳດ້ວຍ.
2023-10-11
ຂະບວນຣົຖໄຟ ຂົນສົ່ງສິນຄ້າ ຊຽງໄຮ້-ຢຸນນານ, ແມ່ນນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ເປີດໃຊ້ຢ່າງເປັນທາງການແລ້ວ ໂດຍເຣີ່ມຈາກ ນະຄອນຊຽງໄຮ້ ປະເທດຈີນ ຜ່ານນະຄອນຄຸນໝິງ, ຜ່່ານດ່ານສາກົລ ບໍ່ເຕັນ-ບໍ່ຫານ ແລະ ມາສິ້ນສຸດສະຖານີ ນະຄອນຫຼວງວຽງຈັນ.
2023-10-10
ຫົວໜ້າກົມແຜນການ ແລະການຮ່ວມມື ກະຊວງແຮງງານ ແລະສວັດດີການສັງຄົມ ພ້ອມພາກສ່ວນທີ່ກ່ຽວຂ້ອງ ໄດ້ປຶກສາຫາລື ເພື່ອຕຣຽມໂຕເຂົ້າຮ່ວມກອງປະຊຸມອາຊ້ຽນ ວ່າດ້ວຍແຮງງານຂ້າມຊາຕ ຄັ້ງທີ 16 ຢູ່ນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊັຽ ໃນວັນທີ 25-26 ຕຸລາ ນີ້.
2023-10-10
ໜີ້ສິນສາທາຣະນະ ແລະການຄ້ຳປະກັນ ຂອງຣັຖ ທະລຸ 112% ຂອງລວມຍອດຜລິຕພັນ ມວນລວມພາຍໃນ ໃນປີ 2022 ເຊິ່ງຄິດເປັນ ປະມານ 17.6 ຕື້ໂດລ້າຣ໌ສະຫະຣັຖ ແລະ ສິ່ງນີ້ໄດ້ຊ້ຳຕື່ມ ປະເທດ ໃຫ້ໜັກໄປກວ່າເກົ່າ ພາຍຫຼັງໄດ້ຮັບຜົລກະທົບ ຈາກສະພາບການແຜ່ຣະບາດ ຂອງໂຄວິດ-19 ແລະອັດຕຣາເງິນເຟີ້ ທົ່ວໂລກ ທີ່ເພີ່ມສູງຂຶ້ນ.
2023-10-09
ຣັຖບານ ຈະສ້າງພື້ນຖານໂຄງຮ່າງ ດິຈີຕອລ ສູນຂໍ້ມູນແຫ່ງຊາຕ 4 ແຫ່ງ ຢູ່ພາກເໜືອ, ພາກໃຕ້ ແລະ ນະຄອນຫຼວງວຽງຈັນ (2 ແຫ່ງ) ເພື່ອໃຫ້ປະເທດລາວກາຍ ເປັນປະເທດທີ່ມີການເຊື່ອມໂຍງ ທາງດ້ານດິຈີຕອລ ແລະ ເປັນປະຕູຜ່ານຈາກຈີນ ໄປຫາບັນດາປະເທດອາຊ້ຽນ.
2023-10-06
ຣັຖບານໄທຍ ຂຍາຍເວລາ ໃຫ້ຄົນງານລາວ ທີ່ຢູ່ລະຫວ່າງ ຕໍ່ໃບອະນຸຍາດເຮັດວຽກ ສາມາດເຮັດວຽກຢູ່ໄທຍ ຮອດເດືອນມົກກະຣາ 2024.
2023-10-05
ເສັ້ນທາງຣົຖໄຟລາວ-ຈີນ, ອັນເປັນສ່ວນນຶ່ງ ຂອງຂໍ້ຣິເຣີ່ມ ນຶ່ງແລ້ວ ນຶ່ງເສັ້ນທາງ ຫຼື BRI ນັ້ນ, ໄດ້ເປີດນຳໃຊ້ ເປັນເວລາ 1 ປີ 10 ເດືອນແລ້ວ, ແຕ່ຄ່າຊົດເຊີຍ ໃຫ້ແກ່ຊາວບ້ານຈຳນວນນຶ່ງ ທີ່ໄດ້ຮັບຜົລກະທົບ ພັດຍັງສະສາງບໍ່ແລ້ວເທື່ອ.
2023-10-04
ຊາວບ້ານທີ່ ສູນເສັຽທີ່ດິນ ໃຫ້ກັບການພັທນາ ຣີສອດ ແລະ ສນາມກັອຟສາກົລພູກິ່ວລົມ ຂອງເຂດເສຖກິຈພິເສດ ສາມຫລ່ຽມຄຳ ໄດ້ຮັບເງິນຊົດເຊີຍແລ້ວ.
2023-10-03
ທາງການລາວ ຕັ້ງຫ້ອງການ ຕົວແທນທະນາຄານແຫ່ງ ສປປ ລາວ ຢູ່ເຂດເສຖກິຈພິເສດ ສາມຫລ່ຽມຄຳ ແຂວງບໍ່ແກ້ວ ເພື່ອຄຸ້ມຄອງເງິນຕຣາ ຕ່າງປະເທດ ໃຫ້ຖືກຕ້ອງ, ສະດວກວ່ອງໄວ ແລະ ງ່າຍຂຶ້ນ ໃນການບໍຣິການ ແລກປ່ຽນເງິນຕຣາ.
2023-10-03
ແຂວງບໍ່ແກ້ວ ສເນີກໍ່ສ້າງໂຄງການ ຂົວຂ້າມນໍ້າຂອງ 3 ປະເທດ ເພື່ອເຊື່ອມລະຫວ່າງ ລາວ, ໄທຍ ແລະ ພະມ້າ ຮອງຮັບນັກທ່ອງທ່ຽວ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ໂດຍກຸ່ມບໍຣິສັດ ດອກງີ້ວຄຳ ຈະເປັນຜູ້ລົງທຶນ.
2023-10-02
ຊາວບ້ານ 35 ຄອບຄົວຢູ່ເມືອງໂຂງ ແຂວງຈໍາປາສັກ ໄດ້ຮັບຄ່າຊົດເຊີຍ ຈາກບໍຣິສັດຈີນ-ເຈົ້າຂອງເຂດເສຖກິຈພິເສດແລ້ວ 13 ຕື້ກີບ ຍ້ອນເສັຍດິນນາ, ສວນແລະຜົລປູກໃຫ້ ໂຄງການສນາມກັອຟ ແລະຍັງມີອີກປະມານ 200 ຄອບຄົວ ທີ່ຍັງບໍ່ທັນໄດ້ຮັບ.
2023-10-01
ເຈົ້າຂອງທຸຣະກິຈ ສວນພູຄຳ ຮຽກຮ້ອງໄປຍັງ ທາງການລາວ ຊອກຫາວິທີແກ້ໄຂ ເພື່ອໃຫ້ສັງຄົມ ເຂົ້າໃຈ ຕໍ່ບັນຫານີ້ ພາຍຫລັງ ທີ່ຄະດີ ດັ່ງກ່າວ ຍັງບໍ່ມີຄວາມຄືບໜ້າ.
2023-09-29
ຫົວໜ່ວຍທຸຣະກິຈ ຂອງນັກລົງທຶນຈີນ ຈຳນວນຫຼາຍ ຢູ່ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ແລະ ເຂດເສຖກິຈພິເສດ ບໍ່ເຕັນແດນງາມ ດຳເນີນທຸກິຈ ໂດຍບໍ່ໄດ້ຈົດທະບຽນ ວິສາຫະກິຈ ຢ່າງຖືກຕ້ອງ ເຮັດໃຫ້ຣັຖບານ ບໍ່ມີຂໍ້ມູນການເງິນ ຂອງຫົວໜ່ວຍທຸຣະກິຈເຫລົ່ານັ້ນ ແລະບໍ່ສາມາດເກັບພາສີອາກອນໄດ້.