ເຂື່ອນໄຊຍະບູຣີສ້າງໄດ້ 30 ສ່ວນຮ້ອຍ

ສິດນີ
2014.03.26
f-xd ເຂດກໍ່ສ້າງ ເຂື່ອນ ໄຊຍະບູຣີ
RFA

 

ທ່ານ ວີຣະພົນ ວີຣະວົງ ຮອງ ຣັຖມົນຕຣີ ກະຊວງ ພລັງງານ ແລະ ບໍ່ແຮ່ ສປປລາວ ກ່າວຕໍ່ ຫນັງສືພີມ ພນົມເປັນ ໂປສ ວ່າ ເຂື່ອນ ໄຊຍະບູຣີ ສ້າງ ສຳເຣັດ ແລ້ວ 30 ສ່ວນຮ້ອຍ ແລະວ່າ ໂຄງການ ເຂື່ອນ ໄຊຍະບູຣີ ຊື່ງ ເປັນ ໂຄງການ ທີ່ ສປປລາວ ສ້າງ ໂດຍ ປາສຈາກ ຄວາມເຫັນ ພ້ອມ ຂອງ ປະເທດ ໃນຂົງເຂດ ໄດ້ເລີ້ມ ລົງມື ສ້າງ ມາແຕ່ ເດືອນ ພຶສຈິກາ ປີ 2012 ແລະ ກໍຈະສຳເຣັດ ຕາມ ເປົ້າຫມາຍ ໃນປີ 2019.

ທ່ານກ່າວ ກ່ຽວກັບ ເຣື້ອງນີ້ ຜ່ານທາງ email ວ່າ ໂຄງການ ເຂື່ອນ ໄຊຍະບູຣີ ໃນ ເວລາ ນີ້ສ້າງ ສຳເຣັດ ແລ້ວ 30 ສ່ວນຮ້ອຍ ແລະ ທຸກສີ່ງ ທຸກຢ່າງ ເປັນໄປ ຕາມກຳນົດ ເວລາ ແລະ ງົບປະມານ ທຸກ ປະການ.

ໂຄງການ ມູນຄ່າ 3 ຕື້ 8 ຮ້ອຍ ລ້ານໂດລາ ເຂື່ອນ ແມ່ນ້ຳຂອງ ໄຊຍະບູຣີ ທີ່ຕັ້ງຢູ່ ທາງ ພາກເຫນືອ ຂອງລາວ ເປັນໂຄງການ ເຂື່ອນ ແມ່ນ້ຳຂອງ ອັນທີນຶ່ງ ໃນ ຈຳນວນ 10 ເຂື່ອນ ທີ່ ສປປລາວ ມີແຜນການ ຈະສ້າງ ໃສ່ ແມ່ນ້ຳຂອງ ຊື່ງກຸ່ມ ອະນຸຮັກ ສີ່ງແວດລ້ອມ ເຕືອນວ່າ ຈະສົ່ງ ຜົລກະທົບ ຕໍ່ຝຸງປາ ໃນ ກຳພູຊາ.

ແຕ່ທ່ານ ວີຣະພົນ ເວົ້າວ່າ ເຂື່ອນໄຟຟ້າ ແມ່ນ ທັມມະຊາດ ເລືອກ ມາໃຫ້ລາວ ເປັນການ ພັທນາ ທີ່ຍັ້ງຍືນ ແລະ ຈະໃຫ້ຜົລ ປະໂຍດ ແກ່ ປະຊາຊົນ ລາວ ໃນຫລາຍ ທົສວັດ ຂ້າງຫນ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.