ປະລິມານນໍ້າຝົນ ໃນປະເທດລາວ ຫຼຸດລົງເລື້ອຍໆ
2024.05.29
ເມື່ອກ່ອນ ປະລິມານນໍ້າຝົນ ຢູ່ປະເທດລາວ ສະເລ່ຍ ປະມານ 3,000 ມີລີແມັດຕໍ່ປີ, ແຕ່ຍ້ອນການປ່ຽນແປງ ຂອງສະພາບດິນຟ້າອາກາດ ທີ່ຮຸນແຮງຂຶ້ນ ເຮັດໃຫ້ປະລິມານນໍ້າຝົນ ຢູ່ລາວ ນັບແຕ່ປີ 2019 ເປັນຕົ້ນມາ ຕໍ່າກວ່າປະລິມານສະເລ່ຍທີ່ວ່ານັ້ນ, ເຮັດໃຫ້ປະເທດລາວ ເກີດວິກິດການ ຂາດເຂີນນໍ້າ ເພື່ອຜະ ລິດໄຟຟ້າ ແລະເຮັດການກະເສດ. ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ທ່ານນຶ່ງຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ພຶດສະພານີ້ ແລ້ວແມ່ນວ່າ 2 ປີຜ່ານມານີ້ ນໍ້າຝົນຫລຸດລົງ.
“ແມ່ນ ກະຫລຸດລົງ 2 ປີຜ່ານມາເນາະ ໂຕນີ້ແຕ່ລະເດືອນເພິ່ນກະມີການປະຊຸມ ຂອງການລາຍງານສະພາບລະດັບນໍ້າທົ່ວປະເທດ ການນໍາໃຊ້ນໍ້າຕະຫລອດປີ ມີຈັກທໍ່ໃດເນາະ ແລ້ວມີປະລິມານນໍ້າທໍ່ໃດເນາະ ແຕ່ວ່າ ຍັງບໍ່ມີແຜນສະຫລຸບເທື່ອວ່າ ເຮົາສິຫາທາງອອກແນວຫັ້ນນ່າ.”
ທ່ານເວົ້າຕື່ມ ເຖິງການປ່ຽນແປງຂອງສະພາບອາກາດວ່າ ຮຸນແຮງຂຶ້ນນັບມື້ ແລະເຮັດໃຫ້ປະລິມານນໍ້າຝົນ ຢູ່ໃນລາວ ຫລຸດລົງ ຕໍ່າກວ່າປະລິມານສະເລ່ຍ ທີ່ວ່ານັ້ນ ຈົນເກີດວິກິດການ ຂາດເຂີນນໍ້າ ເພື່ອຜະລິດໄຟຟ້າ ແລະທໍາການກະເສດ ຊຶ່ງປັດຈຸບັນ ລັດຖະບານ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນມີຂໍ້ສະຫລຸບອອກມາເທື່ອວ່າ ຈະຫາທາງແກ້ໄຂ ແລະກຽມຄວາມພ້ອມ ຮັບມືແນວໃດ ໃນໄລຍະຍາວ.
ອີງຕາມຂໍ້ມູນ ຂອງທະນາຄານໂລກ, ໃນປີ 2019 ປະລິມານນໍ້າຝົນ ຢູ່ລາວ ຫລຸດລົງປະມານເຄິ່ງນຶ່ງ ຂອງ 3,000 ມມີລີແມັດ ຖືວ່າ ຕໍ່າທີ່ສຸດ ນັບແຕ່ປີ 2000 ເປັນຕົ້ນມາ, ປີ 2020 ປາລິມານນໍ້າຝົນ ເພີ້ມຂຶ້ນມາ ຢູ່ທີ່ປະມານ 1,834 ມີລີແມັດ, ປີ 2021 ຫລຸດລົງມາ ຢູ່ທີ່ປະມານ 1,754.64 ມີລີແມັດ ແລະປີ 2022 ເພີ້ມຂຶ້ນຢູ່ທີ່ປະມານ 2,037.69 ມີລີແມັດ.
ພື້ນທີ່ ທີ່ມີປາລິມານນໍ້າຝົນ ສະເລ່ຽຕໍ່ປີ ສູງທີ່ສຸດ ຄື ສູງກວ່າ 3,000 ມີລີແມັດ ທີ່ມີສະເພາະບາງເມືອງ ໃນແຂວງບໍລິຄໍາໄຊ, ໄຊສົມບູນ ແລະແຂວງເຊກອງ.
ພື້ນທີ່ ທີ່ມີປະລິມານນໍ້າຝົນ ສະເລ່ຍຕໍ່ປີ ແຕ່ 1,500 ຫາ 3,000 ມີລີແມັດ ມີຢູ່ບາງເມືອງ ໃນແຂວງ ຜົ້ງສາລີ, ຫລວງນໍ້າທາ, ວຽງຈັນ, ຄໍາມ່ວນ, ສະຫວັນນະເຂດ ແລະແຂວງສາລະວັນ.
ແລະພື້ນທີ່ ທີ່ມີປາລິມານນໍ້າຝົນ ຕໍ່າທີ່ສຸດຕໍ່ປີ ຄື ຕໍ່າກວ່າ 1,500 ມີລີແມັດ ຄືຢູ່ບາງເມືອງ ໃນແຂວງ ອຸດົມໄຊ, ຫລວງພະບາງ, ຫົວພັນ, ຊຽງຂວາງ ແລະແຂວງໄຊຍະບູລີ.
ເຈົ້າໜ້າທີ່ ຜະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງສະ ຫວັນນະເຂດ ນາງນຶ່ງກ່າວໃນມື້ວັນທີ 29 ພຶດສະພານີ້ວ່າ ຕະຫລອດຫລາຍປີມານີ້ ການປ່ຽນແປງຂອງສະພາບດິນຟ້າອາກາດ ເຮັດໃຫ້ລະດູການຕ່າງໆ ເກີດຄວາມຜັນຜວນຫລາຍ ໂດຍສະເພາະຊ້ວງລະດູຮ້ອນ ອາກາດຮ້ອນອົບເອົ້າຈົນຢູ່ກິນ ລໍາບາກ ກະທົບຕໍ່ຊາວບ້ານ ບໍ່ມີນໍ້າພຽງພໍທີ່ຈະເຮັດນາແຊງ, ພືດຜັກ ຕາຍຍ້ອນແດດແຮງ ແລະຂາດນໍ້າ.
ເຈົ້າໜ້າທີ່ນາງນີ້ ເວົ້າຕໍ່ໄປວ່າ ໄລຍະເດືອນພຶດສະພາ ໄປຈົນເຖິງເດືອນຕຸລາຂອງປີ ຈະເປັນຊ່ວງລະດູຝົນ ຊຶ່ງຊາວບ້ານ ກໍຈະເລີ່ມເຮັດການກະເສດ ເປັນຕົ້ນແມ່ນປູກເຂົ້ານາປີ ແລະປູກພືດຕາມລະດູການ ແຕ່ປາກົດວ່າເດືອນພຶດສະພານີ້ຝົນຍັງບໍ່ຕົກ, ແຫລ່ງນໍ້າທໍາມະຊາດ ຍັງຕື້ນເຂີນ, ດິນແຫ້ງແລ້ງ ຊາວບ້ານ ບໍ່ສາມາດຄາດ-ໄຖກຽມເນື້ອທີ່ປູກເຂົ້ານາປີໄດ້…
“ຕົກກະແບບອັນ ມັນຈັກແນວໃດນ່າ ຄຶ້ມຊື່ໆ ຄືວ່າບໍ່ໄດ້ສູ້ຕົກປານໃດ ບາດຝົນຕົກແຮງ ແຮງກະແຮງບາດດຽວ ເຮົາຊິໄຖຢອດ ພັດແບບຢຸດສາຫັ້ນນ່າ ມັນແດດແລ້ວມັນກະແຫ້ງ ກະບົກໄປນໍານໍ້າກະດີ ໝາກໄມ້ໝາກຕອກກະ ຟ້າຝົນມັນກະບໍ່ອໍານວຍປານໃດ.”
ແລະເຈົ້າໜ້າທີ່ຜະແນກກະສິກໍາແລະປ່າໄມ້ ແຂວງຈໍາປາສັກ ທ່ານນຶ່ງກໍເວົ້າໃນທໍານອງດຽວກັນນີ້ ຕໍ່ວິທຍຸເອເຊັຽເສຣີວ່າ ເດືອນພຶດສະພາ ຖືເປັນຊ້ວງເວລາທີ່ຊາວບ້ານ ຈະຕ້ອງເລີ້ມກຽມເນື້ອທີ່ ເພື່ອປູກເຂົ້ານາປີຕາມລະດູການ ແຕ່ປາ ກົດວ່າເນື້ອທີ່ສ່ວນຫລາຍຍັງແຫ້ງແລ້ງ, ບໍ່ມີນໍ້າພຽງພໍ ຕ້ອງໄດ້ລໍຖ້າຈົນກວ່າຝົນຈະຕົກລົງມາ ຊາວບ້ານຈຶ່ງຈະຄາດ ແລະໄຖນາກຽມປູກເຂົ້ານາປີໄດ້.
“ເວົ້າເລື່ອງນໍ້າແຫລ່ງນໍ້າ ແຖວບ້ານນີ້ກະຍັງບໍ່ທັນໄດ້ມີ ໄດ້ກ້າໄດ້ມຸ່ງອີ່ຫຍັງດອກ ຝົນຫາກະຕົກເທື່ອດຽວ ຫລຽວເບິ່ງທົ່ງໄຮ່ທົ່ງນາ ກະຍັງມີແຕ່ຫຍ້າ ຄືບໍ່ມີນໍ້າໄດ໋.”
ເວົ້າສະເພາະຢູ່ເມືອງໜອງບົກ ແຂວງຄໍາມ່ວນ ຊາວບ້ານນາງນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ ເມືອງໜອງບົກ ເປັນເຂດທີ່ມີຝົນຕົກແລ້ວໃນບາງພື້ນທີ່ ແລະເປັນເຂດທີ່ຢູ່ລຸ່ມ ຕິດກັບແມ່ນໍ້າເຊບັ້ງໄຟ ແລະແມ່ນໍ້າຂອງ ຈຶ່ງເຮັດໃຫ້ຊາວບ້ານທີ່ປູກເຂົ້ານາປີ ສາມາດກຽມເນື້ອທີ່ປູກເຂົ້າ ແລະຫວ່ານກ້າໄດ້ຕາມລະດູການ.
“ແມ່ນແຫລະ ເລີ່ມແລ້ວໄດ໋ ມັນກະບໍ່ເຖິງຂັ້ນວ່າຊິອັ່ງຫລາຍ ກະພໍຕົກ ພໍດີໄດ້ກ້າ ພໍດີວ່າຂະເຈົ້າຫວ່ານເຂົ້າຫັ້ນນ່າ.”
ເຖິງແມ່ນວ່າ ການປ່ຽນແປງ ຂອງສະພາບດິນຟ້າອາກາດ ຢູ່ປະເທດລາວ ນັບມື້ຈະທະວີຄວາມຮຸນແຮງຂຶ້ນ ແຕ່ລັດຖະບານລາວ ກໍບໍ່ໄດ້ຮ່ວມລົງນາມ ໃນຄໍາໝັນຕໍ່ ອະນຸສັນຍາ COP28 ກ່ຽວກັບການກະເສດແບບຍືນຍົງ, ລະບົບອາ ຫານ ທີ່ມີການປ່ຽນແປງໄດ້ ແລະການດໍາເນີນການ ດ້ານການປ່ຽນແປງຂອງດິນຟ້າອາກາດ ເມື່ອວັນທີ 1 ທັນວາ 2023 ຢູ່ໃນກອງປະຊຸມລັດພາຄີ ຂອງອົງ ການສະຫະປະຊາຊາດ ກ່ຽວກັບການປ່ຽນແປງ ຂອງດິນຟ້າອາກາດ ຫລື COP28 ຊຶ່ງໄດ້ຈັດຂຶ້ນ ຢູ່ເມືອງ ດູໄບ ປະເທດ ສະຫະລັດ ອາຫລັບ ເອມີ ເຣດ ແຕ່ວັນທີ 30 ພຶດສະຈິກາ ຫາວັນທີ 12 ທັນວາ 2023 ທີ່ຜ່ານມາ.
ການທີ່ບໍ່ຮ່ວມລົງນາມໃນຄໍາໝັ້ນ ຕໍ່ອານຸສັນຍາ COP28 ນັ້ນ ລັດຖະບານລາວ ອ້າງວ່າ ລາວເປັນປະເທດນ້ອຍ, ປະຊາຊົນຍັງທຸກຍາກຫລາຍ ແລະກໍາລັງຢູ່ໃນໄລຍະການພັດທະນາປະເທດ ຊຶ່ງມີຄວາມຈໍາເປັນທີ່ສຸດ ທີ່ຈະນໍາໃຊ້ຊັບພະຍາກອນທໍາມະຊາດ ເປັນຈໍານວນຫລວງຫລາຍ ເພື່ອຊຸກຍູ້ ສົ່ງເສີມ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ.