ລາວ-ຈີນ ຈະຮ່ວມມືສ້າງສູນ ຂໍ້ມູນແຫ່ງຊາຕ
2023.10.09
ຣັຖບານຈະພັທນາໂຄງການ ໂຄງຂ່າຍຄວາມໄວສູງ ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະຮອງຮັບແລວທາງເສຖກິຈ ສາຍໃໝດິຈິຕອລ ຫຼື Development of Foundational ICT Infrastructure in Reducing Poverty and Building Digital Silk Road ໂດຍຣັຖບານຈີນ ຈະເປັນຜູ້ພັທນາແລະຊ່ອຍເຫຼືອດ້ານງົບປະມານ.
ໂຄງການດັ່ງກ່າວ ຈະສ້າງພື້ນຖານໂຄງຮ່າງ ດິຈີຕອລ ສູນຂໍ້ມູນແຫ່ງຊາຕ 4 ແຫ່ງ ຢູ່ພາກເໜືອ, ພາກໃຕ້ ແລະ ນະຄອນຫຼວງວຽງຈັນ (2 ແຫ່ງ) ເພື່ອໃຫ້ປະເທດລາວກາຍ ເປັນປະເທດທີ່ມີການເຊື່ອມໂຍງ ທາງດ້ານດິຈີຕອລ ແລະ ເປັນປະຕູຜ່ານຈາກຈີນ ໄປຫາບັນດາປະເທດອາຊ້ຽນ, ແຕ່ປັດຈຸບັນ ຢູ່ລະຫວ່າງການສຶກສາຄວາມເປັນໄປໄດ້ ແລະ ການອະນຸມັດຈາກ ຣັຖບານຈີນ.
ດັ່ງເຈົ້າໜ້າທີ່ ກະຊວງເທັກໂນໂລຈີ ແລະ ການສື່ສານ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 03 ຕຸລາ ນີ້ວ່າ:
“ຕອນນີ້ເຂົາເຈົ້າ ກໍາລັງອັນມີໂຄງການເທັກໂນໂລຈີ ຕ່າງໆ ເນາະທີ່ວ່າຂະເຈົ້າສາມາດສນອງໃຫ້ເຮົາໄດ້ຫັ້ນນ່າ. ທາງເຮົາກາຍັງບໍ່ໄດ້ມີການຕັດສິນໃຈໃດໆເນາະ ຢູ່ໃນຊ່ວງທີ່ປະເມີນຢູ່, ໂຕອິນເຕີເນັດ 4G, 5G ກາແມ່ນມັນເປັນໂຄງການສື່ໆດອກ ມັນບໍ່ Make sure ວ່າ Project ນັ້ນມັນຊິຖືກ Approval ຫຼື ບໍ່ເນາະ.”
ທ່ານກ່າວຕື່ມວ່າ ພາຍໃຕ້ໂຄງການດັ່ງກ່າວນີ້ ຈະມີການປັບປຸງ ແລະ ຂຍາຍລະບົບສູນກາງ ອິນເຕີເນັດ ຫຼື IIG, ລະບົບສູນກາງ ອິນເຕີເນັດ ຫຼື (NIX) ຈະຮອງຮັບການລວມສູນ ການສື່ສານສັນຍານອິນເຕີເນັດໃຫ້ຜ່ານສູນອິນເຕີເນັດ ແຫ່ງຊາຕ ຫຼື ສອຊ ທີ່ນະຄອນຫຼວງວຽງຈັນ ແລະ ຈຸດເຊື່ອມຕໍ່ທີ່ພາກເໜືອຢູ່ແຂວງອຸດົມໄຊ ແລະ ພາກໃຕ້ຢູ່ແຂວງຈຳປາສັກ.
ປັດຈຸບັນຣັຖບານລາວ ໃຫ້ບໍຣິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເຊິ່ງເປັນຣັຖວິສາຫະກິຈ ຂອງຣັຖບານລາວ ທົດລອງນໍາໃຊ້ ລະບົບ 5G ທີມີຄວາມໄວເຖີງ 10 ເທົ່າ ຈາກລະບົບ 4G ທີ່ມີການນຳໃຊ້ກັນໃນປັດຈຸບັນນີ້ ເຊິ່ງຣັຖບານລາວ ໃຫ້ບໍຣິສັດຫົວເຫວີຍເຂົ້າມາພັທນາ ລະບົບ ແລະຊ່ອຍເຫຼືອດ້ານອຸປະກອນ ໃນການທົດລອງ ທັງໝົດ.
ດັ່ງເຈົ້າໜ້າທີ່ ບໍຣິສັດ ຫົວເຫວີຍ ເທັກໂນໂລຈີລາວ ຈຳກັດຜູ້ດຽວກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ທາງບໍຣີສັດເຮົາ ກາເຣີ່ມເປີດທົດລອງເບິ່ງຫັ້ນແຫຼະ ໂຕນີ້ (ເປີດໃຊ້ຢ່າງເປັນທາງການ) ເຮົາກຍັງບໍ່ແນ່ນອນເທື່ອນ່າ ແມ່ນແຫຼະ ຍັງບໍ່ມີກຳນົດເທື່ອຖ້າຄຳຕອບ ເພິ່ນອີກເທື່ອນຶ່ງ.”
ນອກຈາກນີ້ຣັຖບານລາວ ຍັງໃຫ້ບໍຣິສັດ ຫົວເຫວີຍ ເທັກໂນໂລຈີລາວ ເຂົ້າໄປທົດລອງ ພັທນາສາຍສົ່ງໄຟຟ້າ, ກົງເຕີ້ໄຟຟ້າ, ຂໍ້ມູນການໃຊ້ງານໄຟຟ້າ ແລະ ອຸປກອນຕ່າງ ພາຍໃນຣັຖວິສາຫະກິຈ ໄຟຟ້າລາວເພື່ອປ່ຽນມາເປັນລະບົບດີຈີຕອລ ທັງໝົດ.
ເຈົ້າໜ້າທີ່ຣັຖວິສາຫະກິຈ ໄຟຟ້າລາວ ກ່າວວ່າ ການໃຫ້ບໍຣິສັດ ຫົວເຫວີຍ ເທັກໂນໂລຈີ ລາວ ເຂົ້າມາທົດລອງພັທນາລະບົບ ແລະ ອຸປະກອນຕ່າງໆ ກໍຂ້ອນຂ້າງຈະມີບັນຫາ ຫຼາຍຢ່າງເກີດຂຶ້ນ ເພາະບໍຣິສັດບໍ່ໄດ້ຖ່າຍທອດຄວາມຮູ້, ວິຊາການ ແລະ ເທັກນິກຕ່່າງໆ ໃຫ້ກັບເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ຮັບຮູ້ໂດຍກົງທຸກຂັ້ນຕອນ ໃນການພັທນາລະບົບ ຍັງຕ້ອງຜ່ານການພິຈາຣະນາ ຈາກບໍຣິສັດ ຫົວເຫວີຍ ເທັກໂນໂລຈີລາວ.
ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຫົວເຫວີຍຈີນ ກໍຈະເຂົ້າມາກາມີບັນຫາຫຼາຍຢ່າງ ຂະໜາດຖ້າວ່າອັນໃດ ທັນສໄມນີ້ ມີບັນຫາຂັດຂ້ອງເລີຍ ມີແຕ່ລຸ້ນໃໝ່ເລື້ອຍໆ. ຢູ່ລາວນີ້ມີສິດຜູກຂາດເລີຍ ຢາກເຮັດຫຍັງກາເຮັດໄດ້ ຣັຖບານລາວ ບໍ່ວ່າຫຍັງ.”
ກ່ຽວກັບ ໂຄງການພັທນາດັ່ງກ່າວ ປະຊາຊົນໃນແຂວງຈໍາປາສັກກ່າວວ່າ ຕາມການສັງເກດ ກໍບໍ່ຄ່ອຍເຫັນຄົນລາວ ນິຍົມໃຊ້ໂທລະສັບ ແລະ ອຸປະກອນດ້ານເທັກໂນໂລຈີ ຂອງຫົວເຫວີຍ ປານໃດ ເພາະປັດຈຸບັນບໍ່ມີສູນໃຫ້ບໍຣິການ ຫາກໂທລະສັບ ຫຼືອຸປະກອນ ຂອງຫົວເຫວີຍ ເກີດບັນຫາຂັດຂ້ອງ.
ສ່ວນເຣື່ອງຄວາມປອດໄພ, ການເກັບຂໍ້ມູນສ່ວນໂຕ ແລະ ຂໍ້ມູນສ່ວນໂຕເກີດຮົ່ວໄຫຼ ທ່ານ ເຊື່ອວ່າຫາກບໍຣິສັດ ຫົວເຫວີຍເຂົ້າມາພັທນາລະບົບ ແລະ ສ້າງສູນອິນເຕີເນັດ ສຳເຣັດຈະມີ ການເກັບກຳຂໍ້ມູນ ສ່ວນໂຕຂອງຜູ້ໃຊ້ງານຢູ່ແລ້ວ ແຕ່ຖ້າຫາກວ່າບໍ່ໄດ້ກະທຳຜິດຫຍັງ ກໍບໍ່ໄດ້ກັງວົນໃຈ ເຣື່ອງນີ້ແຕ່ຢ່າງໃດ.
ດັ່ງປະຊາຊົນ ໃນແຂວງຈຳປາສັກ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນວ່າ:
“ບໍ່ໆ ບໍ່ເຫັນພໍປນໃດຫົວເຫວີຍ ມັນບໍ່ມີສູນມັນຢູ່ນີ້ (ເຣື່ອງການເກັບຳຂໍ້ມູນສ່ວນໂຕ) ເກັບຄືກັນເຂົາກາຕິດຕາມຄືກັນບໍ່ໆ ເປັນຫຍັງຂ້ອຍບໍ່ຢ້ານດອກ ຂ້ອຍບໍ່ຄິດນ່າ.”
ປະຊາຊົນ ໃນນະຄອນຫຼວງວຽງຈັນ ກ່າວວ່າ ການຮ່ວມມືກັບຈີນ ເພື່ອພັທນາລະບົບສູນອິນເຕີເນັດ ແລະ ນຳໃຊ້ເທັກໂນໂລຈີ ທັນສໄມນັ້ນ ໜ້າຈະປອດໄພຖືເປັນປະເທດ ທີ່ມີການພັທນາເທັກໂນໂລຈີ ທັນສໄມທີ່ຂ້ອນຂ້າງ ຈະມີມາຕຖານສູງ ແຕຈ່ກາມີຄວາມກັງວົນ ຢູ່ເພາະບໍຣິສັດຈີນ ທີ່ເຂົ້າມາພັທນາລະບົບຂໍ້ມູນອິນເຕີເນັດ ແລະ ລາວ ຈະນຳໃຊ້ເທັກໂນໂລຈີຂອງຈີນທັງໝົດ ອາດເກີດການລະເມີດສິດທິສ່ວນໂຕ ຂອງຜູ້ໃຊ້ງານອິນເຕີເນັດ ໃນລາວ.
ດັ່ງປະຊາຊົນ ໃນນະຄອນຫຼວງວຽງຈັນກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນນີ້ວ່າ:
“ເຣື່ອງຄວາມປອດໄພ ກາດີແຕກາບໍ່ຢາກຄັກປານໃດເພາະວ່າ ມັນດີບໍ່ດີບາງເທື່ອກະເວົ້າງ່າຍໆ ແບບວ່າມັນລ່ວງລະເມີດສິດທິສ່ວນໂຕ ແດ່ໜ້ອຍນຶ່ງ.”
ໃນລະຫວ່າງວັນທີ 18-21 ກັນຍາ 2023 ທີ່ຜ່ານມານັ້ນ ສາດສະຕຣາຈານ ບໍ່ວຽງຄໍາ ວົງດາລາ ຣັຖມົນຕຣີ ກະຊວງເທັກໂນໂລຈີ ແລະ ການສື່ສານ ຂອງລາວ ພ້ອມຄະນະ ໄດ້ເດີນທາງໄປພົບປະແລກປ່ຽນ ບົດຮຽນ ແລະ ຮ່ວມງານ The 4th China (Guangxi) ASEAN Artificial Intelligence Conference ຢູ່ແຂວງນານນິງ ແລະ ງານ Huawei Connect 2023 ຢູ່ແຂວງຊຽງໄຮ່ ປະເທດຈີນ.
ໂອກາດນີ້ ກະຊວງເທັກໂນໂລຈີ ແລະ ການສື່ສານຂອງລາວ ຮ່ວມກັບ ສູນຈີນ-ອາຊ້ຽນ ດາວທຽມເປີຍໂຕ່ (BeiDou) ໄດ້ຮ່ວມກັນລົງນາມ ບົດບັນທຶກຄວາມເຂົ້າໃຈ ໃນສຶກສາຄວາມເປັນໄປໄດ້ ກ່ຽວກັບການຮ່ວມມື ໃນການນຳໃຊ້ເທັກໂນໂລຈີ ດາວທຽມນຳທາງ ເຂົ້າໃນຂົງເຂດການຂົນສົ່ງ ເພື່ອຮ່ວມມືກັນສ້າງລະບົບຄຸ້ມຄອງ ການຂົນສົ່ງແຫ່ງຊາຕ, ຄຸ້ມຄອງລະບົບລົດເມທ່ອງທ່ຽວ, ລົດເມໄລຍະທາງໄກ, ພາຫະນະຂົນສົ່ງສິນຄ້າ ເປັນອັນຕະຣາຍ, ລົດແທັກຊີ້ ແລະ ອື່ນໆ.
ໃນງານ Huawei Connect 2023 ຍັງໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືຫັນປ່ຽນດິຈີຕອລ ລະຫວ່າງກະຊວງເທັກໂນໂລຈີ ແລະ ການສື່ສານຂອງລາວ ແລະ ບໍຣິສັດ ຫົວເຫວີຍ ເທັກໂນໂລຈີລາວ ຈຳກັດ ຜູ້ກຽວ ເພື່ອຮ່ວມກັນສ້າງຫຼັກສູດ ການຮຽນທາງດ້ານເທັກໂນໂລຈີ ແລະ ການສື່ສານ ຫຼື ICT ໃຫ້ກັບນັກສຶກສາ ຂອງສະຖາບັນ, ຈັດຝຶກອົບຮົມ, ສັມມະນາ ແລະ ຝຶກງານຢູ່ ບໍຣິສັດຫົວເຫວີຍ.