ຊາວບ້ານໜີຕາຍ ອອກຈາກບ້ານເຮືອນ ໃນເຂດຊາແກງ ປະເທດພະມ້າ

ສິດນີ
2023.04.30
ຊາວບ້ານໜີຕາຍ ອອກຈາກບ້ານເຮືອນ ໃນເຂດຊາແກງ ປະເທດພະມ້າ ຊາວບ້ານ ຈາກເຂດຣັຖຊາແກງ ໜີອອກຈາກ ບ້ານເຮືອນ ວັນທີ 27 ເດືອນເມສາ ປີ 2023.
Facebook: Ah Nyar Pyit Taing Htaung Lay Myar Group

ປະຊາຊົນພະມ້າ ຈາກຣັຖຊາແກງ ພາກເໜືອຂອງປະເທດ ກວ່າ 7 ພັນຄົນໄດ້ພາກັນອົບພະຍົບຫລົບໜີ ຈາກການສູ້ຣົບກັນ ລະຫວ່າງກຳລັງທະຫານ ຣັຖບານກັບກຸ່ມປະກອບອາວຸດ ຊົນກຸ່ມນ້ອຍໃນເຂດດັ່ງກ່າວມາເປັນເວລາຫລາຍມື້ ອີງຕາມຄຳເວົ້າຂອງສມາຊິກເພື່ອປະຊາທິປະຕັຍໃນເຂດນັ້ນ ຕໍ່ວິທຍຸເອເັຊຽເສຣີ ແຜນກພາສາພະມ້າ. ສະມາຊິກທ່ານນັ້ນເວົ້າວ່າ ທະຫານພະມ້າຫລາຍກອງຮ້ອຍ ໄດ້ເຄື່ອນກຳລັງເຂົ້າມາເມືອງຊາແກງ ແຂວງຊາແກງ ໃນມື້ວັນພະຫັດຕອນເຊົ້າ ເຮັດໃຫ້ຊາວບ້ານປົບໜີອອກຈາກເມືອງ ດັ່ງກ່າວ ຫລາຍພັນຄົນເພື່ອຄວາມປອດພັຍ ຈາກການສູ້ຣົບກັນຄັ້ງນີ້.

ທ່ານເວົ້າວ່າ ຊາວບ້ານຍັງຢູ່ໃນພາວະການປົບໜີຢູ່ໃນເວລານີ້ ຍັງບໍ່ມີການຈັບກຸມຈາກກຸ່ມທະຫານແລະຫລາຍຄົນ ກໍຍັງບໍ່ຮູ້ວ່າຈະນີ້ໄປໃສ ມີແຕ່ຮູ້ວ່າ ເພື່ອຄວາມປອດພັຍຂອງຄອບຄົວ ຕ້ອງໜີອອກຈາກພື້ນທີ່ແຫ່ງນີ້ກ່ອນ.

ທ່ານຍັງກ່າວຕື່ມວ່າ ຈຳນວນທະຫານຣັຖບານທີ່ເຂົ້າມາໂຈມຕີເມືອງຊາແກງແມ່ນມາຈາກກຸ່ມທະຫານປະຈຳການຢູ່ເມືອງ Salingyi ສ່ວນນຶ່ງມາຈາກເມືອງທີ່ມີການຂຸດຄົ້ນແຮ່ທາດ ທອງແດງຂອງນັກລົງທຶນຈີນ.

ໜ່ວຍປົກປ້ອງ ປະຊາຊົນພະມ້າ ຈາກເຫດການຄວາມວຸ້ນວາຍ ກ່າວວ່າ ກຳລັງທະຫາພະມ້າໄດ້ຂ້າປະຊາຊົນພະມ້າ 5 ຄົນ ແຕ່ຍັງບໍ່ຮູ້ຊື່ວ່າ ຜູ້ທີ່ຖືກທະຫານຂ້ານັ້ນ ແມ່ນໃຜ ເປັນຫຍັງຈຶ່ງຂ້າເຂົາ. ປະຊາຊົນພະມ້າຈາກເມືອງ Salingyi ແຂວງຊາແກງໄດ້ພາກັນປົບໜີ ກ່ອນກຳລັງທະຫານຣັຖບານຈະມາຮອດບ້ານ ເຂົາເຈົ້າ ຫລັງຈາກສິ້ນສຸດກົດໝາຍເຫດສຸກເສີນ ທີ່ໄດ້ປະກາດໃຊ້ໃນການຢຸດຍິງໃນເດືອນພືສພາຜ່ານມາ ທີ່ກຳລັງປົດປ່ອຍປະຊາຊົນ ຈະສືບຕໍ່ສູ້ຣົບກັບຣັຖບານ ຖ້າບໍ່ສາມາດຕົກລົງການຢຸດຍິງຕໍ່ໄປໄດ້.

ໃນເດືອນນີ້ ເດືອນດຽວ ກຳລັງທະຫານພະມ້າ ໄດ້ຈູດເຮືອນປະຊາຊົນ ໃນເຂດດັ່ງກ່າວຫລາຍຮ້ອຍຫລັງ ເຮັດ ໃຫ້ປະຊາຊົນເສັຽຊີວິດ ປະມານ 200 ຄົນ.

ເທົ່າເຖິງປັດຈຸບັນ ທົ່ວປະເທດໃນພະມ້າ ມີຜູ້ອົບພະຍົບໜີຈາກຖີ່ນຖານແລ້ວກວ່າ 1 ລ້ານ 8 ແສນຄົນ ຫລັງຈາກການຣັຖປະຫານຈາກກຸ່ມຜະເດັດການທະຫານໃນວັນທີ 1 ເດືອນກຸມພາ ປີ 2021ເປັນຕົ້ນມາ ອີງຕາມຂໍ້ມູນຈາກອົງການຂ້າຫລວງໃຫຍ່ ສຫະປະຊາຊົນ ດ້ານຜູ້ອົບພະຍົບ. ວ່າງອາທີດຜ່ານມາ ກຳລັງທະຫານພະມ້າ ໃຊ້ເຮືອບິນຖິ້ມລະເບີດໃສ່ໝູ່ບ້ານແຫ່ງນຶ່ງ ຢູ່ແຂວງຊາແກງເຮັດບ້ານເຮືອນ ຂອງຊາວບ້ານ ເສັຽຫາຍຫລາຍຫລັງ ແລະຊາວບ້ານເສັຽຊີວິດເກືອບຮອດ 200 ຄົນ ຊຶ່ງກ່ອນໜ້ານີ້ ຈາກການຖິ້ມລະເບີດ ຈາກຝ່າຍທະຫານກໍເຮັດໃຫ້ ຊາວບ້ານເສັຽຊີວິດ ເກືອບຮອດ 20 ຄົນ. ວ່າງວັນທີ 11 ເດືອນເມສາ ກໍມີການຖິ້ມລະເບີດ ຈາກກຳລັງທະຫານຣັຖບານ ເໝືອນກັນ ຄັ້ງນັ້ນ ບໍ່ມີປະຊາຊົນ ຜູ້ໃດເສັຽຊີວິດ ແຕ່ບ້ານເຮືອນປະຊາຊົນ ຫລາຍຫລັງເສັຽຫາຍ.

ທ່ານ Ba La Gyi ຫົວໜ້າກອງກຳລັງປົດປອ່ຍຊາຕ ໃນເຂດດັ່ງກ່າວເວົ້າວ່າ ການໂຈມຕີທາງອາກາດຂອງທະຫານພະມ້າ ເພື່ອປົກປິດຫລັກຖານ ການເສັຽຊີວິດຂອງປະຊາຊົນ ຈາກການປະທະກັນກັບກຳລັງກູ້ຊາດທີ່ຜ່ານມາ ທີ່ກຳລັງທະຫານຣັຖບານ ໄດ້ເຂັນຂ້າປະຊາຊົນຄົນທັມມະດາ ຜູ້ທີ່ບໍ່ມີສ່ວນພົວພັນກັບກຳລັງກູ້ຊາຕ ທ່ານວ່າ ກຳລັງທະຫານຣັຖບານ ບໍ່ສາມດສູ້ກັບກຳລັງກູ້ຊາຕ ໄດ້ຈຶ່ງຖິ້ມລະເບີດໃສ່ເຮືອນປະຊາຊົນ ເຮັດໃຫ້ປະຊາຊົນຄົນທັມມະດາ ເສັຽຊີວິດຢ່າງຫລວງຫລາຍ ເພື່ອຖິ້ມໂທດໃສ່ ກຳລັງກູ້ຊາຕວ່າ ເປັນຜູ້ຂ້າ.

ໃນການຖິ້ມລະເບີດ ຂອງກຳລັງທະຫານຣັຖບານໃນວັນ 11 ເມສາຜ່ານມາ ນອກຈາກຖິ້ມໃສ່ບ້ານເຮືອນປະຊາຊົນແລ້ວ ກຸ່ມດັ່ງກ່າວ ຍັງຖິ້ມໃສ່ຫ້ອງການຜົລເຮືອນ ທີ່ໃຫ້ການຊອ່ຍເຫລືອ ປະຊາຊົນ ແລະກຳລັງກູ້ຊາດນຳອີກ ຍ້ອນການສູ້ຣົບກັນ ພາກພື້ນດີນກັບກຳລັງກູ້ຊາຕ ບໍ່ກ້າວໜ້າ ແລະ ທະຫານຣັຖບານເສັຽຊີວິດ ຢ່າງຫລວງຫລາຍ.

ຜູ້ທີ່ເຫດເຫດການເວົ້າວ່າ ເປັນການຍາກທີ່ຈະຮູ້ໄດ້ວ່າ ມີປະຊາຊົນເສັຽຊີວິດ ຫລາຍປານໃດຍ້ອນວ່າ ສົບຂອງພວກເຂົາເຈົ້າຖືກໄຟໄໝ້ໝົດ.

ທ່ານ Ba La Gyi, ຫົວໜ້າກຸ່ມປະກອບອາວຸດ ຕໍ່ຕ້ານກຳລັງທະຫານຣັຖບານ ຍັງບອກອີກວ່າ ທ່ານຢູ່ໃນບໍຣິເວນດັ່ງກ່າວໃນການຖິ້ມລະເບີດ ຂອງກຳລັງທະຫານຣັຖບານໃນວັນທີ 20 ເມສາຜ່ານມາແລະກໍພົບວ່າ ກຳລັງທະຫານຣັຖບານກວ່າ 1 ຮ້ອຍຄົນໄດ້ເຂົ້າຊອກຄົ້ນ ບ້ານເຮືອນປະຊາຊົນ ທຸກຫລັງເພື່ອທຳລາຍຫລັກຖານ ທີ່ທະຫາພະມ້າໄດ້ກະທຳ ຕໍ່ປະຊາຊົນໃນເຂດດັ່ງກ່າວ.

ທ່ານຄິດວ່າ ທະຫານພະມ້າ ຊອກຫາກຳລັງຕໍ່ຕ້ານຣັຖບານ ແລະປະຊາຊົນ ຜູ້ທີ່ເຫັນດີກັບກຸ່ມກູ້ຊາຕເພື່ອຈັບກຸມ ຫລື ຂ້າຖິ້ມ.

ຜູ້ບັນຊາການທະຫານພະມ້າ ໃນເຂດດັ່ງກ່າວເວົ້າວ່າ ການຖິ້ມລະເບີດ ໃນພື້ນທີ່ດັ່ງກ່າວ ບໍ່ແມ່ນໃສ່ ບ້ານເຮືອນ ປະຊາຊົນ ເປັນການຖິ້ມລະເບີດໃສ່ກຸ່ມກໍ່ການຮ້າຍ ຜູ້ທີ່ພຍາຍາມທັບມ້າງ ຄວາມສງົບໃນຂົງເຂດ ທີ່ຍັງມີການເຄື່ອນໄຫວ ໃນເຂດດັ່ງກ່າວຢູ່.

ແຕ່ປະຊາຊົນຊາວພະມ້າ ແລະຫນ່ວຍກູ້ພັຍປະຕິເສດ ຕໍ່ການກ່າວອ້າງ ຂອງກຸ່ມທະຫານ ໂດຍເວົ້າວ່າ ການຖິ້ມລະເບີດ ຂອງກຳລັງທະຫານພະມ້າ ແມ່ນຄວາມຕັ້ງໃຈໃນການທຳຮ້າຍ ປະຊາຊົນ ແລະກຸ່ມປະກອບອາວຸດຕໍ່ຕ້ານ ຣັຖບານຢ່າງເປີດແປນ ບໍ່ແມ່ນເປັນການຖິ້ມລະເບີດ ໃສ່ຜູ້ກໍ່ການຮ້າຍ ຍ້ອນບໍ່ມີຜູ້ກໍ່ການຮ້າຍອາສັຍ ຢູ່ໃນພື້ນທີ່ແຫ່ງນີ້ ມີແຕ່ປະຊາຊົນ ຄົນທັມມະດາ ແລະ ກຸ່ມປະກອບອາວຸດຕໍ່ສູ້ກັບຣັຖບານ ທະຫານພະມ້າ ຜູ້ທີ່ເຂັນຂ້າປະຊາຊົນ ແລະທັບມ້າງປະຊາທິປະໄຕ ໃນພະມ້າເທົ່ານັ້ນ.

ການຖິ້ມລະເບີດ ໃສ່ບ້ານເຮືອນປະຊາຊົນ ຄົນທັມມະດາ ຖືກປະນາມຈາກນາຊາຕ ຢ່າງໃຫຍ່ ແລະກໍເປັນການລະເມີດສິດທິມະນຸດ ໃນການທຳສົງຄາມຕໍ່ປະຊາຊົນ ຜູ້ທີ່ບໍ່ມີສ່ວນພົວພັນ ກັບການສູ້ຣົບກັນ, ອົງການສາກົນໄດ້ຮຽກຮ້ອງ ໃຫ້ທະຫານພະມ້າ ຢຸດຕິການກະທຳດັ່ງກ່າວ. ວິທຍຸ ເອເຊັຽ ເສຣີ ຜແນກພາສາພະມ້າ ໄດ້ໂທລະສັບຖາມ ຜູ້ບັນຊາການທະຫານພະມ້າ ໃນເຂດດັ່ງກ່າວນາຍພົລ Zaw Min Tun ແຕ່ທ່ານບໍ່ຮັບສາຍ.

ທ່ານ Thein Tun Oo, ຜູ້ອຳນວຍການສຖາບັນ ຄົ້ນຄົ້ວທາງດ້ານການເມືອງ ໃນພະມ້າທີ່ຮ່ວມດ້ວຍໂຕແທນ ຂອງທະຫານ ເວົ້າວ່າ ການຖິ້ມລະເບີດ ຖ້າຖິ້ມໃສ່ກຸ່ມກໍ່ການຮ້າຍ ເປັນການປະຕິບັດງານທີ່ຖືກຕ້ອງ ແຕ່ຖ້າຖິ້ມໃສ່ບ້ານເຮືອນປະຊາຊົນແມ່ນບໍ່ຖືກຕ້ອງ ຍ້ອນກຸ່ມທະຫານເຫັນວ່າ ໃນມື້ນັ້ນ ມີກອງປະຊຸມຂນາດໃຫຍ່ເກີດຂຶ້ນໃນບ້ານ ອາດຈະເປັນການຊຸມນຸ່ມ ເພື່ອປະກາດເອກຣາດ ແຍກດີນແດນຂອງຊົນກຸ່ມນ້ອຍ ໃນເຂດດັ່ງກ່າວ.

ທ່ານວ່າ ບໍ່ມີຣັຖບານປະເທດໃດ ຍອມຮັບການປະກາດແຍກດິນແດນ ຂອງຊົນກຸ່ມນ້ອຍໃນປະເທດຂອງຕົນ ຢາກໃຫ້ທ່ານ ພິຈາຣະນາ ລະຫວ່າງການແຍກດິນແດນ ກັບປະຊາທິປະໄຕ ແລະສິດທິມະນຸດ ທ່ານຄິດວ່າ ອັນໃດສຳຄັນນ້ອຍກວ່າ.

ທ່ານ Pyae Sone ສມາຊິກຕໍ່ຕ້ານຣັຖບານ ຈາກອີກກຸ່ມນຶ່ງໃນພະມ້າ ເວົ້າວ່າ ການໂຈມຕີຊາວບ້ານທາງອາກາດ ສະແດງໃຫ້ເຫັນ ກຳລັງທະຫານຣັຖບານເມີນເສີຍ ຕໍ່ການກົດດັນຂອງນານາຊາຕ ແລະຍັງເປັນການບົ່ງບອກ ໃຫ້ເຫັນອີກວ່າ ກຸມຜະເດັດການທະຫານພະມ້າ ພະຍາຍາຍາມ ເຂັນຂ້າປະຊາຊົນ ຢ່າງໂຫດຫ້ຽມ ຜູ້ທີ່ເຫັນພ້ອມກັບກຳລັງກູ້ຊາຕ ໃຫ້ໝົດໄປ ຮ່ວມດ້ວຍການທຳຮ້າຍ ຫລັກຖານທີ່ທະຫານພະມ້າ ໄດ້ກະທຳຕໍ່ປະຊາຊົນນຳອີກ.

ໃນຂະນະດຽວກັນ ກໍມີຂ່າວດີເກີດຂຶ້ນ ໃນອາທິດນີ້ ເຮືອບົນຖິ້ມລະເບີດ ຂອງກອງທັບອາກາດພະມ້າ ພາດເປົ້າໃນການຖິ້ມລະເບີດ ແທນທີ່ຈະຖິ້ມໃສ່ເຮືອນປະຊາຊົນ ແລະກຳລັງກູ້ຊາຕ ເລີຍໄປຖິ້ມໃສ່ຄ້າຍທະຫານພະມ້າເອງ ເຮັດໃຫ້ທະຫານພະມ້າ ເສັຽຊີວິດ 20 ກວ່າຄົນ.

ປະຊາຊົນ ໃນເຂດບ້ານດັ່ງກ່າວເວົ້າວ່າ ເຮືອບິນຖິ້ມລະເບີດ ຂອງກອງທັບພະມ້າ ໄດ້ຖິ້ມລະເບີດ 6 ຄັ້ງໃນມື້ນັ້ນ ທັງໝົດຖືກຄ້າຍທະຫານພະມ້າໝົດ.

ຊາວບ້ານຄົນນີ້ ກ່າວຕໍ່ໄປວ່າ ໃນຕອນເຊົ້າເວລາ 9 ໂມງມື້ນັ້ນ  ຣົດບັນທຸກໄດ້ເຂົ້າມາເກັບທະຫານທີ່ໄດ້ຮັບບາດເຈັບ ໄປໂຮງໝໍຄາດວ່າ ເປັນໂຮງໝໍ Thabeikkyin ຢູ່ເມືອງໃກ້ຄຽງ ແຕ່ຜູ້ເສັຽຊີວິດນັ້ນຄິດວ່າຖືກຝັງ ໃນບ້ານດັ່ງກ່າວ.

ຊາວບ້ານອີກຜູ້ນຶ່ງເວົ້າວ່າ ການເສັຽຊີວີິດ ຂອງທະຫານຣັຖບານ ຈາກການຖິ້ມລະເບີດ ຜິດເປົ້າເທື່ອນີ້ແລະປະຊາຊົນ ບໍ່ເສັຽຊີວິດຈັກຄົນ ເປັນການສະແດງອອກໃຫ້ເຫັນວ່າ ເປັນບາບກັມຂອງກຸ່ມຜະເດັດການ ທະຫາພະມ້າ ທີ່ກະທຳຕໍ່ປະຊາຊົນ ຄົນທັມມະດາ. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.