ເຣື້ອງທີ່ເກັບບັນທຶກໄວ້
2024-08-20
ຊາວລາວເຫັນດີ ຖ້າຫາກທາງການລາວ ມີແຜນການເກັບອາກອນ ແບບທັນສະໄໝ ເພື່ອປ້ອງກັນ ລາຍຮັບຈາກອາກອນ ຮົ່ວໄຫຼ ເນື່ອງຈາກໄລຍະທີ່ຜ່ານມາ ມີການເກັບອາກອນ ແບບເປັນເຈ້ຍຮັບເງິນ ແລະ ມີການລາຍງານວ່າ ມັກມີການຮົ່ວໄຫຼ.
2024-08-20
ໃນເດືອນກໍລະກົດ ນີ້, ປະເທດລາວ ຂາດດຸນການຄ້າກັບຈີນ 108 ລ້ານໂດລ້າຣ໌ສະຫະລັດ, ເຊິ່ງມີມູນຄ່າການນຳເຂົ້າ 296 ລ້ານໂດລ້າຣ໌ສະຫະລັດ, ແຕ່ພັດມີມູນຄ່າການສົ່ງອອກ ພຽງແຕ່ 188 ລ້ານໂດລ້າຣ໌ສະຫະລັດ.
2024-08-20
ສານເກົາຫຼີໃຕ້ຕັດສິນຈໍາຄຸກ ຫົວໜ້າແກ້ງສໍ້ໂກງ ອອນລາຍ ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດ ໃນປະເທດມຽນມ້າ 8 ປີ ໃນຂໍ້ຫາຫຼອກລວງພົນລະເມືອງເກົາຫຼີໃຕ້ ແລະເສັຍເງິນຫຼາຍກ່ວາ 23 ພັນລ້ານວອນ.
2024-08-19
ບາງເຫດຜົນ ທີ່ພໍ່ຄ້າ-ແມ່ຄ້າລາວ ຕັ້ງລາຄາສິນຄ້າ ເປັນເງິນຕາຕ່າງປະເທດ, ຂະນະທີ່ເງິນກີບ ບໍ່ແມ່ນສະກຸນເງິນ ທີ່ມີຄວາມຕ້ອງການ ໃນໄທ.
2024-08-19
ຄົບຮອບສອງເດືອນແລ້ວທີ່ລັດຖະບານຈະເລັ່ງແກ້ໄຂບັນຫາລາຄາປີ້ຍົນແພງກ່ວາປົກກະຕິຢູ່ສະໜາມບີນສາກົນແຂວງບໍ່ແກ້ວພາຍຫຼັງຈາກທີ່ປະຊາຊົນໄດ້ຮຽກຮ້ອງໃຫ້ມີການແກ້ໄຂມາຮອດປັດຈຸບັນກໍ່ຍັງແກ້ໄຂບໍ່ໄດ້ເທື່ອ ແລະ ລາຄາປີ້ຖ້ຽວບີນລະຫວ່າງສະໜາມບີນສາກົນບໍ່ແກ້ວ-ສະໜາມບີນສາກົນວັດໄຕຂອງສາຍການບີນລ້ານຊ້າງກໍ່ຍັງລາຄາແພງເທົ່າເດີມລາຄາຢູ່ປະມານ 120 ໂດລາ/ຖ້ຽວ/ຄົນ.
2024-08-19
ຄົນລາວຢູ່ແຂວງຫຼວງພະບາງ ຮຽນພາສາຈີນຫຼາຍຂຶ້ນ ຍ້ອນມີນັກທ່ອງທ່ຽວ ແລະນັກລົງທຶນຈີນ ເຂົ້າມາຫຼາຍ.
2024-08-19
ບັນຫາບໍ່ມີເງິນເດືອນ ແລະການລໍຖ້າເຂົ້າເປັນລັດຖະກອນ ທີ່ບໍ່ມີຄວາມຫວັງ ເຮັໃຫ້ແພດອາສາສະໝັກ ຢູ່ແຂວງເຊກອງ ລາອອກຫຫຼາຍຂຶ້ນ ເພື່ອໄປຫາເຮັດວຽກອື່ນ.
2024-08-16
ປັດຈຸບັນໃນຫຼາຍເມືອງຂອງນະຄອນຫຼວງວຍງຈັນຍັງມີການຕິດຕັ້ງປ້າຍໂຄສະນາແບບຜິດລະບຽບ ແລະ ບໍ່ມີໃບອະນຸຍາດຢູ່ບໍລິເວັນແຄມທາງ, ຮ້ານຂາຍເຄື່ອງຍົກ-ເຄື່ອງຫຍ່ອຍ ແລະ ອາຄານບ້ານເຮືອນເຊີ່ງສ່ວນຫຼາຍແມ່ນເປັນປ້າຍພາສາຈີນ.
2024-08-16
ປະຊາຊົນລາວ ຕ້ອງໄດ້ເສຍຄ່າທໍານຽມ ຢູ່ດ່ານຊາຍແດນລາວ-ໄທ ເຖິງແມ່ນວ່າ ປະທານປະເທດ ໄດ້ອອກລັດຖະບັນຍັດ ການຈ້ຳກາໜັງສືຜ່ານແດນ ຫຼື Passport ເຂົ້າ-ອອກເມືອງ ບໍ່ມີຄ່າທຳນຽມ, ຍົກເວັ້ນປື້ມຜ່ານແດນ ຫຼື Border Pass ແຕ່ຄວາມເປັນຈິງ ຍັງບໍ່ມີການປະຕິບັດຕາມລັດຖະບັນຍັດ ດັ່ງກ່າວ.
2024-08-15
ເມື່ອວັນທີ 15 ກໍລະກົດ 2024 ຜ່ານມາ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ສປປ ລາວ ສະເໜີໃຫ້ລັດຖະບານແກ້ໄຂບັນຫາເງິນກີບອ່ອນຄ່າໃຫ້ໄດ້ພາຍໃນໜຶ່ງເດືອນຄຽງຄູ່ກັບບັນຫາອື່ນ ໆ.
2024-08-15
ຊາວບ້ານ ແລະ ຜູ້ປະກອບການທຸລະກິດຫຼາຍພາກສ່ວນຢູ່ເມືອງທຸລະຄົມ ແຂວງວຽງຈັນພາກັນສັບສົນ ແລະ ໄດ້ໂພສບິນຄ່າໄຟຟ້າລົງສື່ສັງຄົມອ໋ອນລາຍໃນວັນທີ 14 ເດືອນສິງຫາ ຜ່ານມາພາຍຫຼັງເຫັນຄ່າໄຟຟ້າແພງເກີນຈິງ.
2024-08-14
ຢູ່ລາວ ມີ 21 ເຂດເສດຖະກິດພິເສດ, ສ້າງໜ້າວຽກໃຫ້ 40 ພັນປາຍຄົນ ແຕ່ຄົນງານລາວ ບໍ່ຢາກເຮັດ ຍ້ອນໄດ້ຄ່າແຮງງານໜ້ອຍ, ບໍ່ກຸ້ມຢູ່-ກຸ້ມກິນ.
2024-08-13
ການໃຊ້ອິນເຕີເນັດ ຍັງຄົງເປັນຄວາມທ້າທາຍ ສໍາລັບທຸລະກິດການທ່ອງທ່ຽວ ໃນລາວ ເພາະພາກການທ່ອງທ່ຽວ ຖືເປັນພາກສ່ວນສໍາຄັນ ໃນການກະຕຸ້ນ ແລະຂັບເຄື່ອນເສດຖະກິດ ຂອງປະເທດລາວ ໂດຍສະເພາະໃນເຂດຫ່າງໄກ ລະບົບອິນເຕີເນັດ ຍັງເຂົ້າບໍ່ເຖິງ.
2024-08-13
ໃນເດືອນມິຖຸນາ ທີ່ຜ່ານມາ ເຈົ້າໜ້າທີ່ຕໍາຫຼວດ ປກສ ແຂວງຫຼວງນໍ້າທາ ໄດ້ຈັບໂຕ ກຸ່ມຜູ້ຖືກກ່າວຫາ ທີ່ນໍາໃຊ້ເງິນປອມ ໄດ້ 3 ຄົນ ໃນນີ້ ເປັນຄົນລາວ 2 ຄົນ ແລະຄົນໄທ ເພດຊາຍ 1 ຄົນ.
2024-08-13
ຄົນງານລາວ ທີ່ເຮັດວຽກເປັນກໍາມະກອນກໍ່ສ້າງ ຢູ່ໃນເຂດເສດຖະກິດພິເສດບໍ່ເຕັນແດນງາມ ແຂວງຫລວງນໍ້າທາ ຍັງຖືກນາຍຈ້າງຄົນຈີນ ເອົາປຽບ ແລະບໍ່ຈ່າຍຄ່າແຮງງານໃຫ້ ຈົນບາງເທື່ອ ເຮັດໃຫ້ເກີດມີການປະທ້ວງນາຍຈ້າງ ເພື່ອທວງເອົາເງິນຄ່າແຮງງານ.