ບໍ່ແກ້ວຫ້ວຍຊາຍ ເມືອງໃໝ່ຂອງຈີນ

ປະຊາຊົນ ໃນ ເມືອງຫ້ວຍຊາຍ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຣີ່ມຢ້ານວ່າ ແຂວງຂອງຕົນ ຈະກາຍເປັນ ເມືອງຈີນ ໄປໃນມໍ່ໆນີ້.
ມະນີຈັນ
2013.02.15
F-R-3 ຫົນທາງ ສາຍນີ້ ຈາກ ເມືອງຫ້ວຍຊາຍ ໄປຫາເຂດ ສັມປະທານ ຂອງຈີນ ໃນເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ (ຮູປຖ່າຍ ວັນທີ 8 ມິນາ 2010)
Prince Roy

ປັດຈຸບັນ ຢູ່ ແຂວງບໍ່ແກ້ວ ໂດຍສະເພາະ ເມືອງຫ້ວຍຊາຍ ແລະ ເມືອງ ຕົ້ນເຜິ້ງ ມີຊາວຈີນ ເຂົ້າມາຄ້າຂາຍ ແລະ ຕັ້ງຖິ່ນຖານ ຢູ່ຫລາຍຂຶ້ນ ເລື້ອຍໆ ຈົນຊາວລາວ ໃນແຂວງບໍ່ແກ້ວ ເລີ່ມກັງວົນ ແລະ ຢ້ານວ່າ ຖິ່ນຖານ ບ້ານເກີດ ຂອງພວກຕົນ ຈະກາຍເປັນ ເມືອງຂຶ້ນ ຂອງຈີນໄປ ໃນອະນາຄົດ ອັນໃກ້ໆນີ້. ຊາວບໍ່ແກ້ວ ຜູ້ນຶ່ງເວົ້າວ່າ:

"ເຂົາມາຄ້າຂາຍ ຄ້າເລັກ ຂາຍນ້ອຍ ຈົນຮອດໃຫຍ່ ເລີຍນະ ຖິ່ນຖານຫັ້ນ ຫລາຍແລ້ວ ເພາະວ່າຂະເຈົ້າ ມາຂາຽຢູ່ນີ້ ໂດຍກົງເລີຍ ເກືອບຈະເປັນແດນ ໄຊນາທາວ ໝົດໂລດ".

ນາງເວົ້າ ຕໍ່ໄປວ່າ ນອກຈາກນັ້ນ ແລ້ວ ຄາສິໂນ ຄິງໂຣມັນ ຂອງ ບໍຣິສັດ ດອກງິ້ວຄໍາ ຂອງຈີນ ທີ່ຢູ່ໃນເຂດ ເສຖກິດ ສາມຫລຽ່ມຄໍາ ເມືອງຕົ້ນເຜິ້ງ ກໍມີຄວາມ ກ້າວໜ້າ ທາງທຸຣະກິດ ແລະ ມີອິດທິພົນ ຂຶ້ນນໍາເລື້ອຍໆ. ໃນເຂດນີ້ ມີຄົນຈີນ ເຂົ້າມາ ຄ້າຂາຍ ຢ່າງຫລວງຫລາຍ ຈົນເກືອບວ່າ ຈະເປັນດິນແດນ ຂອງຈີນ ທັງໝົດແລ້ວ.

ໃນຂະນະດຽວກັນ ຊາວບໍ່ແກ້ວ ອີກຜູ້ນຶ່ງ ກໍເວົ້າວ່າ ລາວຮູ້ສຶກ ເປັນຫ່ວງນໍາ ຄືກັນວ່າ ແຂວງບໍ່ແກ້ວ ຈະກາຍເປັນ ເມືອງຂຶ້ນ ຂອງຈີນ ໃນອະນາຄົດ ແລະ ຄິດວ່າ ທາງຣັຖບານ ຍັງຈະດຶງດູດ ນັກລົງທຶນຈີນ ເຂົ້າມາ ຫລາຍຂຶ້ນເລື້ອຍໆ ຢ່າງແນ່ນອນ ເນື່ອງຈາກວ່າ ເປັນສ່ວນສໍາຄັນ ໃນການພັທນາ ປະເທດ:

"ກະໜ້າເປັນຫ່ວງຢູ່ ຣັຖບານ ເຮົາ ກໍຄືວ່າ ບໍ່ທັນພ້ອມ ກ່ຽວກັບ ການພັທນາ ຖ້າບໍ່ອາສັຍທຶນ ຂອງ ຕ່າງປະເທດ".

ເວົ້າເຖິງຄົນຈີນ ທີ່ເຂົ້າມາຢູ່ ແຂວງບໍ່ແກ້ວ ໃນປັດຈຸບັນ ຍັງບໍ່ມີ ພາກສ່ວນໃດ ເປີດເຜີຍ ຈໍານວນ ທີ່ແນ່ນອນໄດ້. ແຕ່ບໍຣິສັດ ດອກງິ້ວຄໍາ ຂອງຈີນ ມີແຜນສ້າງເຂດ ຄາສິໂນ ຂອງຕົນ ໃຫ້ກາຍເປັນ ເມືອງໃຫຍ່ ຊຶ່ງຈະມີ ຄົນຈີນເຂົ້າ ມາຢູ່ຫລາຍ ເຖິງ 2 ແສນ ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.