ທາງການ ເຕືອນລະວັງຕົກເຫຍື່ອ ກຸ່ມໂຄສະນາ ລະດົມເງິນຝາກ ຜົລຕອບແທນສູງ

ຈຳປາທອງ
2023.10.11
ທາງການ ເຕືອນລະວັງຕົກເຫຍື່ອ ກຸ່ມໂຄສະນາ ລະດົມເງິນຝາກ ຜົລຕອບແທນສູງ ພະນັກງານ, ຕຳຣວດ ແລະ ປະຊາຊົນ ກຳລັງໃຈຈົດໃຈຈໍ່ ຢູ່ກັບການລໍ້ຖ້າ ສັກວັກຊິນ ໃນໄລຍະໂຄວິດ-19 ຣະບາດ ຫຼາຍປີທີ່ຜ່ານມາ.
RFA

ຫ້ອງການ ທະນາຄານ ແຫ່ງ ສປປ ລາວ ໄດ້ອອກແຈ້ງການເຕືອນປະຊາຊົນ ໃນມື້ວັນທີ 4 ຕຸລານີ້ ໃຫ້ມີສະຕິ ລະວັງການເຄື່ອນໄຫວ ຂອງບຸກຄົນ ທີ່ໂຄສະນາລະດົມເງິນຝາກ ຜ່ານທາງສື່ສັງຄົມອອນລາຍນ໌ ໂດຍບໍ່ໄດ້ຮັບອະນຸຍາດ ຈາກທະນາຄານ ແຫ່ງ ສປປ ລາວ ເພື່ອຫຼີກລ່ຽງຄວາມສ່ຽງ ຕໍ່ການທີ່ຈະສູນເສັຍເງິນ ດ້ວຍການໂຄສະນາວ່າ ຈະໄດ້ຄ່າຕອບແທນດີ, ມີດອກເບັ້ຽສູງ.

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຖາມເຈົ້າໜ້າທີ່ກ່ຽວຂ້ອງ ນາງນຶ່ງ ເຊິ່ງບໍ່ປະສົງອອກຊື່ ແລະຕຳແໜ່ງ ໃນມື້ວັນທີ 9 ຕຸລານີ້, ໄດ້ຮັບຄໍາຕອບວ່າ ເພີ່ນໄດ້ອອກແຈ້ງການແລ້ວ ແຕ່ຍັງບໍ່ທັນເຫັນແຈ້ງການນັ້ນ.

“ອັ່ນ ໂຕແຈ້ງການນີ້ ເພິ່ນອອກແຈ້ງການເຈົ້າ? ໂຕນີ້ເຮົາຍັງບໍ່ທັນໄດ້ເຫັນ ໂຕນີ້ກະດາຍ. ອ້າຍລອງຖາມ ໂທຖາມອັ່ນ ກອງເລຂາເຈົ້າ.”

ແຈ້ງການສະບັບດັ່ງກ່າວນັ້ນອອກມາ ພາຍຫລັງທີ່ມີແມ່ຫວຍລາວ ນາງນຶ່ງ ປະກາດໃນທ້າຍເດືອນກັນຍາ ທີ່ຜ່ານມາ ຮັບຝາກເງິນ ຜ່ານສື່ສັງຄົມອອນລາຍນ໌ ຈາກລູກຫວຍ ໂດຍໂຄສະນາ “ເປີດຮັບຟາກດອກງາມ 50% ຄືເກົ່າ ຝາກ 40 ລ້ານ ຮັບຄືນ 60 ລ້ານພາຍໃນ 10 ເດືອນ ຫລືຮັບດອກທຸກເດືອນ ໄປຈ່າຍກ່ອນໄດ້ ຫລືແຍ່ງຮັບທຶນດອກຄືນ ທຸກເດືອນໄດ້ຕາມສະບາຍ” ໝາຍຄວາມວ່າ ໃນ 10 ເດືອນ ລົງທຶນ 40 ລ້ານກີບ ຈະໄດ້ດອກເບັ້ຽ 20 ລ້ານກີບ.

ລັກສະນະ ການໂຄສະນາ ຮັບຝາກເງິນ ແນວນີ້ ຄ້າຍຄືກັບກໍຣະນີຂອງ ນາງ ພອນທິບ ໄຊປັນຍາ ຫຼື ເຈ້ທິບ ແລະພັກພວກ 8 ຄົນ ທີ່ໄດ້ຖືກຕັ້ງຂໍ້ຫາ ຄະດີສໍ້ໂກງ ຊັພສິນພົລເມືອງ ພາຍຫລັງທີ່ເຈ້ທິບ ຖືກທາງການໄທຍ ຈັບ ແລະສົ່ງໃຫ້ທາງການລາວ ເພື່ອດຳເນີນຄະດີ ເມື່ອທ້າຍເດືອນ ກໍຣະກະດາ 2022 ທີ່ຜ່ານມາ. ປັດຈຸບັນ ພວກກ່ຽວທັງໝົດ ຖືກຄຸມຂັງ ແລະກຳລັງລໍຖ້າ ການຕັດສິນຄະດີ.

ຊາວບ້ານຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ເວົ້າວ່າ ການໂຄສະນາ ຮັບຝາກເງິນ ຂອງແມ່ຫວຍຣາຍນີ້ ໜ້າຈະແມ່ນການຕົວະຍົວະ ໂດຍໃຫ້ດອກເບັ້ຍສູງ ເປັນສິ່ງຈູງໃຈ ໃຫ້ຄົນນຳເງິນມາຝາກນຳ, ຊຶ່ງກໍເປັນເຣື່ອງທີ່ສ່ອງແສງ ໃຫ້ເຫັນເຖິງ ບັນຫາເສຖກິຈຢູ່ລາວ ຕົກຕໍ່າ ທີ່ເຮັດໃຫ້ປະຊາຊົນລາວ ຕ້ອງໄດ້ຫາວິທີລົງທຶນ ເພື່ອໃຫ້ໄດ້ຜົລຕອບແທນຫຼາຍ, ອັນເປັນຊ່ອງວ່າງ ໃຫ້ຄົນສວຍໂອກາດ ຕົວະຍົວະ, ສໍ້ໂກງ.

ດັ່ງທີ່ທ່ານກ່າວວ່າ:

“ໂຕນີ້ນີ່ ນ້ອງຄິດວ່າມັນອາດຈະແມ່ນການຕົວະຍົວະເນາະ ຊຸກຍູ້ໄປໃນທາງທີ່ຜິດ ວ່າໃຫ້ກັນຫຼົງເຊື່ອວ່າ ກະໃຫ້ມັນໜ້າສົນໃຈນ່າວ່າ: ເອີ, ເປີ ເຊັນເງິນດອກມັນສູງເນາະ ເພາະໃນມູມມອງຂອງເສຖກິຈ ທຸກມື້ນີ້ແມ່ນ ເວົ້າງ່າຍໆ ວ່າເສຖກິຈລາວມັນຕົກຕ່ຳແມ່ນບໍ່ ອັດຕຣາແລກປ່ຽນເງິນກະສູງຂຶ້ນ. ສະນັ້ນ, ມັນຈະເກີດແບບພວກນີ້ຂຶ້ນມາຕລອດເລີຍເນາະ ພວກສວຍໂອກາດເນາະ.”

ລາວກ່າວຕຶ່ມວ່າ ປະຊາຊົນລາວ ມີຄວາມລະມັດລະວັງໂຕ ກ່ຽວກັບການທີ່ຈະຖືກຕົວະຕົ້ມ ໃນລັກສະນະນີ້ ຫຼາຍຂຶ້ນ ຍ້ອນທີ່ຜ່ານມາ ມີຜູ້ຖືກເສັຽຫາຍມາຫຼາຍແລ້ວ ແລະມີການຕັກເຕືອນໝູ່ຄູ່ ຫຼືຍາດຕິພີ່ນ້ອງ ບໍ່ໃຫ້ຫຼົງເຊື່ອ ນໍາການໂຄສະນານັ້ນ.

ນັກກົດໝາຍຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ທີ່ຮູ້ເຣື່ອງນີ້ ເວົ້າວ່າ ຍ້ອນສະພາບເສຖກິຈ ຢູ່ລາວຝືດເຄືອງ ຫາກິນບໍ່ໄດ້ ຈຶ່ງເຮັດໃຫ້ກຸ່ມຄົນຈຳນວນນຶ່ງ ຊອກຫາວິທີການສໍ້ໂກງ ຕົວະຕົ້ມ ເອົາຊັພສິນຂອງປະຊາຊົນ ຫຼາຍຂຶ້ນ ຊຶ່ງວິທີການນີ້ ໄດ້ເກີດຂຶ້ນຫລາຍເທື່ອແລ້ວ.

“ອັ່ນນ່າ ເອິ້ນວ່າ ຫາກິນບໍ່ໄດ້ ແລ້ວມັນຕ້ອງໄດ້ໃຊ້ວີທີການແນວນີ້ ເກີດຫຼາຍດຽວນີ້. ຈາກເຈ້ທິບມັນກໍມີຣາຍອື່ນໆ ອີກ ແຕ່ວ່າມັນຍັງບໍ່ເວົ້າຊື່ໆ.”

ເວົ້າເຖິງຄວາມປອດໄພ ໃນການຝາກເງິນກິນດອກເບັ້ຍ ປະຊາຊົນຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ເວົ້າວ່າ ການຝາກເງິນ ນຳທະນາຄານທຸຣະກິຈຢູ່ລາວ ເຖິງແມ່ນວ່າ ຈະໄດ້ດອກເບັ້ຍ ປະມານ 5 ຫາ 10% ແຕ່ກໍເປັນໜ້າເຊື່ອຖືຫຼາຍກວ່າ ຍ້ອນວ່າ ທະນາຄານ ຈະຄຸ້ມຄອງເງິນຝາກຂອງປະຊາຊົນ ຕາມທີ່ກົດໝາຍກໍານົດໄວ້ ແລະວ່າ ທາງເລືອກອື່ນໃນການລົງທຶນ ຜ່ານທະນາຄານ ທີ່ຈະໄດ້ຮັບຜົລຕອບແທນສູງ ເປັນຕົ້ນ ການຊື້ກອງທຶນ ຫຼືຮຸ້ນ ຢູ່ຕລາດຫຼັກຊັພລາວ ຫຼືຕ່າງປະເທດ ຍັງບໍ່ທັນມີຢູ່ລາວ.

ດັ່ງນັ້ນ ຈຶ່ງເຮັດໃຫ້ ການລົງທຶນເຮັດຫວຍ ແບບບໍ່ຖືກກົດໝາຍ ຈຶ່ງຍັງປະກົດມີຢູ່ໃນສັງຄົມລາວ.

“ມັນໜ້າເຊື່ອຖືຫຼາຍກວ່າ ຄືຢ່າງໜ້ອຍກໍຍັງມີທະນາຄານ ຄຸ້ມກັນເຮົາ, ແຕ່ວ່າຢູ່ບ້ານເຮົາ ທະນາຄານບໍ່ໄດ້ ມີອັ່ນ ການຊື້ຕລາດຫຸ້ນຫັ້ນນ່າ ມັນບໍ່ມີ.”

ກົມຕຳຣວດເສຖກິຈ, ກົມໃຫຍ່ຕຳຣວດ, ກະຊວງປ້ອງກັນຄວາມສງົບຂອງລາວ ໄດ້ສຣຸບ ໃນເດືອນມີນາ 2023 ນີ້ວ່າ ໃນປີ 2022 ຜ່ານມາ, ທົ່ວປະເທດ ມີຄໍາຮ້ອງຟ້ອງ ກ່ຽວກັບຄະດີສໍ້ໂກງ ແລະຄະດີເສຖກິຈອື່ນໆ ຫຼາຍກວ່າ 1,647 ເຣື່ອງ, ມີຜູ້ຖືກກ່າວຫາ 597 ຄົນ, ລວມມູລຄ່າເສັຽຫາຍ ເປັນເງິນກີບ 458 ຕື້ກີບ, ເງິນບາດ 36 ລ້ານບາທ, ເງິນໂດລ້າຣ໌ສະຫະຣັຖ 15 ລ້ານໂດລ້າຣ໌ ແລະເງິນ ຢວນ 1 ລ້ານປາຍຢວນ.

ຄະດີ ທີ່ພົ້ນເດັ່ນກວ່າໝູ່ ໃນປີ 2022 ມີ 3 ຄະດີ ຄື ຄະດີ ນາງ ພອນທິບ ຫຼື ເຈ້ທິບ ແລະຄະນະ 8 ຄົນ ສໍ້ໂກງຊັພພົລເມືອງ, ມາເຖິງວັນທີ 30 ມິຖຸນາ 2022 ມີຜູ້ເສັຽຫາຍ ຫລາຍກວ່າ 5,000 ຄົນ, ມູລຄ່າເສັຽຫາຍ 20 ຕື້ກີບ, 400 ລ້ານບາທ ແລະ 4 ລ້ານໂດລ້າຣ໌ສະຫະຣັຖ. ຄະດີ ນາງ ມະໄລພອນ, ມູລຄ່າເສັຽຫາຍ 91 ຕື້ກີບ, 34 ລ້ານບາທ ແລະ 8 ແສນໂດລ້າຣ໌ສະຫະຣັຖ ແລະຄະດີ ທ້າວ ຄີບ໋ອດ ວີ, ມູລຄ່າເສັຽຫາຍ 38 ລ້ານບາທ ແລະ 11 ລ້ານໂດລ້າຣ໌ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.