ເງິນກີບອ່ອນຄ່າສິນຄ້າ ລາຄາແພງ

ປໍ້າຂາຍນໍ້າມັນ ຢູ່ ສປປລາວ, ປະຊາຊົນວ່າທຸກແຮງຊໍ້າ ນໍ້າມັນກໍຂຶ້ນລາຄາ
ປໍ້າຂາຍນໍ້າມັນ ຢູ່ ສປປລາວ, ປະຊາຊົນວ່າທຸກແຮງຊໍ້າ ນໍ້າມັນກໍຂຶ້ນລາຄາ (File photo: RFA)

0:00 / 0:00

ສະພາບເສຖກິດຕົກຕໍ່າໃນລາວ, ຈາກຜົນກະທົບການລະບາດຂອງໂຄວິດ19 ນັ້ນ, ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງຄົນລາວ, ຍ້ອນວ່າ ຂາດຣາຍໄດ້. ຊາວລາວທ່ານນຶ່ງ ທີ່ປະກອບອາຊີບຂາຍເຄື່ອງຍ່ອຍ, ຢູ່ ແຂວງຈຳປາສັກ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 16 ທັນວາ ວ່າ:

"ເອີ; ເງິນລາວຕົກຕໍ່າເບາະ ຂະເຈົ້າວ່າ ແນວນັ້ນແຫຼະເນາະ ເງິນລາວອ່ອນຕົວ, ຂຶ້ນຫຼາຍ ແມ່ນຫຍັງກະຂຶ້ນຫຼາຍ ຄ່າຄອງຊີບມັນສູງ ດຽວນີ້ເນາະ ຫາເງິນຍາກ ຄົນກະບໍ່ມີຣາຍໄດ້, ຂາຍແຕ່ເຄື່ອງສຳເຣັດຮູບ, ເອົາມາແຕ່ຕ່າງປະເທດ ເປັນໝີ່ ເປັນປາກະປ໋ອງ, ເປັນຂະໜົມເປັນເຄື່ອງມາແຕ່ໄທຍ ເປັນນ້ຳປູ ນ້ຳປາ."

ຍາງນາງ ກ່າວຕື່ມອີກວ່າ; ນັບແຕ່ເກີດການລະບາດຂອງໂຄວິດ19 ມານີ້, ຂາຍເຄື່ອງບໍ່ໄດ້ດີປານໃດ ແທນທີ່ວ່າ ລາຄາສິນຄ້າຕ່າງໆ ຈະຫຼຸດລົງ ກາຍເປັນວ່າ ສິນຄ້າເກືອບທຸກຢ່າງ ປັບລາຄາສູງຂຶ້ນ ເຮັດໃຫ້ປະຊາຊົນ ຜູ້ທີ່ບໍ່ມີຣາຍໄດ້ ຫຼື ຣາຍໄດ້ໜ້ອຍ ເລືອກທີ່ຈະ ບໍ່ຊື້ສິນຄ້າ ແລ້ວຫັນໄປປູກພືດຜັກກິນເອງ ໃນຄອບຄົວ.

ແມ່ຄ້າຂາຍເຂົ້າສານ ໃນຕລາດສົດ ນະຄອນຫລວງວຽງຈັນ ກ່າວຕໍ່ເອເຊັຽເສຣີ ວ່າ, ໃກ້ຈະຮອດປີໃໝ່ສາກົນ ເຮັດໃຫ້ສິນຄ້າເກືອບ ທຸກປະເພດໃນຕລາດສົດລາຄາຂຶ້ນຈາກ 1 ພັນ ຫາ 5 ພັນກີບ, ຈາກລາຄາປົກກະຕິ ເຊັນອາຫານສົດ ແລະ ສິນຄ້ານຳເຂົ້າຈາກ ປະເທດໄທຍ, ຈີນ ແລະ ວຽດນາມ:

"ປີໃໝ່ແຮ່ງຂຶ້ນແລ້ວ ແພງຂນາດເລີຍ ຂຶ້ນທຸກຢ່າງ, ພວກຜັກພວກຫຍ້າກະຂຶ້ນຢູ່ ຫາກບໍ່ປານໃດ, ແລ້ວພວກຜັກພວກຫຍ້າກະແພງ ຄືກັນ, ຂອງເຄື່ອງຍ່ອຍ ກະແພງເຂົ້າສານ ກະກຳລັງເລີ່ມຊິຂຶ້ນ."

ແຈ້ງການທະນາຄານແຫ່ງ ສປປລາວ ປະຈຳວັນທີ 16 ທັນວາ 2020 ລະບຸອັດຕາແລກປ່ຽນ ຢູ່ທີ 9,288 ກີບ ຕໍ່ 1 ໂດລາ, 335 ກີບຕໍ່ 1 ບາດ ເມື່ອທຽບໃສ່ຕົ້ນປີ 2020 ຈະຢູ່ທີ່ 9,036 ກິບ ຕໍ່ 1 ໂດລາ, 300 ກີບ ຕໍ່ 1 ບາດ ຊຶ່ງຖືວ່າ ເງິນກີບອ່ອນຄ່າເພີ່ມ ສູງຂຶ້ນຕໍ່ເນື່ອງ.

ລາຄາຊີ້ນງົວຂຶ້ນຈາກ 70 ພັນກີບ ມາເປັນ 80 ພັນກີບ ຕໍ່ນຶ່ງກິໂລກຣາມ, ສ່ວນວ່າລາຄາຊີ້ນໝູຂຶ້ນຈາກ 35 ພັນກີບ ມາເປັນ 45 ພັນກີບ ຕໍ່ນຶ່ງກິໂລກຣາມ. ອີງຕາມຂໍ້ມູນຈາກຜູ້ທີ່ໄປ ຊື້ອາຫານສົດ.

ຂນະທີ່ຊາວບ້ານຜູ້ນຶ່ງ ຢູ່ແຂວງວຽງຈັນ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າ, ສິນຄ້າໃນລາວແພງຂຶ້ນ, ຍ້ອນວ່າ ເງິນບາດແຂງຄ່າ ຂຶ້ນສູງ:

"ມີແຕ່ວ່າເງິນບາດຫັ້ນແຫຼະຂຶ້ນ, ເພາະວ່າ ເງິນບາດຫັ້ນສູງຫຼາຍຫັ້ນນ່າ, ຖືກວ່າຂຶ້ນສຸດໆແລ້ວ ຂຶ້ນແທ້ຂຶ້ນວ່າຕົ່ວ."

ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະ ການຄ້າ ແຂວງວຽງຈັນ ກ່າວຕໍ່ເອເຊັຽເສຣີ ວ່າ, ລາຄາສິນຄ້າໃນປັດຈຸບັນມາຈາກກຸ່ມຊາວຄ້າ ຂາຍໃນຕລາດ ປັບລາຄາຂຶ້ນ ແຕ່ທາງການລາວ ກໍພຍາຍາມຄວບຄຸມບໍ່ໃຫ້ລາຄາສູງເກີນໄປ:

"ຂະເຈົ້າຂຶ້ນລາຄາ ແບບຂຶ້ນລາຄາຕາມໃຈໂຕເອງຫັ້ນນ່າ, ປົກກະຕິມັນກະບໍ່ສູງ ແຕ່ວ່າ, ເຮົາກະຈະຄວບຄຸມໄວ້ເນາະ, ເພື່ອບໍ່ໃຫ້ມີ ການຂຶ້ນລາຄາ ສວຍໂອກາດຂຶ້ນລາຄາ."

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ທະນາຄານພັທນາເອເຊັຽ ຫຼື ADB ທ່ານນຶ່ງ, ຜູ້ທີ່ບໍ່ປະສົງອອກຊື່ ແລະສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ບັນດາງານບຸນຕ່າງໆ ມັນບໍ່ມີເດ້ ເທສການຫຍັງຕ່າງໆບໍ່ມີ, ຣັຖບໍ່ໃຫ້ເຮັດໃນຊ່ວງໂຄວິດ ຄືບໍ່ມີໃຜໄປຈັບໄປຈ່າຍຊື້ຂອງ, ນັ້ນລະ ເຮົາປະເມີນວ່າ ເງິນກີບອ່ອນຄ່າ, ກັບເງິນບາດ, ກັບໂດລາ ນະມັນສູງຂຶ້ນຫຼາຍ, 5 ເປີເຊັນ ກັບ 8 ເປີເຊັນ, ເພາະວ່າຍ້ອນ ຄວາມຕ້ອງການພາຍໃນມັນຫຼຸດລົງ, ໂດຍສະເພາະການຈ່າຍ ຊື້ຊີ້ນ, ປາ, ອາຫານ, ຜັກອິຫຍັງຕ່າງໆ ມັນກະຫຼຸດລົງ ປັດໃຈ ມັນມີແຕ່ລົບໆ ມາເນາະ."

ທ່ານກ່າວອີກວ່າ ຣັຖບານລາວ ຕ້ອງຫຼຸດຜ່ອນການນຳເຂົ້າສິນຄ້າຈາກຕ່າງປະເທດ, ແລ້ວຫັນໄປກະຕຸ້ນໃຫ້ຄົນລາວ ອອກໄປຈັບຈ່າຍ ຊື້ສິນຄ້າ, ໂດຍສະເພາະສິນຄ້າ ທີ່ຄົນລາວ ຜລິດເອງ.

ຂນະທີ່ເຈົ້າໜ້າທີ່ກົມການຄ້າພາຍໃນ ກະຊວງອຸດສາຫະກັມ ແລະ ການຄ້າກ່າວຕໍ່ເອເຊັຽເສຣີວ່າ, ເຫັນສິນຄ້າປັບລາຄາສູງຂຶ້ນ ໂດຍສະເພາະ ພືດຜັກ ແລະ ໝາກໄມ້ ແຕ່ບໍ່ເຫັນ ປະຊາຊົນຮ້ອງຮຽນ ເຂົ້າມາໃຫ້ທາງການລົງໄປແກ້ໄຂ:

"ຫຼາຍຣາຍການຢູ່, ແຕ່ວ່າ ຍັງບໍ່ໄດ້ຮັບຣາຍງານເປັນທາງການ ແມ່ນແຫຼະ, ມັນກະມີແຕ່ຜັກ ກັບພວກໝາກໄມ້."

ສະພາອຸດສາຫະກັມ ແລະ ການຄ້າແຫ່ງຊາດລາວ ໄດ້ຣາຍງານວ່າ ສະພາບການຊື້-ຂາຍສິນຄ້າ ພາຍໃນປະເທດລາວ ເປັນໄປຕາມ ສະພາບຂອງເສຖກິດໂລກ ບວກກັບ ລາວ ຍັງເປັນປະເທດ ທີ່ນຳເຂົ້າສິນຄ້າ ເຄື່ອງໃຊ້ ອາຫານສົດ ລວມທັງນ້ຳມັນ ກໍຍັງເປັນ ສິນຄ້າ ທີ່ນຳເຈົ້າຈາກຕ່າງປະເທດ ກໍສົ່ງຜົນໃຫ້ລາຄາສິນຄ້າ ປະເທດຕ່າງໆສູງຂຶ້ນ.