ລາວຈະພິຈາຣະນາເຣື້ອງ ສ້າງເຂື່ອນ

ມະນີຈັນ
2014.04.15
F-donsahong ສາຍນໍ້າຂອງ ໃນເຂດ ຈະສ້າງເຂື່ອນ ດອນສະໂຮງ ພາກໃຕ້ຂອງລາວ
RFA

 

ການໃຫ້ ສັນຍາ ຂອງລາວ ທີ່ ຈະຫາຣື ກັບ ກຸ່ມຜູ້ ຊ່ຽວຊານ ເພື່ອ ພິຈາຣະນາ ເຣື້ອງ ສ້າງເຂື່ອນ ໄຟຟ້າ ໃສ່ ແມ່ນໍ້າຂອງ ນັ້ນ ເປັນ ຂ່າວດີ ສໍາລັບ ວຽດນາມ. ແຕ່ ເຖິງຢ່າງໃດ ກໍຕາມ ວຽດນາມ ຈະຕ້ອງ ຮີບຟ້າວ ສວຍໂອກາດ ດໍາເນີນການ ໃຫ້ໄດ້ ຢ່າງ ເຕັມທີ່. ຕາມຣາຍງານ ຂ່າວ Viet namNet Bridge.

ນັ້ນເປັນ ຄໍາເຫັນ ຂອງ ທ່ານ Nguyen Viet Dung ຮອງ ຜູ້ ອໍານວຍການ ອົງການ ບໍ່ຫວັງ ຜົລກໍາໄຣ ເພື່ອປົກປ້ອງ ແລະ ຮັກສາ ຣະບົບ ນິເວດ ແລະ ປັບປຸງ ສວັດດີພາບ ຂອງ ມະນຸດ PanNature.

ທ່ານ ດັງ ເຊື່ອວ່າ ສິ່ງທີ່ ຈໍາເປັນ ຕ້ອງເຮັດ ຢ່າງ ຮີບດ່ວນ ນັ້ນຄື ການສນອງ ຣາຍງານ ກ່ຽວກັບ ຜົລກະທົບ ທີ່ ອາຈເກີດຂຶ້ນ ຈາກ ເຂື່ອນ ໄຟຟ້າ ທີ່ ສ້າງໃສ່ ແມ່ນໍ້າຂອງ ຕອນລຸ່ມ. ຣາຍງານ ທີ່ ໜ້າເຊື່ອຖື ແລະ ມີຂໍ້ມູລ ນັ້ນ ຕ້ອງສົ່ງ ໃຫ້ ທາງການລາວ ໄວເທົ່າທີ່ ຈະໄວໄດ້ ເພື່ອຊ່ວຍ ໃຫ້ລາວ ສາມາດ ພິຈາຣະນາ ທີ່ ຈະສນັບ ສນູນ ຫລື ຄັດຄ້ານ ໂຄງການ ສ້າງເຂື່ອນ ໄຟຟ້າ ທີ່ ມີການ ນໍາສເນີ ຢ່າງເຕັມສ່ວນ.

ກອງປະຊຸມ ສຸດຍອດ ຄະນະ ກັມມາທິການ ແມ່ນໍ້າຂອງ ສາກົລ ຄັ້ງທີ 2 ສິ້ນສຸດລົງ ຢ່າງມີ ໝາກຜົລ ທີ່ໜ້າ ພໍໃຈ. ວຽດນາມ ໄດ້ສເນີ ທີ່ຈະຕັ້ງ ທິມ ຄົ້ນຄວ້າ ໂດຍມີ ຜູ້ຕາງໜ້າ ຈາກລາວ ແລະ ກັມພູຊາ ຮ່ວມນໍາ ເພື່ອ ວິເຄາະ ເຖີງຜົລ ກະທົບ ຈາກ ການສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ແລະ ສເນີໃຫ້ ລາວ ລໍຖ້າ ຜົລສລຸບ ການ ຄົ້ນຄວ້າ ຊຶ່ງ ຄາດວ່າ ຈະແລ້ວ ໃນທ້າຍປີ 2015 ກ່ອນຈະ ຕັດສິນໃຈ ດໍາເນີນ ໂຄງການ ຂອງຕົນ ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.