ສວນອ້ອຍຫຼວງນໍ້າທາ ຕາຍຍ້ອນ ແຫ້ງແລ້ງ

ສວນອ້ອຍ ແຂວງຫລວງນໍ້າທາ ຫລາຍ 100 ເຮັກຕາ ແຫ້ງຕາຍຍ້ອນ ຄວາມແຫ້ງແລງ ຝົນບໍ່ຕົກ
ສວນອ້ອຍ ແຂວງຫລວງນໍ້າທາ ຫລາຍ 100 ເຮັກຕາ ແຫ້ງຕາຍຍ້ອນ ຄວາມແຫ້ງແລງ ຝົນບໍ່ຕົກ (RFA/VD)

0:00 / 0:00

ສວນອ້ອຍເກືອບ 100 ເຮັກຕາຣ໌ ຂອງປະຊາຊົນ 50 ຄອບຄົວ ຢູ່ເມືອງສິງ ແລະ ເມືອງລອງ ແຂວງຫຼວງນໍ້າທາ ກໍາລັງແຫ້ງຕາຍ ຍ້ອນ ສະພາບອາກາດແຫ້ງແລ້ງ ຝົນບໍ່ຕົກ ແຕ່ເດືອນມິນາ ແລະ ບວກກັບສະພາບອາກາດຮ້ອນອົບເອົ້າ, ດັ່ງຊາວສວນອ້ອຍ ຜູ້ນຶ່ງ ຢູ່ເມືອງລອງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 27 ພຶສພາ ຜ່ານມາ ນີ້ວ່າ:

“ບ້ານນໍ້າເຫຼັກກໍມີ ບ້ານເລົ້າເຂົ້າກໍມີ ຢ່າງຫຼວງຫຼາຍ ກໍມີແຕ່ວ່່າ ບ້ານນໍ້າເຫຼັກ ລະກະບ້ານຮົມໄຊ ກໍມີອັນຕາຍນີ້ເອົາຄືນບໍ່ໄດ້ ກະວ່າຄັນມີ ນໍ້າແລ້ວ ເອົາໃສມັນກະຊິຄືນຢູ່ ຄັນບໍ່ໄດ້ໃສ່ນໍ້າ ແມ່ນຕາຍໝົດແຫຼະ ຫຼຸບທຶນ ແລະຄັນວ່າ ເຂົາເອົານໍ້າຊົລປະທານ ມາໃສ່ນິບໍ່ຂັດຂ້ອງ ນີ້ກະຄືນຢູ່ ບໍ່ໄດ້ແລ້ວຕື່ມເດືອນນຶ່ງນີ້ ບໍ່ໄດ້ແລ້ວຄັນເອົານໍ້າເຂົ້າຕິດໆໜິ ໄດ້ຢູ່.”

ປະຊາຊົນຜູ້ນີ້ ໄດ້ກ່າວອີກວ່າ ອາກາດໃນປີນີ້ ຕ່າງຈາກປີກາຍຫຼາຍ ແລະ ປີນີ້ ອາກາດຮ້ອນອົບເອົ້າ ຝົນກໍບໍ່ຕົກ ເຮັດໃຫ້ອ້ອຍຕາຍນັ້ນ ຈະສົ່ງຜົນກະທົບ ຕໍ່ຣາຍຮັບຂອງເຂົາເຈົ້າ ຈາກທີ່ເຄີຍຂາຍອ້ອຍໄດ້ 40-50 ລ້ານກີບ ຕໍ່ປີຕໍ່ຄອບຄົວ ຊຶ່ງຣາຄາອ້ອຍ 1 ຕັນ ຕໍ່ 450 ພັນກີບ, ແຕ່ປີນີ້ ເຂົາເຈົ້າ ຄົງຈະຂາດທຶນ.

ແລະວ່າເພື່ອແກ້ໄຂບັນຫາ ດັ່ງກ່າວ ຊາວສວນອ້ອຍ ໄດ້ສເນີໄປຍັງ ບໍຣິສັດສົ່ງເສີມການປູກອ້ອຍ ຂອງຈີນ ທີ່ເປັນຜູ້ລົງທຶນ ສົ່ງເສີມໃຫ້ ເຂົາເຈົ້າປູກ ເພື່ອໃຫ້ບໍຣິສັດ ບໍ່ຫັກຕົ້ນທຶນການຜລິດໃນປີນີ້. ເຈົ້າໜ້າທີ່ ກະສິກັມ ເມືອງສິງ ກໍລົງກວດກາ ຄວາມເສັຽຫາຍ ແລະ ເຫັນວ່າ ຜົນໄດ້ຮັບ ຈະບໍ່ເຕັມເມັດເຕັມໜ່ວຍໃນປີນີ້, ດັ່ງທ່ານກ່າວ ຕໍ່ເອເຊັຽເສຣີ ໃນວັນທີ 31 ພຶສພາ ວ່່າ:

"ໂຕນີ້ ພວກເຮົາກະໄດ້ລົງລະກວດກາເບິ່ງເນາະ ເຫັນວ່າຫ່ຽວແຫ້ງ ລະກະຕາຍລະຈໍານວນນຶ່ງຫັ້ນນະ ອາໂອ້ ຢາກວ່າ ຫຼາຍເຂດຫຼາຍບໍ່ໄດ໋, ແຕ່ວ່າ ຈະມີຈໍານວນນຶ່ງ ກັບຄືນຢູ່ມັນຕາຍ ແຕ່ໃບມັນຈໍານວນນຶ່ງ ກະຊິບໍ່ໄດ້ຮັບຜົນເຕັມເມັດເຕັມໜ່ວຍຊັ້ນຊາ ມັນຄືນມາກະດາຍນະ ວ່າຊັ້ນຊາ.”

ປະຊາຊົນ ຈະລົງທຶນໃສ່ການປູກອ້ອຍ ໃນເບື້ອງຕົ້ນແມ່ນ 8-10 ລ້ານ ກີບຕໍ່ເຮັກຕາ ແລະ ຍິ່ງໄປກວ່ານັ້ນ ຍັງບໍ່ມີຣະບົບຊົລປະທານ ຢູ່ເຂດສວນອ້ອຍເຂົາເຈົ້າ ຊຶ່ງຈະຕ້ອງຖ້າແຕ່ນໍ້າຝົນພຽງຢ່າງດຽວ. ອີງຕາມຕາມຂໍ້ມູນ ຈາກເຈົ້າໜ້າທີ່ກະສິກັມ ແຂວງຫຼວງນໍ້າທາ, ຢູ່ ເມືອງສິງ ແລະ ເມືອງລອງ ມີປະຊາຊົນປູກອ້ອຍ ທັງມົດ 500 ຄອບຄົວ ແລະ ມີເນື້ອທີ່ປູກອ້ອຍ ທັງໝົດ ປະມານ 7,000 ເຮັກຕາ.