ເສຖກິຈລາວ ເຕີບໂຕ 3.7% ຕໍ່າກວ່າ ທີ່ຄາດການໄວ້

ອຸ່ນແກ້ວ
2023.10.12
ເສຖກິຈລາວ ເຕີບໂຕ 3.7% ຕໍ່າກວ່າ ທີ່ຄາດການໄວ້ ຮ້ານຄ້າເຂດຕາດກວາງຊີ ແຫຼ່ງທ່ອງທ່ຽວຊື່ດັງ ໃນແຂວງຫຼວງພຣະບາງ. ເດືອນສິງຫາ ປີ 2023.
ນັກຂ່າວ ພົລເມືອງ

ທະນາຄານ ພັທນາເອເຊັຽ ຫຼື ADB ໄດ້ເຜີຍແຜ່ຂໍ້ມູນ ໃນເດືອນກັນຍາ ໂດຍລະບຸວ່າ ອັດຕຣາການເຕີບໂຕທາງດ້ານເສຖກິຈ ຂອງລາວ ໃນປີ 2023 ຢູ່ທີ່ 3.7% ຈາກທີ່ຄາດຄະເນໄວ້ກ່ອນໜ້ານີ້ ຢູ່ທີ່ 4% ເທົ່ານັ້ນ.

ອັດຕຣາເງິນເຟີ້ ໃນປະເທດລາວ ຍັງຢູ່ທີ່ 28% ໂດຍສເລັ່ຽ ແລະ ຍັງມີປັດໄຈອື່ນເຊັ່ນ ການອ່ອນຄ່າເງິນກີບ, ໜີ້ສິນສາທາຣະນະ ແລະ ການຈ່າຍໜີ້ ຍັງຢູ່ໃນອັດຕຣາທີ່ສູງ.

ເຈົ້າໜ້າທີ່ ທະນາຄານພັທນາເອເຊັຽ ປະຈໍາລາວ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 12 ຕຸລາ ວ່າ:

ຄວາມໝັ້ນໃຈ ຕໍ່ສະເຖລະພາບ ມັນຍັງອ່ອນໄຫວ ຢູ່ ເພາະວ່າ ປັດໃຈຫຼັກກະຄື ອັນທີນຶ່ງ ມັນເວົ້າເຣື່ອງເງິນເຟີ້ຍັງສູງຢູ່ ອັນທີສອງ ມາເລື່ອງອັດຕຣາແລກປ່ຽນ ອັນທີສາມມາ ກະແມ່ນເວົ້າເລື່ອງ Debt Servicing ມັນສູງ ແລ້ວເຮັດໃຫ້ມີບັນຫາເຣື່ອງສະພາບຄ່ອງ.

ຂໍ້ມູນຂອງ ທະນາຄານພັທນາເອເຊັຽ ຍັງລະບຸວ່າ ການອ່ອນຄ່າຂອງເງິນ ແລະ ອັດຕຣາເງິນເຟິ້ ທີ່ສູງ  ໄດ້ສົ່ງຜົລກະທົບຕໍ່ການໃຊ້ຈ່າຍ ຂອງຄົວເຮືອນ ໃນໄລຍະ 6 ເດືອນ ຕົ້ນປີ 2023 ຫຼັງຈາກເງິນກີບອ່ອນຄ່າລົງເຄິ່ງນຶ່ງ ເມື່ອທຽບໃສ່ເງິນໂດລ້າຣ໌ ແລະ 44% ເມື່ອທຽບໃສ່ເງິນບາທ ໃນປີ 2022.

ອັດຕຣາເງິນເຟີ້ ຍັງຢູ່ໃນລະດັບສູງ ເຊິ່ງຂຶ້ນຮອດຈຸດສູງສຸດ 41.3% ໃນເດືອນກຸມພາ 2023 ກ່ອນທີ່ຈະຄ່ອຍໆ ຫຼຸດລົງມາຢູ່ທີ່ 25.9% ໃນເດືອນສິງຫາ. ອັດຕຣາເງິນເຟີ້ ຢູ່ໃນໝວດສະບຽງອາຫານ ຂຶ້ນຮອດ 41.3% ໃນເດືອນກຸມພາ 2023 ກ່ອນທີ່ຈະຄ່ອຍໆ ຫຼຸດລົງ ຢູ່ທີ່ 45.6% ໃນ 8 ເດືອນຕົ້ນປີ 2023 ຍ້ອນວ່າ ອາຫານທີ່ນໍາເຂົ້າ ແລະ ຕົ້ນທຶນການຜລິດທີ່ສູງຂຶ້ນ ຂອງຜລິດຕະພັນນໍາເຂົ້າ ເພື່ອການຜລິດກະສິກັມ.​ 

ທ່ານ ສັນຕິພາບ ພົມວິຫານ, ຣັຖມົນຕຣີກະຊວງການເງິນ ແລະ ຜູ້ວ່າການ ADB ປະຈຳລາວ ເປີດເຜີຍ ຢູ່ໃນກອງປະຊຸມ ໃນວັນທີ 4 ຕຸລາ 2023 ວ່າ ຈຳນວນໜີ້ສິນ ສາທາຣະນະ ແລະການຄ້ຳປະກັນຂອງຣັຖ ໃນທົ່ວປະເທດ ເຊຶ່ງບັນລຸ 112% ຂອງມູນຄ່າລວມຍອດຜລິດຕະພັນພາຍໃນ (GDP) ໃນປີ 2022 (ຄິດໄລ່ເປັນມູນຄ່າປະມານ 17.6 ຕື້ໂດລ້າຣ໌ສະຫະຣັຖ), ໄດ້ຊ້ຳຕື່ມ ປະເທດ ຫຼັງ ໄດ້ຮັບຜົລກະທົບ ຈາກສະພາບການແຜ່ຣະບາດ ຂອງໂຄວິດ-19 ແລະອັດຕຣາເງິນເຟີ້ ທົ່ວໂລກ ທີ່ເພີ່ມສູງຂຶ້ນ.

ການກະຕຸ້ນໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວລາວ ແລະ ຫຼຸດຜ່ອນການນໍາເຂົ້າສິນຄ້າ ເປັນທ່າແຮງ ຊ່ວຍກະຕຸ້ນເສຖກິຈ. ເຈົ້າໜ້າທີ່ ທະນາຄານພັທນາເອເຊັຽ ທ່ານດຽວກັນນີ້ ກ່າວຕື່ມວ່າ:

ຢາກໃຫ້ມີການຜລິດ ເພື່ອຫຼຸດຜ່ອນການນໍາເຂົ້າແດ່ ເນາະ ຫຼື ຜລິດເພື່ອການສົ່ງອອກ ຂໍ້ຫຍຸ້ງຍາກ ກະຄື ຈຸດສຸມມັນບໍ່ມີ ແຮງງງານມັນ ກະແຈກກະຈາຍ ຄັນໂດຍສະເພາະເຣື່ອງການທ່ອງທ່ຽວນີ້ ມັນຍັງຊິມີທ່າແຮງໃຫ້ຢູ່ນີ້.​

ເງິນກີບລາວເຟີ້ຂຶ້ນ ສົ່ງຜົລກະທົບຕໍ່ການດໍາລົງຊີວິດ ຂອງປະຊາຊົນ ໃນຂະນະທີ່ນະໂຍບາຍຄວບຄຸມເງິນຕຣາ ຂອງຣັຖ ຍັງບໍ່ມີປະສິດທິພາບ.

ຊາວລາວ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ຄືວ່າ ເພິ່ນບໍ່ເຮັດຫຍັງໄດ໋ ຫຼືວ່າ ແນວໃດ ຄືວ່າ ຕາມຕລາດເອີ່ຍ ບໍ່ມີກົດໝາຍອີ່ຫຍັງຄວບຄຸມ ຫຼັງຈາກເປີດໂຄວິດມາແລ້ວ ກະມີແຕ່ ເພີ່ມຕລອດເລີຍ ອັດຕຣາແລກປ່ຽນ 300 ກະຍັງແພງແລ້ວ ບາທນີ້ ຮອດ 600​ ປາຍ 660 ເບາະ ມື້ວານນີ້ ອັດຕຣາແລກປ່ຽນຫັ້ນ.​

ສິນຄ້າແພງ ຍ້ອນອັດຕຣາເງິນເຟີ້ຍັງສູງ. ຊາວລາວອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ແມ່ນຫຍັງກະແພງໝົດໂວ້ຍ ດຽວນີ້ ເງິນຂຶ້ນສູງຫຼາຍ ກະບໍ່ຄືແຕ່ກີ້ແລ້ວ ປ່ຽນໄປທຸກສິ່ງ ທຸກຢ່າງແລ້ວ ເສຖກິຈ ມັນແບບນີ້ແດ່ 50 ພັນ ແສນນຶ່ງ ບໍ່ມີຫຍັງແລ້ວ ດຽວນີ້.​

ຫົວໜ່ວຍທຸຣະກິຈ ຂນາດນ້ອຍ ແລະ ຂນາດກາງ ກໍພາກັນປິດກິຈການໄປ ເປັນຈໍານວນຫຼາຍ. ຊາວລາວອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ກະຍັງໜັກຢູ່ໄດ໋ ຫົວໜ່ວຍທຸຣະກິຈ ຂນາດນ້ອຍນີ້ ສ່ວນຫຼາຍກະປິດກິຈການໄປເປັນແຖວແລ້ວ ດຽວນີ້ນ່າ ເຮັດໃຫ້ຜູ້ປະກອບການ ມີບັນຫາແລ້ວ.​

ແນວໃດກໍຕາມ, ຣັຖບານລາວ ໄດ້ຕັ້ງຄາດໝາຍອັດຕຣາການເຕີບໂຕ ທາງເສຖກິຈ ໃນປີ 2023 ວ່າ ຈະຂຍາຍໂຕ 4.5% ຂຶ້ນໄປ ແລະ ໜ່ວຍງານຂອງຣັຖບານ ໃນທົ່ວປະເທດ ຈໍາເປັນທີ່ຈະຕ້ອງໄດ້ປ່ຽນວິທີການ ໃນການຈັດເກັບລາຍຮັບເຂົ້າງົບປະມານ ມາເປັນແບບລະບົບທັນສໄມ ເພື່ອປ້ອງກັນບໍ່ໃຫ້ງົບປະມານເກີດການຮົ່ວໄຫຼ ຈົນນໍາໄປສູ່ບັນຫາການຈັດເກັບລາຍຮັບ ເຂົ້າງົບປະມານ ບໍ່ໄດ້ຕາມຄາດໝາຍ ຄືໃນປັດຈຸບັນ.

ໃນຕົ້ນປີ 2023 ທີ່ຜ່ານມາ ຄະນະຜູ້ແທນກອງທຶນ ການເງິນລະຫວ່າງປະເທດ ຫຼື IMF ໄດ້ເດີນທາງມາປະເທດລາວ ເພື່ອປະເມີນເສຖກິຈ ມະຫາພາກຂອງປະເທດລາວ ຕາມພັນທະຂອງປະເທດ ສະມາຊິກກອງທຶນການເງິນ ລະຫວ່າງປະເທດ.​ ຄະນະຜູ້ແທນກອງທຶນການເງິນ ລະຫວ່າງປະເທດ ສເນີ ໃຫ້ຣັຖບານລາວ ຕ້ອງເນັ້ນໜັກທີ່ຈະແກ້ໄຂ ບັນຫາຕ່າງໆ ໃຫ້ເປັນຮູບປະທັມຫຼາຍຂຶ້ນ ທັງການພັທນາເສຖກິຈ, ການເງິນມະຫາພາກ, ນະໂຍບາຍເງິນຕຣາ, ອັດຕຣາເງິນເຟີ້ ແລະ ອັດຕຣາແລກປ່ຽນ ແລະ ຄວາມກັງວົນໃນເລື່ອງໜີ້ສິນ ຂອງປະເທດລາວ ທີ່ມີຈໍານວນຫຼາຍເກີນໄປ ຈົນບໍ່ສາມາດ ຊໍາລະໜີ້ສິນ ທັງເງິນຕົ້ນ ແລະ ດອກເບັ້ຽ ໄດ້ຕາມແຜນການ ເຊິ່ງເຮັດໃຫ້ປະເທດລາວ ຂາດຄວາມໜ້າເຊື່ອຖື ທີສົ່ງຜົລກະທົບຕໍ່ການລົງທຶນໃນປັດຈຸບັນ ແລະ ອະນາຄົດ.​

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.