ຂ.ຫຼວງນໍ້າທາແຫ້ງແລ້ງ ຂາດແຄນນໍ້າ
2020.04.02

ໃນເດືອນມີນາ 2020 ປະຊາຊົນ ແຂວງນໍ້າທາ ກຳລັງປະເຊີນກັບພັຍແລ້ງ ຢ່າງໜັກ ແມ່ນໍ້າຫຼາຍສາຍບົກແຫ້ງ ສົ່ງຜົລໃຫ້ຊາວບ້ານຢູ່ເຂດ ໃກ້ຄຽງແມ່ນໍ້າຫຼາຍສາຍຂາດ ນໍ້າໃຊ້-ນໍ້າດື່ມ ແລະ ນໍ້ານໍາໃຊ້ເຂົ້າໃນ ການຜລິດກະສິກັມ. ດັ່ງປະຊາຊົນທີ່ເຮັດນາແຊງເຂດນໍ້າທົ່ງຝັ່ງຊ້າຍ ແມ່ນໍ້າທາ ໄດ້ກ່າວຕໍ່ນັກຂ່າວ ເອເຊັຽເສຣີ ເມື່ອວັນທີ 23 ມີນາ ຜ່ານມາ ວ່າ; ປັດຈຸບັນເຂົ້ານາແຊງຂາດເຂີນນໍ້າຫລາຍ ຍ້ອນແມ່ນໍ້າທາ ບົກແຫ້ງ ບໍ່ສາມາດດູດນໍ້າເຂົ້ານາແຊງ.
"ນາແຊງຂອງພວກເຮົາແມ່ນຂາດເຂີນນໍ້າເຣີ້ມ ແຕ່ວັນທີ 13-15 ແລະ ວັນທີ 25-26 ເພາະວ່າບໍ່ມີນໍ້າກໍຢາກໃຫ້ທາງພາກຣັຖ ຫລືຂັ້ນເທິງ ຂອງພວກເຮົາລົງມາຊ່ອຍເຫລືອ ຫລືວ່າເບິ່ງແຍງນໍ້າໃນເນາະ."
ໃນຈຳນວນບ້ານທີ່ໄດ້ຮັບຜົລກະທົບແມ່ນມີທັງໝົດ 19 ບ້ານ ໃນນັ້ນມີແມ່ນໍ້າສາຍຕ່າງໆ ໃນແຂວງຫຼວງນໍ້າທາບົກແຫ້ງເຖີງ 15 ສາຍ ແລະ ແມ່ນໍ້າສາຍຫລັກອີກ 4 ສາຍ. ດັ່ງຊາວບ້ານນໍ້າເວິນ ໃນເມືອງ ຫຼວງນໍ້າທາໄດ້ກ່າວຮຽກຮ້ອງ ໃຫ້ພາກຣັຖເຂົ້າມາຊ່ອຍເຫຼືອ ກ່ຽວກັບການ ສ້າງອ່າງໂຕ່ງນໍ້າ.
"ດຽວນີ້ການນໍາໃຊ້ນີ້ ທຽບແຕ່ກ່ອນພໍໃຊ້ນໍ ນໍ້າລິນນີ້ ແຕ່ດຽວນີ້ແຫ້ງແລ້ງ ນໍ້າບໍພໍໃຊ້ກາຍ້ອນພັຍແຫ້ງແລ້ງນີ້ແຫຼະ ແຕ່ລະປີ ກາພໍໃຊ້ຢູ່ປີນີ້ ບໍ່ພໍໃຊ້ຊິຂໍທຶນຊ່ອຍເຫລືອ ເຮັດຕໍ່ເປັນອ່າງເກັບນໍ້າ ດຽວນີ້ອ່າງນ້ອຍມັນ ບໍ່ພໍ."
ທ່ານໄດ້ກ່າວຕື່ມວ່າ ນໍ້າລິິນໃນໝູ່ບ້ານເມື່ອກ່ອນກໍໃຊ້ໄດ້ສະດວກສະບາຍ ແຕ່ມາເຖິງປີນີ້ ນໍ້າລິນກໍຂາດໄປບ່ອນເກັບນໍ້າເຄີຍໃຊ້ໄດ້ເຖິງ ສາມເຂດຕອນນີ້ຫລຸດລົງເຫລືອເຂດດຽວ ຍ້ອນນໍ້າໄຫຼເຂົ້າອ່າງບໍ່ເຕັມ.
ໃນຂນະທີ່ເຂດທີ່ເທສບານ ແລະຈຸດເຂດເສຖກິດ ທີ່ສຳຄັນຂອງແຂວງຫລວງນໍ້າທາ ກໍປະສົບ ກັບບັນຫາການຜລິດນໍ້າປາປາ ມາຕັ້ງແຕ່ ເດືອນກຸມພາແລ້ວ ຈົນມາເຖິງປັດຈຸບັນກໍໄດ້ຫຼຸດປະຣິມານການຜລິດລົງ. ດັ່ງເຈົ້າໜ້າທີ່ຂອງຣັຖວິສາຫະກິດນໍ້າປະປາ ແຂວງຫຼວງນໍ້າທາ ໄດ້ກ່າວຢັ້ງຢືນຕໍ່ ເອເຊັຽເສຣີວ່າ ເມື່ອກາງເດືອນມີນາ ວ່າ: ປັດຈຸບັນທາງຣັຖວິສາຫະກິດ ນໍ້າປະປາ ແຂວງຫລວງນໍ້າທາ ໄດ້ລົງສຳຣວດ ແຫລ່ງນໍ້າເພື່ອຜລິດນໍ້າປະປາ ແຫ່ງໃໝ່.
"ກໍຄືຢູ່ເຂດ ໜ້າເຂື່ອນນໍ້າທາ 3 ຫົວງານກຳລັງສ້າງຢູ່ ທີ່ບ້ານຫາດຍາວ ແລະອ່າງເກັບນໍ້າ ກຳລັງກໍ່ສ້າງ ຄາດວ່າຈະເປີດນໍາໃຊ້ ພາຍໃນ ເດືອນ ເມສາ ປີ 2020."
ເນື່ອງຈາກສອງປີຜ່ານມາ ນໍ້າທາທີ່ໃຊ້ຜລິດນໍ້າປະປາໃນປັດຈຸບັນແມ່ນບົກແຫ້ງຜິດປົກກະຕິເພາະສະນັ້ນຕ້ອງການນໍ້າໃຊ້ ຈາກແຫຼ່ງນໍ້າອື່ນ ເພື່ອມາຜລິດໃຫ້ມັນພຽງພໍ.
ເຈົ້າໜ້າໄດ້ກ່າວຢໍ້າຕື່ມວ່າ ພັຍແລ້ງປີນີ້ໜັກໜ່ວງຫລາຍສົ່ງຜົລກະທົບ ບໍ່ສະເພາະແຕ່ ການຜລິດນໍ້າປະປາ ຍັງສົ່ງຜົລກະທົບ ຕໍ່ການຜລິດ ເຊັ່ນເຂົ້ານນາແຊງ ຂອງປະຊາຊົນ ນຳອີກ. ເຖີງຈະມີມາຕການວ່າຈະ ເພີ່ມການຜລິດນໍ້າປະປາ ຂື້ນແຕ່ເນື່ອງຈາກສະພາບພັຍແຫ້ງແລ້ງ ປີນີ້ຮຸນແຮງ. ປະຊາຊົນຜູ້ໃຊ້ຊິວິດປະຈຳວັນ ຢູ່ກັບການຄ້າຂາຍ ກໍໄດ້ຄຳເຫັນວ່າ ກໍຍັງຕ້ອງເພີ່ງພາທຳມະຊາດຢູ່ດີ ເພາະສາຍນໍ້າໃນແຂວງ ຫລວງນໍ້າທາບົກແຫ້ງຫລາຍ.
"ໂອມັນບໍ່ມີໜອງມີແນງຫຍັງມີແຕ່ຫ້ວຍນ້ອຍ ແຫ້ງໝົດແລ້ວນ່າ ກໍບາງ ບ້ານຂາດຢູ່ນໍ້າລິນ ກາບໍ່ພໍໃຊ້ມີເທົ່າໃດ ກໍໃຊ້ເທົ່ານັ້ນ ໃຊ້ພໍກິນ ລະເລັກລະນ້ອຍ ກໍພາກັນປະຢັດຊ່ອຍກັນເທົ່ານັ້ນແຫຼະ, ຂໍ້ມູນທາງການ ເພິ່ນກາເກັບໄປໝົດແລ້ວ ຫລາຍບ້ານກາໄດ້ສເນີ ມັນກໍແບບວ່າ ຊ່ອຍບໍ່ໄດ້ ສິເອົານໍ້າມາແຕ່ໃສ ນໍ້າໃນແຕ່ລະຫ້ວຍ ແຕ່ລະບ່ອນກາແຫ້ງໝົດກາ ຄິດວ່າຄັນມີຄົນທີ່ຈະສາມາດ ຊ່ອຍເຫຼືອໄດ້ ແຮງຊິມີ ກຳລັງໃຈ ຫັ້ນແຫລະ ເຣື່ອງນໍ້ານີ້ເນາະ ເບີ່ງບໍ່ມີວິແວ່ວເທື່ອອັນນີ້ກໍ."
ຕໍ່ກັບການແກ້ໄຂບັນຫາພັຍແຫ້ງແລ້ງ ໃນແຂວງຫລວງນໍ້າທາ ເຈົ້າໜ້າຜແນກກະສິກັມ ຫລວງນໍ້າທາ ກ່່່າວໃນວັນທີ 25 ມີນາ ວ່າສະພາບ ນໍ້າໃນຫ້ວຍບົກແຫ້ງຫລາຍ ຜ່ານມາເຈົ້າໜ້າທີ່ ກໍລົງໄປເກັບກຳຂໍ້ມູນ ແລະສຳຣວດສາຍນໍ້າທັງໝົດ 15 ສາຍໃນແຂວງຫຼວງນໍ້າທາ ເພື່ອ ຊອກຫາວິທີຊ່ອຍເຫລືອປະຊາຊົນ.
"ຜ່ານມາເພີ່ນກາລົງໄປກວດຕາມຫ້ວຍນໍ້າ ເຮົາໄປກວດເບີ່ງໝົດເດ້ ໂດຍມີຄນະຮັບຜິດຊອບລົງໄປເບິ່ງ ກາມີແຜນຢູ່ ທີ່ລົງໄປສົ່ງເສີມ ປະຊາຊົນປູກພືດຣະດູແລ້ງ ຫັ້ນເບິ່ງຕາມທ່າແຮງ ບ່ອນແມ່ນໍ້າໄປທົ່ວເຖິງ ຫັ້ນ ທົດແທນພັຍແຫ້ງແລ້ງດັ່ງກ່າວຫັ້ນ."
ແຂວງຫລວງນໍ້າທາປີນີ້ເຂົ້າຊູ່ພັຍແລ້ງແຕ່ຕົ້ນປີ ຕໍ່ສະພາບການດັ່ງກ່າວ ເຈົ້າໜ້າທີ່ຂແນງຊັພຍາກອນ ແລະອຸຕຸນິຍົມ ໄດ້ກ່າວເຖິງແຜນການ ໃນການແກ້ໄຂຕໍ່ນັກຂ່າວເອເຊັຽເສຣີ ໃນວັນທີ 26 ມີນາວ່າ; ຜ່ານມາໄດ້ສົ່ງວິຊາການລົງເກັບກຳຂໍ້ມູນສະພາບພັຍແຫ້ງແລ້ງ ຢູ່ບັນດາບ້ານ ທີ່ຕິດກັບສາຍນໍ້າພາຍໃນ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ເພື່ອສັງລວມຣາຍງານຫາຂັ້ນເທີງ ໂດຍເຣີ້ມເກັບກຳຕັ້ງແຕ່ ວັນທີ 21 ມີນາ 2020 ເປັນຕົ້ນມາ ໂດຍໄດ້ລົງເຂດບ້ານ ສາຍນໍ້າ ແລະ ສາຂາຂອງສາຍນໍ້າພາຍໃນເມືອງນໍ້າທາຄື, ເຂດນໍ້າທຸງ, ບ້ານບໍ່ເຕັນ, ນໍ້າແກນ້ອຍ, ນໍ້າແກໃຫຍ່, ຫ້ວຍນໍ້າຂຸ່ນ, ສາຍນໍ້າກົ່ງ, ນໍ້າລ້າ, ນໍ້າເຫືລອງ, ນໍ້າມັດເກົ່າ, ນໍ້າຈ່ຽນ, ສາຍນໍ້າແງ້ນ, ນໍ້າຢາງ, ນໍ້າມັດໃໝ່, ນໍ້າຈ່ຽນຕອນເທີງ, ນໍ້າຮອຍ, ສາຍນໍ້າຕະລານ, ນໍ້າຂອນ, ນໍ້າແຊ, ສາຍນໍ້າຫ້າ ແລະ ສາຍນໍ້າລື.
ໂດຍການສຳຣວດເທື່ອນີ້ຣະບຸເຖິງ ສາຍນໍ້າທີ່ບົກແຫ້ງ, ການຂາດແຄນນໍ້າກິນ-ນໍ້າໃຊ້ ຂອງປະຊາຊົນ, ຊອກຫານສາເຫດພັຍແລ້ງທີ່ເກີດຂື້ນ ແລະ ວິທີແກ້ໄຂການຊ່ອຍເຫລືອ ຕາມການຂໍສເນີ ຂອງປະຊາຊົນ ພາຍໃນເດືອນມີນາ ປີ 2020 ນີ້.
ເຖິງແນວໃດກໍຕາມ ໃນໄລຍະທ້າຍປີ 2019 ທີ່ຜ່ານມາສະພາບນໍ້າອູເຊິ່ງເປັນແມ່ນໍ້າ ສາຍຫລັກຂອງແຂວງຫຼວງນໍ້າທາ ມີສະພາບບົກແຫ້ງ ລົງຢ່າງໜ້າຕົກໃຈ. ນໍ້າອູແຫ່ງນີ້ ຈີນລົງທຶນສ້າງເຂື່ອນໃສ່ເຖິງ 4 ເຂື່ອນໃນນັ້ນມີ ເຂື່ອນນໍ້າອູ1, 3, 4 ແລະ 7 ເຊິ່ງນອນໃນແຂວງຫລວງ ນໍ້າທາ. ໃນຂນະທີ່ຖ້າຝົນຕົກໜັກບາງເຂດ ທີ່ຢູ່ໃກ້ເຂື່ອນກັບຖືກນໍ້າຖ້ວມ ດັ່ງເຊັ່ນໃນປີ 2018 ນໍ້າຖ້ວມໜັກຢູ່ເມືອງລອງ ແລະເມືອງສິງ.
ທາງການລາວຣາຍງານວ່າ ປັດຈຸບັນຢູ່ຫລາຍແຂວງໃນລາວ ກຳລັງປະເຊີນກັບພັຍແຫ້ງ ແລ້ງແລ້ວໂດຍສະເພາະແມ່ນ ພາກກາງ ແລະ ເໜືອ ຄື ແຂວງວຽງຈັນ, ໄຊຍະບູລີ, ຫລວງພຣະບາງ, ອຸດົມໄຊ ແລະ ຫລວງນໍ້າທາ ເຊີ່ງມັນສົ່ງຜົລກະທົບ ຕໍ່ການຜລິດກະສິກັມ ເພື່ອໃຫ້ເໝາະສົມກັບສະພາບການ ຣັຖບານລາວ ປະກາດວ່າຈະອອກນະໂຍບາຍ ສົ່ງເສີມໃຫ້ ປະຊາຊົນປູກພືດໄລຍະສັ້ນ, ສົ່ງເສີມການ ຜລິດພາຍໃນ, ຫລຸດຜ່ອນການນໍາເຂົ້າ. ເຊັ່ນຣັຖບານໄດ້ປະກາດເດັດຂາດຫ້າມສົ່ງອອກເຂົ້າໄປຂາຍຢ່າງເດັດຂາດ.