ເຂື່ອນນ້ຳລີກ 1 ຈະເຣີ້ມແລ້ວ
2013.02.08

ພິທີ ເຊັນສັນຍາ ການກໍ່ສ້າງ ເຂື່ອນໄຟຟ້າ ນຳລີກ 1 ໃນແຂວງວຽງຈັນ ຣະຫວ່າງ ຣັຖບານລາວ ແລະ ກັບບໍຣິສັດ ຕ່າງປະເທດ ໄດ້ຈັດຂຶ້ນ ໃນວັນທີ 6 ກຸມພາ ຜ່ານມາ ພາຍຫລັງ ທີ່ມີການສຶກສາສຳຣວດ ຄວາມເປັນໄປໄດ້ ມາເປັນເວລາ 2 ປີ, ອີງຕາມ ຄຳເວົ້າ ຂອງເຈົ້າໜ້າທີ່ ຮັບຜິດຊອບ ຈາກ ກະຊວງພະລັງງານ ແລະ ບໍ່ແຮ່.
“ປະຊຸມ ຢູ່ແຂວງວຽງຈັນ ມື້ວານນີ້ (ວັນທີ 6 ກຸມພາ) ເຈົ້າເມືອງ ກໍໄດ້ປະຊຸມ ກ່ຽວກັບ ທີ່ຈະເຊັນສັນຍານີ້ ແລຫະ ເພະວ່າ ເພິ່ນໃຫ້ ເຈົ້າແຂວງ ປະກອບ ຄວາມເຫັນ ເຫັນດີ ເປັນເອກພາບ ແລ້ວເພິ່ນ ຄ່ອຍຊິເຊັນ ສັນຍາ ປັຈຈຸບັນນີ້ ນະ ມັນເປັນຂອງຄົນໄທ ນີ້ນະ ມັນຖືກຢູ່ 3-4 ບ້ານພຸ້ນເດ ແຕ່ກໍ່ຫາກບໍ່ໝົດບ້ານ ຈຳນວນນຶ່ງ 3, 4, 5 ບ້ານພຸ້ນລະ.”
ທ່ານ ກ່າວຕື່ມວ່າ ບໍຣິເວນ ພື້ນທີ່ ກໍໍ່ສ້າງແຄມແມ່ນ້ຳນັ້ນ ຄາດວ່າ ຈະມີປະຊາຊົນ ປະມານ 200 ຄອບຄົວ ທີ່ຈະຖືກໂຍກຍ້າຍ ອອກຈາກພື້ນທີ່, ຊຶ່ງທາງໂຄງການ ຈະຈ່າຍຄ່າຊົດເຊີຍ ໃຫ້ກັບຊາວບ້ານ ທີ່ໄດ້ຮັບຜົລກະທົບ. ການຊົດເຊີຍທັງໝົດ ຈະປະຕິບັດຕາມ ລະບຽບ ຂອງທະນາຄານໂລກ ແລະ ທະນາຄານ ພັທນາ ເອເຊັຍ. ເຖິງຢ່າງໃດ ກໍຕາມ, ໃນລະຍະຜ່ານມາ ບັນຫາ ການໂຍກຍ້າຍ ໃນປະເທດລາວ ຖືວ່າ ສ້າງຄວາມບໍ່ພໍໃຈ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົລກະທົບ ເນື່ອງຈາກວ່າ ສ່ວນຫລາຍ ມັກຈະໄດ້ ຄ່າຊົດເຊີຍ ທີ່ໜ້ອຍເກີນໄປ ຫລື ດິນປູກຝັງ ທີ່ໄດ້ຮັບ ບໍ່ພຽງພໍ ກັບຄວາມຕ້ອງການ.
ເຂື່ອນນໍ້າລີກ 1 ເປັນໂຄງການ ເຂື່ອນໄຟຟ້າ ຂນານກຳລັງຜລິດ 65 ເມກາວັດຕ໌, ຕັ້ງຢູ່ເຂດແກ້ງ ກະຈ່າງ, ເມືອງຫີນເຫີບ, ແຂວງວຽງຈັນ. ການສຳຣວດ ຄວາມເປັນໄປໄດ້ ເຣີ້ມມາແຕ່ປີ 2011, ແລະ ພາຍຫລັງ ມີຄວາມເຫັນພ້ອມນຳກັນວ່າ ໂຄງການດັ່ງກ່າວ ສາມາດ ກໍ່ສ້າງໄດ້ ຈຶ່ງໄດ້ມີການເຊັນສັນຍາກັນ ຢ່າງເປັນທາງການ. ໂຄງການນຳລີກ 1 ຈະໃຊ້ງົປມານ ໃນການກໍ່ສ້າງ 124 ລ້ານດອນລາ ສະຫະຣັຖ, ຊຶ່ງຣັຖບານລາວ ຄື ຣັຖວິສະຫະກິດໄຟຟ້າລາວ ຖືຫຸ້ນ ພຽງແຕ່ 10 ສ່ວນຮ້ອຍ, ສ່ວນທີ່ເຫລືອ ເປັນບໍຣິສັດ Hydro Engineering, ບໍຣິສັດ Posco Engineering ແລະ ບໍຣິສັດ PTT International ຂອງໄທ ເປັນຜູ້ຖືຫຸ້ນ 90 ສ່ວນຮ້ອຍ.
ໂຄງການ ເຂື່ອນນ້ຳລີກ 1 ຈະເຣີ່ມກໍ່ສ້າງໃນ ເດືອນເມສານີ້ ແລະ ຄາດວ່າ ຈະສຳເລັດ ໃນປີ 2016, ຊຶ່ງໂຄງການດັ່ງກ່າວ ຈະມີລະຍະ ການສັມປະທານ 30 ປີ ໃນການຜລິດໄຟຟ້າ ສົ່ງຂາຍພາຍໃນປະເທດລາວເອງ.