ຊາວບ້ານຫ້ວຍສູຍ ບາງສ່ວນຍັງຂັດສົນ

ຊາວບ້ານ ທີ່ຖືກໂຍກຍ້າຍ ຈາກເຂດສ້າງ ເຂື່ອນ ໄຊຍະບູຣີ ພໍໃຈນໍາ ການຊ່ວຍເຫລືອ ແຕ່ ບາງຈໍາພວກ ກໍວ່າ ໄດ້ຮັບຄ່າ ຊົດເຊີຍ ພຽງໜ້ອຍດຽວ ຈຶ່ງຍັງຕ້ອງການ ຄວາມຊ່ອຍເຫຼືອ.
ສົມເນ
2013.02.07
F-ban-huay-sui ຊາວບ້ານຫ້ວຍສູຍ ໃນໝູ່ບ້ານ ຈັດສັນໃໝ່ ຈາກໂຄງການ ເຂື່ອນ ໄຊຍະບູຣີ ພາກັນ ເຮັດສວນຄົວ ເພື່ອລ້ຽງຊີພ ແຕ່ກໍຍັງ ບໍ່ພຽງພໍ ເພາະບໍ່ສາມາດ ປູກຝັງໄດ້ ເຕັມເມັດ ເຕັມໜ່ວຍ ຍ້ອນພື້ນທີ່ ບໍ່ອໍານວຍ.
Living river Siam

ຊາວບ້ານ ບ້ານຫ້ວຍສູຍ ຊຶ່ງເປັນໝູ່ບ້ານ ທີ່ໄດ້ໂຍກຍ້າຍ ກ່ອນໝູ່ ໃນຈໍານວນ 5 ໝູ່ບ້ານ ໃນໂຄງການ ສ້າງເຂື່ອນ ໄຊຍະບູຣີ ໄດ້ເປີດເຜີຽ ຕໍ່ນັກຂ່າວ PBS ຂອງໄທວ່າ ຫລາຍຄົນ ພໍໃຈນໍາການ ຊົດເຊີຽ ຂອງໂຄງການ ທີ່ສ້າງບ້ານໃໝ່ ຮວມທັງ ຣະບົບ ສາທາຣະນຸ -ປະໂພຄ. ທ່ານ ລັງ ອິນທະວົງ ຫົວໜ້າບ້ານ ເວົ້າວ່າ:

"ເອີ້ ມີໄຟໃຊ້ ມີຖນົນຫົນທາງ ເຂົ້າສູ່ ແຕ່ລະຄອບຄົວ ໝົດເດ ມີໄຟຟ້າ ມີນໍ້າປະປາ ມີໂຮງຮຽນເນາະ ໂຮງຮຽນ ປະຖົມ ສົມບູນແລ້ວ ກໍນອກຈາກນັ້ນ ກໍໂຮງໝໍເດ້ ພວກເຮົາເຈັບເປັນ ເມື່ອຄໍ່າເມື່ອຄືນ ກໍໄປທັນ ເວລາ".

ແຕ່ໃນຂະນະ ດຽວກັນ PBS ເຫັນວ່າຍັງມີ ຊາວບ້ານ ບາງສວ່ນ ທີ່ໄດ້ຮັບ ຄ່າຊົດເຊີຽ ພຽງຄອບຄົວລະ 400 ບາດ ຫລື ປະມານ ນື່ງແສນກ່ວາກີບ ເທົ່ານັ້ນ ແລະ ຊາວບ້ານ ຫລາຍຄອບຄົວ ບໍ່ໄດ້ຮັບຄ່າ ຊົດເຊີຽເລີຽ. ຊາວບ້ານ ຈໍາພວກນີ້ ໄດ້ຮັບທີ່ດິນ ຂນາດນ້ອຍ ທີ່ ໂຄງການ ຈັດສັນໃຫ້ ແຕ່ເປັນດິນ ແຫ້ງແລ້ງ ປູກຝັງລໍາບາກ, ເຂົາເຈົ້າຕ້ອງ ໃຊ້ເງິນສ່ວນໂຕ ໄປຊື້ອາຫານ ການກິນ, ພວກເຂົາເຈົ້າ ບໍ່ກ້າຮຽກຮ້ອງ ຫຍັງໝົດ. ດັ່ງນັ້ນຂໍ້ມູນນີ້ ຈຶ່ງບໍ່ຖືກແຈ້ງ ໄປຍັງຜູ້ ສັງເກດການ ຂອງ ກັມມາທິການ ແມ່ນໍ້າຂອງ ທີ່ເດີນທາງ ໄປຢ້ຽມຢາມ ໃນເວລາເປີດ ກອງປະຊຸມ ຄະນະມົນຕຣີ ຢູ່ຫລວງພຣະບາງ ເມື່ອກາງເດືອນ ມົກກະຣາ ປີນີ້.

ແຕ່ກ່ອນນັ້ນ ບ້ານຫ້ວຍສູຍ ມີປະຊາກອນ ທັງໝົດ 489 ຄົນຈາກ 70 ຄອບຄົວ ປັດຈຸບັນ ໄດ້ຍ້າຍໄປຢູ່ ບ້ານນາຕໍໃຫ່ຽ ຊຶ່ງເປັນບ້ານ ຈັດສັນໃໝ່ ຂອງ ໂຄງການເຂື່ອນ ໄຊຍະບູຣີ ແຕ່ລະຄອບຄົວ ໄດ້ເຮືອນນຶ່ງຫລັງ ແລະ ທີດິນປູກຝັງ ປະມານເກືອບ 1 ເຮັກຕາ ຊຶ່ງ ເຂົາເຈົ້າເຫັນວ່າ ບໍ່ພຽງພໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.