ຈີນ ຫ້າມໝາກຖົ່ວເບີ ຈາກລາວ ເຂົ້າປະເທດ

ຈໍາປາທອງ
2020.12.16
ຈີນ ຫ້າມໝາກຖົ່ວເບີ ຈາກລາວ ເຂົ້າປະເທດ ຣົດຂົນສົ່ງສິນຄ້າໝາກຖົ່ວເບີ ໄປຈີນ ຕ້ອງຄົກຄ້າງ ຢູ່ລາວ ຍ້ອນທາງການຈີນ ບໍ່ອະນຸຍາດ ໃຫ້ເຂົ້າ ອິງຕາມມາຕການປ້ອງກັນ ໂຄວິດ-19 ທີ່ ເຂັ້ມງວດຂຶ້ນຕື່ມ.
ນັກຂ່າວພົລເມືອງ

ນັກລົງທຶນຈີນ ຫລາຍບໍຣິສັດ, ທີ່ເຂົ້າມາສໍາປະທານທີ່ດິນປູກໝາກຖົ່ວເບີ, ຢູ່ປະເທດລາວ ເປັນຕົ້ນຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ມີປະມານ 1 ພັນເຮັກຕາ ຍັງບໍ່ສາມາດສົ່ງ ໝາກຖົ່ວເບີ ເຂົ້າປະເທດຈີນໄດ້, ຍ້ອນທາງການຈີນບໍ່ອະນຸຍາດ, ເຮັດໃຫ້ໝາກຖົ່ວເບີ ເສັຍຫາຍ 80 ປາຍຕັນ, ມູນຄ່າປະມານ 1,2 ຕື້ກີບ.

ມາເຖິງປັດຈຸບັນ ທາງການຈີນ, ກໍຍັງບໍ່ທັນໄດ້ຮັບໃບສເນີຂໍນໍາເຂົ້າໝາກຖົ່ວເບີ, ຈາກທາງການລາວເທື່ອ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ແຂວງບໍ່ແກ້ວທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 16 ທັນວາ ນີ້:

“ທາງການລາວ ບໍ່ໄດ້ສົ່ງໂຕເລກ, ແຕ່ທີ່ຈິງ ເກັບຂໍ້ມູລໄປໝົດແລ້ວ, ຍື່ນໄປທາງກະຊວງຫັ້ນນ່າ, ແລ້ວສອບຖາມໄປຫາ ທາງກົງສູນ, ທາງພຸ້ນແລ້ວ ແລ້ວທາງເຈົ້າໜ້າທີ່ເມືອງຈີນ ຫັ້ນນ່າ, ເຂົາເຈົ້າບໍ່ມີໂຄຕ້ານໍາເຂົ້າໄປ, ກໍເລີຍວ່າມີບັນຫາ, ກໍາລັງດໍາເນີນເ້ຣື່ອງຢູ່. ທີ່ຈິງມັນກໍບໍ່ຫຍຸ້ງຍາກເທົ່າໃດດອກ, ມີແຕ່ວ່າທາງກະຊວງເຮົານີ້ ພົວພັນກັບທາງຈີນ ອະນຸມັດໃຫ້ເຂົ້າ, ກະບໍ່ມີບັນຫາຫຍັງ.”

ທ່ານກ່າວຕື່ມວ່າ ໃນໄລຍະ 5 ປີຜ່ານມານີ້, ບໍ່ເຄີຍມີບັນຫາ ແຕ່ມາໃນປີນີ້ມີບັນຫາເປັນຄັ້ງທໍາອິດ, ແລະວ່າ; ຢູ່ແຂວງບໍ່ແກ້ວມີບໍຣິສັດ ຫວ່າງເຢ້ ຊຶ່ງເປັນບໍຣິສັດໃຫຍ່ກວ່າໝູ່ຂອງຈີນ ທີ່ສົ່ງໝາກຖົ່ວເບີຈາກລາວເຂົ້າປະເທດຈີນ, ຖ້າບໍຣິສັດນີ້ຍັງບໍ່ສາມາດສົ່ງຜົລຜລິດຂອງ ຕົນໄປຈີນໄດ້ ກໍຈະເສັຍຫາຍ ແລະຂາດທຶນຫຼາຍ ດັ່ງທີ່ທ່ານກ່າວວ່າ:

“ເລີ່ມແກ່ເລີ່ມເກັບ ກໍມີບັນຫາ, ທັມດາ ມັນກະແຊ່ເຢັນນໍ໋, ແຊ່ເຢັນໄປມັນກະຍັງມີບັນຫາ, ມັນກະໝົດອາຍຸການຂອງມັນເດ໋, ເໜົ່າເດ໋. ສ່ວນຫລາຍນັກລົງທຶນຈີນ ປູກເອງໝົດນະ ປະຊາຊົນເຮົາເປັນກັມກອນ, ເຮົາຢ້ານບໍ່ຮັບປະກັນເດ໋, ຄັນເຮົາເຮັດເອງຈັ່ງຊີ້ ເວລາເຂົາບໍ່ ຊື້ໄປຈັ່ງຊີ້ເດ໋ ຕາຍຂອງຄົນລາວ.”

ທ່ານເວົ້າຕື່ມວ່າ, ຄົນລາວສ່ວນໃຫຍ່ເປັນແຮງງານໃຫ້ບໍຣິສັດຈີນ, ບໍ່ໄດ້ປູກໝາກຖົ່ວເບີຂາຍສົ່ງເອງ, ເພາະຢ້ານທາງຈີນບໍ່ຮັບ ປະກັນຊື້ ແລະ ຢູ່ລາວກໍຍັງບໍ່ມີຕລາດຮອງຮັບ.

ກ່ຽວກັບເຣື່ອງທີ່ວ່ານີ້, ເຈົ້າໜ້າທີ່ອຸດສາຫະກັມ ແລະການຄ້າ ແຂວງບໍ່ແກ້ວທ່ານນຶ່ງ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ ດຽວກັນນີ້ວ່າ ສາເຫດສ່ວນນຶ່ງ ທີ່ເຮັດໃຫ້ສົ່ງ ໝາກຖົ່ວເບີ ຈາກລາວເຂົ້າໄປປະເທດຈີນ ບໍ່ໄດ້ນັ້ນ, ອາຈເປັນຍ້ອນການລະບາດ ຂອງໂຄວິດ-19, ເພາະແຂວງບໍ່ແກ້ວ ແລະແຂວງຫລວງນໍ້າທາ ຍັງປະຕິບັດມາຕການປ້ອງກັນ ເຊື້ອພຍາດນີ້ເຄັ່ງຄັດ, ເປັນຕົ້ນ ຢູ່ເມືອງຕົ້ນເຜິ້ງ, ບໍ່ໃຫ້ຄົນເດີນທາງ ເຂົ້າ-ອອກ, ດັ່ງທີ່ທ່ານກ່າວວ່າ:

“ສົ່ງບໍ່ໄດ້ ເພາະຫລວງນໍ້າທາ ກັບບໍ່ແກ້ວ ເຈີ, ໂຄວິດ; ຄືຢູ່ຕົ້ນເຜິ້ງຈັ່ງຊີ້ ໝາກຖົ່ວກໍປູກຢູ່ຕົ້ນເຜິ້ງ ຄືສິແມ່ນມັນເກີດໂຄວິດ ຢູ່ຕົ້ນເຜິ້ງ, ເພິ່ນບໍ່ໃຫ້ຄົນເຂົ້າຄົນອອກ.”

ແລະຊາວສວນໝາກຖົ່ວເບີ ທ່ານນຶ່ງກໍເວົ້າວ່າ, ຄົນລາວບາງຄົນກໍປູກໝາກຖົ່ວນີ້ຢູ່, ແຕ່ປູກບໍ່ຫລາຍ, ປູກພໍໄດ້ກິນ, ບໍ່ກ້າລົງທຶນປູກ ເພາະມັນມີຄວາມສ່ຽງຫຼາຍຢ່າງ ແລະວ່າຢູ່ ແຂວງບໍ່ແກ້ວນີ້ສ່ວນໃຫຍ່ຈະເປັນຄົນຈີນມາເຊົ່າດິນ, ແລ້ວຈ້າງຄົນລາວເປັນແຮງງານໃຫ້, ດັ່ງທີ່ທ່ານກ່າວວ່າ:

“ອັນນີ້ຈະເປັນຈີນ, ມາເຊົ່າເຮັດເອງເລີຍ, ແລ້ວເຂົາເຈົ້າກະຈ້າງຄົນລາວ ໄປເຮັດສວນເຂົາເຈົ້າເລີຍ, ຄົນລາວເຮົາປູກກະໜ້ອຍ ດຽວດອກ, ບໍ່ເກີນປະມານ 2-3 ກິໂລດອກ ໝາກຖົ່ວເບີມັນມີຄວາມສ່ຽງຫລາຍເດ໋, ສົມມຸດວ່າເຮົາໄປເຮັດແລ້ວ, ສົ່ງອອກນີ໋ມັນ ມີພຍາດໂຄວິດ ໂຕນີ້ແຫລະ, ມັນກໍເຮັດໃຫ້ເຮົາຫລຸບທຶນ.”

ເພື່ອຄວາມກະຈ່າງແຈ້ງກ່ຽວກັບເຣື່ອງນີ້, ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາກະຊວງກະສິກັມ ແລະປ່າໄມ້ຂອງລາວ, ແຕ່ເຈົ້າໜ້າທີ່ ບໍ່ສະດວກທີ່ຈະໃຫ້ສໍາພາດ ແລະ ໄດ້ຕິດຕໍ່ ໄປຫາບໍຣິສັດ ຫວ່າງເຢ້; ຊຶ່ງເປັນບໍຣິສັດໃຫຍ່ຂອງຈີນ, ທີ່ສົ່ງໝາກຖົ່ວເບີໄປຈີນ, ແຕ່ບໍ່ສາມາດຕິດຕໍ່ໄດ້.

ອີງຕາມການຣາຍງານຂອງ ທ່ານ ສົມໃຈ ບຸນໄຊທິບ, ຜູ້ຕາງໜ້ານັກທຸຣະກິດຈີນ ຢູ່ລາວ, ໃນມື້ວັນທີ 15 ທັນວາ 2020, ທ່ານໄດ້ຮຽກຮ້ອງ ໃຫ້ພາກສ່ວນທີ່ກ່ຽວຂ້ອງຊ່ອຍເຫລືອ ແລະ ຊ່ອຍແກ້ໄຂບັນຫາ, ເພື່ອໃຫ້ສົ່ງໝາກຖົ່ວເບີ ຈາກລາວໄປຈີນໄດ້, ເພາະໃນປີ 2020 ນີ້, ພົບບັນຫາຫຍຸ້ງຍາກ, ເນື່ອງຈາກຈີນບໍ່ອະນຸຍາດໃຫ້ນໍາເຂົ້າ, ໂດຍທີ່ບໍ່ຮູ້ສາເຫດເຮັດໃຫ້ ໝາກຖົ່ວເສັຍຄຸນ ແລະເນົ່າ 80 ປາຍຕັນ, ມູນຄ່າ 1,2 ຕື້ກີບ.

ນອກຈາກນັ້ນຍັງໄດ້ຄິດໄລ່ເງິນ ໃຫ້ເຈົ້າຂອງຣົດຂົນສົ່ງນໍາອີກ. ໃນມື້ວັນທີ 13 ທັນວານີ້ ໄດ້ເອົາໝາກຖົ່ວເບີເນົ່າໄປຖິ້ມຢູ່ບ່ອນຖິ້ມ ຂີ້ເຫຍື້ອ, ສ່ວນທີ່ເຫລືອ ຊຶ່ງເສັຍຄຸນນັ້ນ ກໍໄດ້ນໍາໄປແຈກຢາຍໃຫ້ຊາວບ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.