ເຣື້ອງທີ່ເກັບບັນທຶກໄວ້
2024-05-31
ຄະນະສະເພາະກິດ ເພື່ອແກ້ໄຂບັນຫາສຽງດັງ ຂອງນະຄອນຫຼວງວຽງຈັນ ໄດ້ລົງກວດກາ ຮ້ານອາຫານ ແລະ ຮ້ານບັນເທິງ ໃນເຂດເທສະບານເມືອງສັງທອງ ຈຳນວນ 3 ຮ້ານ ແລະພົບວ່າມີຮ້ານອາຫານ ທີ່ເປີດເພງສຽງດັງ ແລະ ເປີດບໍລິການກາຍໂມງເວລາທີ່ກຳນົດ.
2024-05-31
ຄວາມຄືບໜ້າ ກ່ຽວກັບກໍລະນີນາຍໜ້າລາວ 3 ຄົນ ທີ່ເປັນຄົນບ້ານດຽວກັນ ຕົວະຍົວະຜູ້ເປັນພໍ່ແມ່ ໃຫ້ລູກສາວ ໄປເປັນເມຍຄົນຈີນ ແບບບໍ່ຖືກກົດໝາຍວ່າ ປັດຈຸບັນ ກໍາລັງກຽມສົ່ງບົດສະຫລຸບ ສໍານວນຄະດີ ໃຫ້ໄອຍະການແຂວງ ເພື່ອຟ້ອງຂຶ້ນສານ ຕັດສິນຄະດີ.
2024-05-31
ຄລິບວິດີໂອ ເດັກນ້ອຍນັກຮຽນຊາຍ ຊັ້ນປະຖົມຈໍານວນ 5 ຄົນ ຊ່ອຍກັນເຮັດວຽກ ແບກຫາມເປົາຊິມັງ ນໍ້າໜັກ 50 ກິໂລກຣາມ ໄດ້ຖືກເຜີຍແຜ່ຜ່ານເພຈເຟສບຸກ “Time to share Laos” ລົງຜ່ານສື່ສັງຄົມອອນລາຍນ໌ເມື່ອ 28 ພຶດສະພາ 2024 ຜ່ານມາ.
2024-05-31
ຫ້ອງວ່າການ ສໍານັກງານປະທານປະເທດ ສປປ ລາວ ໃຫ້ທຸກການຈັດຕັ້ງຂອງພັກ ແລະລັດ ຕິດຕາມ-ກວດກາ ການຈັດຕັ້ງທຸກຂັ້ນ ແລະສະມາຊິກພັກ-ລັດທຸກຄົນ ຕ້ອງຢູ່ພາຍໃຕ້ການກວດກາ ເພື່ອສະກັດກັ້ນ ແລະຕ້ານການສໍ້ລາດບັງຫລວງ.
2024-05-31
ທາງການລາວ ໄດ້ອະນຸມັດໃຫ້ ບໍລິສັດ ໂອເຊຍໂນ ຈໍາກັດຜູ້ດຽວ ເຊິ່ງເປັນໂຄງການພັດທະນາເສດຖະກິດ ຕາມແລວທາງລົດໄຟ ລາວ-ຈີນ ເຂົ້າມາ ສຳຫຼວດຄວາມເປັນໄປໄດ້ ແລະ ດຳເນີນການກໍ່ສ້າງໂຄງການພັດທະນາ ແຫຼ່ງທ່ອງທ່ຽວ ເມືອງຈອມເພັດ ແຂວງຫຼວງພະບາງ ໃນເນື້ອທີ່ 829 ເຮັກຕ້າຣ໌ ໄລຍະເວລາສຳປະທານ 50 ປີ.
2024-05-30
ເຈົ້າໜ້າທີ່ຕຳຫຼວດ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ,ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຜົ້ງສາລີໄດ້ສຶກສາອົບຮົມໄວລຸ້ນ ຈຳນວນ 8 ຄົນ. ໃນນັ້ນ, ເປັນເພດຍິງ 2 ຄົນທີ່ໄດ້ຖືກກັກຕົວ ຍ້ອນກິນຫຼືດື່ມນ້ຳຕົ້ມໃບກະທ້ອມ.
2024-05-30
ເຈົ້າໜ້າທີ່ແຂວງ ກວາງຈີ ຂອງຫວຽດນາມ ໄດ້ຈັບໂຕຄົນລາວ 5 ລວມມີ ນັກສຶກສາ 2 ຄົນ ທີ່ລັກລອບຂົນຢາເສບຕິດປະເພດເຮໂຣອິນ ທີ່ຊຸກເຊື່ອງໄວ້ໃນລົດ ໝາຍເລກທະບຽນລາວ 4735 ທີ່ເດີນທາງຈາກລາວ ໄປ ຫວຽດນາມ.
2024-05-30
ເຈົ້າໜ້າທີ່ກອງກວດກາປ່າໄມ້ ຜະແນກກະສິກໍາ ແລະປ່າໄມ້ ແຂວງສາລະວັນ, ເຈົ້າໜ້າທີ່ປ່າໄມ້ 3 ເມືອງຂອງແຂວງ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ໄປກວດ ກາຕະຫລາດ, ຮ້ານຄ້າ, ຮ້ານອາຫານ ແລະຕາມແຄມທາງ ທີ່ມີການລັກຂາຍສັດປ່າ ຢູ່ເມືອງສາລະວັນ, ເມືອງຕະໂອ້ຍ ແລະເມືອງສະໝ້ວຍ.
2024-05-30
ຜະແນກກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ ອະຍຸຍາດໃຫ້ປະຊາຊົນ ເຄື່ອນຍ້າຍສັດ, ຊື້-ຂາຍ ແລະ ບໍລິໂພກຊີ້ນງົວ ຄວາຍໄດ້ ແຕ່ ຕ້ອງປຸງໃຫ້ສຸກກ່ອນ ເພື່ອປ້ອງກັນພະຍາດສັດລະບາດ.
2024-05-30
ຈຳນວນນັກສຶກສາ ເຂົ້າສຶກສາຕໍ່ ທີ່ມະຫາວິທະຍາໄລແຫ່ງຊາດລາວ ຫຼຸດລົງເລື້ອຍໆ ເຊິ່ງໃນສົກປີ 2020-2021 ມີຫລາຍກວ່າ 9,000 ຄົນ ລົງທະບຽນເຂົ້າຮຽນ ທີ່ນະຄອນຫລວງວຽງຈັນ, ແຕ່ໃນປີ 2023 ມີຜູ້ເຂົ້າຮຽນລະດັບ ປະລິນຍາຕີ ພຽງ 6,688 ຄົນ ຄືຫລຸດລົງ 26%.
2024-05-29
ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ຈະເປີດໃຊ້ ໃນເດືອນພະຈິກປີນີ້, ແຕ່ຊາວບ້ານຈົ່ມວ່າ ຄ່າຊົດເຊີຍທີ່ດິນໜ້ອຍເກີນໄປ ຖ້າທຽບໃສ່ລາຄາດີນໃນປັດຈຸບັນ.
2024-05-29
ແມ່ຍິງລາວ ຈໍານວນບໍ່ໜ້ອຍ ເຂົ້າໄປເຮັດວຽກ ຂາຍບໍລິການທາງເພດ ຢູ່ເຂດໂຄງການຂຸດຄົ້ນ ບໍ່ເກືອກາລີ ຂອງບໍລິສັດ ຊິໂນ ອາກຣີ ໂປຕາສ ຈຳກັດ ຈາກປະເທດຈີນ, ບ້ານດົງໃຕ້, ເມືອງທ່າແຂກ ແຂວງຄຳມ່ວນ ໂດຍອ້າງອິງຂໍ້ມູນ ຈາກຜູ້ທີ່ຮູ້ກ່ຽວກັບເລື່ອງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ.
2024-05-29
ການປ່ຽນແປງ ຂອງສະພາບດິນຟ້າອາກາດ ທີ່ຮຸນແຮງຂຶ້ນ ເຮັດໃຫ້ປະລິມານນໍ້າຝົນ ຢູ່ລາວນັບແຕ່ປີ 2019 ເປັນຕົ້ນມາ ຕໍ່າກວ່າປະລິມານສະເລ່ຍທີ່ວ່ານັ້ນ, ເຮັດໃຫ້ປະເທດລາວ ເກີດວິກິດການ ຂາດເຂີນນໍ້າ ເພື່ອຜະລິດໄຟຟ້າ ແລະເຮັດການກະເສດ.
2024-05-29
ທາງການລາວ ປະກາດວ່າ ຈະເພີ່ມຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທຳລາຍປ່າໄມ້ ແລະ ໄຟໄໝ້ລາມປ່າ ກວ່າເກົ່າ ຊຶ່ງເປັນໄປຕາມຄຳສັ່ງເລກທີ 11/ນຍ ທີ່ວາງອອກໃນໄລຍະກາງປີ 2023.
2024-05-28
ການຄົມມະນາຄົມ ເຂດເມືອງໄຊທານີ ນະຄອນຫຼວງວຽງຈັນ ຫຍຸ້ງຍາກຫຼາຍ ເນື່ອງຈາກວ່າ ຖະໜົນສາຍຫຼັກ ທີ່ໃຊ້ສັນຈອນ ເປ່ເພຢ່າງໜັກ ແລະຂາດການບຳລຸງຮັກສາ ຫຼື ສ້ອມແປງ ເປັນໄລຍະເວລາຫຼາຍປີແລ້ວ.