ລາຄາປີ້ຍົນ ສະໜາມບີນສາກົນ ແຂວງບໍ່ແກ້ວ ຍັງແພງ ຍັງບໍ່ໄດ້ແກ້ໄຂ

ໄຊຍາ
2024.08.19
ລາຄາປີ້ຍົນ ສະໜາມບີນສາກົນ ແຂວງບໍ່ແກ້ວ ຍັງແພງ ຍັງບໍ່ໄດ້ແກ້ໄຂ ຍົນຂອງສາຍການບິນລາວ
RFA

 ຄົບຮອບສອງເດືອນແລ້ວທີ່ລັດຖະບານຈະເລັ່ງແກ້ໄຂບັນຫາລາຄາປີ້ຍົນແພງກ່ວາປົກກະຕິຢູ່ສະໜາມບີນສາກົນແຂວງບໍ່ແກ້ວພາຍຫຼັງຈາກທີ່ປະຊາຊົນໄດ້ຮຽກຮ້ອງໃຫ້ມີການແກ້ໄຂມາຮອດປັດຈຸບັນກໍ່ຍັງແກ້ໄຂບໍ່ໄດ້ເທື່ອ ແລະ ລາຄາປີ້ຖ້ຽວບີນລະຫວ່າງສະໜາມບີນສາກົນບໍ່ແກ້ວ-ສະໜາມບີນສາກົນວັດໄຕຂອງສາຍການບີນລ້ານຊ້າງກໍ່ຍັງລາຄາແພງເທົ່າເດີມລາຄາຢູ່ປະມານ 120 ໂດລາ/ຖ້ຽວ/ຄົນ. ດັ່ງພະນັກງານສາຍການບີນລ້ານຊ້າງກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 19 ສິງຫາ ນີ້ວ່າ.

“ ບໍ່ຍັງບໍມີລາຄາຫຼຸດລົງຍັງລາຄາເທົ່າເກົ່າລາຄາຍັງເທົ່າເກົ່າ 120 ໂດລາ ເພາະເປັນລາຄາຂອງບໍລິສັດເລີຍລາຄາຕາມມາດຖານເລີຍ”

 ທາງດ້ານຜູ້ປະກອບາການຮັບຈອງປີ້ຍົນກໍ່ຢືນຢັນວ່າລາຄາປີ້ຍົນຢູ່ສະໜາມບີນສາກົນບໍ່ແກ້ວຍັງແພງຄືເກົ່າ ແລະ ໃນໄລຍະນີ້ຖ້າຈ່າຍຄ້າປີ້ຍົນເປັນອັດຕາເງິນກີບກໍ່ຈະມີລາຄາສູງຂື້ນຕາມອັດຕາແລກປ່ຽນລະຫວ່າງເງິນກີບກັບເງິນໂດລາ. ສ່ວນຂ່າວທີ່ວ່າລັດຖະບານຈະຊຸກຍູ້ໃຫ້ສາຍການບິນລາວເປີດຖ້ຽວບີນຢູ່ສະໜາມບີນສາກົນບໍ່ແກ້ວນັ້ນກໍ່ບໍ່ມີຄວາມຄືບໜ້າແຕ່ຢ່າງໃດ. ດັ່ງນາງກ່າວວ່າ

“ ສາມລ້ານຫົກແສນກີບຕໍ່ຖ້ຽວສໍາລະເປັນເງິນໂດລ້າໂຕນີ້ຫັ້ນມັນຂື້ນກັບເງິນໂດລ້າຖ້າວ່າເງິນໂດລ້າລົງຄ່າປີ້ກາຊິລົງແຕ່ວ່າຊ່ວງນີ້ເງິນໂດລາຂື້ນແລ້ວກາເລີຍຂື້ນເພາະວ່າເງິນກີບມັນເຟີ້ເດ້ການບີນລາວບໍ່ທັນໄດ້ບີນເພາະວ່າເຂົາເຈົ້າຍັງບໍ່ທັນໄດ້ຕົກລົງກັນເທື່ອ”

 ທາງດ້ານເຈົ້າໜ້າທີ່ຢູ່ສະໜາມບີນສາກົນບໍ່ແກ້ວກ່າວວ່າປັດຈຸບັນກໍ່ຍັງມີພຽງແຕ່ສາຍການບີນລ້ານຊ້າງສາຍການບີນດຽວທີ່ເປີດຖ້ຽວບີນຢູ່ສະໜາມບີນສາກົນບໍ່ແກ້ວຈຶ່ງຍັງເຮັດໃຫ້ຖ້ຽວບີນມີລາຄາສູງ. ດັ່ງທ່ານກ່າວວ່າ.

“ ປັດຈຸບັນໂຕນີ້ມີແຕ່ສາຍການບີນລ້ານຊ້າງຊິເປັນລ້ານຊ້າງບີນສອງຖ້ຽວລາຄາປີ້ຍົນຢູ່ລາຄາ 900 ຢວນແຕ່ກ່ອນແມ່ນ 1,500 ຢວນ”

 ພະນັກງານປະຈໍາສາຍກີນບີນລາວກ່າວວາມາຮອດປັດຈຸບັນທາງສາຍການບີນລາວກໍ່ຍັງບໍ່ທັນມີກຳນົດທີ່ຈະເປີດຖ້ຽວບີນຢູ່ສະໜາມບີນສາກົນບໍ່ແກ້ວເທື່ອແຕ່ກໍ່ຍັງບໍ່ທັນຮູ້ລາຍລະອຽດປານໃດ. ດັ່ງນາງກ່າວວ່າ.

“ ບໍ່ແກ້ວພວກເຮົາບໍ່ມີຖ້ຽວບີນເທື່ອເຈົ້າເຮົາຍັງບໍ່ທັນໄດ້ເລີ້ມຖ້ຽວບີນພວກເຮົາຍັງບໍ່ທັນມີແຜນແນ່ນອນເທື່ອບໍ່ທັນສາມາດຕອບໄດ້ມີແຕ່ວ່າຕ້ອງການເດີນທາງໄປບໍ່ແກ້ວເນາະມີແຕ່ເຮົາລົບກວນໃຫ້ຕິດຕໍ່ບໍລິສັດລ້ານຊ້າງເລີຍ”

 ກ່ຽວກັບເລື່ອງນີ້ວິທຍຸເອເຊັຽເສຣີໄດ້ຕິດຕໍ່ໄປຍັງກະຊວງໂຍທາທິການແລະຂົນສົ່ງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍ່ແກ້ວເພື່ອສອບຖາມຄວາມຄືບໜ້າແຕ່ເຈົ້າໜ້າທີ່ກ່ຽວຂ້ອງບໍ່ສາມາດໃຫ້ຂໍ້ມູນໄດ້.

 ເຖີງວ່າລາຄາປີ້ຍົນບີນໄປສະໜາມບີນສາກົນບໍ່ແກ້ວຍັງມີລາຄາແພງແຕ່ຍັງມີຜູ້ໃຊ້ບໍລິການຫຼາຍໂດຍສະເພາະຄົນລາວ ແລະ ຄົນຈີນ ທີ່ມາເຮັດວຽກ, ເຂົ້າມາທ່ອງທ່ຽວ ແລະ ມາຫຼີ້ນພະນັນໃນເຂດເສດຖະກິດພິເສດສາມຫູ່ຽມຄຳທີ່ມັກເດີນທາງດ່ວຍຖ້ຽວບີນດັ່ງກ່າວຍ້ອນເປັນຜູ້ມີເງິນຫຼາຍແລະປະຢັດເວລາໃນການເດີນທາງລະຫວ່າງແຂວງບໍ່ແກ້ວກັບນະຄອນຫຼວງວຽງຈັນ. ດັ່ງປະຊາຊົນໃນແຂວງບໍ່ແກ້ວທີ່ເຄີຍໃຊ້ບໍລິການຢູ່ສະໜາມບີນສາກົນແຂວງບໍ່ແກ້ວກ່າວວ່າ.

“ ແຂກທົ່ວໄປຫັ້ນແຫຼະເນາະມັນກໍ່ມີຫຼາຍຢູ່ກໍ່ຖືວ່າມັນກໍ່ມາແຕ່ລະເທື່ອນີ້ກໍ່ຈີນກາໜ້ອຍແຫຼະສ່ວນຫຼາຍຄົນລາວນີ້ແຫຼະໄປ ໆ ມາ ໆ ອາໃສການສັນຈອນໄວເນາະລະກາປອດໄພໂຕລ້ານຊ້າງນີ້ມັນບີນບາງມື້ກາສອງຖ້ຽວສູງແດ່ເພາະມັນລາຄາປີ້ເໝົາຢູ່”

 ກ່ອນໜ້ານີ້ເມື່ອເດືອນມີຖຸນາທີ່ຜ່ານມາ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງໄດ້ກ່າວຊີ້ແຈງຢູ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 9 ວ່າ ກະຊວງໂຍທາທິການ ແລະ ຂົນສົ່ງມີແຜນຈະຊຸກຍູ້ໃຫ້ສາຍການບີນລາວເປີດຖ້ຽວບີນຢູ່ສະໜາມບີນສາກົນບໍ່ແກ້ວເພື່ອເປັນການແກ້ໄຂບັນຫາປີ້ຍົນລາຄາແພງຢູ່ສະໜາມບີນດັ່ງກ່າວເຊີ່ງປັດຈຸບັນມີແຕ່ສາຍການບີນລ້ານຊ້າງທີ່ເປີດຖ້ຽວບີນເຊີ່ງລາຄາປີ້ຍົນຂັ້ນຕໍ່າປະມານ 120 ໂດລາສະຫະລັດ/ຖ້ຽວ/ຄົນ ສາເຫດຄ່າປີ້ຍົນແພງຍ້ອນໄດ້ເສັຍຄ່າບໍລິການໃຫ້ສະໜາມບີນໃນລາຄາສູງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.