ເຣື້ອງທີ່ເກັບບັນທຶກໄວ້
2023-04-30
ກອງທັບພະມ້າ ໄດ້ໂຈມຕີ ຣັຖຊາແກງ ພາກເໜືອຂອງປະເທດ ເຮັດໃຫ້ປະຊາຊົນພະມ້າ ອົບພະຍົບ ໜີຈາກເຂດດັ່ງກ່າວ ຫຼາຍກົ່ວ 7 ພັນຄົນ ຂະນະທີ່ ຫລາຍຄົນໄດ້ຮັບບາດເຈັບ ແລະເສັຽຊີວິດ ຍ້ອນການສູ້ຣົບກັນ.
2023-04-29
ທາງການວຽດນາມ ຫ້າມສືມວນຊົນ ລົງຂ່າວ ການເສັຽຊີວິດ ຂອງນັກວຽດນາມ ທີ່ຕໍ່ຕ້ານຣັຖບານ ແລະ ຍັງມີນັກຂ່າວ ແລະ ນັກເຄື່ອນໄຫວ ດ້ານສິ່ງແວດລ້ອມ ຖືກຈັບ ຂະນະດຽວກັນ ຢູ່ໃນປະເທດກັມພູຊາ ແລະ ພະມ້າກໍມີນັກສື່ສານ ມວນຊົນຖືກຈັບ.
2023-04-28
ທາງການລາວ ຍອມຮັບວ່າລາຍຮັບ ຈາກການເຊົ່າ-ສັມປະທານ ຂອງຣັຖບານລາວ ຍັງບໍ່ໄດ້ຕາມຄາດໝາຍ, ພ້ອມນີ້ ຍັງເປັນຊ່ອງຫວ່າງ ທີ່ເຮັດໃຫ້ພະນັກງານຣັຖ ທີ່ກ່ຽວຂ້ອງຊອກຫາ ຜົລປໂຍດ ຈຶ່ງສ້າງພາລະໜີ້ ໃຫ້ຣັຖບານ ແລະ ນຳມາສູ່ການສໍ້ຣາສ ບັງຫຼວງ.
2023-04-28
ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການ ກ່ຽວກັບການ ໃນການແລກປ່ຽນເງິນຕຣາ ນຳບຸກຄົນ ແລະ ນິຕິບຸກຄົນ ທີບໍ່ໄດ້ຮັບອະນຸຍາດ ໃຫ້ດຳເນີນທຸຣະກິຈ ແລກປ່ຽນເງິນຕຣາ ພາຍຫຼັງທີ່ ທາງການໄດ້ສັ່ງປິດຮ້ານ ແລກປ່ຽນເງິນຕຣາ ທົ່ວປະເທດແລ້ວ, ແຕ່ຍັງມີຈຳນວນນຶ່ງ ລັກລອບດຳເນີນການ ແບບລັບໆ.
2023-04-28
ໝໍ້ໄຟຟ້າແຮງສູງ ຢູ່ສະຖານີໄຟຟ້າປາກບໍ່ ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ລະເບີດແຮງ, ເຮັດໃຫ້ໄຟມອດ ຢູ່ຫລາຍເຂດ ແຕ່ບໍ່ມີຜູ້ໃດໄດ້ຮັບອັນຕະລາຍ ແຕ່ເຫດການດັ່ງກ່າວ ກໍເຮັດໃຫ້ປະຊາຊົນ ທີ່ເຫັນເຫດການແຕກຕື່ນ ລວມທັງຊາວໄທຍ ທີ່ຢູ່ແຂວງມຸກດາຫານ ນຳດ້ວຍ.
2023-04-28
ຊາວລາວ ໄປເຮັດວຽກ ຢູ່ປະເທດໄທຍຫຼາຍຂຶ້ນ ຍ້ອນປະເທດລາວ ປະສົບບັນຫາ ຄ່າຄອງຊີບແພງຂຶ້ນ, ເງິນກີບອ່ອນຄ່າ ແລະ ຄ່າແຮງງານຕ່ຳ ຊຶ່ງຣັຖບານ ຮຽກຮ້ອງໃຫ້ຄົນງານລາວ ໃຫ້ເຂົ້າໄປແບບຖືກຕ້ອງຕາມໝາຍ, ແຕ່ຄົນງານບອກວ່າ ເພາະມີຄ່າໃຊ້ຈ່າຍສູງ ແລະໃຊ້ເວລາດົນ ຫາກໄປແບບຖືກຕ້ອງ.
2023-04-28
ໃນວັນກັມມະກອນ ສາກົລນີ້ ທາງການລາວ ຮຽກຮ້ອງໃຫ້ຄົນລາວ ຫາວຽກເຮັດ ຢູ່ພາຍໃນປະເທດ, ຢູ່ກັບຄອຍຄົວ, ແຕ່ຫລາຍຄົນເວົ້າວ່າ ໄດ້ເງິນໜ້ອຍ ບໍ່ກຸ້ມກິນ, ຈຶ່ງຫາຫົນທາງ ໄປເຮັດວຽກຢູ່ໄທຍ ດີກວ່າ ດ້ວຍເຫດນີ້ ຊາຍໝຸ່ມ ແລະ ຍິງສາວ ຊາວລາວ ສ່ວນຫຼາຍ ຈຶ່ງບໍ່ຢາກເຮັດວຽກ ຢູ່ພາຍໃນປະເທດ.
2023-04-27
ການກໍ່ສ້າງຕຶກ ຣາຊວົງ (ລາດຊະວົງ) ພລາຊາ ເຊິ່ງເປັນຕຶກທີ່ສູງທີ່ສຸດ ໃນ ສປປ ລາວ ຫຼ້າຊ້າ, ຂະນະທີ່ຊາວລາວ ໃນນະຄອນຫຼວງວຽງຈັນ ບໍ່ໄດ້ຄາດຫວັງຫຍັງ ກັບໂຄງການດັ່ງກ່າວ.
2023-04-27
ໃນປີ 2023 ນີ້, ໄຟໄໝ້ລາມປ່າ ຢູ່ບັນດາແຂວງພາກເໜືອ ເສັຽຫາຍສິບພັນປາຍເຮັກຕ້າຣ໌ແລ້ວ ຈາກການຮິບໂຮມຂໍ້ມູນໃນເບື້ອງຕົ້ນ ຊຶ່ງສ່ວນໃຫຍ່ ແມ່ນບັນດາແຂວງ ທາງເຂດພາກເໜືອ ທີ່ໄດ້ຮັບຜົລກະທົບໜັກ.
2023-04-27
ຜູ້ປະສົບພັຍເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ຍັງລໍຖ້າຄ່າຊົດເຊີຽ ສ່ວນທີ່ເຫຼືອ ທີ່ໄດ້ເຊັນບົດບັນທຶກ ຢັ້ງຢືນຄວາມຖືກຕ້ອງ ກັບພາກສ່ວນທີ່ກ່ຽວຂ້ອງ ຕັ້ງແຕ່ວັນທີ 25 ເດືອນກຸມພາ ປີ 2022 ຜ່ານມາແລ້ວ.
2023-04-27
ປີ 2023 ນີ້, ຈະມີການຮັບຣັຖກອນຄຣູ ພຽງແຕ່ 285 ຄົນ ຫຼືໜ້ອຍກວ່າປີກາຍ, ແຕ່ໃນເມືອງ ຂອງຫຼາຍແຂວງ ພັດມີຄວາມຕ້ອງການຄຣູຫຼາຍກວ່ານັ້ນ ແລະ ຍິ່ງຈະປະສົບບັນຫາຂາດແຄນຄຣູ ຖ້າຫາກຄຣູ ທີ່ມີຢູ່ ຕ້ອງອອກບຳນານໄປ.
2023-04-27
ອົງການເກັບກູ້ລະເບີດ ແຫ່ງຊາຕ (UXO LAO) ຂາດເຂີນງົບປະມານ ໃນການຈ້າງພະນັກງານ ເພື່ອເກັບກູ້ລະເບີດ ທີ່ຍັງບໍ່ແຕກ ແລະ ທີ່ຕົກຄ້າງແຕ່ສໄມສົງຄາມ ເຮັດໃຫ້ເຈົ້າໜ້າທີ່ ບໍ່ສາມາດລົງເກັບກູ້ລະເບີດ ເປັນໄລຍະເວລາ ປີປາຍແລ້ວ.
2023-04-27
ຄົນງານຫລາຍ 1,000 ຄົນ ຈາກຫລາຍປະເທດ ໃນອາຊ້ຽນ ລວມທັງຈາກ ສປປ ລາວ ຖືກຫລອກລວງ ໄປເຮັດວຽກເປັນ ສະແກມເມີ້ຣ໌ ຢູ່ກາສິໂນ ຂອງຈີນ ໃນປະເທດພະມ້າ ຊຶ່ງປະເຊີນກັບ ການທາຣຸນ ທຳຮ້າຍຮ່າງກາຍ ຈາກນາຍຈ້າງ ໃນສະຖານທີ່ແຫ່ງນັ້ນ.
2023-04-26
ເງິນບາທ ເປັນສະກຸນເງິນຕ່າງປະເທດ ທີ່ຊາວລາວ ນິຍົມຊົມໃຊ້ ເຊັ່ນດຽວກັນກັບເງິນໂດລາຣ໌ ສະຫະຣັຖ ໂດຍສ່ວນຫຼາຍ ຈະນຳໃຊ້ກັບທຸຣະກິຈການຊື້-ຂາຍ ເຮືອນ, ທີ່ດິນ, ຣົຖ ແລະ ຄຳ ເຊິ່ງມີມູນຄ່າສູງ ຂະນະທີ່ຣັຖບານເອງ ຍັງບໍ່ສາມາດ ເຮັດໃຫ້ປະຊາຊົນ, ພໍ່ຄ້າ, ແມ່ຄ້າ ໃຊ້ເງິນກີບລ້ວນ ໃນການຊື້-ຂາຍ.
2023-04-26
ເຈົ້າໜ້າທີ່ລະດັບສູງ ຂອງລາວ ຢັ້ງຢືນວ່າ ການສ້າງເຂື່ອນໄຟຟ້າ ໃສ່ລຳນ້ຳຕ່າງໆ ຖືເປັນສິ່ງຈຳເປັນ ເພື່ອດຶງດູດການລົງທຶນ ເຂົ້າປະເທດ ຂະນະທີ່ນັກວິຊາການ ກໍເຫັນວ່າ ຍັງຕ້ອງເຮັດໃຫ້ສົມດຸນກັນ ລະວ່າງການດຶງດູດການລົງທຶນ, ການຮັກສາສິ່ງແວດລ້ອມ ແລະ ຫຼຸດຜ່ອນຜົລກະທົບ ຕໍ່ປະຊາຊົນ.