ກົດໝາຍຕ້ານສໍ້ຣາສ ມີໃຜໃຫ້ສັທທາ

ຊາວລາວ ເບື່ອໜ່າຍ ຕໍ່ກົດໝາຍ ຕ້ານ ການສໍ້ຣາສ ບັງຫລວງ ທີ່ບໍ່ສາມາດ ນຳໃຊ້ໄດ້ ກັບເຈົ້າໜ້າທີ່ ຣະດັບສູງ.
ຈະເຣີນສຸກ
2013.02.08

ປະຊາຊົນລາວ ຫລາຍຄົນ ເກີດຄວາມເບື່ອໜ່າຍ ກັບກົດໝາຍ ຕ້ານການສໍ້ຣາສບັງຫລວງ ຢູ່ ສປປລາວ ເນື່ອງຈາກວ່າ ກົດໝາຍ ດັ່ງກ່າວ ບໍ່ສັກສິດ ແລະ ບໍ່ສາມາດ ລົງໂທດ ເຈົ້າໜ້າທີ່ ຣະດັບສູງ ທີ່ສໍ້ຣາສບັງຫລວງໄດ້, ເຖິງແມ່ນວ່າ ກົດໝາຍ ດັ່ງກ່າວນັ້ນ ຈະຖືກປັບປຸງໃໝ່ ແລ້ວກໍຕາມ, ອີງຕາມ ຄຳເວົ້າ ຂອງຊາວລາວ ໃນນະຄອນຫລວງວຽງຈັນ.

“ໃຜມີເງິນ ມີອໍານາດ ມີອິທິພົນ ກໍແນ່ນອນ ເຣື້ອງເບື່ອມັນກໍເບື່ອ ຢູ່ແລ້ວ, ແຕ່ຄົນດຽວ ມັນກໍຂວາງໂລກ ບໍ່ໄດ້. ທຸກມື້ນີ້ ເຣື້ອງອຳນາດ ການຊິງດີຊິງເດັ່ນ ມັນບໍ່ເຂົ້າໃຜອອກໃຜ ເພາະວ່າ ຄົນແຕ່ລະຄົນ ຍຶດຖືວັດຖຸ ຍຶດຖືເງິນຄຳ ເປັນພະເຈົ້າ ແຮງຍາກຂຶ້ນໄປຕໍ່ໄປແຮງສິຫລາຍ.”

ເມື່ອສັປດາ ຜ່ານມາ, ຣັຖບານ ໄດ້ຮັບຮອງເອົາ ມາຕການ ຈັດຕັ້ງປະຕິບັດ ແຜນການ ຕໍ່ຕ້ານ ການສໍ້ຣາສບັງຫລວງເປັນທີ່ຮຽບຮ້ອຍແລ້ວ ແລະ ກຳລັງ ລົງໄປ ແຕ່ລະແຂວງ ເພື່ອຈັດຕັ້ງປະຕິບັດ ໃນເຂດທ້ອງຖິ່ນ ຂອງຕົນ.

ຊາວນະຄອນຫລວງວຽງຈັນ ກ່າວຕື່ມວ່າ ນາຍົກຣັຖມົນຕຣີລາວ ຄົນປັຈຈຸບັນ ເປັນທີ່ຊື່ນຊົມ ຂອງຄົນລາວ ຢູ່ຫລາຍ ແລະ ມີຄວາມເຊື່ອໝັ້ນ ວ່າ ຈະສາມາດແກ້ໄຂ ບັນຫາ ການສໍ້ຣາສບັງຫລວງໄດ້. ເຖິງຢ່ງໃດ ກຳຕາມ, ທ່ານ ກໍບໍ່ສາມາດ ປະຕິບັດຕາມ ຄຳເວົ້າ ຂອງທ່ານໄດ້ ຢ່າງເຕັມທີ່, ຊຶ່ງໂດຍສ່ວນຕົວແລ້ວ ຄຶດວ່າ ມີຄວາມເຂົ້າໃຈ ເຖິງຄວາມລຳບາກ ໃນການແກ້ໄຂ ບັນຫາດັ່ງກ່າວ ເນື່ອງຈາກວ່າ ການເຮັດວຽກ ດັ່ງກ່າວ ຈະບໍ່ສມາດ ໄປຂັດໃຈກັບ ຣະດັບສູງຫລາຍໆຄົນໄດ້. ໃນຂະນະດຽວກັນ, ທາງເຈົ້າໜ້າທີ່ ຫ້ອງການ ກວດກາຕ້ານການສໍ້ຣາສບັງຫລວງ ນະຄອນຫລວງວຽງຈັນ ກໍໄດ້ ອະທິບາຍ ເຖິງບັນຫາ ທີ່ເກີດຂຶ້ນ ນີ້ວ່າ:

“ໂຕນີ້ ບັນຫາ ເຮື້ອງ ທີ່ພວກເຮົາ ແກ້ໄຂ ຍັງບໍ່ທັນໄດ້ນີ້ ເຣື້ອງພະນັກງານ ເຣື້ອງເຈົ້າໜ້າທີ່ ພວກເຮົາ ກໍມີສ່ວນ ເພາະວ່າ ກໍເຮັດ ຍັງບໍ່ທັນຕອບສນອງ ກໍຍັງຫລາຍ ຢູ່ແລ້ວ ກໍໂຕນີ້ ກໍຍັງ ຂາດຢູ່ ແລະ ກໍບໍ່ທັນໄດ້ເຕັມຮ້ອຍສ່ວນຮ້ອຍເທື່ອ.”

ຈາກການສຳຣວດ ໂດຍອົງການ ຄວາມໂປ່ງໃສ ຣະຫວ່າງປະເທດ ໃນປີ 2012 ປະກົດວ່າ ສປປລາວ ຢູ່ໃນອັນດັບ ທີ 160 ຈາກ 174 ປະເທດ ໃນທົ່ວໂລກ, ຊຶ່ງຖືວ່າ ມີຄວາມຂີ້ຮ້າຍຂຶ້ນ ຖ້າປຽບທຽບ ໃສ່ ປີ 2011 ຊຶ່ງລາວ ຢູ່ໃນອັນດັບທີ 154.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.