ຊາວກະສິກອນ ທົ່ວປະເທດ ກຳລັງປະເຊີນກັບໄພແລ້ງ

ຈຳປາທອງ
2024.05.02
ຊາວກະສິກອນ ທົ່ວປະເທດ ກຳລັງປະເຊີນກັບໄພແລ້ງ ພື້ນທີ່ການກະເສດ ແລະຫ້ວຍ ທີ່ຂາດນ້ຳ ແຫ່ງໜຶ່ງ ທາງແຂວງພາກເໜືອ ຂອງລາວ. ເດືອນມີນາ ປີ 2024.
ນັກຂ່າວພົນລະເມືອງ

ຫລາຍແຂວງຂອງລາວ ມີອຸນຫະພູມອາກາດເພີ້ມຂຶ້ນນໍາເລື້ອຍໆ ເຮັດໃຫ້ແຫ້ງແລ້ງ ໃນຮອບນຶ່ງເດືອນສອງເດືອນມານີ້ ເຮັດໃຫ້ຊາວກະສິກອນ ຢູ່ຫລາຍເຂດ ທົ່ວປະເທດ ໄດ້ຮັບຜົນກະທົບ ຈາກໄພແຫ້ງແລ້ງ, ບໍ່ມີນໍ້າສໍາລັບເຮັດການກະເສດ ຈົນເຮັດໃຫ້ພືດຢືນຕົ້ນ ຕາຍເປັນຈໍານວນຫລາຍ ໃນຂະນະທີ່ທາງການ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ມີແນວທາງແກ້ໄຂເທື່ອ, ອີງຕາມຄໍາເວົ້າ ຂອງຊາວກະສິກອນ ທີ່ເຮັດສວນກາເຟ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ຜູ້ນຶ່ງຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ພຶດສະພາ.

ມີຜົນກະທົບແທ້ວ່າ ຕົ້ນກາເຟເຮົານີ້ມັນກໍຍຸບ ຍຸບຫລາຍ ບາງເທື່ອບາງບ່ອນກໍຕາຍບົນຕົ້ນ ເພາະວ່າຝົນມັນບໍ່ມາ ເພາະວ່າເຮົາອາໄສທໍາມະຊາດເດ້ ປີນີ້ຮ້ອນແຮງກວ່າໝູ່ ຮ້ອນແຮງທີ່ສຸດ ປີກາຍນີ້ມັນ ອ່າ ກາເຟເຮົານີ້ມັນກໍມີໃບມີຫຍັງເນາະ ເຮົາກໍບໍ່ໄດ້... ກໍບໍ່ໄດ້ໃຫ້ໝາກຫັ້ນນ່າ ປີນີ້ຫັ້ນ ບາງເທື່ອມັນອັນ ໃບມັນຈະບໍ່ຢູ່ ໃນໄລຍະນີ້ໄລຍະເດືອນ 2 ເດືອນມານີ້ ມາແຮງ ບໍ່ໆບໍ່ມີການຈັດການນໍ້ໃນຊຸມຊົນເຮົາ ເພາະວ່າມັນບໍ່ມີໂຄງການ.

ທ່ານເວົ້າຕື່ມວ່າ ເຖິງແມ່ນຫລາຍພື້ນທີ່ ໃນລາວ ຈະປະສົບບັນຫາໄພແຫ້ງແລ້ງ ໂດຍສະເພາະໃນໄລຍະລະດູຮ້ອນ ຕິດຕໍ່ກັນມາຫລາຍປີແລ້ວ ແຕ່ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ກໍຍັງບໍ່ມີແນວທາງແກ້ໄຂ ເພື່ອຊ່ວຍເຫລືອຊາວກະສິກອນ ທັງໆທີ່ປະຊາຊົນຈໍານວນຫລາຍ ໃນປະເທດ ປະກອບອາຊີບປູກຝັງ-ລ້ຽງສັດ.

ຢູ່ເມືອງບຸນໃຕ້ ແຂວງຜົ້ງສາລີ ຊາວນາຜູ້ນຶ່ງ ກໍເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ເຖິງສະພາບແຫ້ງແລ້ງໃນປີນີ້ວ່າ ມີຄວາມຮຸນແຮງກວ່າປີທີ່ຜ່ານມາ ຊຶ່ງເຮັດໃຫ້ຊາວນາ ທີ່ວາງແຜນຈະເລີ້ມເຮັດນາ ໃນໄລຍະກາງເດືອນພຶດສະພາແລະເດືອນມິຖຸນານັ້ນ ມີຄວາມກັງວົນວ່າ ຈະບໍ່ສາມາດເຮັດໄດ້ ຍ້ອນບໍ່ມີນໍ້າ. ແລະຖ້າຫາກຕ້ອງການນໍານໍ້າທໍາມະຊາດ ມາໃຊ້ ກໍຈໍາເປັນຕ້ອງໄດ້ຈ່າຍເງິນເພີ່ມຕື່ມ ໃນກ່ນຊື້ນໍ້າມັນເຊື້ອໄຟ ມາໃສ່ເຄື່ອງຈັກສູບນໍ້າ.

ບໍ່ເວົ້າອ້ອຍບໍ່ເວົ້າກາເຟ ບໍ່ເວົ້າອີ່ຫຍັງກໍ ປູກຫຍັງກໍຕາຍໝົດ ດຽວນີ້ຫັ້ນນ່າ ບໍ່ມີນໍ້າສິກິນ ດຽວນີ້ກໍລົມກັນຢູ່ ອັນນັ້ນແຫລະ ກໍບໍ່ເຮັດຫຍັງແຫລະ ກໍມີແຕ່ຖ້າເຮັດນາ ຂນາດນາກໍຍັງບໍ່ມີນໍ້າຈະໃຊ້ດຽວນີ້ນ່າ ລົມກັນຢູ່ໂຕນີ້ນ່າ ເອີ ຝັ່ງນັ້ນກໍລົມກັນຢູ່ດຽວນີ້ ແຫ້ງໆ ນໍ້າຢູ່ກອງບ້ານ ນໍ້າກອງໃຫຍ່ກໍແຫ້ງໄດ໋ ບໍ່ມີນໍ້າຈະໃຊ້ ບໍ່ມີດອກ ເພິ່ນ ທາງການສິມາຊ່ອຍໂຕນີ້ນ່າ ບໍ່ມີ.

ທ່ານກ່າວຕໍ່ໄປວ່າ ປະຊາຊົນ ຢູ່ຫລາຍບ້ານ ຫລາຍເມືອງໃນແຂວງຜົ້ງສາລີ ປະສົບກັບອາກາດຮ້ອນຢ່າງຮຸນແຮງ ຍ້ອນຝົນບໍ່ຕົກ ຕິດຕໍ່ກັນມາຫລາຍເດືອນແລ້ວ ບາງພື້ນທີ່ ຮອດ 6-7 ເດືອນ ເຮັດໃຫ້ພວກເຂົາເຈົ້າ ບໍ່ສາມາດເຮັດການຜະລິດໄດ້, ແຫລ່ງນໍ້າທໍາມະຊາດຕ່າງໆ ແຫ້ງລົງ ບໍ່ມີນໍ້າພໍເທົ່າໃດ ເຮັດໃຫ້ຄອບຄົວທຸກຍາກ ຢູ່ເຂດນອກ ເຂດຫ່າງໄກ ບໍ່ມີນໍ້າໃຊ້ ບໍ່ມີນໍ້າດື່ມ.

ອູນຫະພູມອາກາດ ຢູ່ລາວ ບາງມື້ ຄືວັນທີ 2 ພຶດສະພານີ້ ແມ່ນສູງຮອດ 44 ອົງສາແຊວຊຽສ, ມັນສົ່ງຜົນກະທົບ ຕໍ່ການດໍາລົງຊີວິດປະຈໍາວັນຂອງປະຊາຊົນ ລວມເຖິງສິ່ງມີຊີວິດອື່ນໆ ຮວມທັງປານິນໃນກະຊັງ ທີ່ເກີດອາການນັອກນໍ້າ ຍ້ອນນໍ້າໃນແມ່ນໍ້າຂອງ ແລະລໍານໍ້າສາຂາ ຮ້ອນ ແລະຫລຸດລົງຢ່າງໄວວາ ດັ່ງຜູ້ລ້ຽງປາກະຊັງ ຢູ່ນະຄອນປາກເຊ ແຂວງຈໍາປາ ຜູ້ນຶ່ງເວົ້າວ່າ:

ນໍ້າມັນຮ້ອນ ປາບໍ່ດິນຫົວອາຫານ ປີນີ້ຫວາປີນີ້ຮ້ອນກ່ອນຫລາຍ ນໍ້າ... ທາງລົງ ຄັນນໍ້າມັນແຫ້ງລົງໄປຫລາຍໆ ກໍ ປີນີ້ກໍນໍ້າແລ້ງ ເຂົາບໍ່ປ່ອຍເຂື່ອນລົງມາ ເຮົາລ້ຽງຢູ່ແມ່ນໍ້າຂອງເດ້ ລ້ຽງຢູ່ນໍ້າຂອງ ເຮົາກໍຂາຍຕາມທ້ອງຕະຫລາດ ຂາຍຖືກກວ່າປາເປັນ ຕາຍຫລາຍເພາະອາກາດມັນຮ້ອນ.

ໃນໄລຍະກາງເດືອນເມສາທີ່ຜ່ານມາ ປາກະຊັງນັອກນໍ້າຕາຍ ຢ່າງຫລວງ ຫລາຍໃນແຕ່ລະມື້ ເຮັດໃຫ້ຜູ້ລ້ຽງ ຈໍາເປັນຕ້ອງໄດ້ນໍາອອກຂາຍ ໃນລາຄາຖືກກວ່າປົກກະຕິ ຂະນະທີ່ ພາກສ່ວນທາງການທີ່ກ່ຽວຂ້ອງ ຍັງບໍ່ທັນມີແນວທາງແກ້ໄຂ ຫືຊ່ວຍເຫລືອຢ່າງເປັນຮູບປະທໍາເທື່ອ ດັ່ງຜູ້ລ້ຽງປາກະຊັງ ຢູ່ເມືອງວັງວຽງ ແຂວງວຽງຈັນ ນາງນຶ່ງເວົ້າວ່າ:

ປາມັນຕາຍຫລາຍຢູ່ ມັນແດດຮ້ອນຫລາຍ ແມ່ນໆ ບໍ່ມີຝົນເລີຍບໍ່ມີຕົກເລີຍ ຫລາຍຢູ່ ເອື້ອຍບໍ່ໄດ້ເອົ່ລົງຫລາຍແລ້ວ ມື້ລະ 20 30 ໂລ ແມ່ນ ຂາຍຫລຸດລາຄາລົງມາ ປົກກະຕິຂາຍ 55,000 ກີບ/ໂຕ ມາຂາຍຢູ່ 40,000 ກີບ/ໂລ ຂະເຈົ້າສົ່ງຢູ່ຫັ້ນ ໂຕນຶ່ງຢູ່ 48,000 ກີບ ບໍ່ມີແນວແກ້ເລີຍແຫລະ ມີແຕ່ຕາຍກັບຂາຍຫລຸດລົງ ສ່ວນຫລາຍນໍ້າ ຕາຍຫັ້ນນ່າ ຈະຕົວໂຕຂຶ້ນ.

ແລະອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ທີ່ເຮັດວຽກດ້ານການປູກຝັງ-ລ້ຽງສັດ ຢູ່ແຂວງພາກເໜືອ ຂອງລາວນາງນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ພຶດສະ ພາ ນີ້ແລ້ວແມ່ນວ່າ ໃນຮອບຫລາຍປີທີ່ຜ່ານມາ ສະພາບສິ່ງແວດລ້ອມພາຍໃນລາວ ເຊື່ອມໂຊມລົງເລື້ອຍໆ ຍ້ອນທາງການລາວ ໃຫ້ສໍາປະທານໂຄງການສ້າງເຂື່ອນ ແລະຂຸດຄົ້ນບໍ່ແຮ່ ທີ່ໄດ້ມີການຕັດໄມ້ທໍາລາຍປ່າຫລາຍ. ນັ້ນກໍແມ່ນສາ ເຫດສໍາຄັນ ທີ່ເຮັດໃຫ້ໃນແຕ່ລະປີ ເກີດໄພແຫ້ງແລ້ງ ແລະທະວີຄວາມຮຸນແຮງເພີ່ມຂຶ້ນເລື້ອຍໆ ດັ່ງທີ່ນາງເວົ້າວ່າ:

ແຕ່ກ່ອນຫັ້ນເນາະ ບ້ານເຮົາມັນບໍ່ມີອັນ ບໍ່ມີຈີນບໍ່ມີຄົນມາຂຸດຄົ້ນບໍ່ຫັ້ນນ່າ ແລ້ວກໍບໍ່ມີການທໍາລາຍປ່າໄມ້ ແລ້ວກໍອາກາດຊຸ່ມຊື້່ນ ອາກາດຮົ່ມເຢັນ ນໍ້າກໍບໍ່ຂາດຫັ້ນນ່າເນາະ ຊ້ວງໂຄວິດ-19 ກາຍໂຄວິດມາ ແລ້ວໂຄວິດມາ 23-2024 ທາງລັດ ຖະບານນີ້ກໍໝາຍຄວາມວ່າ ໃຫ້ຕ່າງປະເທດເຂົ້າມາສໍາປະທານຫລາຍ ແລ້ວກໍມາຂຸດຄົ້ນຢູ່ລາວຫລາຍ ສະພາບດິນຢ້າອາກາດນີ້ ມີການປ່ຽນແປງຫລາຍເດ້ເນາະ ຂະເຈົ້າຂຸດຄົ້ນນີ້ ຊາວບ້ານນີ້ມີຄວາມເດືອດ ຮ້ອນຕະຫລອດ ພັກລັດກໍບໍ່ໄດ້ເອົາໃຈໃສ່ຫັ້ນນ່າ ເຮົາສະເໜີໄປກໍສະເໜີໄປຊື່ໆຫັ້ນນ່າ ແມ່ນແຫລະຊ້ວງນີ້ກໍເລີ້ມໆລະດູການເຮັດນາ.

ອີງຕາມຂໍ້ມູນຄວາມສ່ຽງ ດ້ານສະພາບພູມີອາກາດ ຂອງທະນາຄານໂລກ ໃນປີ 2021, ປະເທດລາວ ມີແຫລ່ງນໍ້າທີ່ອຸດົມສົມບູນ ຍ້ອນມີແມ່ນໍ້າຂອງໄຫລຜ່ານ ແລະທັງຍັງມີລໍານໍ້ສາຂາແມ່ນໍ້າຂອງ ໄຫລຄອບຄຸມພື້ນທີ່ກວ່າ 202,000 ຕາລາງກິໂລແມັດ. ນໍ້າທີ່ວ່ານີ້ ໄດ້ຫລໍ່ລ້ຽງຊີວິດການເປັນຢູ່ຂອງຜູ້ຄົນ ມາເປັນເວລາດົນນານ. ແຕ່ຍ້ອນການປ່ຽນແປງຂອງພູມີອາກາດ ແລະອູນຫະພູມຄວາມ ຮ້ອນເພີ່ມສູງຂຶ້ນ ກະຈາຍໄປທົ່ວປະເທດ ໄດ້ເຮັດໃຫ້ວິຖີຊີວິດຂອງປະຊາຊົນ ທີ່ຕິດພັນກັບແມ່ນໍ້າ ປ່ຽນແປງໄປ.  

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.