0:00 / 0:00
ໃນມື້ວັນທີ່ 6 ກຸມພາ 2013 ຜ່ານມາ ກຸ່ມບໍຣິສັດ ຊຶ່ງປະກອບດ້ວຍ ບໍຣິສັດ SK Engineering & Construction ແລະ ບໍຣິສັດ Korea Western Power Corporation (Kowepo) ເປີດເຜີຍວ່າ ໄດ້ເຊັນສັນຍາ ຕົກລົງຊື້ (PPA) ກັບການ ໄຟຟ້າ ຝ່າຍຜລິຕ ຂອງໄທ (Egat) ພລັງໄຟຟ້າ ຜລິຕຈາກເຂື່ອນ ເຊນໍ້ານ້ອຍ ຂອງລາວ.
ກຸ່ມບໍຣິສັດ ດັ່ງກ່າວ ໄດ້ຮັບ ສັມປະທານ ຈາກ ທາງການລາວ ໃຫ້ກໍ່ສ້າງ ແລະ ນຳໃຊ້ເຂື່ອນ ດັ່ງກ່າວ ເປັນເວລາ 32 ປີ ໂດຍທີ່ ບໍຣິສັດ SK E&C ຖືຫຸ້ນ 26 ສ່ວນຮ້ອຍ ສ່ວນ Kowepo ນັ້ນ ມີ 25%. ໂຄງການນີ້ ຈະຕົກເປັນ ມູນຄ່າທັງໝົດ US $ 680 ລ້ານ ແລະ ມີກຳໜົດ ໃຫ້ສ້າງແລ້ວ ໃນປີ 2019.
ຕາມເງື່ອນໄຂ ໃນສັນຍາ ກຸ່ມບໍຣິສັດ ສາມາດຂາຍ ໄຟຟ້າ ໃຫ້ໄທໄດ້ 1 ພັນ 5 ຮ້ອຍ 75 gigawatt ຊົ່ວໂມງ ເປັນເວລາ 27 ປີ ຊຶ່ງບໍຣິສັດ ປະເມີນວ່າ ຈະສ້າງຣາຍໄດ້ ໃຫ້ບໍຣິສັດ ເຖິງປີລະ ບໍ່ຕໍ່າກວ່າ US $ 120 ລ້ານ.