ກຸ່ມລົງທຶນເຂື່ອນນໍ້າງື່ມ 2 ຍັງບິດເບືອນຊາວບ້ານ

ຊາວບ້ານ ທີ່ຖືກ ໂຍກຍ້າຍ ອອກຈາກເຂດ ສ້າງເຂື່ອນ ນໍ້າງື່ມ 2 ມາໄດ້ 2 ປີ ແລ້ວນັ້ນ ຍັງບໍ່ໄດ້ ມີທີ່ດິນ ປູກຝັງ ພຽງພໍ ຄົບຖ້ວນ ຕາມສັນຍາ ທີ່ ກຸ່ມລົງທຶນ ໄດ້ວາງໄວ້.
ຈໍາປາທອງ
2013.02.07
F-Nam-Ngum2 ບໍຣິເວນ ເຂື່ອນນໍ້າງື່ມ 2 ໃນຕອນ ເລີ້ມຕົ້ນ ໂຄງການ ກໍ່ສ້າງ
Flickr-Photo Sharing

ເຈົ້າໜ້າທີ່ ປົກຄອງ ແຂວງວຽງຈັນ ຜູ້ບໍ່ປະສົງ ອອກຊື່ ທ່ານນຶ່ງ ເປີດເຜີຍຕໍ່ ເອເຊັຍເສຣີ ເມື່ອມໍ່ໆມານີ້ວ່າ, ຈົນມາເຖິງ ປັດຈຸບັນນີ້ ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຈາກ ໂຄງການເຂື່ອນ ນໍ້າງື່ມ 2 ທີ່ການກໍ່ສ້າງ ກໍສິ້ນສຸດ ລົງແລ້ວ ແລະ ໄດ້ຂາຍ ກະແສໄຟຟ້າ ໃຫ້ໄທ ແຕ່ປີ 2011 ນັ້ນ ຍັງມີຊາວບ້ານ ທີ່ບໍ່ທັນໄດ້ຮັບ ທີ່ດິນປູກຝັງ ຄົບຕາມສັນຍາ ທີ່ກຸ່ມລົງທຶນ ໄດ້ຕົກລົງວ່າ ຈະຈັດສັນໃຫ້. ປະຊາຊົນ ທີ່ຖືກໂຍກຍ້າຍ ຈາກເຂດ ກໍ່ສ້າງເຂື່ອນ ໄປຢູ່ເຂດຈັດສັນ ທີ່ເມືອງເຟືອງ ແຂວງວຽງຈັນ ມາແຕ່ປີ 2010 ນັ້ນ ໄດ້ຮັບທີ່ດິນ ປູກຝັງ ພຽງເຄິ່ງນຶ່ງ ຂອງເນື້ອທີ່ ທີ່ກຸ່ມລົງທຶນວ່າ ຈະຈັດສັນໃຫ້. ເຈົ້າໜ້າທີ່ ທ່ານນີ້ ເວົ້າວ່າ:

"ປະຊາຊົນ ທີ່ໂຍກຍ້າຍ ມາໃໝ່ ຄືເອົາຈາກ ປະຊາຊົນ ທີ່ນໍ້າງື່ມ 2 ເຂົາເຈົ້າ ຈາກເຂື່ອນນໍ້າງື່ມ 2 ຫັ້ນຍົກຍ້າຍ ມາຢູ່ເມືອງເຟືອງ 16 ບ້ານ ມາເປັນບ້ານ ດຽວກັນ. ເຂົາເຈົ້າກໍ ຕອບສນອງເນື້ອທີ່ ໂຕນີ້ ທັມມະດາ ຕ້ອງໃຫ້ໄດ້ ຄອບຄົວນຶ່ງ 1 ເຮັກຕາ ແຕ່ມາຮອດ ປັດຈຸບັນນີ້ ຫາກໍໄດ້ ຄອບຄົວລະ ເຄິ່ງເຮັກຕາ ກະຊັ້ນຍັງ ບໍ່ສາມາດ ເປັນນາໄດ້ ໂຕນີ້".

ເຂື່ອນນໍ້າງື່ມ 2 ຜລິດໄຟຟ້າໄດ້ 615 MW. ມີກໍານົດສົ່ງຂາຽ ໃຫ້ໄທເປັນເວລາ 25 ປີ. ເຖິງແມ່ນວ່າ ຕລອດອາຍຸ ສໍາປະທານ ຣັຖບານລາວ ຈະມີຣາຍໄດ້ ເປັນມູນຄ່າ ທັງໝົດ 1,500 ລ້ານ ໂດລາ ສະຫະຣັດ ກໍຕາມ ແຕ່ປະຊາຊົນລາວ ຫລາຍກວ່າ 6,100 ຄົນ ທີ່ຢູ່ ໜ້າເຂື່ອນ ໄດ້ຮັບຜົນກະທົບ ໂດຍທີ່ຣັຖບານ ໃຫ້ຄ່າຊົດເຊີຍ ແບບບໍ່ເປັນທັມ ຍິ່ງໄປກວ່ານັ້ນ ເຂື່ອນນໍ້າງື່ມ 2 ຍັງສົ່ງຜົນກະທົບ ຢ່າງຫລວງຫລາຍ ຕໍ່ ປະຊາຊົນ ທີ່ຢູ່ເຂດ ລຸ່ມເຂື່ອນ ນໍາອີກ. ໃນປີກ່ອນ ຕອນຝົນຕົກໜັກ ເຂື່ອນ ໄດ້ປ່ອຍນໍ້າລົງ ມາຖ້ວມ ພື້ນທີ່ນາ ປູກເຂົ້າ ແລະ ຜົລປູກ ຂອງ ປະຊາຊົນ ຢ່າງຫຼວງຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.