ຊາວບ້ານຫ່ວງນໍາ ຄ່າຕອບແທນ

ປະຊາຊົນ ຊາວບໍ່ແກ້ວ ເປັນຫ່ວງນໍາ ເຣື້ອງ ຄ່າຊົດເຊີຍ ທີ່ ອາຈບໍ່ເປັນທັມ ຈາກ ນັກລົງທຶນ ໃນໂຄງການສ້າງ ສນາມກອຟ.
ສິດນີ
2013.02.13
F-bokeo-golf ສະໂມສອນ ສນາມກອຟ ທີ່ມີຢູ່ແລ້ວ ຢູ່ບ້ານໂພນຄໍາ ມ.ທຸລະຄົມ ຂ.ບໍ່ແກ້ວ
Bokeo Dansavanh Golf Country Club

ຊາວບໍ່ແກ້ວ ທ່ານນື່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ວ່າ ຫລັງຈາກ ທີ່ຊາວບ້ານ ຮູ້ວ່າ ຈະມີການສ້າງ ສນາມກອຟ ທີ່ບ້ານ ປາກຮາວໃຕ້ ເມືອງຫ້ວຍຊາຍ ທີ່ຈະກວມເອົາ ດິນຊາວບ້ານ ຫລາຍຄົນ ກໍພາກັນເປັນຫ່ວງ ຢ້ານວ່າ ຄ່າຊົດເຊີຍ ຈະບໍ່ເປັນທັມ ເພາະຕາມທີ່ ຮູ້ເຫັນຜ່ານມາ ຈາກ ໂຄງການຕ່າງໆ ພາຍໃນແຂວງ ຊາວບ້ານ ໄດ້ຮັບຄ່າຊົດເຊີຍ ທີ່ບໍ່ເປັນທັມ ມາຕລອດ. ຊາວບ້ານເວົ້າວ່າ:

"ບັນຫາມັນ ກໍມີຢູ່ວ່າ ກ່ຽວກັບ ການໂຍກຍ້າຍ ແລະ ການເວນຄືນ ຂອງເບື້ອງຣັຖບານ ເວນຄືນ ກ່ຽວກັບທີ່ດີນ ບໍຫລື ວ່າບ້ານເຮືອນ ຫລືວ່າແຫລ່ງ ທຳມາຫາກີນ ຂອງ ປະຊາຊົນ ໂຕນີ້ຍັງເປັນ ບັນຫາຢູ່ ການໄກ່ເກັ່ຽ ຂອງ ຣັຖກັບຂອງ ໂຄງການ ມັນບໍ່ຄ່ອຍ ກົງກັນປານໃດ".

ເລົາເວົ້າ ຕໍ່ໄປວ່າ ທີ່ຜ່ານມາ ກ່ອນຈະມີ ໂຄງການຕ່າງໆ ເກີດຂື້ນ ຢູ່ແຂວງບໍ່ແກ້ວ ເບື້ອງຕົ້ນ ທາງການ ຈະເປັນຜູ້ໄກ່ເກັ່ຽ ກັບ ຊາວບ້ານ ກ່ຽວກັບ ເຣື້ອງທີ່ດິນ ເຮື້ອງການໂຍກຍ້າຍ ແລະ ຮັບປາກ ວ່າຈະໃຫ້ ນັກລົງທຶນ ຈ່າຍຄ່າຊົດເຊີຍ ແບບຍຸຕິທັມ ຕາມທີ່ໄດ້ ຕົກລົງກັນໄວ້ ແຕ່ເມື່ອ ຊາວບ້ານ ໂຍກຍ້າຍ ແລະ ເສັຽທີ່ດິນໄປແລ້ວ ນັກລົງທຶນ ຈະໃຫ້ ຄ່າຊົດເຊີຍ ບໍ່ກົງກັບທີ່ໄດ້ ຕົກລົງກັນໄວ້ ຈື່ງເຮັດໃຫ້ ຊາວບ້ານ ເດືອດຮ້ອນ. ໃນບັນຫາ ດ່ັງກ່າວ ຍັງບໍ່ຖືກແກ້ໄຂ ເທ່ົາເຖິງ ທຸກມື້ນີ້, ດ່ັງນັ້ນ ໃນໂຄງການ ສນາມກອຟ ເທື່ອນີ້ ຊາວບ້ານ ຫລາຍຄົນ ຈື່ງມີຄວາມ ກັງວົນ.

ເຖິງຢ່າງໃດ ກໍຕາມ ເລົາວ່າ ການທີ່ແຂວງ ຈະມີ ສນາມກອຟ ນັ້ນເປັນເຣື້ອງ ທີ່ດີ ເພາະຊາວບ້ານ ຈະມີວຽກເຮັດ ງານທຳ ແຕ່ຢາກໃຫ້ ນັກລົງທຶນ ຈ່າຍຄ່າຊົດເຊີຍ ແບບສົມເຫດ ສົມຜົລ ໃຫ້ຊາວບ້ານ ຜູ້ທີ່ຈະຖືກ ໂຍກຍ້າຍ ແລະ ເສັຽທີ່ດິນ. ພວກນັກລົງທຶນ ຈຶ່ງສົມຄວນສ້າງ ບ່ອນທຳມາ ຫາກິນ ໃຫ້ແກ່ຊາວບ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.