ຍັງປະກົດມີຮ້ານບັນເທີງ ເປີດກາຍໂມງ-ສົ່ງສຽງດັງ
2024.05.31

ເຈົ້າໜ້າທີ່ຄະນະສະເພາະກິດ ແກ້ໄຂບັນຫາສຽງດັງນອງນັນ ຂອງນະຄອນຫຼວງວຽງຈັນ ຈຸທີ 4 ໄດ້ລົງກວດກາ ຮ້ານອາຫານ ແລະ ຮ້ານບັນເທິງ ໃນເຂດເທສະບານເມືອງສັງທອງ ນະຄອນຫຼວງວຽງຈັນ ຈຳນວນ 3 ຮ້ານ ໃນຄືນວັນທີ 22 ພຶດສະພາ 2024 ທີ່ຜ່ານມາ ແລະໄດ້ພົບເຫັນຮ້ານອາຫານ “ວັອດແອັບ” ທີ່ເປີດເພງສຽງດັງ ແລະ ເປີດບໍລິການກາຍໂມງເວລາທີ່ກຳນົດ. ເຈົ້າໜ້າທີ່ ຈຶ່ງໄດ້ດຳເນີນການເຮັດບົນທຶກ ແລະ ຮຽກເຈົ້າຂອງຮ້ານ ເຂົ້າມາຮັບຄຳຕັກເຕືອນ ພ້ອມທັງປັບໃໝ ຕາມລະບຽບການ.
ກ່ຽວກັບເລື່ອງນີ້, ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ຊຶ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວກັບວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ພຶດສະພາ 2024 ນີ້ວ່າ ການລົງໄປກວດກາຂອງເຈົ້າໜ້າທີ່ແບບນີ້ ແມ່ນໄດ້ປະຕິບັດຢູ່ເປັນປະຈຳ ຄືເດືອນນຶ່ງ ຈະລົງກວດກາ 2 ຄັ້ງ. ສໍາລັບເມືອງສັງທອງ ມີຈຸດພິເສດຢູ່ບ່ອນວ່າ ໂດຍປົກກະຕິແລ້ວ ຮ້ານອາຫານ ແລະ ຮ້ານບັນເທິງຕ່າງໆ ຈະມີແຂກຄົນຫຼາຍ ໃນວັນສິນ. ເຈົ້າໜ້າທີ່ ຈຶ່ງເລືອກວັນເວລາດັ່ງກ່າວ ລົງໄປກວດກາ ດັ່ງເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວຕອນນຶ່ງວ່າ:
“ເດືອນນຶ່ງສອງຄັ້ງເດີ້ ເມືອງແຕ່ລະເມືອງ. ສຳລັບຈຸ 4 ພວກເຮົານີ້ລ່ະແມ່ນ ຄວບຄຸມຢູ່ 3 ເມືອງເນາະ ມີເມືອງສີໂຄດຕະບອງ, ເມືອງນາຊາຍທອງ ແລະ ເມືອງສັງທອງ ເນັ້ນໃສ່ ເມືອງສັງທອງ ມີຈຸດພິເສດ ເປັນລັກສະນະແຕກຕ່າງເນາະ ຄືມື້ທົ່ວໄປນີ້ ເຂົາເຈົ້າກະບໍ່ໄດ້ເປີດ ອັ່ນນ່າ ຮັບແຂກຈຳນວນຫຼາຍດອກເນາະ ເພິ່ນບໍ່ມີແຂກວ່າຊັ້ນສາ. ເດືອນນຶ່ງຈະມີ 2 ວັນທີ່ວ່າ ເຂົາໄປທ່ຽວໄປຫຼິ້ນຫັ້ນເນາະ ຄືວັນສິນຫັ້ນ ຈະມີແຂກເນາະ.”
ສຳລັບຜົນຂອງການກວດກາຮ້ານບັນເທິງ ຢູ່ເມືອງສັງທອງ ຮ້ານອື່ນໆນັ້ນ ປະກົດວ່າ ຮ້ານບັນເທິງ “ໃບຢົກ” ໄດ້ປິດບໍລິການໃນວັນດັ່ງກ່າວ ສ່ວນຮ້ານບັນເທິງ “ນີນ້າ” ໄດ້ປະຕິບັດຕາມລະບຽບການຖືກຕ້ອງ.
ຊາວບ້ານ ນາງນຶ່ງ ຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ ກ່າວວ່າ ເຖິງແມ່ນວ່າ ຮ້ານບັນເທິງ ຢູ່ເມືອງສັງທອງ ຈະບໍ່ມີບັນຫາສຽງດັງນອງນັນ ເປັນປະຈຳທຸກມື້. ແຕ່ວ່າ ໃນວັນທີ່ຮ້ານບັນເທິງ ມີລູກຄ້າ ມີແຂກຄົນຫຼາຍ ກໍຈະມີສຽງດັງແຮງ ແກ່ຍາວຈົນຮອດເວລາປະມານ 2-3 ໂມງເຊົ້າ ຊຶ່ງກໍສ້າງຄວາມເດືອດຮ້ອນ ແກ່ຊາວບ້ານຢູ່ພໍສົມຄວນ.
“2-3 ໂມງ, ມັນເປັນບາງຊ່ວງ ບາງຄາວ ແຕ່ວ່າມັນບໍ່ແມ່ນແບບ ມັນບໍ່ແມ່ນແບບທຸກມື້ເນາະ ເຮົາອັ່ນນີ້ ເຮົາເວົ້າໂຕຈິງເລີຍ ເວົ້າໃຫ້ຟັງໂຕຈິງ, ໂດຍ.”
ນອກຈາກຢູ່ເມືອງສັງທອງແລ້ວ, ທາງຄະນະສະເພາະກິດ ແກ້ໄຂບັນຫາສຽງດັງນອງນັນ ຂອງນະຄອນຫຼວງວຽງຈັນ ທີ່ໄດ້ແບ່ງອອກເປັນ 4 ຈຸນັ້ນ ກໍໄດ້ກະຈາຍລົງໄປກວດກາ ບັນຫາສຽງດັງ ແລະ ເປີດບໍລິການກາຍໂມງກາຍເວລາ ຕາມຮ້ານອາຫານ ແລະ ຮ້ານບັນເທິງ ທົ່ວນະຄອນຫຼວງວຽງຈັນ. ດັ່ງທີ່ ເຈົ້າໜ້າທີ່ກ່ຽວຂ້ອງ ອີກທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ຊຶ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ເຊັ່ນດຽວກັນ ໄດ້ກ່າວວ່າ:
“ເພິ່ນແບ່ງຈຸເປັນ 4 ຈຸເນາະ ທີ່ເຮົາເຮັດຫັ້ນມັນມີເປັນຈຸເນາະ, ເປັນຈຸ ລົງຮັບຜິດຊອບແຕ່ລະເມືອງຫັ້ນເນາະ. ແລະກະແບ່ງຄວາມຮັບຜິດຊອບແຕ່ລະເມືອງຫັ້ນ ແຕ່ຖືວ່າເຫັນເຂົາເຈົ້າແມ່ນລົງເຄື່ອນໄຫວແລ້ວຊັ້ນ.”
ຢ່າງໃດກໍຕາມ, ຊາວບ້ານ ຜູ້ນຶ່ງ ຢູ່ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ລາວກໍຍັງໄດ້ຮັບຄວາມເດືອດຮ້ອນ ຈາກບັນຫາຮ້ານບັນເທິງ ເສບເພງສຽງດັງເກີນໄປ ແລະ ກາຍໂມງເວລາ. ເຖິງແມ່ນວ່າ ຈະໄດ້ໄປແຈ້ງພາກສ່ວນກ່ຽວຂ້ອງແລ້ວ ແຕ່ກໍຍັງບໍ່ທັນມີການແກ້ໄຂເທື່ອ ຊຶ່ງອາດຍ້ອນວ່າ ເຈົ້າຂອງຮ້ານ ອາດຈະແມ່ນລູກເຈົ້າຫຼານນາຍ ຫຼື ເປັນຄົນທີ່ມີເສັ້ນສາຍ ກໍເປັນໄດ້.
“ກ່ອນໂຄວິດ, ແຕ່ກ່ອນອັ່ນນັ້ນນ່າ ມັນເປັນຮ້ານເຫຼົ້າຝຣັ່ງ ເຂົາເຈົ້າກະເສບໆ ແຕ່ວ່າມັນຮອດໂມງລ່ະເຂົາເຈົ້າກໍປິດຫັ້ນນ່າ ອັ່ນນີ້ບາງມື້ 3 ໂມງ. ໄປແຈ້ງຫຼາຍພາກສ່ວນລ່ະ ກະບໍ່ ບໍ່ຊິມາແກ້ໄຂໃຫ້ ມິດຈີ່ຫຼີ່ຊັ້ນລ່ະ (ເຈົ້າຂອງໜ້າຈະແມ່ນ) ລູກນາຍຫຼານນາຍຫຼະ.”
ຂໍ້ຕົກລົງ ວ່າດ້ວຍ ການຄວບຄຸມສຽງດັງນອງນັນ ຢູ່ນະຄອນຫຼວງວຽງຈັນ ທີ່ຖືກປະກາດໃຊ້ໃນເດືອນທັນວາ ປີ 2020 ໄດ້ກຳນົດໃຫ້ສະຖານທີ່ບັນເທິງສະເພາະ ແລະ ກາງແຈ້ງ ເສບດົນຕີ ຫຼື ເປີດເຄື່ອງສຽງ ໃນລະດັບທີ່ບໍ່ໃຫ້ເກີນ 80 ດິຊິເບວ ແລະ ກຳນົດເວລາເປີດ ບໍ່ໃຫ້ກາຍເວລາ 23 ໂມງ 30 ນາທີກາງຄືນ ແລະ ຕ້ອງປິດໃຫ້ການບໍລິການ ພາຍໃນເວລາ 24 ໂມງຫຼືທ່ຽງຄືນ. ຖ້າສະຖານທີ່ບັນເທິງບ່ອນໃດ ລະເມີດຂໍ້ຕົກລົງດັ່ງກ່າວ ຈະຖືກລົງມາດຕະການຕາມລຳດັບຂັ້ນຕອນ ແຕ່ເບົາໄປຫາໜັກ ດັ່ງນີ້:
- ຄັ້ງທີ 1 ສຶກສາອົບຮົມ, ຂຽນບົດບັນທຶກ ແລະ ກ່າວເຕືອນ,
- ຄັ້ງທີ 2 ກ່າວເຕືອນ ແລະ ປັບໃໝ ຕາມລະບຽບການ,
- ຄັ້ງທີ 3 ປິດກິດຈະການ ແລະ ຖອນໃບອະນຸຍາດ,
- ຄັ້ງທີ 4 ດຳເນີນຄະດີຕາມກົດໝາຍ.
ທີ່ຜ່ານມາ, ທາງການນະຄອນຫຼວງວຽງຈັນ ໄດ້ອອກຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບ ຕິດຕາມ, ກວດກາ ແລະ ແກ້ໄຂ ສຽງດັງນອງນັນ ໃນທຸລະກິດຮ້ານອາຫານ ແລະ ຮ້ານບັນເທີງ ໃນເຂດນະຄອນຫຼວງວຽງຈັນ. ໂດຍມີພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ສົມທົບກັບ ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ເປັນຜູ້ຮັບຜິດຊອບ.
ໂດຍໃນປີ 2024 ນີ້, ທາງຄະນະສະເພາະກິດ ແກ້ໄຂບັນຫາສຽງດັງນອງນັນ ຢູ່ນະຄອນຫຼວງວຽງຈັນ ໄດ້ລົງໄປກວດກາ ຮ້ານອາຫານ ແລະ ຮ້ານບັນເທິງ ຫຼາຍແຫ່ງ ທົ່ວນະຄອນຫຼວງວຽງຈັນ ເປັນຕົ້ນ ໃນເດືອນມັງກອນທີ່ຜ່ານມາ, ຄະນະສະເພາະກິດ ຈຸທີ 3 ປະຈຳເມືອງສີສັດຕະນາກ ແລະ ເມືອງຫາດຊາຍຟອງ ກໍໄດ້ລົງກວດກາ ຮ້ານອາຫານ ແລະ ຮ້ານບັນເທິງ ພົບຮ້ານທີ່ລະເມີດລະບຽບການ ຈຳນວນ 4 ຮ້ານ ແລະ ໃນເດືອນເມສາທີ່ຜ່ານມາ, ຄະນະສະເພາະກິດ ຈຸທີ 2 ໄດ້ລົງກວດກາຮ້ານບັນເທິງ ຢູ່ເຂດເມືອງໄຊທານີ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະໄດ້ກວດພົບຮ້ານທີ່ຜິດລະບຽບການ ຈຳນວນ 5 ຮ້ານ ຊຶ່ງເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ດຳເນີນການເຮັດບົດບັນທຶກ ແລະ ອອກໜັງສືເຊີນເຈົ້າຂອງຮ້ານໄປຮັບຄຳກ່າວເຕືອນ ຢູ່ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ແລະ ໄດ້ມີການລົງໄປກວດກາຊ້ຳຕື່ມຢູ່ເລື່ອຍໆ.