ເຈົ້າໜ້າທີ່ ກະຊວງ ກະສິກັມ ປ່າໄມ້ ຜູ້ຂໍສງວນຊື່ ເປີດເຜີຍວ່າ ການທີ່ ຣັຖບານລາວ ໄດ້ວາງແຜນ ທີ່ຈະສົ່ງ ຢາງພາລາ ໄປຕ່າງປະເທດ ໃຫ້ໄດ້ 3 ແສນຕັນ ເລີ່ມແຕ່ປີ 2015 ໂດຍສະເພາະ ໄປຈີນ ແລະ ວຽດນາມ ນັ້ນ ເຮັດໃຫ້ມີ ຄວາມຈໍາເປັນ ຕ້ອງມີການ ພັທນາ ແຮງງານລາວ ຢ່າງຮີບດ່ວນ, ແຕ່ການທີ່ຈະ ບັນລຸ ເປົ້າໝາຍ ດັ່ງກ່າວໄດ້ນັ້ນ ບໍ່ແມ່ນເຣື່ອງງ່າຍ ຍ້ອນຄວາມ ຕ້ອງການແຮງງານ ໃນສວນ ຢາງພາລາ ເຮັກຕາລະ 2 ຄົນ ຢ່າງໜ້ອຍ ໃນຂະນະທີ່ ຣັຖບານລາວ ໄດ້ອະນຸມັດ ສໍາປະທານ ທີ່ດິນ ໄປແລ້ວ 2 ພັນ ກວ່າໂຄງການ ເປັນພື້ນທີ່ ທັງໝົດ 4 ແສນກວ່າ ເຮັກຕາ ໃນທົ່ວປະເທດ. ໃນນັ້ນ 80 ກວ່າເປີເຊັນ ເປັນພື້ນທີ່ ປູກຢາງພາລາ ຊຶ່ງຈະເລີ້ມ ປາດເອົານໍ້າຢາງ ໄດ້ໃນປີ 2015 ແລະ ຈະຕ້ອງການ ແຮງງານ ບໍ່ຕໍ່າກວ່າ 650 ພັນ ຄົນ.
ປັດຈຸບັນ ປະເທດລາວ ມີແຮງງານ ໃນສວນ ຢາງພາລາ ພຽງ 1 ສ່ວນ 3 ເທົ່ານັ້ນ, ຊຶ່ງຈະເຫັນໄດ້ ຢ່າງຈະແຈ້ງ ທີ່ແຂວງ ຫລວງນໍ້າທາ ຊຶ່ງກຸ່ມ ນັກລົງທຶນຈີນ ໄດ້ເຂົ້າມາ ປູກຢາງພາລາ ເປັນບ່ອນທໍາອິດ ເມື່ອ 10 ປີ ກ່ອນ. ມາຮອດ ປັດຈຸບັນ ພື້ນທີ່ປູກ ຢາງພາລາ ມີເຖິງ 30 ພັນ ກວ່າເຮັກຕາ ແຕ່ແຮງງານ ລາວ ໃນພື້ນທີ່ ມີພໍບໍ່ເກີນ 10 ພັນ ເຮັກຕາ ເທົ່ານັ້ນ, ຈຶ່ງຕ້ອງ ປະເຊີນກັບ ບັນຫາ ຂາດແຮງງານ. ເຈົ້າໜ້າທີ່ ແຂວງ ຫລວງນໍ້າທາ ເວົ້າວ່າ:
"ແຕ່ນີ້ຫາປີ 2015 ຖ້າວ່າໄດ້ປີນຶ່ງ ປະມານ 50 ຄົນ ກໍໄດ້ແຕ່ ປະມານ 200 ຄົນ ມັນບໍ່ສນອງຕໍ່ ສົມມຸດວ່າ ປາດຢາງ ວ່າຊັ້ນຊະ ເນື້ອທີ່ຢາງ 20 ກວ່າພັນ ເຮັກຕານີ້ ເຮັກຕານຶ່ງ ມັນປາດ 2 ຄົນຕໍ່ 1 ຄືນ ແຮງງານລາວ ມັນແນວໃດ ກໍຍັງບໍ່ ຕອບສນອງໄດ້ ອັນເປັນບັນຫາ ທີ່ຈະຕ້ອງໄດ້ ຕິດຕໍ່ແກ້".
ນັ້ນເປັນສະພາບການ ທີ່ເຮັດໃຫ້ ນັກລົງທຶນຈີນ ຕ້ອງເຈຣະຈາ ກັບທາງການ ແຂວງ ຫລວງນໍ້າທາ ເພື່ອຂໍຜ່ອນຜັນ ນໍາເອົາແຮງງານ ຈາກຈີນ ປະມານ 4 ໝື່ນຄົນ ພາຍໃນປີ 2014. ເຊັ່ນດຽວກັນ ກັບໃນເຂດ ພາກໃຕ້ ຂອງລາວ ນັກລົງທຶນ ວຽດນາມ ກໍກໍາລັງ ເຈຣະຈາ ໃນບັນຫາ ດຽວກັນນີ້. ດັ່ງນັ້ນ ຈຶ່ງຄາດການ 0ໄດ້ວ່າ ທັງຈີນ ແລະ ວຽດນາມ ຈະນໍາເອົາ ແຮງງານ ຂອງຕົນເຂົ້າມາ ລາວ ຫລາຍແສນຄົນ ພາຍໃນປີ 2015.