ປະຊາຊົນ 10,000 ຕ້ອງຖິ້ມບ້ານເຮືອນ ຍ້ອນທະຫານພະມ້າ ຍິງປືນໃຫຍ່ໃສ່
2023.01.28

ປະຊາຊົນພະມ້າ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າວ່າ ມີປະຊາຊົນປະມານ 10,000 ຄົນ ຢູ່ 2 ເມືອງໃນເຂດສະຖາງ ຕ້ອງໄດ້ຖິ້ມບ້ານເຮືອນ ຂອງຕົນເອງ ຍ້ອນວ່າ ທະຫານພະມ້າ ເປີດການໂຈມຕີ ພາກພື້ນດິນ ຢູ່ເຂດເໜືອຂອງຣັຖສະກາງ. ມີທະຫານພະມ້າປະມານ 100 ຄົນເຣີ່ມເຜົາເຮືອນຂອງປະຊາຊົນ ຢູ່ເຂດເມືອງ ຢິມມາບິນ ໃນວັນຈັນທີ່ຜ່ານມາ ແລະ ໄດ້ຍິງປືນໃຫຍ່ໂຈມຕີຊາວບ້ານ ທີ່ຢູ່ໃກ້ກັບເຂດເມືອງ ຊາລິງຢີ້ ໃນອີກ 2 ມຶ້ື້ ຕໍ່ມາ.
ປະຊາຊົນ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ພວກທະຫານໄດ້ລຽງລາຍ ເຂົ້າມາບຸກທະລາຍໝູ່ບ້ານ ແລະ ເຂົາເຈົ້າໄດ້ເຜົາເຮືອນຂອງປະຊາຊົນ ຢູ່ບ້ານ ຕັນຕໍຈີ້ ແລະ ຈະສັງເກດເຫັນຄວັນໄຟປິວຂຶ້ນ.
ປະຊາຊົນ ຢູ່ 9 ບ້ານ ຢູ່ ເມືອງຢິນມາບິນ ແລະ ອີກ 4 ບ້ານ ຢູ່ເມືອງ ຊາລິນຢີ້ ໄດ້ພາກັນໜີອອກຈາກບ້ານໄປລີ້ຢູ່ປ່າ ເພື່ອຫຼົບໜີຈາກພວກທະຫານພະມ້າ. ປະຊາຊົນເວົ້າວ່າ ພວກທະຫານຈັບ ແລະ ຂ້າພົລເຮືອນ, ເຜົາບ້ານຂອງເຂົາເຈົ້າ ເພື່ອລົງໂທດພວກເຂົາ ທີ່ໃຫ້ການສນັບສນູນ ກຸ່ມກອງກຳລັງປົກປ້ອງປະຊາຊົນ ເຊິ່ງເປັນກຸ່ມທີ່ສ້າງຕັ້ງຂຶ້ນຕ້ານກັບທະຫານພະມ້າ.
ສະຖາບັນຍະໂຍບາຍ ແລະ ຍຸທສາຕຂອງພະມ້າ ໄດ້ກ່າວວ່າ ມີຕຶກອາຄານປະມານ 40,000 ຫຼັງ ຢູ່ເຂດຣັຖສະກາງ ຖືກທຳລາຍ ນັບແຕ່ວັນທີ 1 ກຸມພາ 2021 ຫາ ວັນທີ 14 ມົກກະຣາ 2023 ເຊິ່ງເປັນຊ້ວງເວລາ ທີ່ທະຫານພະມ້າເຂົ້າມາຍຶດອຳນາດ ຈາກພັກສັນນິບາດແຫ່ງຊາຕ ເພື່ອປະຊາທິປະໄຕຂອງພະມ້າ.
ສະຖານບັນດັ່ງກ່າວ ຍັງຣາຍງານອີກວ່າ ມີອາຄານຂອງປະຊາຊົນ 20,000 ຫຼັງ ຢູ່ໃນຣັຖສະກາງຖືກທຳລາຍ ນັບແຕ່ເດືອນພຶສຈິກາ 2022 ມາຮອດ ກາງເດືອນມົກກະຣາ 2023, ລວມທັງຕຶກອາຄານບ້ານເຮຶອນຂອງປະຊາຊົນ 5,000 ຫຼັງ ຢູ່ເມືອງ ຕາບາຢິນ ແລະ ຕຶກອາຄານບ້ານເຮືອນ ຂອງປະຊາຊົນ 4,600 ຫຼັງ ຢູ່ ເມືອງ ສະເວບູ ກໍຖືກທຳລາຍເຊັ່ນດຽວກັນ.
ທ່ານ ກະ ຢໍ ເດັດ ອອງ ນັກວິໃຈອາວຸໂສ ປະຈຳສະຖານບັນນະໂຍບາຍ ແລະ ຍຸທສາຕຂອງພະມ້າ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ ໂຕເລກຄວາມເສັຽຫາຍ ແທ້ຈິງຕາມເວລາອັນແນ່ນອນ ຈະສູງກວ່ານັ້ນ.
ທ່ານ ກ່າວວ່າ ພວກເຮົາຈະຮວບຮວມຂໍ້ມູນ ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ຍ້ອນວ່າ ພວກເຮົາກຳລັງດຳເນີນການຢູ່ ໂດຍ ສະເພາະການເອົາໂຕເລກ ຈາກການຣາຍງານຂອງສື່ມວນຊົນ ອິສຣະ ແລະ ຖແລງການຂອງອົງການ ຈັດຕັ້ງພາກປະຊາສັງຄົມ.
ທ່ານ ອາຍ ເລັງ ເຈົ້າໜ້າທີ່ສວັດດີການສັງຄົມ ແລະ ທັງເປັນໂຄສົກຂອງຣັຖສະກາງ ເຊິ່ງເປັນຝ່າຍຂອງທະຫານພະມ້າ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີພຸດທີ່ຜ່ານມາວ່າ ລາວບໍ່ຮູ້ສະພາບບັນຫາທາງດ້ານຄວາມໝັ້ນຄົງ ໃນປັດຈະບັນ ຢູ່ໃນເຂດດັ່ງກ່າວ ແລະ ບໍ່ສາມາດໃຫ້ຄຳຄິດເຫັນກ່ຽວກັບການໂຈມຕີ ໄດ້.
ທະຫານພະມ້າ ໄດ້ຣາຍງານໃນວັນອັງຄານວ່າ ຣັຖບານສະມັກຄີແຫ່ງຊາຕ ເຊິ່ງເປັນຣັຖບານເງົາຂອງພະມ້າ ແລະ ກຸ່ມກອງກຳລັງເອກຣາດກະສິນ ແລະ ກຸ່ມກອງກຳລັງປົກປ້ອງປະຊາຊົນ ຫຼື PDF ໄດ້ໂຈມຕີ ແລະ ທຳລາຍເປົ້າໝາຍທີ່ເປັນພົລເຮືອນ ຢູ່ເຂດຣັຖສະກາງ ແລະ ຣັຖກະສິນ. ມີບ້ານເຮືອນຂອງປະຊາຊົນ ປະມານ 1,000 ຫຼັງ ຢູ່ເຂດເມືອງ ສະເວກູ ແລະ ເມືອງຕາເສ ຢູ່ ຣັຖສະກາງ ຖືກເຜົາ.
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ກອງກຳລັງ ປົກປ້ອງປະຊາຊົນ ຢູ່ເມືອງຕາບາຢິນ ໄດ້ປະຕິເສດຄຳກ່າວອ້າງ ຂອງທະຫານພະມ້າ ໂດຍຕອບໂຕ້ວ່າ ທະຫານພະມ້າເອງ ເປັນຜູ້ທຳລາຍບ້ານເຮືອນ ຂອງປະຊາຊົນ ແລະ ທ່ານຍັງກ່າວຢ້ຳວ່າ ກຸ່ມກອງກຳລັງ ປົກປ້ອງປະຊາຊົນ ບໍ່ເຄີຍທຳລາຍບ້ານເຮືອນ ຂອງປະຊາຊົນ.
ທ່ານ ກ່າວວ່າ:
“ພວກທະຫານພະມ້າ ໄດ້ເຜົາບ້ານເຮືອນຂອງປະຊາຊົນ ທັນທີ ທີ່ພວກເຮົາທະຫານ ເຂົ້າມາໃນໝູ່ບ້ານ ແລະ ພາກັນເຊື່ອງຊ້ອນບາງສິ່ງໄວ້ ຢູ່ໃນຕຶກອາຄານ.”
ທ່ານ ກ່າວຕື່ມວ່າ ຫຼັງຈາກທີ່ວາງລະເບີດບ້ານເຮືອນ ຂອງປະຊາຊົນ, ພວກທະຫານພະມ້າ ພາກັນຈູດລະເບີດ. ລະເບີດແຕກ ເຮືອນໃຫ້ບ້ານເຮືອນ ຂອງປະຊາຊົນຫຼາຍຫຼັງຖືກໄຟໄໝ້ ແລະ ຍຸບໂຕລົງ. ພວກທະຫານພະມ້າ ໄດ້ວາງລະເປີດຕາມພື້ນດິນ ກ່ອນທີ່ຈະໜີອອກຈາກໝູ່ບ້ານ. ປັດຈຸບັນ ປະຊາຊົນບາງຄົນ ໄດ້ກ່າຍເປັນເຫຍື່ອຂອງລະເບີດດັ່ງກ່າວ.
ທ່ານ ໄດ້ກ່າວວ່າ ຫາທະຫານພະມ້າ ສັງກັດຢູ່ກອງພົນ ຢູ່ເຂດຣັຖສະກາງ ແລະ ຈາກເມືອງ ຜ່ອງປີອິນ ໄດ້ທຳການໂຈມຕີໝູ່ບ້ານອື່ນໆ ອີກ.
ອີງຕາມຂໍ້ມູນ ຈາກສຳນັກງານ ສະຫະປະຊາຊາຕ ເພື່ອການຮ່ວມມືດ້ານມະນຸສທັມ, ມີປະຊາຊົນພະມ້າ 650,000 ຄົນ ຕ້ອງໜີຈາກບ້ານເຮືອນ ຂອງຕົນເອງຢູ່ເຂດຣັຖສະກາງ ນັບຕັ້ງແຕ່ທະຫານພະມ້າ ເຂົ້າມາຢຶດອຳນາດຈາກຣັຖບານ ທີ່ມາຈາກການເລືອກຕັ້ງ ໃນວັນທີ 1 ກຸມພາ 2021 ທີ່ຜ່ານມາ.
ສະຖາບັນນະໂຍບາຍ ແລະ ຍຸທສາຕຂອງພະມ້າ ໄດ້ຣາຍງານອີກວ່າ ປະຊາຊົນຢູ່ເຂດ ຣັຖສະຖາງ 15% ຕ້ອງຖືກບັງຄັບໃຫ້ໜີໄປຢູ່ ຄ້າຍຜູ້ອົບພະຍົບ ນັ້ນໝາຍຄວາມວ່າ ປະຊາຊົນທຸກໆ 100 ຄົນ ຈຳເປັນຕ້ອງອົບພະຍົບ ໄປຢູ່ຄ້າຍຜູ້ອົບພະຍົບ 15 ຄົນ.
ບໍ່ສະເພາະປະຊາຊົນເທົ່ານັ້ນ ທີ່ຕ້ອງຫຼົບໜີຈາກປືນໃຫຍ່ ຂອງທະຫານພະມ້າ ແຕ່ ນັກຂ່າວສື່ມວນຊົນພະມ້າ ເອງກໍຕ້ອງມີຄວາມສ່ຽງ ໃນການຣາຍງານຂ່າວ.
ທ່ານ ເຕັດລາຕໍ້ ນັກຂ່າວທີ່ເປັນນັກຖ່າຍຮູບຂອງປະມ້າ ໄດ້ກ່າວວ່າ:
“ຂ້ອຍໄປກັບກຸ່ມ ກອງກຳລັງປົກປ້ອງປະຊາຊົນ ທີ່ຢູ່ໃກ້ກັບກຸ່ມທະຫານພະມ້າ ເພື່ອຖ່າຍຮູບ ແລະ ວີດີໂອ ເຫດການທີ່ເກີດ ທັນໃດນັ້ນ ກໍມີລູກປືນໃຫຍ່ ຂອງທະຫານພະມ້າ ມາຕົກໃກ້ກັບຈຸດທີ່ຂ້ອຍຢູ່ ແລະ ມີຫຼາຍເຫດການ ທີ່ຂ້ອຍຕ້ອງແລ່ນໜີ້ຫ່າລູກປືນ ເພືອໄປຖ່າຍຮູບ.”
ນອກຈາກນີ້, ທ່ານ Toru Kubota ເປັນນັກຂ່າວຍີ່ປຸ່ນ ຖືກສານທະຫານພະມ້າ ຕັດສິນຈຳຄຸກ 7 ປີ ໃນຂະນະທີ່ ທ່ານເອງກຳລັງຖ່າຍວີດີໂອ ການປະທ້ວງ ຂອງປະຊາຊົນຊາວພະມ້າ ໂດຍ ສານທະຫານພະມ້າ ຕັດສິນວ່າ ທ່ານມີຄວາມຜິດ ຂໍ້ຫາປະຈານປະເທດພະມ້າ ແລະ ລະເມີດກົດໝາຍ ການສື່ສານທາງອິນເຕີຣ໌ເນັຕ.
ນັກຂ່າວ ຍີ່ປຸ່ນຄົນນີ້ ຖືກສານຕັດສິນ 3 ປີ ໃນຂໍ້ຫາທີນຶ່ງ ແລະ ຖືກຕັດສິນອີກ 7 ປີ ໃນຂໍ້ຫາທີສອງ, ແຕ່ວ່າ ໃນການຕັດສິນ ກໍໄດ້ລວມເອົາການລົງໂທດ 7 ປີ ເທົ່ານັ້ນ. ນອກຈາກນີ້ ນັກຂ່າວຄົນນີ້ ຍັງຈະຖືກດຳເນີນ ຄະດີອີກໃນຂ້ຫາທີ 3 ວ່າດ້ວຍການລະເມີດ ກົດໝາຍກວດຄົນເຂົ້າເມືອງ.
ທະນາຍຂອງນັກຂ່າວຄົນນີ້ ກ່າວວ່າ ພາກທີ 13 ຂອງກົດໝາຍວ່າດວ້ຍ ການກວດຄົນເຂົ້າເມືອງຂອງພະມ້າ ໄດ້ລະເຖິງບົດລົງໂທດ ຕໍ່ຄົນຕ່າງປະເທດ ເຊິ່ງຈະມີບົດລົງໂທດສູງສຸດໃຫ້ຈຳຄຸກ 2 ປີ ແລະ ປັບໃໝ ນັບຕັ້ງແຕ່ ສານທະຫານພະມ້າໄດ້ຕັດສິນລົງໄປແລ້ວ ແຕ່ ພວກເຮົາກໍຕ້ອງລໍຟັງເບິ່ງ.
ທ່ານ Kubota ອາຍຸ 26 ປີ ຖືກຈັບ ໃນຂະນະທີ່ລາວເອງ ກຳລັງຖ່າຍວີດີໂອ ການປະທ້ວງຕ້ານຣັຖປະຫານໃນຢູ່ນະຄອນຢ້າງກຸ້ງ ໃນວັນທີ 30 ເດືອນກໍຣະກະດາ ປີ 2022 ທີ່ຜ່ານມາ.
ເອອັກຄະຣາຊທູຕຍີ່ປຸ່ນ ປະຈຳປະເທດພະມ້າ ໄດ້ຮັບອະນຸຍາດ ໃຫ້ເວົ້າກັບ Kubota ທາງໂທລະສັບ ໃນວັນທີ 22 ສິງຫາ ແລະ ຂໍພົບກັບນັກຂ່າວ ຄົນດັ່ງກ່າວ, ແຕ່ ທະຫານພະມ້າ ບໍ່ອະນຸຍາດໃຫ້ພົບ ຍ້ອນເຫດຜົນ ໂຄວິດຣະບາດ. ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ສະຖານທູຕ ຍີ່ປຸ່ນຢູ່ພະມ້າ ແຕ່ ບໍ່ມີການຕອບຮັບ.
ຣັຖບານຍີ່ປຸ່ນ ໄດ້ຮຽກຮ້ອງໃຫ້ ປ່ອຍໂຕນັກຂ່າວຄົນດັ່ງກ່າວ ທັນທີທັນໃດ ແລະ ມີການປະທ້ວງຄັດຄ້ານການຈຳຄຸກ ນັກຂ່າວຄົນດັ່ງກ່າວ ຢູ່ ນະຄອນໂຕກຽວປະເທດຍີ່ປຸ່ນ ໃນວັນທີ 31 ກໍຣະກະດາ 2022.
ທ່ານ Kubota ເປັນນັກຂ່າວ ຕ່າງປະເທດຄົນທີ 5 ທີ່ຖືກທະຫານພະມ້າ ຈັບຂັງຄຸກນັບແຕ່ ມີການຣັຖປະຫານໃນວັນທີ 1 ກຸມພາ 2021 ເປັນຕົ້ນມາ ອີງຕາມຂໍ້ມູນຈາກສຳນັກຂ່າວເອພີ.
ນອກຈາກນີ້ ຍັງມີຣາຍງານວ່າ ຜູ້ທີ່ຖືກຂັງຄຸກ ຢູ່ພະມ້າ ເສັຽຊີວິດຢ່າງໜ້ອຍ 145 ຄົນ ຫຼັງຈາກທີ່ຖືກທະຫານພະມ້າ ສອບສວນ ນັບແຕ່ມີການຣັຖປະຫານເປັນຕົ້ນມາ ອີງຕາມຂໍ້ມູນ ຈາກວິທະຍຸ ເອເຊັຽເສຣີ ຜແນກພາສາພະມ້າ.
ຍາງ ອອງ ຊານ ຊູຈີ ເປັນຫົວໜ້າສັນນິບາດ ແຫ່ງຊາຕ ເພື່ອປະຊາທິປະໄຕ ຂອງພະມ້າ ທີ່ຖືກທະຫານພະມ້າ ຢຶດດຳນາດ ແລະ ກັກໂຕ ໄດ້ຖືກຍ້າຍໄປກັກຂັງດ່ຽວ.
ແຫຼ່ງຂ່າວທີ່ໃກ້ຊິດ ເຈົ້າໜ້າທີ່ສານ ນະຄອນຫລວງ ເນປີດໍ ຂອງພະມ້າ ໄດ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ:ງ
“ຄະດີ ຂອງຍານາງ ອອງ ຊານ ຊູຈີ ແລະ ຄົນໃກ້ຊິດຂອງ ຍານາງ ໄດ້ຖືກນຳມາໄຕ່ສວນ ຢູ່ສານພິເສດ ສະເພາະຢູ່ໃນຄຸກເລີຍ.”
ຜູ້ທີ່ເຫັນເຫດການ ຖືກທະຫານພະມ້າ ນຳໂຕມາສືບສວນສອບສວນ ຢູ່ໃນສານ ທີ່ມີສ່ວນພົວພັນໃນຄະດີນີ້. ຂໍ້ມູນການສືບສວນສອບສວນ ຍັງບໍ່ມີການເປີດເຜີຍ ໃນຂະນະທີ່ ທະນາຍຄວາມຂອງ ຍານາງ ອອງຊານ ຊູຈີ ຍັງ ບໍ່ໄດ້ຮັບອະນຸຍາດ ໃຫ້ເຜີຍແຜ່ຂໍ້ມູນຕໍ່ສື່ມວນຊົນ.
ທີ່ຜ່ານມາ, ໄດ້ມີການໄຕ່ສວນຄະດີດັ່ງກ່າວ ທຸກໆວັນພະຫັດ ໃນສານພິເສດ ຢູ່ ນະຄອນຫລວງ ເນປີດໍ ເຊິ່ງດຳເນີນການ ຢູ່ຄ້າຍທະຫານ ນັບແຕ່ວັນທີ 1 ກຸມພາ 2021 ເປັນຕົ້ນມາ.
ທ່ານ ຊານ ເທີເນວ ໄດ້ເປັນທີ່ປຶກສາທາງດ້ານທຸຣະກິຈ ຂອງຍານາງ ອອງ ຊານ ຊູ ຈີ ນັບແຕ່ປີ 2017 ຢູພາຍໃຕ້ຣັຖບານ ຂອງພັກສັນນິບາດແຫ່ງຊາຕ ເພື່ອປະຊາທິປະໄຕ ຂອງພະມ້າ. ທ່ານ ເປັນຄົນຕ່າງປະເທດ ຄົນທຳອິດ ທີ່ໃກ້ຊິດກັບຣັຖບານຂອງ ຍານາງ ອອງ ຊານ ຊູ ຈີ ໄດ້ຖືກຈັບ ແລະ ກັກໂຕ ນັບແຕ່ທະຫານເຂົ້າມາຢຶດອຳນາດ.
ຍານາງ ອອງ ຊານ ຊູ ຈີ ອາຍຸ 77 ປີ ໄດ້ຖືກດຳເນີນຄະດີ 19 ຂໍ້ຫາ ນັບແຕ່ ທະຫານພະມ້າເຂົ້າມາຢຶດອຳນາດ. ຍານາງ ຖືກຕັດສິນຈຳຄຸກ 11 ປີ ໃນ 6 ຂໍ້ຫາ. ທີ່ເຫຼືອ ອີກ 13 ຂໍ້ຫາ ຍັງຄົງພິຈາລະນາ ຢູ່, ຖ້າມີການຕັດສິນໝົດທຸກຂໍ້ຫາ ຍາງນາງ ກໍຈະຖືກຕັດສິນ ຈຳຄຸກເປັນເວລາ 100 ປາຍ ປີ.