ຊາວເມືອງຫົງສາຕ້ອງການ ວິຊາຊີພ

ໂຮງງານໄຟຟ້າ ຖ່ານຫີນ ຫົງສາລິກໄນຕ໌ ເມືອງຫົງສາ ແຂວງໄຊຍະບູຣີ (ຮູປຖ່າຍ 14 ກຸມພາ 2014)
ໂຮງງານໄຟຟ້າ ຖ່ານຫີນ ຫົງສາລິກໄນຕ໌ ເມືອງຫົງສາ ແຂວງໄຊຍະບູຣີ (ຮູປຖ່າຍ 14 ກຸມພາ 2014) (Mek/fb)

0:00 / 0:00

ເຖິງວ່າໂຄງການໂຮງໄຟຟ້າຫົງສາລິກໄນຕ໌ເຄີຍໃຫ້ສັນຍາວ່າຈະເປັນໂຄງການທີ່ສ້າງອາຊີບແລະສະໜັບສະໜູນວຽກງານຂອງຊາວບ້ານ ໃນທ້ອງຖິ່ນ,ແຕ່ໃນຕົວຈິງແລ້ວຊາວບ້ານທີ່ຖືກໂຍກຍ້າຍຈຳນວນ 450 ຄອບຄົວຈາກບ້ານໂຮມສະຫວ່າງ ຍັງໄດ້ຮັບໂອກາດໃນການຝຶກ ອົບຮົມວິຊາຊີບໜ້ອຍເກີນໄປ. ດັ່ງເຈົ້າໜ້າທີ່ກ່ຽວຂ້ອງທ່ານນຶ່ງກ່າວວ່າ:

"ທີ່ເຂົາເຈົ້າຝຶກອົບຮົມນີ້ເປັນລັກສນະຝຶກອົບຮົມຄັດເລືອກ ຄວາມອາດສາມາດ ຄວາມຮູ້ຂອງຂະເຈົ້າທີ່ສາມາດຜ່ານໄດ້ກໍຮັບບາດນີ້ການ ຮໍ່າຮຽນວິຊາຊີບມັນບໍ່ມີໝົດບ້ານນີ້ໝົດບ້ານຍົກຍ້າຍ 3–4 ບ້ານເອົາ 20 ຄົນກໍບໍ່ໄດ້ນະ".

ທ່ານກ່າວຕື່ມອີກວ່າ ເດືອນກຸມພາ 2014 ໂຮງງານໄຟຟ້າຫົງສາລິກໄນຕ໌ໄດ້ຄັດເລືອກວັຍໜຸ່ມຈຳນວນ 36 ຄົນເພື່ອໄປຝຶກອົບຮົມແລະ ຖືກສົ່ງໄປຝຶກງານຢູ່ໂຮງງານຖ່ານຫີນແມ່ເມາະແຂວງລຳປາງປະເທດໄທແຕ່ຊາວວໜຸ່ມຈາກບ້ານຍົກຍ້າຍ ບໍ່ຖືກຄັດເລືອກ.ເຈົ້າໜ້າທີ່ໃຫ້ ເຫດຜົນວ່າເຂົາເຈົ້າບໍ່ມີຄວາມສາມາດພຽງພໍ.

ໂຄງການໂຮງໄຟຟ້າຫົງສາລິກໄນຕ໌ໄດ້ໃຫ້ສັນຍາວ່າຈະຮັບເອົາຄົນປະຊາຊົນທ້ອງຖິ່ນເຮັດວຽກນຳຢ່າງໜ້ອຍຄອບຄົວລະນຶ່ງຄົນຈາກທັງ ໝົດ450 ຄອບຄົວທີ່ຖືກໂຍກຍ້າຍບ້ານນັ້ນຖ້າໂຄງການສຳເຣັດໃນປີ 2015 ພະນັກງານທີ່ເຮັດວຽກ ຢູ່ໃນໂຄງການນັ້ນ 50 ສ່ວນຮ້ອຍ ຈະຕ້ອງແມ່ນຄົນລາວ.

ເຈົ້າໜ້າທີ່ເປີດເຜີຍອີກວ່າ ໂຄງການມີແຜນຈະຮັບເອົາພະນັກງານຄົນລາວທີ່ມີອາຍຸບໍ່ເກີນ 30 ປີເຂົ້າເຮັດຈຳນວນ 120 ຄົນໃນຕຳແໜ່ງ ພະນັກງານຄວບຄຸມແລະພະນັກງານບໍາລຸງຮັກສາ,ແຕ່ເຈົ້າໜ້າທີ່ປະເມີນວ່າປະຊາຊົນທີ່ເປັນວັຍໜຸ່ມອາດຈະມີໂອກາດໜ້ອຍຍ້ອນສ່ວນ ຫລາຍເປັນແຮງງານດິບບໍ່ໄດ້ຮັບການຝຶກອົບຮົມ.

ໂຄງການໂຮງໄຟຟ້າຫົງສາລິກໄນຕ໌ຕັ້ງຢູ່ເມືອງຫົງສາແຂວງໄຊຍະບູລີເຊັນສັນຍາກໍ່ສ້າງຕັ້ງແຕ່ເດືອນພຶສຈິກາຕັ້ງແຕ່ປີ 2009,ປັດຈຸບັນ ການກໍ່ສ້າງສຳເຣັດໄປແລ້ວ 70ສ່ວນຮ້ອຍແລະຄາດວ່າຈະສ້າງສຳເຣັດໃນປີ 2015ໂດຍມີກຳລັງການ ຜລິດກະແສ ໄຟຟ້າໄດ້ ປະມານ1,800 ເມກະວັດ.