ເງິນເດືອນ ເຈົ້າໜ້າທີ່ຣັຖ ຊັ້ນຜູ້ນ້ອຍ ບໍ່ສອດຄອງກັບ ສະພາບເສຖກິຈ
2023.07.31

ປັຈຸບັນ ພະນັກງານຣັຖກອນ ເປັນຕົ້ນ ທະຫານ ແລະ ຕຳຣວດລາວ ຊັ້ນສູງ ໄດ້ຮັບເງິນເດືອນຂັ້ນພື້ນຖານ ປະມານ 4-5 ລ້ານກີບ ຕໍ່ຄົນ/ເດືອນ ສ່ວນ ທະຫານ ແລະ ຕຳຣວດລາວ ຊັ້ນຜູ້ນ້ອຍ ໄດ້ຮັບເງິນເດືອນຂັ້ນພື້ນຖານ ປະມານ 1 ລ້ານ 2 ແສນກີບ ຫາ 1 ລ້ານ 3 ແສນກີບ ຕໍ່ເດືອນ ເຊິ່ງຖືເປັນອັດຕຣາ ທີ່ຂ້ອນຂ້າງໜ້ອຍ ແລະ ບໍ່ເໝາະສົມ ກັບສະພາບຄ່າຄອງຊີບ ໃນແຕ່ລະເດືອນ ບວກກັບສະພາບເງິນກີບອ່ອນຄ່າລົງຢ່າງຕໍ່ເນື່ອງ ກໍ່ຍິ່ງເຮັດໃຫ້ພວກເຂົາເຈົ້າບໍ່ກຸ້ມຢູ່ກຸ້ມກິນ ແລະ ບໍ່ສາມາດເບິ່ງແຍງສມາຊິກໃນຄອບຄົວ ໃຫ້ມີຊີວິດຄວາມເປັນຢູ່ທີ່ດີໄດ້ ຄືແຕ່ກ່ອນ.
ດັ່ງທະຫານ ຊັ້ນຜູ້ນ້ອຍ (ຊັ້ນ2) ຜູ້ບໍ່ປະສົງອອກຊື້່ ແລະຕຳແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 21 ເດືອນ ກໍຣະກະດາ 2023 ທີ່ຜ່ານມານີ້ວ່າ:
“ຣັຖກອນລະດັບສູງ ກໍຊິປມານ 4-5 ລ້ານຫັ້ນລະ ຊັ້ນ 2 ກໍປະມານລ້ານສອງ, ລ້ານສາມ ແຕ່ກໍ ມັນກໍຊິບໍ່ເພີ່ມ ບໍ່ຮອດລ້ານສອງ ລ້ານສາມ (ເຂົ້າສານ) 24 ກິໂລຕໍ່ເດືອນ ລູກເມັຽບໍ່ກ່ຽວ. ສະເພາະຄົນໂສດມີ ກໍຄ່ານໍ້າຄ່າໄຟ ໃນແຕ່ລະເດືອນ ເຂົາຈະຕັດນ່າ ຜູ້ລະ 4,000-5,000. ຄົນບໍ່ໂສດ ກໍເສັຽຄືກັນ. ບໍ່ໆ ບໍ່ໄດ້ຢູ່ເຮີອນຂອງຣັຖ ກໍເສັຽຄືກັນ ຊື້ນໍ້າມັນຣົຖໄປການ ມັນກໍໝົດແລ້ວ ຕົກມື້ນຶ່ງມື້ລະລິດ ກໍມື້ນຶ່ງຖືກ 20 ປາຍພັນ ມັນກໍບໍ່ອັນນັ້ນດອກ ຊັ້ນຜູ້ນ້ອຍ ມັນກໍມີ ບາງເທື່ອມັນມີຄອບຄົວ ມັນກໍມີການໃຊ້ຈ່າຍຫລາຍ ກໍປະມານ 2-3 ລ້ານກີບ ກໍຊິພໍຫັ້ນແຫລະ.”
ທ່ານກ່າວຕື່ມວ່າ ສຳລັບທະຫານຊັ້ນຜູ້ນ້ອຍ ທີ່ມີສະຖານະພາບໂສດ ຈະມີສິດເຂົ້າພັກໃນທີ່ພັກຂອງທະຫານ ຕາມທີ່ທາງການຈັດຕັ້ງ ໄດ້ຈັດສັນໄວ້ໃຫ້ ໂດຍບໍ່ເສັຽຄ່າ ແຕ່ຕ້ອງຈ່າຍຄ່າໄຟຟ້າ ແລະ ນໍ້າປະປາ ຕາມທີ່ໂຕເອງນຳໃຊ້. ນອກຈາກນີ້ທະຫານທຸກຄົນ ທຸກຊັ້ນຕຳແໜ່ງ ຍັງຈະຕ້ອງຖືກຫັກເງິນ 4,000-5,000 ກີບ/ຄົນ/ເດືອນ ອອກຈາກເງິນເດືອນ ສຳລັບເປັນຄ່າໄຟຟ້າ, ນໍ້າປະປາ ແລະ ອິນເຕິເນັດທີ່ມີການໃຊ້ພາຍໃນຫ້ອງການ ແລະ ເຖິງແມ່ນວ່າ ຈະເປັນຈຳນວນບໍ່ຫລາຍພໍປານໃດ ແຕ່ພັດເປັນເຣື່ອງທີ່ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄວນທີ່ຈະສະແຫວງຫາແນວທາງ ໃນການຈັດການ ທີ່ເໝາະສົມ ແລະ ງົດເກັບນໍາພະນັກງານ.
ສຳລັບ ການປຕິບັດຣາຍຈ່າຍ ເງິນສົບທົບ ກອງທຶນປະກັນສັງຄົມ ເປັນຈຳນວນ 16.5% ຂອງເງິນເດືອນທັງໝົດ ທາງການລາວຈະອອກເງິນສົມທົບ ເປັນຈຳນວນ 8% ພະນັກງານຣັຖກອນ, ທະຫານ, ຕຳຣວດ ແລະ ພະນັກງານ ບຳນານ ຈະຖືກຕັດອອກຈາກເງິນເດືອນ ເພື່ອສົ່ງເຂົ້າ ກອງທຶນປະກັນສັງຄົມ ຂອງກະຊວງແຮງງານ ແລະ ສວັດດີການສັງຄົມ ແຕ່ການເຂົ້າໃຊ້ບໍຣິການໂຮງໝໍ ຂອງຣັຖ ຫລາຍເທື່ອ ພັດຈຳເປັນຕ້ອງໄດ້ຈ່າຍເງິນຄ່າປິ່ນປົວເພີ່ມຕື່ມ, ດັ່ງທະຫານຊັ້ນຜູ້ນ້ອຍ (ຊັ້ນ1) ອີກທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ທະຫານນີ້ ສ່ວນຫລາຍເຮົາຈະມີ ບັດປະກັນ ເຮົາກໍໄດ້ເສັຽຄ່າ ໂຕໃດມັນມີຢູ່ໃນໃບປະກັນ ກໍບໍ່ໄດ້ເສັຽຄ່າ. ແມ່ນຕັ້ງແຕ່ຊັ້ນນ້ອຍຈົນໄປຮອດຊັ້ນໃຫຍ່. ອືອ ເດືອນລະ ລ້ານປາຍໜ້ອຍນຶ່ງ ປະມານນັ້ນແຫລະ ກໍບໍ່ໄດ້ກຸ້ມ ເພີ່ນກໍມີນໂຍບາຍຊ່ອຍເຫລືອ ຄັນຖ້າບາງທີພໍ່ແມ່ເຈັບເປັນກໍຍັງມີຊ່ອຍເຫລືອຢູ່ ໃນບາງຣາຍການ ສ່ວນຫລາຍກໍຈະມີຫໍພັກ ຖ້າບໍ່ມີຄອບຄົວ ກໍຈະໄດ້ຢູ່ຫໍພັກ ແມ່ນຄ່ານໍ້າຄ່າໄຟນີ້ ຕ້ອງໄດ້ກຸ່ມຕົນເອງຫັ້ນແຫລະ.”
ກ່ຽວກັບເຣື່ອງນີ້ ເຖິງແມ່ນວ່າທະຫານລາວຊັ້ນຜູ້ນ້ອຍ ຈະໄດ້ຮັບເງິນເດືອນຂັ້ນພື້ນຖານ ຕາມທີ່ທາງການກຳນົດ ແຕ່ເຖິງຢ່າງໃດກໍຕາມ ພວກເຂົາເຈົ້າພັດຖືກຕັດເງິນເດືອນບາງສ່ວນອອກ ເພື່ອເປັນຄ່າໃຊ້ຈ່າຍໃນດ້ານຕ່າງໆ ລະຫວ່າງການປຕິບັດໜ້າທີ່ ເຮັດໃຫ້ໃນແຕ່ລະເທື່ອ ໄດ້ຮັບເງິນເດືອນປະມານ 9 ແສນກີບ ຫາ 1 ລ້ານກີບ/ເດືອນເທົ່ານັ້ນ ເຊິ່ງແຕ່ລະກົມກອງໃນແຕ່ລະບ່ອນ ມີຮູບແບບ ໃນການຈັດການ ທີ່ບໍ່ຄືກັນ ແລະ ຍັງບໍ່ທັນເປັນເອກພາບ.
ດັ່ງ ເຈົ້າໜ້າທີ່ ທີ່ເຮັດວຽກ ດ້ານຄ່າຈ້າງແຮງງານຂັ້ນພື້ນຖານ ທ່ານນຶ່ງ ກ່າວວ່າ:
“ແຕ່ວ່າ ພະນັກງານຣັຖ ມັນມີຈິງ ມັນເກີນຫັ້ນແລ້ວ 1.3 ລ້ານກີບຫັ້ນນ່າ. ທະຫານເຂົ້າໃໝ່ ບາງເທື່ອນີ້ນ່າ ຕິດພັນທະມິຫຍັງກໍແມ່ນຢູ່ ທີ່ຈິງໄລ່ເລັຍ ກໍມັນກໍຮອດຫັ້ນແຫລະ ແຕ່ວ່າ ຂະເຈົ້າຫັກເຂົ້າອັຕຣາກິນ ແມ່ນຫຍັງແນ່. ອັນນັ້ນມັນແລ້ວແຕ່ກົມກອງ ຂະເຈົ້າເນາະ. ແຕ່ລະກົມກອງ ບໍ່ຄືກັນ ສົມມຸດວ່າ ຂະເຈົ້າຈະຕ້ອງເພີ່ງໂຕເອງ ບໍ່ລ້ຽງເຂົ້າລ້ຽງຫຍັງ ຫັ້ນນ່າ ເຂົາກໍຕ້ອງໃຫ້ເປັນເງິນ ໃຫ້ເກີນ 1.3 ລ້ານກີບແລ້ວ.”
ອີງຕາມຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການກຳນົດ ລະບອບອັຕຣາເຂົ້າກິນ ໃນກອງທັບປະຊາຊົນລາວ ຣະບຸວ່າ ນັບແຕ່ເດືອນ ມີນາ 2023 ເປັນຕົ້ນໄປ ໃຫ້ທຸກພາກສ່ວນກຳລັງຫລວງ ແລະ ກຳລັງທ້ອງຖີ່ນ ໃນທົ່ວກອງທັບ ເບີກຈ່າຍເຂົ້າກິນ ອັຕຣາປະຈຳເດືອນ ຫລຸດຈາກ 24 ກິໂລກຣາມ/ເດືອນ ເປັນ 21 ກິໂລກຣາມ/ເດືອນ ຫລື ບາງພາກສ່ວນ ບໍ່ສາມາດຈັດສັນເຂົ້າກິນ ໃຫ້ແກ່ທະຫານຕາມສັງກັດໄດ້ ຕາມອັຕຣາທີ່ກຳນົດໄວ້ ທາງການລາວ ກໍຈະຈ່າຍເປັນເງິນແທນ.
ດັ່ງ ພະນັກງານຣັຖກອນ ປະຈຳໂຮງໝໍທະຫານ ແຫ່ງນຶ່ງ ກ່າວວ່າ:
“ມີໃຫ້ ສຳລັບພະນັກງານທະຫານ ຂອງພວກເຮົາ. ເວລາເຂົ້າໂຮງໝໍ ເວລາເຈັບເປັນຈັ່ງຊີ້
ຫລືວ່າ ເວລາເຈັບເປັນຈັ່ງຊີ້ ກໍ ຄ່າຍຸກຢາ ຄ່າເທືໍຶ່ອລະເຫລັກເທື່ອລະນ້ອຍຈັ່ງຊີ້ກໍ ເພີ່ນກໍແບບ ບໍ່ໄດ້ເສັຽຄ່າ. ເພີ່ນຈະມີແບບວ່າເສັຽຊ່ອຍ ສົມມຸດຖ້າວ່າ ສ່ວນຫລາຍ ມັນກໍໂຮງໝໍທະຫານເລີຍ ມັນກໍບໍ່ໄດ້ເສັຽ. ຖ້າໄດ້ເສັຽ ມັນກໍເຫລັກໜ້ອຍ ຖ້າເປັນຄົນປົກກະຕິເຂົ້າໄປ ມັນກໍໄດ້ເສັຽເຕັມຈັ່ງຊີ້ນ່າ ເຂົາບໍ່ ເອີ. ເພິນຫລຸດປະຣິມານ ຊິໃຫ້ທະຫານ.”
ທີ່ຜ່ານມາ ພະນັກງານຣັຖກອນ, ທະຫານ ແລະ ຕຳຣວດ ຈຳນວນຫລາຍ ພັດມີຄອບຄົວ ແລະ ລູກ ທີ່ຈະຕ້ອງເບິ່ງແຍງ. ສະນັ້ນ ອັຕຣາເງິນເດືອນຂັ້ນພື້ນຖານ ຕາມທີ່ທາງການລາວ ກຳນົດນີ້ ແມ່ນບໍ່ທັນພຽງພໍ ແລະ ບໍ່ສອດຄ່ອງ ກັບສະພາບສຖກິຈ ໃນສັງຄົມ ໃນປັຈຸບັນ ຍ້ອນໃນໄລຍະ 2-3 ປີທີ່ຜ່ານມາ ສິນຄ້າອຸປໂພກ-ບໍຣິໂພກ ເກືອບທັງໝົດ ມີລາຄາເພີ່ມຂຶ້ນເກືອບເທົ່າໂຕ ແລະ ເຖິງແມ່ນວ່າ ພະນັກງານຣັຖກອນ ຕ້ອງການໃຫ້ທາງການປັບເງິນເດືອນໃຫ້ເປັນເທົ່າໃດ ກໍບໍ່ສາມາດເປັນໄປໄດ້ ເນື່ອງຈາກທາງການລາວ ຕິດໜີ້ສິນຕ່າງປະເທດ ເປັນຈຳນວນຫລາຍ ຈຶ່ງເກີດຄວາມຫຍຸ້ງຍາກ ດ້ານງົປມານໃນທຸກດ້ານ.
ດັ່ງ ເຈົ້າໜ້າທີ່ຕຳຣວດ ຢູ່ແຂວງພາກເໜືອ ທ່ານນຶ່ງ ກ່າວວ່າ:
“ມີແຕ່ຄ່ານໍ້າມັນ ສ່ວນຫລາຍນີ້ນ່າ ສວັດດີການ ນໍ້າມັນນີ້ ກໍຂຶ້ນຕາມຊັນ ຖ້າເປັນວິຊາການນີ້ ບາງເທື່ຶກໍ 50 ພັນບໍ່ ປະມານນີ້ແຫລະ ເພີ່ນບວກໄສ່ເງິນເດືອນເລີຍ. ມັນກໍແນ່ນອນແຫລະເນາະ ຄົນເຮົາເຮັດວຽກເຮັດງານ ມັນກໍຕ້ອງຢາກໄດ້ ເງິນເດືອນເພີ່ມຢູ່ແລ້ວແຫລະ. ສໍ່ານີ້ກໍຕໍ່າຢູ່ແລ້ວລະ ຄັນມັນເວົ້າເຣື່ອງເງິນເດືອນ ມັນກໍສູງ ກໍຍາກ ໄດ້ຫລາຍຫັ້ນແຫລະ. ພວມຍາກໄດ້ຫລາຍ ແຕ່ວ່າ ມັນຕອບສະນອງເຮົາບໍ່ໄດ້ດອກ ເພາະວ່າ ຣັຖບານ ມັນກໍເປັນໜີ້ຫລາຍເນາະ ຄືເຮົາຫັ້ນແຫລະ ຢາກໃດ້ ກໍປະມານ 5 ລ້ານ 6 ລ້ານ ສິນຄ້າກໍຂຶ້ນລາຄາຫັ້ນນ່າ. ສ່ວນຫລາຍ ເງິນເຮົາຕໍ່າຫັ້ນນ່າ ມັນບໍ່ມີຄ່າແລ້ວຫັ້ນນ່າ.”
ເນື່ອງຈາກຣາຍໄດ້ ຈາກການເຮັດວຽກ ໃນແຕ່ລະເດືອນ ຂອງພະນັກງານຣັຖກອນ, ທະຫານ ແລະ ຕໍາຣວດ ບໍ່ພຽງພໍ ຈຶ່ງເຮັດໃຫ້ພວກຂະເຈົ້າ ຈຳເປັນຕ້ອງຫາຣາຍໄດ້ເສີມ ຈາກການປະກອບອາຊີບອື່ນນຳ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກຢູ່ໂຮງໝໍ ທ່ານນຶ່ງ ກ່າວວ່າ:
“ພວກເຮົາກໍເປັນພະນັກງານ ພວກເຮົາກໍເຮັດເປັນວຽກເສີມ ຂອງພວກເຮົາຊື່ໆເນາະ. ແມ່ນແຫລະເຈົ້າ ກະຊວງສາທາຣະນະສຸຂ ຂ້ອຍຢູ່ໂຮງໝໍ ແຕ່ວ່າ ເຮາເຮັດໃຫ້ລູກນ້ອງ ເຮັດໃຫ້ລູກນ້ອງ ເຮົາກໍມີຜູ້ ເຮົາຈ້າງຄົນອິສັ່ງຕ່າງໆນີ້. ເຮຳກໍເຮັດ ທຸຣກິຈເສີມ ຫັ້ນນ່າ ເຮົາເປັນພະນັກງານຣັຖ ເງິນເດືອນກໍເເຮງໜ້ອຍແລ້ວ ຕ້ອງໄດ້ຫັນປ່ຽນທຸຣກິຈເສີມ ຫັ້ນນ່າ. ຈະໄດ້ກຸ້ມກວ່າເງິນເດືອນເຮົາໃຊ້ນໍ້າມັນ ບໍ່ເຖິງອາທິດ ກໍໝົດແລ້ວ.”
ສຳລັັບຣັຖກອນຄຣູ ພັດໄດ້ເງິນເດືອນ ຕົກເດືອນລະ ປະມານ 2 ລ້ານປາຍກີບ ແລະ ຖ້າຫາກພວກເຂົາເຈົ້າມີລູກ ກໍຈະໄດ້ເງິນອຸດໜູນເພີ່ມຕື່ມ ເປັນຈຳນວນເງິນ 50,000 ກີບ/ເດືອນ ແຕ່ ຂະນະດຽວກັນ ໜ່ວຍງານທີ່ສັງກັດ ມັກຫັກເງິນເດືອນ ນອກເໜືອຈາກອາກອນຣາຍໄດ້ ແລະ ປະກັນສັງຄົມອີກ ປະມານ 2 ແສນກີບ ໂດຍບໍ່ທັນ ອະທິບາຍເຫດຜົລເທື່ອ. ສ່ວນຄ່ານໍ້າມັນ ສຳລັບໃຊ້ໃນການເດີນທາງ 50,000 ກີບ/ເດືອນ ທີ່ຜ່ານມາ ມັກບໍ່ທັນໄດ້ຮັບ ຕາມໄລຍະເວລາທີ່ກຳນົດ.
ດັ່ງຄຣູສອນ ທີ່ເຮັດວຽກມາແລ້ວ ເປັນເວລາ 8 ປີ ນາງນຶ່ງກ່າວວ່າ:
“ແຕ່ວ່າ ມັນກໍມີບາງບ່ອນ ທີ່ວ່າເຂົາຫັກ ກໍແບບວ່າ ຫັກກໍຫັກ ໃຫ້ອັນນັ້ນຂະເຈົ້າຫັ້ນແຫລະ. ແຕ່ຖ້າວ່າ ມີລູກອອກມາ ກໍເອົາກິນເງິນລູກນຳ ຖ້າວ່າ ຜົວເມັຽ ເປັນພະນັກງານ ກໍຕ້ອງນຳເອົາຜູ້ໃດຜູ້ນຶ່ງ ແຕ່ກໍບໍ່ໄດ້ ແຕ່ກໍບໍ່ຮອດ 50 ພັນກີບຫັ້ນຕິ. ວ່າ ມີຢູ່ເດືອນນຶ່ງ ຈະຖືກຫາແສນປາຍ ຫາ 2ແສນ ແລ້ວອອກເປັນໝວດ ໝວດນຶ່ງ 3 ເດືອນ. ດົນໆ ອອກດອກ ເງິນນໍ້າມັນ ເປັນເງິນອິຫຍັງດອກ ເງິນທີ່ວ່າ ເງິນຕາມໃຈ. ສົມມຸດປີ 2023 ຈ່ງຊີ້ເນາະ 2022 ຍັງບໍ່ທັນ ໄດ້ໝົດ ກໍຍັງມີ.”
ກ່ຽວກັບເຣື່ອງນີ້, ເນື່ອງຈາກສະພາບເງິນເຟິ້ ແລະ ລາຄາສິນຄ້າເພີ່ມຂຶ້ນ ເຮັດໃຫ້ປະຊາຊົນທົ່ວໄປ ລວມເຖິງພະນັກງານຣັຖກອນ, ທະຫານ ແລະ ຕຳຣວດ ໄດ້ຮັບຜົລກະທົບໂດຍຕຣົງ ເນື່ອງຈາກເງິນເດືອນພື້ນຖານ ຂອງພວກຂະເຈົ້າ ບໍ່ສອດຄ່ອງ ກັບ ຄ່າໃຊ້ຈ່າຍໃນແຕ່ລະເດືອນ. ທັງນີ້ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຄວນທີ່ຈະພິິຈາຣະນາປັບເງິນເດືອນ ພື້ນຖານໃຫ້ແກ່ພວກຂະເຈົ້າ ຂື້ນຕື່ມ ອີກຄັ້ງນຶ່ງ ຢ່າງເໜາະສົມ.
ດັ່ງທ່ານ ອຸດົມ ວົງໄກສອນ ສະມາຊິກ ສະພາແຫ່ງຊາຕ ເຂດເລືອກຕັ້ງທີ່ 11 ແຂວງບໍຣິຄຳໄຊ ກ່າວໃນກອງປະຊຸມ ສະພາແຫ່ງຊາຕລາວ ສໄມສາມັນ ເທຶ່ອທີ່ 5 ຂອງສະພາແຫ່ງຊາຕ ຊຸດທີ່ 9 ເມື່ຶອວັນທີ 3 ກໍຣະກະດາ ທີ່ ຜ່ານມານັ້ນວ່າ:
“ຕໍ່ພະນັກງານຣັຖກອນນີ້ຄືກັນ ບັນດາມ່ານ ມາຮອກດປັຈຸບັນນີ້ ເງິນເດືອນນີ້ ໂດຍສະເພາະແມ່ນ ລະດັບວິຊາການນີ້ ປະມານ 2 ລ້ານ. ຂ້າພະເຈົ້າຄິດສະເລັ່ຽ ແຕ່ວ່າ ການໃຊ້ຈ່າຍມະຫາສານ ຄ່ານໍ້າຄ່າໄຟ ຄ່ານໍ້າມັນຣົຖ ຄ່າຮຽນລູກ ຫລືວ່າ ຄ່າອິຫຍັງຕ່າງໆນີ້ ກໍຄືກັນຫັ້ນແຫລະ ກໍໝົດແລ້ວເນາະ ບັນທ່ານເນາະ. ຍັງບໍ່ໄດ້ວ່າ ຄ່າຊື້ກິນສໍ່າໃດເນາະ ອັນນີ້ສເນິແທ້ໆວ່າ ສເນິຣັຖບານ ຊ່ອຍພິຈາຣະນາແທ້ໆວ່າ ເພີ່ມເງິນອຸດໜຸນ ເພີ່ມເງິນແນວໃດກໍຢ່າ ຂໍໃຫ້ເພີ່ມຂຶ້ນຕື່ມເນາະ ສໍ່ານີ້ ລະມັນບໍ່ລອດລະ.”
ອີງຕາມຄຳແນະນຳ ວ່າດ້ວຍ ການຈັດຕັ້ງປຕິບັດ ແຜນງົບປະມານ ແຫ່ງຣັຖ ປະຈຳປີ 2022 ກ່ຽວກັບການຄຸ້ມຄອງ ແລະ ປຕິບັດຣາຍຈ່າຍ ລະບຸວ່າ ໃຫ້ຂແນງການຂັນສູງກາງ ແລະ ທ້ອງຖິ່ນ ຄິດໄລ່ດັຊນີເງິນເດືອນພື້ນຖານ ຂອງພະນັກງານຣັຖກອນ, ທະຫານ, ຕຳຣວດ ແລະ ພະນັກງານບຳນານ ມູນຄ່າ 7,350 ກີບ/ດັຊນີ ແລະ ເພີ່ມເງິນອຸດໜຸນຄ່າຄອງຊີບ 150,000 ກີບ/ຄົນ/ເດືອນ ພ້ອມເບີກຈ່າຍເງິນເດືອນ ແລະ ເງິນນະໂຍບາຍຕ່າງໆ ໃຫ້ພຽງພໍ ບໍ່ໃຫ້ຂຶ້ນແຜນ ສູງເກີນຄວາມຕ້ອງການຈ່າຍໂຕຈິງ, ດຳເນີນ ການເບີກຈ່າຍໃຫ້ທັນເວລາ ແຕ່ຖ້າຫາກເຫັນວ່າ ແຜນຣາຍຈ່າຍເງິນເດືອນ ໃນຂັ້ນທ້ອງຖິ່ນບໍ່ພຽງພໍ ໃຫ້ຜແນກການເງິນ ເປັນເຈົ້າການກວດກາ ຢ່າງລະອຽດ ເພື່ອສເນິຕໍ່ ກົມງົປມານແຫ່ງຣັຖ ກະຊວງການເງິນ ຕໍ່ໄປ.
ນັບແຕ່ປີ 2016 ເປັນຕົ້ນມາ ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ດຳເນີນການປັບຂຶ້ນ ດັຊນີເງິນເດືອນ ໃຫ້ແກ່ພະນັກງານຣັຖກອນ, ທະຫານ, ຕຳຣວດ ແລະ ພະນັກງານບຳນານ ຈາກ 6,700 ກີບ/ດັຊນີ ເປັນ 7,200 ກີບ/ດັຊນີ ໃນປີ 2017 ແລະ ປັບຂຶ້ນອີກຄັ້ງ ເປັນ 7,350 ກີບ/ດັຊນີ ໃນເດືອນ ມົກກະຣາ 2022 ເປັນຕັ້ນມາ ທັງນີ້ ຖ້າຫາກໄລ່ເປັນມູນຄ່າ ຈະຕົກຢູ່ປະມານ 21,600 ຫາ 72,750 ກີບ/ຄົນ/ເດືອນ ຂຶ້ນຢູ່ກັບລຳດັບຊັ້ນ ແລະ ດັຊນີ ໃນແຕ່ລະຂັ້ນຕໍ່າແໜ່ງ.
ອີງຕາມກົດໝາຍ ວ່າດ້ວຍເງິນເດືອນພື້ນຖານ ຂອງຣັຖກອນ ລະບຸວ່າ ເງິນເດືອນ ຂອງຕຳເເໜ່ງປະທານປະເທດ ເປັນເງິນ 5,328,750 ກີບ/ເດືອນ ໃນຈຳນວນນີ້ ຈະຖືກຕັດອາກອນຣາຍໄດ້ 10% ແລະ ຕັດປະກັນສັງຄົມ 8% ເປັນຈຳນວນເງິນ 426,300 ກີບ ເຮັດໃຫ້ເງິນເດືອນຂອງຕຳແໜ່ງດັ່ງກ່າວ ເຫລືອພຽງແຕ່ 4,902,450 ກີບ/ເດືອນ. ສະບາຍດີ