ເຂື່ອນໄຊຍະບູຣີ ຄືບໜ້າທັນຕາ

ທ່ານ ເຣວັດ ສຸວັນນະກິດຕິ ຮອງ ກັມມະການ ຜູ້ຈັດການ ບໍຣິສັດ ໄຊຍະບູຣີ ພາວເວີ້ ຊຶ່ງ ຮັບຜິດຊອບ ການກໍ່ສ້າງ ເຂື່ອນໄຟຟ້າ ໄຊຍະບູຣີ ເປີດເຜີຍວ່າ ໂຄງການ ກໍ່ສ້າງ ຄືບໜ້າໄປ ຢ່າງໄວວາ ຍ້ອນໄດ້ ຕຣຽມການ ໄວ້ກ່ອນໜ້າ ແລ້ວ.
ມະນີຈັນ
2013.02.05
F-Xd-construction ບໍຣິເວນ ບ້ານຫ້ວຍສຸຍ ໄດ້ຖືກປ່ຽນ ໃຫ້ເປັນພື້ນທີ່ ການກໍ່ສ້າງ ເຕັມຮູບແບບ
Mek/fb

ເມື່ອທາງ ຣັຖບານລາວ ໄດ້ອອກ ອະນຸມັດ ໃຫ້ເລີ້ມ ການກໍ່ສ້າງ ທຸກຢ່າງ ຈຶ່ງດໍາເນີນໄປ ຢ່າງບໍ່ມີບັນຫາ:

"ການລົງມື ດໍາເນີນງານ ຫລັງຈາກເດືອນ ພຶສຈິກາ ທີ່ຣັຖບານລາວ ອະນຸຍາດ ເຮົາກໍເລີ່ມລົງມື ເຮົາເລີ່ມໄປ ໃນສ່ວນຝັ່ງຂວາ ຂອງ ແມ່ນໍ້າຂອງ ຂຸດໄປໄດ້ ແລ້ວ ອີກປະມານ 2 ເດືອນ ກໍເລີ່ມວຽກຖອກ ຄອນຄຣີຕ ໃນສ່ວນຂອງ ປະຕູເຮືອ ກັບ ທາງຣະບາຍນໍ້າລົ້ນ".

ປັດຈຸບັນ ໃນພື້ນທີ່ເຂດ ບ້ານຫ້ວຍສຸຍ ໄດ້ຖືກປັບປ່ຽນ ໃຫ້ເປັນພື້ນທີ່ ການກໍ່ສ້າງ ຢ່າງເຕັມອັດຕຣາ ແລະ ມີຄົນງານ 4 ພັນ ກວ່າຄົນ ທີ່ເຮັດວຽກ ຕລອດ 24 ຊົ່ວໂມງ ນັບຕັ້ງແຕ່ ຣັຖບານລາວ ອະນຸມັດ ການກໍ່ສ້າງ ຢ່າງເປັນທາງການ ເມື່ອວັນທີ 7 ພຶສຈິກາ 2012. ປັດຈຸບັນ ຍັງມີອົງການ ດ້ານ ສິ່ງແວດລ້ອມ ແລະ ສະມາຊິກ ຄະນະ ກັມມາທິການ ແມ່ນໍ້າຂອງ MRC ຄືວຽດນາມ ແລະ ກໍາພູຊາ ບໍ່ເຫັນພ້ອມ ນໍາໂຄງການນີ້ ຍ້ອນກັງວົນເຣື່ອງ ຜົນກະທົບ ໃນຫລາຍໆ ດ້ານ ທີ່ອາຈຕາມມາ. ແຕ່ທ່ານ ເຣວັດ ກໍຢືນຢັນວ່າ ໂຄງການເຂື່ອນ ໄຊຍະບູຣີ ຈະບໍ່ສົ່ງຜົນ ກະທົບ ຂ້າມຊາຍແດນ ຍ້ອນວ່າ ຈະໄດ້ມີການ ສຶກສາ ປັບປຸງ ໂຄງສ້າງ ໃຫ້ດີທີ່ສຸດ:

"ການລໍຖ້າ ການສຶກສາ ການກໍ່ສ້າງ ໃຫຍ່ໆນີ້ ໂຄງການ ເຂື່ອນ ຂອງເຮົາມັນໃຊ້ ເວລາຕັ້ງ 7-8 ປີ ເຣື່ອງປາ ເຣື່ອງທາງຜ່ານ ຂອງປາ ນີ້ອີກ 3 ປີ ຈຶ່ງຈະເລີ່ມ ກໍ່ສ້າງ ເພາະສະນັ້ນ ເຮົາສຶກສາ ຕອນນີ້ ກໍບໍ່ສວາຍ ເຣື່ອງດິນຕົມນັ້ນ ເມື່ອ ເລີ່ມຂຸດ ເຮົາກໍເລີ່ມ ສຶກສາ ຊຶ່ງໃຊ້ເວລາ ແຕ່ປີດຽວ ເຮົາກໍສາມາດ ທີ່ຈະດໍາເນີນ ການປັບປຸງ ແບບໄດ້ ບໍ່ມີບັນຫາ ຫຍັງ".

ໂຄງການ ເຂື່ອນ ໄຊຍະບູຣີ ມີກໍານົດການ ສ້າງແລ້ວ ແລະ ສາມາດນໍາໃຊ້ ໄຟຟ້າໄດ້ ບໍ່ກາຍ ປີ 2020. 95 ເປີເຊັນ ຂອງໄຟຟ້າ ທີ່ຜລິດໄດ້ ຈະຂາຍໃຫ້ ປະເທດໄທ ສ່ວນທີ່ເຫລືອ ຈະນໍາໃຊ້ພາຍໃນ ປະເທດລາວ ເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.