ເຣື້ອງທີ່ເກັບບັນທຶກໄວ້
2013-02-13
ປະເທດລາວ ຕ້ອງການ ຄົນງານ ສໍາລັບ ສວນຢາງພາລາ ຢ່າງຫລວງຫລາຍ ໃນປີ 2015 ຊຶ່ງຈະເປັນ ເງື່ອນໄຂ ໃຫ້ ແຮງງານຈີນ ແລະ ວຽດນາມ ຫລັ່ງໄຫລ ເຂົ້າລາວ ຫລາຍແສນຄົນ.
2013-02-13
ປະຊາຊົນ ຊາວບໍ່ແກ້ວ ເປັນຫ່ວງນໍາ ເຣື້ອງ ຄ່າຊົດເຊີຍ ທີ່ ອາຈບໍ່ເປັນທັມ ຈາກ ນັກລົງທຶນ ໃນໂຄງການສ້າງ ສນາມກອຟ.
2013-02-11
ການລັກ ຕັດໄມ້ ໃນລາວ ຍັງມີຢູ່ ຢ່າງກວ້າງຂວາງ ໃນເວລານີ້ ສ່ວນໃຫຍ່ ແມ່ນມາຈາກ ການໃຫ້ ສຳປະທານ ທີ່ດິນ ໃນໂຄງການ ພັທນາ ຂອງ ຣັຖບານ ທີ່ໄປກວມເອົາ ປ່າສງວນ ແຫ່ງຊາດ ຫລື ການໃຊ້ຫນີ້ ວຽດນາມ ແລະ ບໍຣິສັດ ກໍ່ສ້າງ ໃນໂຄງການ ຕ່າງໆ ທີ່ຣັຖບານລາວ ບໍ່ມີເງີນ ຈ່າຍໃຫ້. ສເນີໂດຍ : ສິດນີ
2013-02-11
ນັກທຸຣະກິດ ຈີນ ແລະ ວຽດນາມ ໃຊ້ຊື່ລູກຈ້າງ ຄົນລາວ ໃນການ ຄອບຄອງ ທີ່ດິນ.
2013-02-08
ການປູກຝິ່ນ ໃນລາວ ເພີ້ມຂື້ນ 58% ໃນປີນີ້ ລອງຈາກພະມ້າ ແລະ ອັຟການິສຖານ ຕາມການສຳຣວດ ຂອງອົງການ ປາບປາມ ຢາເສພຕິດ ແລະ ອາສຍາກັມ ສະຫະປະຊາຊາດ, ສາເຫດ ເປັນຍ້ອນຫຍັງ? ສເນີໂດຍ : ສິດນີ
2013-02-08
ເຂື່ອນນ້ຳລີກ 1 ພວມຈະເຣີ້ມ ກໍ່ສ້າງ ແລະ ຕຣຽມຍ້າຍ ຊາວບ້ານ 200 ຄອບຄົວ
2013-02-08
ຊາວລາວ ເບື່ອໜ່າຍ ຕໍ່ກົດໝາຍ ຕ້ານ ການສໍ້ຣາສ ບັງຫລວງ ທີ່ບໍ່ສາມາດ ນຳໃຊ້ໄດ້ ກັບເຈົ້າໜ້າທີ່ ຣະດັບສູງ.
2013-02-08
ເຈົ້າໜ້າທີ່ ກົມພາສີ ຂອງລາວ ຮັບວ່າ ມີການທຸຈຣິດ ຫລາຍຂຶ້ນ ຍ້ອນບັນຫາ ທາງເສຖກິດ ຈຶ່ງພາກັນ ສໍ້ໂກງ ຢ່າງໝັ້ນໃຈ ວ່າຈະບໍ່ ຖືກຈັບ ໃສ່ລົງໂທດ ເພາະເຈົ້ານາຍ ຂັ້ນເທິງ ກໍໂກງຄືກັນ.
2013-02-07
ກຸ່ມ ບໍຣິສັດ ເກົາຫລີ ຈະຂາຍ ໄຟຟ້າລາວ ໃຫ້ໄທ.
2013-02-07
ຊາວບ້ານ ທີ່ຖືກ ໂຍກຍ້າຍ ອອກຈາກເຂດ ສ້າງເຂື່ອນ ນໍ້າງື່ມ 2 ມາໄດ້ 2 ປີ ແລ້ວນັ້ນ ຍັງບໍ່ໄດ້ ມີທີ່ດິນ ປູກຝັງ ພຽງພໍ ຄົບຖ້ວນ ຕາມສັນຍາ ທີ່ ກຸ່ມລົງທຶນ ໄດ້ວາງໄວ້.
2013-02-07
ຊາວບ້ານ ທີ່ຖືກໂຍກຍ້າຍ ຈາກເຂດສ້າງ ເຂື່ອນ ໄຊຍະບູຣີ ພໍໃຈນໍາ ການຊ່ວຍເຫລືອ ແຕ່ ບາງຈໍາພວກ ກໍວ່າ ໄດ້ຮັບຄ່າ ຊົດເຊີຍ ພຽງໜ້ອຍດຽວ ຈຶ່ງຍັງຕ້ອງການ ຄວາມຊ່ອຍເຫຼືອ.
2013-02-06
ທາງການ ແຂວງ ອັຕຕະປື ຍອມຮັບວ່າ ປະຊາຊົນ ບໍ່ພໍໃຈ ຕໍ່ການ ອະນຸຍາດ ສັມປະທານ ທີ່ດິນ ໃຫ້ແກ່ ວິສາຫະກິດ ຈາກ ວຽດນາມ ທີີ່ນັບມື້ ຫລາຍຂຶ້ນ.
2013-02-05
4 ປະເທດ ແມ່ນ້ຳຂອງ ຈະປຶກສາ ຫາລືກັນຕື່ມ ກ່ຽວກັບ ຜົລກະທົບ ຈາກໂຄງການ ເຂື່ອນ ໄຊຍະບູຣີ.
2013-02-05
ທ່ານ ເຣວັດ ສຸວັນນະກິດຕິ ຮອງ ກັມມະການ ຜູ້ຈັດການ ບໍຣິສັດ ໄຊຍະບູຣີ ພາວເວີ້ ຊຶ່ງ ຮັບຜິດຊອບ ການກໍ່ສ້າງ ເຂື່ອນໄຟຟ້າ ໄຊຍະບູຣີ ເປີດເຜີຍວ່າ ໂຄງການ ກໍ່ສ້າງ ຄືບໜ້າໄປ ຢ່າງໄວວາ ຍ້ອນໄດ້ ຕຣຽມການ ໄວ້ກ່ອນໜ້າ ແລ້ວ.
2013-02-04
ປັດຈຸບັນ ຣາຄາ ອາຫານການກິນ ຢູ່ລາວ ເປັນຕົ້ນ ນະຄອນຫລວງ ວຽງຈັນ ແພງຂຶ້ນເລື້ອຽໆ ທັງຊີ້ນທັງປາ ຊຶ່ງ ທາງການລາວ ຍັງບໍ່ສາມາດ ແກ້ໄຂໄດ້ ເຮັດໃຫ້ ປະຊາຊົນ ຜູ້ທຸກຍາກ ຂາດເຂີນ ຢູ່ແລ້ວ ຍິ່ງໄດ້ຮັບ ຄວາມເດືອດຮ້ອນ ຕື່ມອີກ. ສເນີໂດຍ : ຈໍາປາທອງ