ຄົນງານລາວຢູ່ໄທຍ ສາມາດເຮັດວຽກໄດ້ ໃນລະຫວ່າງດຳເນີນການ ຕໍ່ໃບອະນຸຍາດ
2023.10.06

ທ່ານ ໄຊ ວັດຊະຣົງຄ໌ ໂຄສົກປະຈຳ ສຳນັກງານນາຍົກຣັຖມົນຕຣີ ຂອງໄທຍ ເປີດເຜີຍໃນວັນທີ 3 ຕຸລາ 2023 ທີ່ຜ່ານມາວ່າ ຣັຖບານໄທຍ ມີມະຕິເຫັນດີ ໃຫ້ຄົນງານຈາກ 4 ປະເທດ ປະກອບມີ; ລາວ, ພະມ້າ, ກັມພູຊາ ແລະ ວຽດນາມ ທີ່ນາຍຈ້າງ ຍື່ນບັນຊີຣາຍຊື່ລູກຈ້າງ ແກ່ພາກສ່ວນກ່ຽວຂ້ອງແລ້ວ ແລະ ຢູ່ລະຫວ່າງ ການຕໍ່ໃບອະນຸຍາດເຮັດວຽກ ໂດຍລູກຈ້າງຕ່າງດ້າວ ສາມາດເຮັດວຽກຢູູ່ໄທຍ ໄດ້ຈົນເຖິງວັນທີ 15 ມົກກະຣາ 2024. ໂດຍເມື່ອນາຍຈ້າງ ຂຶ້ນທະບຽນລູກຈ້າງຕ່າງດ້າວ ຮຽບຮ້ອຍແລ້ວ, ຄົນງານເຫຼົ່ານີ້ ຈະສາມາດເຮັດວຽກຢູ່ໄທຍ ໄດ້ຈົນຮອດວັນທີ 13 ກຸມພາ 2025.
ດັ່ງທີ່ທ່ານ ໄຊ ວັດຊະຣົງຄ໌ ຖແລງຕໍ່ສື່ມວນຊົນໄທຍວ່າ:
(Thai) “ນາງຈ້າງຈຳນວນບໍ່ໜ້ອຍ ຍັງເຮັດເຣື່ອງຕໍ່ໃບອະນຸຍາດບໍ່ທັນ. ຣັຖບານຈຶ່ງມີມະຕິວ່າ ໃຫ້ນາຍຈ້າງຟ້າວຍື່ນບັນຊີຣາຍຊື່ ຜູ້ໃດທີ່ສຣຸບມາແລ້ວ ຈະຂຍາຍໄລຍະເວລາພິເສດໃຫ້ ຈາກ 30 ກັນຍາ ສາມາດຢູ່ຕໍ່ໄດ້ ຈົນຮອດ 15 ມົກກະຣາ 2024. ແລະໃນລະຫວ່າງທີ່ຂຍາຍ 3 ເດືອນເຄິ່ງນີ້, ລູກຈ້າງຕ່າງດ້າວ ຈາກທັງ 4 ປະເທດນີ້ ຈະໄດ້ຮັບສິດທິພິເສດ ເຮັດວຽກຢູ່ໃນປະເທດໄທຍ ຈົນຮອດ 15 ກຸມພາ 2025.”
ທ່ານກ່າວຕຶ່ມວ່າ ທາງການໄທຍ ຍັງໃຫ້ສິດທິພິເສດ ແກ່ຄົນງານຈາກ 4 ປະເທດ ໂດຍການຫຼຸດ ອັດຕຣາຄ່າ ວີຊ້າ ຈາກຜູ້ລະ 2,000 ບາທ ເຫຼືອພຽງ 500 ບາທ. ເຊິ່ງຈະເປັນການເອື້ອອຳນວຍໃຫ້ກັບທຸຣະກິຈ ທີ່ຈຳເປັນຕ້ອງໃຊ້ຄົນງານຕ່າງດ້າວ ເພື່ອທີ່ຈະແຂ່ງຂັນໄດ້ໃນຕລາດໂລກ.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງ ເຈົ້າໜ້າທີ່ ຈັດຫາງານ ຂອງໄທຍ ຍານາງນຶ່ງ ຢູ່ແຂວງພາກຕາເວັນອອກຂອງໄທຍ ເຊິ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ໃຫ້ຮູ້ວ່າ ການຕໍ່ອາຍຸໃບອະນະຍາດເຮັດວຽກ ຄົນງານຕ່າງດ້າວເທື່ອນີ້ ຢູ່ໃນຂັ້ນຕອນທີ່ ກະຊວງພາຍໃນຂອງໄທຍ ຈະໄດ້ອອກກົດລະບຽບການ ການຕໍ່ອາຍຸ ໃບອະນະຍາດເຮັດວຽກ ຄົນງານຕ່າງດ້າວເທື່ອນີ້, ເຊິ່ງຄາດວ່າ ຈະໃຫ້ນາຍຈ້າງ ດຳເນີນການແບບອອນລາຍນ໌ ໃນໄວໆ ນີ້.
ດັ່ງທີ່ຍານາງ ກ່າວໃນມື້ວັນທີ 4 ຕຸລາ 2023 ນີ້ວ່າ:
(Thai) ຍານາງກ່າວວ່າ “ຕອນນີ້ ເຂົາເຈົ້າກຳລັງຮ່າງລະບຽບການຂອງ ກະຊວງພາຍໃນ ຢູ່ເຈົ້າ, ຕ້ອງລໍຖ້າປະກາດຂອງກະຊວງພາຍໃນກ່ອນ ໜ້າຈະມີແຈ້ງວ່າໃຫ້ເຮັດຂັ້ນຕອນຕໍ່ໄປຄືແນວໃດ. ໜ້າຈະເປັນໃຫ້ລົງລະບົບອອນລາຍນ໌ອິຫຍັງນີ້ແຫຼະ ເພື່ອຈະໃຫ້ມີໃບອະນຸຍາດເຮັດວຽກ ແລ້ວກໍເປັນໄປຕາມຂັ້ນຕອນຄ້າຍຄືເກົ່າ. ແມ່ນແລ້ວ, ເຂົາເຈົ້າໃຫ້ລົງອອນລາຍນ໌ຕັ້ງ ແຕ່ຫົວທີຢູ່ແລ້ວ ຖ້າເກີດເຂົາມີທາງອອກມາ ກໍໜ້າຈະເປັນການເຮັດອອນລາຍນ໌ນີ້ແຫຼະ.”
ທາງດ້ານ ນາຍໜ້າແລ່ນເອກສານ ກ່ຽວກັບຄົນງານຕ່າງດ້າວ ຢູ່ໄທຍ ຍານາງນຶ່ງ ເວົ້າວ່າ ການຂໍອະນຸຍາດເຮັດວຽກ ສຳລັບຄົນງານລາວ ມີ 2 ປະເພດ ກໍຄື ການເຮັດເອກກະສານສັນຍາ MOU ເຊິ່ງເປັນການເຮັດວຽກວີຊ້າ ແລະໃບອະນຸຍາດເຮັດວຽກ ມາແຕ່ຕົ້ນທາງ ແລະການເຮັດບັດປະຈຳໂຕຄົນຕ່າງດ້າວ ຫຼືບັດສີບົວ ເຊິ່ງເປັນການຂຶ້ນທະບຽນ ລູກຈ້າງທີ່ເຄີຍເຮັດວຽກແບບຜິດກົດໝາຍ ໃຫ້ເຂົ້າລະບົບຖືກຕ້ອງ. ໂດຍຍານາງ ເຫັນວ່າ ການເຮັດເອກສານ MOU ນີ້ ມີຄວາມຄຸ້ມຄ່າຫຼາຍກວ່າ ຍ້ອນວ່າ ຄົນງານສາມາດເຮັດວຽກໄດ້ເປັນເວລາຍາວນານ ກວ່າບັດສີບົວ.
ດັ່ງທີ່ຍານາງ ກ່າວວ່າ:
(Thai) “ຖ້າຄົນລາວ ມີໜັງສືຜ່ານແດນຢູ່ ເຂົ້າງ່າຍກວ່າ, ເຮັດ MOU ງ່າຍກວ່າ ມັນຈົບເທື່ອດຽວເລີຍດີກວ່າ. ຄ່າຣົຖ, ຄ່າກວດພະຍາດ, ຄ່າປະກັນສຸຂພາບ, ຄ່າຫ້ອງພັກ ລວມໝົດໃນນີ້ທຸກຢ່າງແລ້ວ ທັງໝົດຈະເສັຽ 23,000 ບາທຕໍ່ຄົນ. ວາຣະ MOU ຢູ່ໄດ້ 4 ປີ, 2 ປີຕໍ່ເທື່ອນຶ່ງ, ທີ່ພັກອາໄສ 90 ມື້ ເຮັດໃຫ້ແລ້ວ. ຄັ້ງຕໍ່ໄປ ກໍຣາຍງານຕົວເລື້ອຍໆ ຢ່າໃຫ້ຂາດ ບໍ່ດັ່ງນັ້ນຈະຖືກປັບໃໝ.”
ຂະນະທີ່ ຄົນງານລາວ ຍານາງນຶ່ງ ຊາວແຂວງຈຳປາສັກ ເຊິ່ງເຄີຍເຮັດວຽກຢູ່ຮ້ານອາຫານ ໃນແຂວງພາກຕາເວັນອອກຂອງໄທຍ ກ່າວວ່າ ນາງຍັງຕ້ອງໃຊ້ໜັງສືຜ່ານແດນໄປປະທັບຕຣາທຸກ 30 ມື້ ຢູ່ຊາຍແດນໄທຍ-ກັມພູຊາ ເປັນປະຈຳ ຈົນລຶ້ງເຄີຍໄປແລ້ວ ເຊິ່ງນາງກໍຢາກເຮັດເອກສານ MOU ຢູ່ ແຕ່ວ່າກໍຕ້ອງໄດ້ໃຊ້ເງິນຫຼາຍ.
ດັ່ງທີ່ຍານາງ ກ່າວວ່າ:
“ເຈົ້າ, ກະຊິນແລ້ວ ຕໍ່ທຸກເດືອນຈົນຊິນລະ. ໄປຕໍ່ຢູ່ຈັນທະບູຣີເຈົ້າ. MOU ກະຢາກເຮັດຢູ່ ແຕ່ກຳລັງເຮົາມັນບໍ່ເຖິງນ່າເຈົ້າ.”
ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ ເຈົ້າໜ້າທີ່ ຂແນງການແຮງງານ ແລະ ສວັສດີການສັງຄົມ ຂອງລາວ ເພື່ອຂໍຄຳເຫັນ, ແຕ່ເຈົ້າໜ້າທີ່ ບໍ່ຮັບສາຍ.
ທີ່ຜ່ານມາ, ຣັຖບານໄທຍ ກໍຄື ກະຊວງແຮງງານ ຂອງໄທຍ ໄດ້ອອກປະກາດ ເຣື່ອງ ການອະນຸຍາດໃຫ້ຄົນຕ່າງດ້າວ ເຮັດວຽກໃນຣາຊະອານາຈັກ ເປັນກໍຣະນີພິເສດ ສຳລັບຄົນຕ່າງດ້າວ ສັນຊາຕ ກັມພູຊາ, ລາວ, ພະມ້າ ແລະ ວຽດນາມ ຕາມມະຕິ ຄະນະຣັຖມົນຕຣີ, ລົງວັນທີ 6 ກໍຣະກະດາ 2023 ວ່າ ໃຫ້ນາຍຈ້າງ ຍື່ນບັນຊີຣາຍຊື່ ຄົນງານຕ່າງດ້າວ ໂດຍວິທີການ ເອເລັກໂຕຣນິກສ໌ ຫາກບໍ່ສາມາດເຮັດໄດ້ ໃຫ້ຍື່ນຕໍ່ ສຳນັກງານຈັດຫາງານທ້ອງຖິ່ນ ໃນເຂດບ່ອນທີ່ຕັ້ງຂອງສະຖານທີ່ເຮັດວຽກ ພາຍໃນວັນທີ 31 ກໍຣະກະດາ 2023 ເຊິ່ງຄົນງານ ທີ່ໄດ້ຮັບການຍື່ນບັນຊີຣາຍຊື່ ດັ່ງກ່າວ ຈະສາມາດເຮັດວຽກໄດ້ຮອດວັນທີ 30 ກັນຍາ 2023 ທີ່ຜ່ານມາ ແລະ ຣັຖບານໄທຍຊຸດໃໝ່ ໄດ້ຂຍາຍ ໄລຍະເວລາເຮັດວຽກດັ່ງກ່າວ ໄປຮອດວັນທີ 15 ມົກກະຣາ 2024.