ນັກຮຽນ ເຂົ້າສອບເສັງ ຈົບຊັ້ນ ຫຼຸດລົງຫຼາຍ: ຈົດໝາຍ ຈາກຜູ້ຟັງ
2023.07.30

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ເປັນຫຍັງ ນັກຮຽນ ເຂົ້າສອບເສັງຈົບຊັ້ນ ຈຶ່ງຫຼຸດລົງຫຼາຍ ໃນແຕ່ລະປີ, ຜູ້ປະກອບການ ຮຽກຮ້ອງ ພາກຣັຖ ຊ່ອຍຍາມເສຖກິຈ ພົບຄວາມຫຍຸ້ງຍາກ, ເຂດເສຖກິຈ ພິເສດ ສາມຫລ່ຽມຄໍາ ແຂວງບໍ່ແກ້ວ ອອກແຈ້ງການ ໃຫ້ພາກທຸຣະກິຈ ແລະ ຮ້ານຄ້າ ໃຊ້ເງິນກີບ ແລະ ອັດຕຣາ ແລກປ່ຽນ ຕາມທີ່ທາງທະນາຄານ ແຫ່ງ ສປປ ລາວ ກໍານົດ ແລະ ຂ່າວອື່ນໆ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບ ຂ່າວ “ເປັນຫຍັງ ນັກຮຽນ ເຂົ້າສອບເສັງຈົບຊັ້ນ ຈຶ່ງຫຼຸດລົງຫຼາຍ ໃນແຕ່ລະປີ”
“ຫນຸ່ມນ້ອຍ ເຍົາວະຊົນ ລາວ ທີ່ເປັນກະດູກ ສັນຫລັງຂອງຊາດ ຮຽນ ຈົບມັດທະຍົມ ນັບມື້ ນັບໜ້ອຍລົງ ໃນ ຂະນະທີ່ ຈຳນວນ ພົນລະເມືອງ ນັບມື້ ນັບຫລາຍຂຶ້ນ ປະເທດຊາດ ນັບມື້ນັບ ມີການ ພັດທະນາ ແລະ ຕ້ອງການ ເຍົາວະຊົນລາວ ທີ່ມີການສຶກສາ ມີ ຄວາມສາມາດ ແຕ່ ໃນທາງກັບກັນ ພວກເຂົາເຈົ້າ ຖືກ ປ່ອຍປະລະເລີຍ ຖືກປ່ອຍໃຫ້ ເປັນ ຄົນໄຮ້ ການສຶກສາ ຊີວິດ ຂາດເຂີນ. ສ່ວນ ລູກຫລານ ພັກ ປະຊາຊົນປະຕິວັດ ລາວ ແລະ ກົມການເມືອງ ທີ່ສະຫລາດສ່ອງໃສ ໄດເຂົ້າໂຮງຮຽນດີໆ ໄດ້ ເຂົ້າໂຮງຮຽນນາໆຊາດ ໄດ້ໄປ ຮຽນຕ່າງປະເທດ ແລະ ເປັນປະເທດ ເສລີອີກ.
ຢາກໃຫ້ ທ່ານ ທອງລຸນ ແລະ ທ່ານ ສອນໄຊ ເບິ່ງແຍງ ປະຊາຊົນແດ່ ເງິນຄຳຊັບສົມບັດ ຂອງ ພວກທ່ານ ກໍມີຫລາຍແລ້ວ ບໍ່ຮູ້ຈະ ສໍ້ລາດບັງຫລວງ ໄປຮອດໃສ. ທຸກມື້ນີ້ ເຂົ້າຍາກ ໝາກແພງ ເງິນເຟີ້ ກໍ່ຍ້ອນ ການບໍລິຫານ ຂອງ ພວກທ່ານ ທີ່ ຫລົ້ມແຫລ້ວ ຄົນລາວ ຫລາຍແສນຄົນ ກໍ່ພັດພາກ ຄອບຄົວຂອງເຂົາ ເຈົ້າ ໄປເຮັດວຽກຢູ່ ປະເທດໄທ ຄົນໃນປະເທດກໍ່ ກາຍເປັນຄົນ ຕົກງານ ຫລາຍຄົນ ກໍຕິດຢາບ້າ.”
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!