ກົດໝາຍຈັບຜູ້ສໍ້ຣາສ ມາຕຣາໃດມີໃຜສົນ

ເຈົ້າໜ້າທີ່ ກົມພາສີ ຂອງລາວ ຮັບວ່າ ມີການທຸຈຣິດ ຫລາຍຂຶ້ນ ຍ້ອນບັນຫາ ທາງເສຖກິດ ຈຶ່ງພາກັນ ສໍ້ໂກງ ຢ່າງໝັ້ນໃຈ ວ່າຈະບໍ່ ຖືກຈັບ ໃສ່ລົງໂທດ ເພາະເຈົ້ານາຍ ຂັ້ນເທິງ ກໍໂກງຄືກັນ.
ມະນີຈັນ
2013.02.08
F-customs ກົມພາສີ ກະຊວງການເງິນ ສປປ ລາວ
Lao P.D.R Customs

ເຈົ້າໜ້າທີ່ ກົມພາສີ ກະຊວງການເງິນ ຂອງລາວ ຜູ້ບໍ່ປະສົງ ອອກຊື່ ທ່ານນຶ່ງຮັບວ່າ ການປະຕິບັດ ໜ້າທີ່ ແບບບໍ່ໂປ່ງໃສ ບໍ່ຊື່ສັດ ຂອງ ພະນັກງານ ພາສີ ທີ່ຍອມຮັບເອົາ ສິນບົນ ຈາກ ນັກທຸຣະກິດ ທີ່ຢາກຫລົບຫລີກ ການເສັຽພາສີ ຕາມ ກົດຣະບຽບນັ້ນ ເປັນບັນຫາ ທີ່ຮ້າຍແຮງ, ຈົນເຮັດໃຫ້ມີ ຫາງສຽງ ວິພາກວິຈານ ຈາກ ປະຊາຊົນ ຫລາຍຂຶ້ນນັບມື້:

"ນີ້ຈະເປັນລັກສນະ ຫາງສຽງ ຫາງສຽງທີ່ວ່າ ກະທົບ ເພາະວ່າພວກເຮົາ ເຮັດໜ້າທີ່ ບໍຣິການ ທີ່ໄດ້ຮັບເຫົ່ລານັ້ນ ກະທົບຈາກ ຫາງສຽງ ສັງຄົມ ຫາງສຽງຈາກ ຫົວໜ່ວຍ ທຸຣະກິດ ບໍ່ຄວນ ປະຕິເສດ ເພາະວ່າເປັນອັນເຮັດໃຫ້ ເສັຽຫາຍ ມະຫາສານ".

ບັນຫານີ້ເກີດຂຶ້ນ ຍ້ອນມີ ຄວາມຫຍຸ້ງຍາກ ທາງດ້ານ ເສຖກິດ, ຄ່າຄອງຊີບ ເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງ ໃນຂະນະທີ່ເງິນເດືອນ ຂອງ ພະນັກງານ ຣັຖກອນ ຍັງຕໍ່າ. ພ້ອມກັນນັ້ນ ເຈົ້າໜ້າທີ່ພາສີ ຕ່າງກໍເຊື່ອວ່າ ພວກຕົນ ຈະບໍ່ຖືກຈັບ ໃສ່ໂທດ ຈາກການສໍ້ໂກງ ຍ້ອນວ່າ ຜູ້ມີອໍານາດ ໃນການກວດສອບ ກໍປະຕິບັດ ໜ້າທີ່ແບບ ບໍ່ໂປ່ງໃສ ບໍ່ສັດຊື່ ເຊັ່ນດຽວກັນ, ຈຶ່ງເຮັດໃຫ້ ການຄວບຄຸມ ແລະ ປາບປາມ ການສໍ້ຣາສ ບັງຫລວງ ໃນວົງການ ຂອງຣັຖບານລາວ ເປັນໄປແບບ ບໍ່ມີ ປະສິດທິພາບ.

ອົງການ ເພື່ອຄວາມໂປ່ງໃສ ສາກົນ Transparency International ຈັດໃຫ້ ສປປ ລາວ ຢູ່ໃນອັນດັບ ທີ 160 ໃນຈໍານວນ 174 ປະເທດ ທີ່ມີການ ສໍ້ຣາສບັງຫລວງ ຫລາຍທີ່ສຸດ ໃນໂລກ. ສິ່ງເຫລົ່ານີ້ ເຮັດໃຫ້ ນັກທຸຣະກິດ, ນັກລົງທຶນ ຕ່າງປະເທດ ເຫັນວ່າການ ສໍ້ຣາສບັງຫລວງ ໃນວົງການ ຣັຖບານລາວ ຢູ່ໃນສະພາວະ ທີ່ໜ້າເປັນຫ່ວງ ທີ່ສຸດ ຄືໃນຈໍານວນ ຜູ້ມີອໍານາດ ແລະ ພະນັກງານ ຂອງ ຣັຖບານ ທີ່ສະແຫວງຫາ ຜົນປະໂຫຍດ ສ່ວນຕົວ, ເມື່ອມີໂອກາດ ໃນຈໍານວນ 100 ຄົນໃດ ຈະມີເຖິງ 79 ຄົນສໍ້ຣາສ ບັງຫລວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.