ຣັຖບານ ລັກແຊມເບີກ ຊ່ອຍເຫຼືອໂຮງໝໍແຂວງຕ່າງໆ ລວມ 32 ລ້ານຢູໂຣ
2023.07.31
ຜແນກສາທາຣະນະສຸຂແຂວງ ແລະ ໂຮງໝໍ ແຂວງວຽງຈັນ, ແຂວງບໍຣິຄຳໄຊ, ແຂວງຄຳມ່ວນ ແລະ ແຂວງບໍ່ແກ້ວ ຈະໄດ້ຮັບເງິນຊ່ອຍເຫຼືອລ້າ ລວມທັງໝົດ 32 ລ້ານຢູໂຣ ຫຼື ປະມານ 35 ລ້ານໂດລ້າຣ໌ສະຫະຣັຖ ຈາກປະເທດ ລັກແຊມເບີກ ພາຍຫຼັງທີ່ບັນດາແຂວງດັ່ງກ່າວ ຂາດງົບປະມານຊື້ຢາ, ອາຫານເສີມ ແລະ ເຄື່ອງມືທາງການແພດ ໃຫ້ແມ່ ແລະເດັກ ແລະ ຂາດງົບປະມານອີກຫຼາຍດ້ານ ເພື່ອປັບປຸງການຮັກສາສຸຂພາບ ໃຫ້ດີຕໍ່ແມ່ ແລະ ເດັກ ໂດຍງົບປະມານເພື່ອຊື້ຢາ ແລະ ອາຫານເສີມ ເພື່ອໃຫ້ແມ່ ແລະ ເດັກ ມີສຸຂພາບທີ່ດີ ຍັງຂາດຫຼາຍເປັນຕົ້ນ ເພື່ອຊື້ອາຫານເສີມ ພ້ອມກິນທັນທີເພື່ອການປີ່ນປົວ ທີ່ມີສ່ວນປະສົມ ກັບຖົ່ວດິນ, ນົມຜົງ, ວິດຕາມິນ ແລະ ເກືອນແຮ່ ຫຼື ເອີ້ນວ່າອາຫານເສີມ RUTF (Ready to Use Therapeutic Food), ກົດໂຟລິກ ຫຼື Folic Acid ເປັນວິດຕາມິນບີ ທີ່ຊ່ອຍປ້ອງກັນການລຸລູກ ແລະ ຄວາມພິການ ຂອງແອນ້ອຍກໍຂາດຈົນເຮັດໃຫ້ 4 ແຂວງດັ່ງກ່າວ ມີອັດຕຣາເດັກຕໍ່າກ່ວາ 5 ປີ ຂາດສານອາຫານເຖິງ 50%.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເຮັດວຽກ ທັງໃນກະຊວງສາທາຣະນະສຸຂ ແລະ ໃນສະຖານເອກອັກຄະຣາຊທູດ ລັກແຊມເບີກ ປະຈຳລາວກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 28 ກໍຣະກະດາ ທີ່ຜ່ານມາວ່າ:
“ເພິ່ນກໍຢືນຄຽງບ່າ ຄຽງໄລ່ ໃນວຽກງານການຊ່ອຍເຫຼືອ ການເຮັດໃຫ້ປະເທດລາວ ພົ້ນທຸກ, ປະເພດອາຫານເສີມເນາະ ກໍຄື RUTF. ກໍຣະນີທີ່ເດັກຂາດສານອາຫານ ປະເພດ Folic Acid, ຢາທາດເຫຼັກ, ຢາປະເພດຖ່າຍພະຍາດ ອິຫຍັງ ທີ່ມີຄວາມຈຳເປັນ ອິຫຍັງຫັ້ນນ່າ. ກໍຈຳ ເປັນຫຼາຍດ້ານ ສະນັ້ນຈຶ່ງຮຽກຮ້ອງ ເຖິງງົບປະມານ ໃນການຈັດຊື້ຢາ ບໍ່ແມ່ນຈຳນວນໜ້ອຍໆ ທຽບໃສ່ກອງປະຊຸມ ທົບທວນວຽກງານປະຈຳເນາະ 6 ເດືອນ ມາຮອດ 2023 ເດືອນ 6 ແຕ່ (ເດັກບໍ່ຂາດສານອາຫານ) ບາງແຂວງຍັງບໍ່ໄດ້ເຖິງ 50% ທັງໆ ທີ່ວ່າມັນຊິໃກ້ຮອດ 2025 ແລ້ວເນາະ.”
ປະເທດລັກແຊມເບີກ ບໍ່ພຽງແຕ່ຊ່ອຍງົບປະມານ ດ້ານຢາ ເທົ່ານັ້ນ ແຕ່ຈະຊ່ອຍວາງແຜນ ລະບົບການຈັດສົ່ງຢາ ໃຫ້ສຸຂສາລາ, ໂຮງໝໍເມືອງ ແລະ ໂຮງໝໍແຂວງນຳອີກ ລວມໄປເຖິງຈັດລະບົບສົ່ງຕໍ່ຄົນເຈັບ ກຸ່ມເດັກນ້ອຍ ອາຍຸລຸ່ມ 5 ປີ ເພື່ອໄປປິ່ນປົວຢູ່ຂັ້ນແຂວງ ຫາກພົບວ່າ ຂາດສານອາຫານ ແລະຍັງສ້າງລະບົບນໍ້າລິນ, ນໍ້າປະປາ, ຕິດຕັ້ງກົງເຕີ້ນໍ້າ ໃຫ້ຊຸມຊົນເປົ້າໝາຍນໍາດ້ວຍ ພາຍຫຼັງພົບວ່າ ເດັກນ້ອຍຂາດສານຫາອານ ເປັນຖອກທ້ອງ ຍ້ອນມີສຸຂອານາໄມທີ່ບໍ່ດີ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງສາທາຣະນະສຸຂ ກ່າວໃນມື້ດຽວກັນວ່າ:
“ມັນຊິມີລະບົບການໝຸນວຽນ ເຣື່ອງສາງຢານ່າ ໃນການຂຽນແຜນ ເຣື່ອງສາງຢາພັກຄືໂຕຢ່າງ ບໍ່ໃຫ້ຢາມັນຂາດສາງນີ້ແຫຼະ. ພົວພັນກັບເຣື່ອງຢາປົວພະຍາດ ໂດຍສະເພາະ ແມ່ນເຂົາຮ້ອງວ່າ ເຂົາເຈົ້າປີ່ນປົວເດັກ ຂາດສານອາຫານ ເຣື່ອງຖອກທ້ອງບໍ່. ມັນຈ່ອຍ ແລ້ວເຂົາເຈົ້າໄປເບິ່ງເຣື່ອງຢາໂຕນີ້ ມັນມີບໍ່ຢູ່ໃນສາງ ກໍໃຫ້ເດັກນ້ອຍກິນ ມັນບໍ່ຂາດສານອາຫານ. ນໍ້າສະອາດແມ່ນເຂົາເຈົ້າໄປສ້າງນໍ້າລິນ, ໄປສ້າງນໍ້າປະປາ ຊຸມຊົນ ແລ້ວເຂົາເຈົ້າໄປເອົາກົງເຕີ້ ໃນບ້ານຫັ້ນແຫຼະ ແລ້ວເຂົາເຈົ້າກໍມີກອງທຶນ ເຂົາເຈົ້າເກັບເງິນ.”
ເງິນຊ່ອຍເຫຼືອດັ່ງກ່າວ ໃນບ້ວງນີ້ຍັງຈະສຸມໃສ່ ວຽກງານການສ້າງຄວາມເຂັ້ມແຂງ ໃຫ້ຊັພຍາກອນມະນຸສແບບຍືນຍົງນຳດ້ວຍ ຄືເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງປະເທດລັກແຊມເບີກ ຈະຝຶກອົບຮົມບຸກຄະລາກອນທາງການແພດ ໃນແຂວງເປົ້າໝາຍ ໃຫ້ມີຄວາມຮູ້ຄວາມເຂົ້າໃຈໃນເຣື່ອງການວິເຄາະພະຍາດ, ການກວດທົ່ວໄປ, ການຣາຍງານ, ການຮີບໂຮມຂໍ້ມູນ ແລະ ຍັງສຸມໃສ່ງົບປະມານ ໃຫ້ພະນັກງານໄດ້ເບັ້ຍລ້ຽງໃນເວລາໄປເຮັດວຽກ ໃນຊຸມຊົນນຳອີກ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງໄດ້ກ່າວຕື່ມອີກວ່າ:
“ພວກເຮົາຈະມີການຝຶກອົບຮົມ ໃຫ້ນັກວິຊາການຢູ່ໂຮງໝໍນ້ອຍ ຫຼື ວ່າສຸຂສາລາ ບໍ ຫຼື ໂຮງໝໍເມືອງ ໂດຍສະເພາະ ພະນັກງານເຮັດວຽກ ໂດຍສະເພາະເຈາະຈົງ ເຣື່ອງວິເຄາະ ບໍ່ ຫຼືວ່າ ວຽກງານແມ່ ແລະເດັກບໍ່ ຫຼື ວ່າ ວຽກງານການກວດກາທົ່ວໄປ ບໍ່. ເວົ້າເຣື່ອງການເກັບກຳຂໍ້ມູນບໍ່ ການຣາຍງານ ແລ້ວກໍເວົ້າເຣື່ອງເງິນເບັ້ຍລ້ຽງ ປະຈຳວັນ (Per Diem) ໃນດານລົງຈັດຕັ້ງ ປະຕິບັດກິຈກັມ ກັບຊຸມຊົນບໍ່ ເຮົາບໍ່ມີຄວາມສາມາດ ໄປຈ້າງໄປແພດໝໍ ມາປະຈຳສຸຂສາລາ ໃຫ້ເພິ່ນອັນນັ້ນ ມັນເປັນແຜນງານ ຂອງພາກຣັຖ.”
ຂະນະທີ່ສະພາບໂຕຈິງ ຢູ່ໂຮງໝໍແຂວງຄຳມ່ວນ ຂແນງປະສູດ ແມ່ ແລະ ເດັກ ຂາດຢາ ທີ່ຈຳເປັນພື້ນຖານ ເພື່ອຮັກສາສຸຂພາບ ແມ່ ແລະ ເດັກ ຈົນເຮັດໃຫ້ແມ່ມີພາວະເລືອດຈາງ ແລະ ແອນ້ອຍທີ່ເກີດໃໝ່ ມີນໍ້າໜັກຫຼຸດມາຕຖານ ມີນໍ້າໜັກພຽງ 800-1000 ກຣາມ (ນໍ້າໜັກມາຕຖານ ເດັກເກີດໃໝ່ ຕ້ອງແມ່ນ 2,500-4,000 ກຣາມ) ບາງກໍຣະນີລູກນ້ອຍ ຈ່ອຍບໍ່ໃຫຍ່ຕາມເກນຈົນເສັຍຊີວິດ ແລະ ບໍ່ແມ່ນແຕ່ຂແນງສາທາຣະນະສຸຂ ທີ່ຂາດຢາໃຫ້ແມ່ ແລະ ເດັກນ້ອຍ, ປະຊາຊົນທີ່ທຸກຍາກ ຂາດອາຫານກິນ.
ອາຫານແຕ່ລະມື້ ບໍ່ພຽງພໍຕໍ່ຄວາມຕ້ອງການ ຂອງສອງຊີວິດ ແມ່ ແລະ ລູກ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຄຳມ່່ວນ ອະທິບາຍຕື່ມ ໃນມື້ດຽວກັນນີ້ວ່າ:
“ແມ່ກໍມີພາວະເລືອດຈາງເນາະ ເພາະວ່າຢູ່ຊົນນະບົດ ເຂົາເຈົ້າກໍທານອາຫານບໍ່ພຽງພໍ ກໍຊິກິນແຕ່ຜັກກິນໜໍ່ໄມ້, ກິນເຂົ້າກັບແຈ່ວກັບເກືອໄປ. ສົ່ງຜົລກະທົບຕໍ່ລູກ ບາດນີ້ທາງການເພິ່ນກໍຕ້ອງການ ຢ່າງໜ້ອຍໃຫ້ມີວິຕາມິນບີ 1 ໃຫ້ມີແຄລຊຽມຄາຣ໌ໂບເນດ ໃຫ້ແລ້ວກໍມີ Folic Acid ນີ້ໃຫ້ແຕ່ວ່າບາງເທື່ອ ກໍຕອບສນອງບໍ່ໄດ້. ຜົລກະທົບຕໍ່ລູກຢູ່ໃນທ້ອງ ກໍຕ້ອງມີ ສະນັ້ນເດັກນໍ້າໜັກຫຼຸດນີ້ຫຼາຍໆ. ເກີດບາງຄົນກໍໄດ້ 700-800 ກຣາມ ບາງເທື່ອກໍ 1,000 ປາຍກຣາມ ຈັ່ງຊິຫັ້ນນ່າ. ຄັນວ່າເກີດມາແບບນີ້ກໍແນ່ນອນແຫຼະ ກໍຕ້ອງມີພາວະຊືມເຊື້ອອີກ ເຮັດໃຫ້ເດັກບໍ່ໃຫຍ່ຫັ້ນນ່າ ຫຼືເກີດກ່ອນກຳນົດນີ້ຫຼາຍໆ ຢູ່ແຂວງຄຳມ່ວນນີ້ເດັກຕາຍນີ້ ຫ້ວຍບໍ່ແມ່ນເປັນອັນດັບ 1 ຊໍ້າຫວະ.”
ສ່ວນໂຮງໝໍແຂວງບໍ່ແກ້ວ ບໍ່ພຽງແຕ່ຂາດຢາ ທີ່ຈຳເປັນພື້ນຖານຄືກັບ ໂຮງໝໍແຂວງຄຳມ່ວນ ເທົ່ານັ້ນ ແຕ່ຍັງຂາດງົບປະມານ ຊື້ເຄື່ອງມືຊ່ອຍເກີດລູກ ແລະຊື້ເຄື່ອງກວດຫົວໃຈເດັກ ຫຼື Electronic Fetal Monitoring ນຳດ້ວຍ ລວມເຖິງຂາດງົບປະມານ ຝຶກອົບຮົມເພີ່ມຕື່ມຄວາມຮູ້ໃຫ້ບຸກຄະລາກອນ ທາງການແພດ ເພື່ອຊ່ອຍແມ່ເກີດລູກຢ່າງປອດພັຍ ຈົນເກີດບັນຫາບົ່ງມະຕິພະຍາດຊ້າ ເລີຍມີຜົລພວງເຮັດໃຫ້ອັດຕຣາແມ່ ແລະ ເດັກ ເສັຍຊີວິດ ຢູ່ແຂວງບໍ່ແກ້ວຍັງສູງ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງບໍ່ແກ້ວ ກ່າວວ່າ:
“ເຄື່ອງມືທີ່ວ່າຊ່ອຍເກີດຢູ່ຂັ້ນສຸຂສາລາ ເຮົາກໍມີແຕ່ອັນເກົ່າ ອັນທີສອງມາ ລະແມ່ນເຄື່ອງມື ຊ່ອຍຟັງສຽງຫົວໃຈເດັກນ້ອຍເນາະ. ມັນຍັງຂາດຢູ່ ເວລາທີ່ເຂົາເຈົ້າ ມາຝາກທ້ອງ ຕ້ອງໄດ້ເຄື່ອງຟັງເປັນຫູຟັງ ຫັ້ນເນາະ ຟັງມັນກໍຈະບໍ່ຊັດເຈັນ ພວກເຮົາກໍຍັງບໍ່ມີງົບປະມານຫັ້ນນ່າ, ການຝຶກອົບຮົມຂອງບຸກຄະລາກອນເຮົາຕ້ອງການ ຢາກສ້າງພວກທີ່ວ່າ ເປັນແພດຢູ່ຂັ້ນເມືອງ ເພື່ອວ່າເນັ້ນການກັ່ນກອງ ໃຫ້ມັນໄດ້ວ່າຍິງຖືພາ ຜູ້ໃດທີ່ຄວນເກີດ ຢູ່ສະຖານທີ່ເຮົາ ຜູ້ໃດຄວນສົ່ງຕໍ່ ບົ່ງມະຕິກໍຫາກເປັນຢູ່ ແຕ່ວ່າມັນກໍບໍ່ເທົ່າກັບທີ່ວ່າ ຕ້ອງໄດ້ຝຶກລະອຽດຫັ້ນແຫຼະເນາະ ການແກ້ໄຂນີ້ຂ້ອນຂ້າງຊັກຊ້າຫັ້ນນ່າ ມັນກໍເລີຍມີຜົລພວງເຮັດໃຫ້ແມ່ ແລະ ເດັກມີອັດຕຣາ ການຕາຍຍັງສູງ ສະເພາະຢູ່ແຂວງເຮົາ.”
ນັບແຕ່ປີ 2014 ເຖິງປີ 2023 ປະເທດລັກແຊມເບີກ ໃຫ້ເງິນຊ່ອຍເຫຼືອລ້າ ເປັນມູນຄ່າ 36 ລ້ານຢູໂຣ ໃນໂຄງການສຸຂພາບທີ່ດີ ແລະ ໂພສະນາການມີເປົ້າໝາຍຢູ່ 2 ແຂວງຄືແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ. ມາປີ 2023 ນີ້ກໍໄດ້ສືບຕໍ່ໂຄງການດັ່ງກ່າວ ພ້ອມເພີ່ມອີກ 2 ແຂວງຄື ແຂວງຄຳມ່ວນ ແລະ ແຂວງບໍ່ແກ້ວເປັນເປົ້າໝາຍ ໃນການພັທນາສຸຂພາບ ແມ່ ແລະ ເດັກ ໃນລາວໃຫ້ດີຂຶ້ນດ້ວຍເງິນຊ່ອຍເຫຼືອລ້າ 32 ລ້ານຢູໂຣ ແຕ່ປີ 2023 ເຖິງປີ 2027.