ເຣື້ອງທີ່ເກັບບັນທຶກໄວ້
2023-07-31
ທາງຣົຖໄຟ ລາວ-ຈີນ ເປີດໃຊ້ມາໄດ້ປີປາຍແລ້ວ ແຕ່ຍັງບໍ່ສົ່ງຜົລດີຕໍ່ເສຖກິຈລາວ ພໍເທົ່າ ໃດ, ພຽງໃນໄຕຣມາດທີ 1 ຂອງປີນີ້ ໄດ້ຂົນສົ່ງຜູ້ໂດຍສານ 4,620,000 ຄົນ ແລະຂົນ ສົ່ງສິນຄ້າ ເປັນຕົ້ນແຮ່ທາດ ຈາກລາວໄປຈີນ 5,160,000 ຕັນ.
2023-07-31
ເງິນເດືອນພື້ນຖານ ຂອງພະນັກງານຣັຖກອນ, ທະຫານ ແລະ ຕຳຣວດ ຍັງໜ້ອຍ ແລະ ບໍ່ເໝາະສົມ ກັບ ຄ່າຄອງຊີບ ໃນປັຈຸບັນ ເຊິ່ງເຮັດໃຫ້ກຸ່ມຄົນເຫລົ່ານີ້ ມີສະພາບຊີວິດ ຫຍຸ້ງຍາກຫຼາຍ ຂະນະທີພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ມີແນວທາງແກ້ໄຂໃຫ້ດີຂຶ້ນໄດ້ເທື່ອ.
2023-07-31
ຣັຖບານ ລັກແຊມເບີກ ໃຫ້ເງິນຊ່ອຍເຫຼືອລ້າ 32 ລ້ານຢູໂຣ ຫຼື ປະມານ 35 ລ້ານ ໂດລ້າຣ໌ສະຫະຣັຖ ແກ່ໂຮງໝໍແຂວງ ແລະ ສາທາຣະນະສຸຂແຂວງ ເພາະຫຼາຍແຂວງ ຍັງຂາດງົບປະມານຊື້ຢາ, ອາຫານເສີມ ໃຫ້ແມ່ ແລະ ເດັກນ້ອຍ ເກີດໃໝ່ ແລະ ຍັງຂາດເຄື່ອງມືທາງການແພດ ສຳລັບປິ່ນປົວ ແມ່ແລະເດັກ.
2023-07-31
ຝົນຕົກໜັກ ນໍ້າຖ້ວມຫລາຍບ້ານ ຢູ່ເມືອງຫົງສາ ແຂວງໄຊຍະບູຣີ ແລະ ບ້ານທີ່ໄດ້ຮັບຜົລກະທົບ ຫລາຍກວ່າໝູ່ແມ່ນບ້ານແທ່ນຄໍາ ແລະ ບ້ານສີບຸນເຮືອງ, ແຕ່ໂດຍລວມແລ້ວ ນໍ້າຖ້ວມບໍ່ໜັກ, ແລະ ຍັງບໍ່ມີຣາຍງານ ຜົລເສັຍຫາຍ ຢ່າງເປັນທາງການ.
2023-07-31
ທ່ານ ລູ໋ ຊີ່ເຫວີຍ, ທະນາຍຄວາມ ດ້ານສິດທິມະນຸສ ຊາວຈີນ, ຖືກຈັບ ຢູ່ນະຄອນຫຼວງວຽງຈັນ ເມື່ອເວລາປະມານ 10 ໂມງເຊົ້າ ຂອງວັນທີ 28 ກໍຣະກະດາ ທີ່ຜ່ານມາ ໂດຍເຈົ້າໜ້າທີ່ຕຳຣວດລາວ 3 ຄົນ ໃນຂະນະທີ່ ກຳລັງເດີນທາງ ໄປປະເທດໄທຍ ແລະມີຈຸດໝາຍປາຍທາງ ທີ່ປະເທດ ສະຫະຣັຖ.
2023-07-30
ຜູ້ປະກອບການ ຮຽກຮ້ອງ ພາກຣັຖ ຊ່ອຍຍາມເສຖກິຈ ພົບຄວາມຫຍຸ້ງຍາກ, ເຂດເສຖກິຈ ພິເສດ ສາມຫລ່ຽມຄໍາ ອອກແຈ້ງການ ໃຫ້ພາກທຸຣະກິຈ ແລະ ຮ້ານຄ້າ ໃຊ້ເງິນກີບ, ເປັນຫຍັງ ນັກຮຽນ ເຂົ້າສອບເສັງຈົບຊັ້ນ ຈຶ່ງຫຼຸດລົງຫຼາຍ ໃນແຕ່ລະປີ.
2023-07-29
ລູກນໍ້າ ທິດາລັດ ນາງສາວລາວ ປີ 2011 ໄດ້ຮັບລາງວັນ Asia Top Award 2023 ທີ່ບາງກອກ ປະເທດໄທ ສາຂານັກສະແດງຍິງດີເດັ່ນ ເປັນໂຕແທນ ຂອງປະເທດລາວ ທີ່ໄດ້ຮັບລາງວັນດັ່ງກ່າວ.
2023-07-28
ໂຄງການ UNAIDS ເຊິ່ງເປັນໂຄງການຮ່ວມຕ້ານ HIV/Aids ຂອງສະຫະປະຊາຊາຕ ໄດ້ຣາຍງານວ່າ ປະເທດລາວ ມີໄວລຸ້ນ ແລະ ຜູ້ໃຫຍ່ ຕິດເຊື້ອ HIV/Aids ທັງໝົດປະມານ 19,000 ຄົນ ໃນນັ້ນ ມີຜູ້ທີ່ຕິດເຊື້ອ ທີ່ອາຍຸຕໍ່າກວ່າ 25 ປີ ມີຈໍານວນເກືອບ 8,000 ຄົນ.
2023-07-28
ມີດ່ານສາກົລ ລາວ-ໄທຍ ຫຼາຍແຫ່ງ ແລະແຕ່ລະແຫ່ງ ເຈົ້າໜ້າທີ່ດ່ານ ເກັບເງິນ ຄ່າຈໍ້າກາພາສປອດ ເຂົ້າ-ອອກ ບໍ່ຄືກັນ ເຊິ່ງບາງບ່ອນ ເກັບ ແລະ ບາງບ່ອນບໍ່ເກັບ, ສ້າງຄວາມສົງໄສ ໃຫ້ແກ່ຜູ້ທີ່ເດີນທາງ ຜ່ານດ່ານສາກົລແຕ່ລະບ່ອນ.
2023-07-28
ມີການສາຍຮູບເງົາເຣື່ອງ “Murdering the Mekong” ຫຼື “ການຄາດຕະກໍາແມ່ນໍ້າຂອງ” ໝາຍເຖິງຜົລກະທົບ ຈາກການສ້າງເຂື່ອນໃສ່ແມ່ນໍ້າຂອງ ແລະ ເນື້ອໃນຂອງຮູບເງົາດັ່ງກ່າວ ໄດ້ເວົ້າເຖິງການສ້າງເຂື່ອນໄຊຍະບູລີ ແລະເຂື່ອນຫລວງພຣະບາງ ທີ່ມີເປົ້າໝາຍຈະສົ່ງໄຟຟ້າ ໄປຂາຍໃຫ້ໄທຍ.
2023-07-28
ຜແນກແຜນການ ແລະການລົງທຶນ ແຂວງຊຽງຂວາງ ແລະບໍຣິສັດ ຊີເອັນພີ ການຄ້າ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ສຶກສາ ແລະ ສໍາຣວດຄວາມເປັນໄປໄດ້ ໃນການລົງທຶນເຊົ່າ ແລະ ສັມປະທານ ແຫຼ່ງທ່ອງທ່ຽວທົ່ງໄຫຫິນ ຂະນະທີ່ບາງຄວາມເຫັນ ຍັງເປັນຫ່ວງກະທົບ ມໍຣະດົກໂລກ.
2023-07-27
ຄົນລາວເສັຽຊິວີດ ຍ້ອນມົນລະພິດ ຈາກຄວັນໄຟ ໃນການໃຊ້ຟືນດັງໄຟ ເພື່ອຄົວກິນ ແລະ ຈາກໄຟໄໝ້ປ່າ ໃນແຕ່ລະປີຫລາຍພັນຄົນ ຍັງບໍ່ມີການແກ້ໄຂ ຈາກໜ່ວຍງານທີ່ກ່ຽວຂ້ອງ ຂອງຣັຖບານ ສ່ວນປະຊາຊົນ ສ່ວນຫຼາຍຍັງໃຊ້ຟືນແທນການໃຊ້ໄຟຟ້າ ເນື່ອງຈາກຄ່າໄຟຟ້າຍັງແພງ ເມື່ອທຽບໃສ່ຟືນ.
2023-07-27
ເຈົ້າເມືອງ ເມືອງຊານໄຊ ແຂວງອັດຕະປື ອອກແຈ້ງການ ເຣື່ອງ ຫ້າມຊື້-ຂາຍ ແລະລ່າສັດນໍ້າ-ສັດປ່່າ ໃນຊ່ວງຣະດູການຂຍາຍພັນ ນັບແຕ່ເດືອນມິຖຸນາ ຫາເດືອນສິງຫາ ພ້ອມທັງເຮັດບົດບັນທຶກ ສຶກສາອົບຮົມ ກ່ຽວກັບລະບຽບການດັ່ງກ່າວ ໂດຍໃຫ້ເຫດຜົລວ່າ ເປັນໄລຍະການວ່າງໄຂ່ ຂອງປາ.
2023-07-27
ຄວັນຈາກໂຮງງານຢາສູບ ຂອງລາວແຫ່ງນຶ່ງທີ່ຕັ້ງຢູ່ເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ເຮັດໃຫ້ຊາວບ້ານ ເດືອດຮ້ອນ ໂດຍສະເພາະ ເຂດທີ່ໄດ້ຮັບຜົລກະທົບຫຼາຍ ແມ່ນເຂດຫຼັກ 8 ບ້ານຫາດຊາຍຂາວ ຂະນະທີ່ພາກສ່ວນທີ່ກ່ຽວຂ້ອງ ອ້າງວ່າ ມີການແກ້ໄຂເບື້ອງຕົ້ນແລ້ວ.
2023-07-27
ບໍຣິສັດ ລົງທຶນພັທນາການທ່ອງທ່ຽວ ຊິໂນ-ລາວ ຈໍາກັດ ຂອງນັກລົງທຶນຈີນ ສັມປະທານເນື້ອທີ່ ປະມານ 130 ເຮັກຕ້າຣ໌ ໃນເຂດເທສບານແຂວງໄຊຍະບູຣີ ເພື່ອສ້າງໂຄງການ ສູນອານຸຮັກຊ້າງ ແລະຂຍາຍພັນຊ້າງ ມາຮອດປັດຈຸບັນ ໂຄງການເກີດຄວາມຊັກຊ້າ ສ້າງບໍ່ແລ້ວຕາມແຜນການ.