ການກໍ່ສ້າງໂຮງງານໄຟຟ້າ ຫົງສາ ຫຼ້າຊ້າ
2014.03.25
ເຈົ້າໜ້າທີ່ ໂຄງການ ກໍ່ສ້າງ ໂຮງງານ ໄຟຟ້າ ພລັງຖ່ານຫີນ ເມືອງ ຫົງສາ ແຂວງ ໄຊຍະບູຣີ ມາຮອດ ປັດຈຸບັນ ນີ້ ກໍໄດ້ ສໍາເຣັດ ໄປແລ້ວ 77 ສ່ວນຮ້ອຍ ແຕ່ ຍັງຖືວ່າ ຫຼ້າຊ້າຢູ່ ຕາມ ແຜນການ ນັ້ນຕ້ອງໃຫ້ ສໍາເຣັດ 80 ສ່ວນຮ້ອຍ. ສາເຫດ ທີ່ເຮັດໃຫ້ ຫລ້າຊ້າ ແດ່ນັ້ນ ຍ້ອນວ່າ ຂາດ ຄົນງານ ແລະ ອີກຢ່າງ ນຶ່ງ ວຽກງານ ກໍ່ສ້າງ ໃນໂຮງງານ ໄຟຟ້າ ນັ້ນກໍ ດໍາເນີນ ໄປ ຊ້າແດ່. ດັ່ງທ່ານ ກ່າວວ່າ:
"ດຽວນີ້ ການ ກໍ່ສ້າງນີ້ ມາຮອດ ປີ 2013-2014 ຖືວ່າ ການ ກໍ່ສ້າງ ໂຮງງານ ນີ້ ມັນກໍ 70 ປາຍ ເປີເຊັນ ແລ້ວເດ. ປັດຈຸບັນ ພວກເຮົາ ເລັງໃສ່ວ່າ ໂຮງງານ
ໄຟຟ້າ ນີ້ນະ. ສ້າງເຂື່ອນ ເກັບນໍ້າ ອ່າງ ເກັບນໍ້າ 2 ເຂື່ອນ ມັນກໍສ້າງ ສໍາເຮັດ ໝົດແລ້ວ ທຸກມື້ນີ້ ລະຍະ ກໍ່ສ້າງນີ້ ກໍແຮງງານ ບໍ່ພໍແລ້ວ".
ວຽກງານ ທີ່ສໍາເຣັດ ໄປແທ້ໆ ນັ້ນ ແມ່ນ ການຍ້າຍ ຊາວບ້ານ ທີ່ ຈະໄດ້ຮັບ ຜົນກະທົບ ໄປຢູ່ບ້ານ ຈັດສັນ, ການຕິດຕັ້ງ ສາຍສົ່ງ ໄຟຟ້າ ແຮງສູງ ໄປຍັງ ປະເທດໄທ ສໍາເຣັດ ໄປແລ້ວ 90 ສ່ວນຮ້ອຍ, ວຽກສ້າງ ໂຮງໄຟຟ້າ ໄດ້ 79 ສ່ວນຮ້ອຍ, ວຽກຂຸດ ບໍ່ຖ່ານຫີນ ໄດ້ 60 ສ່ວນຮ້ອຍ, ແລະ ວຽກຕິດຕັ້ງ ສາຍ ພານ ໄດ້ 50 ສ່ວນຮ້ອຍ.
ທ່ານວ່າ ເຖິງ ແມ່ນວ່າ ມີການຈ້າງ ຊາວບ້ານ ເຂົ້າ ເຮັດວຽກ ຈໍານວນ ຫລາຍ ກໍດີ ແຕ່ຍັງ ບໍ່ພໍ ຄວາມ ຕ້ອງການ ຂອງ ວຽກງານ ເທື່ອ ມັນຈຶ່ງ ເຮັດໃຫ້ ໜ້າວຽກ ຊັກຊ້າໄປ.
ວຽກງານ ສ້າງໂຮງ ໄຟຟ້າ ຫົງສາ ລິກໄນຕ໌ ເລີ້ມຂຶ້ນ ແຕ່ເດືອນ ພຶສຈິກາ ປີ 2009 ໂດຍ ຈະສ້າງ ໃຫ້ ສໍາເຣັດ ພາຍໃນ ປີ 2015. ໂຮງງານ ໄຟຟ້າ ນີ້ ຈະສາມາດ ຜລິດໄຟຟ້າ 1,800 ກວ່າ ເມກາວັດ. 90 ສ່ວນຮ້ອຍ ຂອງ ໄຟຟ້າ ທີ່ ຜລິດໄດ້ ຈະສົ່ງໄປ ຂາຍໃຫ້ ປະເທດໄທ.