ສ້າງເຂື່ອນໄຟຟ້າ ຈຳເປັນຕໍ່ການພັທນາ, ນັກວິຊາການ, ຊາວບ້ານ ກໍຢາກໃຫ້ມີຄວາມສົມດຸນ
2023.04.26
ເມື່ອບໍ່ດົນມານີ້, ທ່ານ ຈັນທະບູນ ສຸກອາລຸນ, ຜູ້ອຳນວຍການໃຫຍ່ ຣັຖວິສາຫະກິຈໄຟຟ້າລາວ ໄດ້ຊີ້ແຈງຕໍ່ສື່ມວນຊົນລາວ ໃນໂອກາດຖແລງຂ່າວ ກ່ຽວກັບວຽກງານ ຂອງຣັຖວິສາຫະກິຈໄຟຟ້າລາວ ທີ່ເຜີຍແຜ່ທາງວິທຍຸກະຈາຍສຽງແຫ່ງຊາຕລາວ ເມື່ອວັນທີ 11 ເມສາ ທີ່ຜ່ານມາວ່າ ຣັຖບານລາວ ມີຄວາມຈຳເປັນທີ່ຕ້ອງເດີນໜ້າສ້າງເຂື່ອນ ແລະ ຖືເປັນນະໂຍບາຍ ປະກອບການຕັດສິນໃຈ ທີ່ຖືກຕ້ອງທີ່ສຸດ ໃນການດຶງດູດເມັດເງິນການລົງທຶນ ຈາກຕ່າງປະເທດ ມາລົງທຶນໃນການສ້າງເຂື່ອນໄຟຟ້າ ໃນປະເທດລາວ.
“ຄັນບໍ່ຕັດສິນໃຈເວລານັ້ນ ສ້າງນ້ຳເທີນ 2, ປັດຈຸບັນນີ້ ເຮົາຊິມີບໍ່ ເຂື່ອນນ້ຳເທີນ 2? ມັນກະເປັນນ້ຳໄຫຼຖິ້ມໄປຊື່ໆ, ບໍ່ໄດ້ສ້າງຊັພສິນຫຍັງໃຫ້ຣັຖບານ. ສະນັ້ນ, ຂພຈ ຢາກຢັ້ງຢືນວ່າ ການໃຫ້ນັກລົງທຶນຕ່າງປະເທດ ເອົາເງິນຈາກຕ່າງປະເທດ ມາລົງທຶນໃນເຂື່ອນ ເປັນນະໂຍບາຍທີ່ຖືກຕ້ອງທີ່ສຸດ ເພາະວ່າເປັນຫຍັງ ເປັນການສ້າງຊັພສິນ ໃຫ້ລູກ-ໃຫ້ຫຼານ. ເຮົາໃຫ້ສັມປະທານນ້ຳເທີນ 2 ມີແຕ່ 25 ປີ, ປີ 2034 ໂອນຄືນມາເປັນ ຂອງຣັຖບານ, ຢ່າງຂີ້ຮ້າຍ ໄດ້ 3 ພັນລ້ານໂດ່ລ້າຣ໌ ກັບມາມືຣັຖບານ, ສົດໆ!”
ທ່ານກ່າວຕື່ມວ່າ ຮອດປີ 2034 ເຂື່ອນໄຟຟ້ານ້ຳເທີນ 2 ໝົດສັນຍາສັມປະທານ ແລະ ເຂື່ອນໄຟຟ້າແຫ່ງອື່ນໆ ກໍຈະທະຍອຍສົ່ງຄືນຣັຖບານ ເປັນຜູ້ຄຸ້ມຄອງ. ເວລານັ້ນ, ປະເທດລາວຈະຮັ່ງມີເຂັ້ມແຂງ, ປະຊາຊົນຈະໄດ້ໃຊ້ໄຟຟ້າ ໃນລາຄາຖືກທີ່ສຸດ.
ກ່ຽວກັບປະເດັນດັ່ງກ່າວນີ້, ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ກໍໄດ້ຂໍຄວາມຄຶດເຫັນ ຈາກນັກສັງເກດການ ດ້ານເສຖກິຈໃນລາວ ຜູ້ຂໍສງວນຊື່ ແລະ ສຽງ ທ່ານນຶ່ງ ໃນວັນທີ 24 ເມສາ 2023 ນີ້ວ່າ ນະໂຍບາຍການເດີນໜ້າ ສ້າງເຂື່ອນໄຟຟ້າ ຫຼືອັນທີ່ຣັຖບານລາວ ມັກຈະກ່າວເຖິງ ໃນແຜນພັທນເສຖກິຈ-ສັງຄົມ 5 ປີວ່າ ເປັນການນຳໃຊ້ທ່າແຮງບົ່ມຊ້ອນ ຫຼືນຳໃຊ້ຊັພຍາກອນທັມມະຊາຕ ອັນເປັນທ່າແຮງບົ່ມຊ້ອນ ທີ່ມີພາຍໃນປະເທດ ເພື່ອການສ້າງຣາຍໄດ້ ເຂົ້າງົບປະມານຣັຖບານ ແລ້ວນຳເງິນຕຣາມາພັທນາປະເທດ ນັ້ນ, ຖືເປັນທາງເລືອກໃນການພັທນາເສຖກິຈມະຫາພາກ ທີ່ເໝາະສົມກັບສະຖານະ ຂອງປະເທດລາວ ໃນປັດຈຸບັນ.
ທ່ານວ່າ: “ສະພາບລວມແລ້ວ ທາງເລືອກໃນການຊອກຫາແຫຼ່ງທຶນ ຂອງຣັຖບານລາວ ເພື່ອນຳເມັດເງິນ ມາພັທນາປະເທດ ແມ່ນມີຢ່າງຈຳກັດ. ຈະດຶງດູດການລົງທຶນ ໃນພາກອຸດສາຫະກັມ ໃຫ້ຄືກັບວຽດນາມ ແລະ ໄທຍ ກໍຄົງຍັງບໍ່ພ້ອມ ເພາະປະຊາກອນລາວ ມີຈຳນວນໜ້ອຍ, ຕລາດບໍ່ກວ້າງພໍ, ນັກລົງທຶນຈຶ່ງບໍ່ສົນໃຈ ມາລົງທຶນໃນພາກອຸດສາຫະກັມ. ອີກຢ່າງນຶ່ງ, ການສຶກສາລາວ ຍັງຢູ່ໃນລະດັບຕ່ຳ, ປະຊາຊົນໃນວັຍແຮງງານ ຍັງຂາດທັກສະ ແລະ ບໍ່ມີສີມືແຮງງານພຽງພໍ ທີ່ຈະໃຫ້ນັກລົງທຶນ ມາລົງທຶນໄດ້ ເນື່ອງຈາກເມື່ອມາລົງທຶນ ກໍບໍ່ມີກຳລັງແຮງງານ ເພື່ອສນອງ ໃຫ້ແກ່ອຸດສາຫະກັມໄດ້. ການສ້າງເຂື່ອນໄຟຟ້າ ດ້ວຍການໃຊ້ຊັພຍາກອນນ້ຳ ຈຶ່ງເປັນຫົນທາງດຽວ ທີ່ສອດຄ່ອງກັບສະພາບເສຖກິຈລາວ ໃນປັດຈຸບັນ ທີ່ຈະດຶງ FDI ຫຼື ການລົງທຶນຂນາດໃຫຍ່ ຈາກຕ່າງປະເທດ ໄດ້.”
ທ່ານກ່າວຕື່ມວ່າ ບັນຫາທີ່ກ່ຽວພັນ ກັບຜົລກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ ນັ້ນ, ກໍເປັນສິ່ງທີ່ຣັຖບານລາວ ໄດ້ເຮັດມາຄວບຄູ່ກັນໄປຢູ່ແລ້ວ, ແຕ່ຈະໃຫ້ສົມບູນ ແລະ ເຫັນໄດ້ວ່າ ຊີວິຕການເປັນຢູ່ ຂອງພໍ່ແມ່ປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນ ຫຼືບໍ່ ນັ້ນ, ກໍຕ້ອງໃຫ້ເບິ່ງໄລຍະຍາວ ເພາະສິ່ງດັ່ງກ່າວ ຈະຕ້ອງໃຊ້ເວລາ ໃນການປະເມີນຜົລ ຢ່າງຮອບດ້ານ ແລະ ບໍ່ສາມາດເອົາ ຈຸດໃດຈຸດນຶ່ງ ມາປະເມີນໃຫ້ເຫັນພາບລວມໄດ້.

ກ່ຽວກັບນະໂຍບາຍ ການສ້າງເຂື່ອນໄຟຟ້າໃນລາວ ເພື່ອເປັນການດຶງດູດການລົງທຶນ ນີ້, ສາສຕຣາຈານ ດຣ. ອ່ຽນ ແບຣ໌, ສາສຕຣາຈານ ປະຈຳມະຫາວິທຍາລັຍ ວິສຄອນຊິ້ນ ເມດິຊັ້ນ, ຣັຖວິສຄອນຊິ້ນ ປະເທດສະຫະຣັຖອາເມຣິກາ ທີ່ຊ່ຽວຊານດ້ານທໍຣະນີວິທຍາ ທັງເປັນຊ່ຽວຊານດ້ານນ້ຳ ແລະ ເຂື່ອນ ໃນແມ່ນ້ຳຂອງ ກໍໄດ້ໃຫ້ທັສນະ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 25 ເມສາ ນີ້ວ່າ ນະໂຍບາຍດັ່ງກ່າວ ກໍເປັນສິ່ງທີ່ດີ, ແຕ່ກໍຄວນເຮັດໃຫ້ມັນສົມດຸນກັນ ລະວ່າງການດຶງດູດການລົງທຶນ ແລະ ການຮັກສາຊີວະນາໆພັນ ທີ່ອາຈຕ້ອງສູນເສັຽໄປ ຈາກໂຄງການສ້າງເຂື່ອນຕ່າງໆ. ທີ່ສຳຄັນ ຣັຖບານລາວ ຄວນມີແຜນສ້າງບຸກຄະລາກອນ ໃນການຄຸ້ມຄອງ, ຕິດຕາມ-ກວດກາ ເຂື່ອນໄຟຟ້າ ຈຳນວນຫຼາຍແຫ່ງ ໃຫ້ດີຂຶ້ນ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ທີ່ຈະເກີດຂຶ້ນ ໃນອະນາຄົດ.
“ອັນນີ້, ບັນຫາໂຕນີ້ ມັນກະຂຶ້ນຢູ່ກັບ ແຕ່ລະຄົນຊິຄຶດເອງເນາະ. ເຈົ້າຊິໃຫ້ຄຸນຄ່າເທົ່າໃດ ກັບຊີວະນາໆພັນ ຫຼືວ່າເຈົ້າຊິຫາຄຸນຄ່າເທົ່າໃດກັບເງິນ? ເງິນມັນກະຊ່ອຍໄດ້ບາງຢ່າງ, ແຕ່ວ່າ ມັນກະເປັນລັກສະນະຊົ່ວຄາວເນາະ. ບາດນີ້ເວົ້າເຣື່ອງຊີວະນາໆພັນ ມັນເວົ້າເຣື່ອງຕລອດໄປເນາະ ເທົ່າໃດຊົ່ວຄົນນີ້ນ່າ. ອັນນີ້ກະຕ້ອງ ຖ້າຄຶດຍາວນານ, ເຣື່ອງທຳລາຍຊີວະນາໆພັນ ຈະຊິເປັນບັນຫາໃຫຍ່. ແຕ່ວ່າ ຖ້າຄຶດໄລຍະສັ້ນ, ອາຈເຫັນແກ່ເງິນຫຼາຍກວ່າ. ຈັ່ງຊັ້ນແລ້ວ, ເຮົາຊິຕ້ອງມີຄວາມສົມດຸນ. ຂພຈ ຄຶດວ່າ ຢູ່ເມືອງລາວ ນີ້, ມັນກະມີເຂື່ອນສ້າງມາຫຼາຍຢູ່ແລ້ວ ກະອາຈເອົາໃຈໃສ່ ໃນການຈັດການ ໃນເຂື່ອນຈຳນວນນີ້ກ່ອນ ມັນຊິດີກວ່າ ເພາະວ່າ ຄວາມຊຳນານ ທີ່ມີຢູ່ໃນເມືອງລາວ ມັນອາຈບໍ່ທົ່ວເຖິງນີ້ນ່າ. ຖ້າເຂື່ອນມັນຫຼາຍໂພດ ມັນຊິເບິ່ງບໍ່ໄດ້, ແລ້ວອາຈມີບັນຫາເກີດຂຶ້ນ ຄືເຮົາເຫັນຜ່ານມາ ເຂື່ອນມັນແຕກນີ້ນ່າ ລະກະນ້ຳມັນລົງມາໃສ່ປະຊາຊົນ. ເພາະວ່າ ມັນຊິບໍ່ມີຄົນພຽງພໍນີ້ນ່າ ທີ່ຊິມີຄວາມຮູ້ ໃນເຣື່ອງໂຕນີ້ນ່າ, ທີ່ຊິຕິດຕາມນີ້ນ່າ, ອັນນີ້ກະເປັນຫ່ວງ ໃນບັນຫາໂຕນີ້.”
ທ່ານກ່າວຕື່ມວ່າ ຖ້າຈະໃຫ້ກ່າວເຖິງຜົລກະທົບ ຈາກນະໂຍບາຍ ໃນການສ້າງເຂື່ອນແລ້ວ ກໍແມ່ນໃຫ້ອີງໃສ່ ບົດການສຶກສາ ຂອງນັກສຶກສາລາວ ແລະ ຕ່າງປະເທດ ກ່ຽວກັບເຣື່ອງການໂຍກຍ້າຍ ແລະ ການຟື້ນຟູຊີວິຕການເປັນຢູ່ ຂອງປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກການສ້າງເຂື່ອນໃນລາວ, ເຊິ່ງຫຼາຍຄົນ ທີ່ສຶກສາມາແລ້ວ ຕ່າງກໍໄດ້ຢັ້ງຢືນໃຫ້ເຫັນວ່າ ຊີວິຕການເປັນຢູ່ ຂອງປະຊາຊົນ ທີ່ໄດ້ຮັບຜົລກະທົບ ນັ້ນ, ຣັຖບານລາວ ຍັງຕ້ອງໄດ້ເອົາໃຈໃສ່ຕື່ມ ໃນຫຼາຍດ້ານ.
“ອັນນີ້ຜ່ານມາເນາະ, ມັນມີຫຼາຍຄົນ ທີ່ສຶກສາໃນເຣື່ອງ ການໂຍກຍ້າຍປະຊາຊົນ ອອກຈາກພື້ນທີ່ສ້າງເຂື່ອນເນາະ ລະກະບໍ່ແມ່ນສະເພາະແຕ່ ຂພຈ ເນາະ, ມັນກະມີຄົນລາວຄືກັນແລ້ວ ຫຼາຍຄົນ, ເຊິ່ງເປັນນັກສຶກສາປຣິນຍາໂທ, ປຣິນຍາເອກ ທີ່ມາສຶກສາໃນເຣື່ອງໂຕນີ້. ລະກະຕາມທີ່ ຂພຈ ເຫັນຣາຍງານ ຂອງເຂົາເຈົ້າ ຫຼືວ່າບົດນິພົນ ຂອງເຂົາເຈົ້າ ຜ່ານມານີ້ນ່າ. ບໍ່ເຫັນວ່າ ຊິມີໃຜເວົ້າວ່າ ປະຊາຊົນທີ່ຖືກໂຍກຍ້າຍ ຢູ່ດີກວ່າເກົ່າ, ບໍ່ທັນມີ. ສ່ວນຫຼາຍ ກະເກືອບໝົດທຸກຄົນແຫຼະ ມັນຕ້ອງມີບັນຫາເກີດມາ ຈາກການໂຍກຍ້າຍ. ຈັ່ງຊັ້ນແລ້ວ ຖ້າເຫັນມັນເປັນຄືແນວນັ້ນ, ສະແດງວ່າ ມັນກະບໍ່ທັນພຽງພໍນີ້ນ່າ ມັນບໍ່ທັນມີ, ໂດຍສະເພາະໃນເຣື່ອງ ດິນກະສິກັມ ນີ້ນ່າ ເພາະວ່າ ເວລາເຂົາເຈົ້າຖືກໂຍກຍ້າຍ ແລ້ວກະດິນກະສິກັມ ບໍ່ຢາກພຽງພໍ. ດິນກະສິກັມທີ່ດີ ສ່ວນຫຼາຍ ຄົນກະເອົາໄປໃຊ້ຢູ່ແລ້ວ, ລະກະຍັງເຫຼືອແຕ່ດິນກະສິກັມ ທີ່ບໍ່ຄ່ອຍດີປານໃດ. ບາງທີກະມີຂີ້ຫິນບໍ່ ຫຼືວ່າດິນມັນບໍ່ງາມບໍ່, ຈັ່ງຊີ້ນ່າ ເຮັດໃຫ້ປະຊາຊົນຢູ່ຍາກ. ອັນນີ້ກະເປັນບັນຫາຫຼາຍໆບ່ອນ ທີ່ເຫັນຜ່ານມານີ້ນ່າ. ເຂົາເຈົ້າວ່າ ຊິແກ້ໄຂໃຫ້ເຂົາເຈົ້າຢູ່, ແຕ່ວ່າ ສຸດທ້າຍມັນບໍ່ມີດິນພຽງພໍ ທີ່ຊິແກ້ໄຂໄດ້.”

ໂຕຢ່າງທີ່ຈະແຈ້ງ ກ່ຽວກັບການຟື້ນຟູຊີວິຕການເປັນຢູ່ ຂອງຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກໂຄງການສ້າງເຂື່ອນ ນັ້ນ, ຊາວບ້ານ ທີ່ເປັນຜູ້ໄດ້ຮັບຜົລກະທົບ ຈາກໂຄງການເຂື່ອນນ້ຳທາ 1 ທີ່ເມືອງນາແລ ແຂວງຫຼວງນ້ຳທາ ກໍໄດ້ສະທ້ອນໃຫ້ເຫັນວ່າ ຊີວິຕການເປັນຢູ່ ຂອງພວກເຂົາເຈົ້າ ກໍດີຂຶ້ນໜ້ອຍນຶ່ງ, ແຕ່ກໍຍັງປະສົບກັບຄວາມຫຍຸ້ງຍາກບໍ່ໜ້ອຍ ໃນຫຼາຍດ້ານ.
“ຄືເກົ່າໄດ໋ດຽວນີ້ ກະປະຊາຊົນເຮົາ ກະຍັງໄປຢູ່ຫາກິນຫຍຸ້ງຍາກ, ການໄປການມາ ກະຫຍຸ້ງຍາກ ມັນຢູ່ຄັບແຄບ, ມັນຢູ່ແຖວນີ້ ມັນມີແຕ່ເຮືອນຕິດໆກັນ. ຊອກມາຫາກິນ ມີແຕ່ຜູ້ເຖົ້າຜູ້ແກ່. ມີແຕ່ເດັກນ້ອຍ ໄປເຂົ້າໂຮງຮຽນປົກກະຕິ ຜູ້ເຖົ້າຜູ້ແກ່ ຢູ່ເຮືອນຢູ່ຊານ ບໍ່ໄດ້ອອກເຄື່ອນໄຫວ ບໍ່ໄປໄປໃສມາໃສດອກ. ນີ້ກະດິນນ້ອຍແດ່, ດິນມັນນ້ອຍມັນແຄບ ບ້ານຈັດສັນເຮົານ່າ. ນ້ຳກິນ-ນ້ຳໃຊ້-ນ້ຳອາບ, ນ້ຳກິນສູ່ມື້ບໍ່ມີ. ໂຕໄຟຟ້າກະສະດວກຢູ່ ໄຟຟ້າ, ຫັ້ນນ່າ. ບັນຫາຫຍຸ້ງຍາກ ສຳຄັນເນາະ ກະແມ່ນເຣື່ອງນ້ຳຫັ້ນແຫຼະ, ນ້ຳໃຊ້ລະບໍ່ມີ ຢູ່ບ້ານສູ່ມື້ນີ້ກະດີ. ໂອ້! ປະຊາຊົນກະຫຍຸ້ງຍາກ.”
ຂະນະດຽວກັນ, ຊາວບ້ານ ທີ່ເປັນຜູ້ໄດ້ຮັບຜົລກະທົບ ຈາກໂຄງການເຂື່ອນນ້ຳອູ 3 ທີ່ເມືອງງອຍ ແຂວງຫຼວງພຣະບາງ ກໍໄດ້ສະທ້ອນໃຫ້ເຫັນວ່າ ຊີວິຕການເປັນຢູ່ ຂອງພວກເຂົາເຈົ້າ ກໍດີຂຶ້ນຢູ່, ແຕ່ກໍປະສົບກັບຄວາມຫຍຸ້ງຍາກ ໃນການທຳມາຫາກິນ ແລະ ການຊົດເຊີຍ ກໍຍັງບໍ່ໄດ້ ຕາມທີ່ຜູ້ພັທນາໂຄງການເຂື່ອນ ໄດ້ໃຫ້ຄຳໝັ້ນສັນຍາໄວ້.
“ເອີ, ການທຳມາຫາກິນ ກະຄືວ່າຫັ້ນແຫຼະ ກະຊອກເຄື່ອງປ່າ ຂອງດົງມາກິນ. ລະຊິເຮັດກິນ ແບບສວນຢູ່ແຄມນ້ຳ ແມ່ນບໍ່ມີແລ້ວ, ປູກຜັກປູກມີ່ ຢູ່ແຄມນ້ຳແຄມໃນ ໂອມີສວນເນາະ ບາດນີ້ແມ່ນບໍ່ມີແລ້ວ ບ່ອນຊິປູກຜັກປູກມີ່, ຫັ້ນນ່າ. ໄດ້ຊອກເຄື່ອງປ່າ ຂອງດົງມາກິນ ນັ້ນລະ. ເພິ່ນກະຈັດສັນໃຫ້ແລ້ວ ໂຮງຮຽນ, ຫັ້ນນ່າ. ແຕ່ວ່າຍັງຂາດຢູ່ ຂາດຢູ່ບ່ອນສາງອາຫານເສີມ ຂອງເດັກນ້ອຍຫັ້ນ ລະຍັງບໍ່ທັນໄດ້ເນາະ, ວ່າຊັ້ນສາ ເພິ່ນລະບໍ່ເຮັດໃຫ້. ແລ້ວອັນສອງ, ຄືສຸຂສາລາ ຫັ້ນ, ມັນມີເຮືອນພັກ ຂອງແພດເນາະ ແລ້ວເພິ່ນກະບໍ່ຊົດເຊີຍໃຫ້ ເພິ່ນກະບໍ່ຕັ້ງໃຫ້, ມີແຕ່ຕັ້ງສຸຂສາລາໃຫ້ຊື່ໆ. ລະບາດນີ້, ແພດມາປະຈຳນີ້ ມັນກະມີຄວາມຫຍຸ້ງຍາກຫັ້ນ. ແລ້ວກະຍັງເຕົາຫຼໍ່, ເຕົາຫຼໍ່ນ້ຳຖ້ວມ ບາດນີ້ນ່າ ເຕົາຫຼໍ່ ຂອງພວກເຮົາ, ຫັ້ນນ່າ. ແຕ່ວ່າເພິ່ນກະຍັງບໍ່ມາຟື້ນຟູ ແປງໃຫ້, ຫັ້ນນ່າ. ຖ້າວ່າມີຄົນໄປທາງໄກຫັ້ນ (ຕາຍ) ກະພົບຄວາມຫຍຸ້ງຍາກ. ເວລາເຂົາອັດນ້ຳໃຫຍ່ຂຶ້ນມາ ມັນຖ້ວມຮອດບ່ອນເຮົາດັງໄຟພຸ້ນ. ເປັນແນວນັ້ນ, ກະໄດ້ກໍ່ເຕົາ ກໍ່ກອງຟອນເອົາ. ຄັນວ່ານ້ຳແຫ້ງ ແລ້ວກະໄດ້ໃຊ້ເຕົາຫັ້ນ.”
ທັງໝົດນັ້ນ, ກໍແມ່ນ ຫຼາກຫຼາຍຄວາມຄຶດເຫັນ ຕໍ່ນະໂຍບາຍການສ້າງເຂື່ອນໄຟຟ້າ ໃສ່ລຳນ້ຳຕ່າງໆ ໃນປະເທດລາວ ທີ່ຖືເປັນສິ່ງຈຳເປັນ ເພື່ອດຶງດູດການລົງທຶນ, ແຕ່ໃນມຸມນັກວິຊາການ ກໍເຫັນວ່າ ຍັງຕ້ອງເຮັດໃຫ້ສົມດຸນກັນ ລະວ່າງການດຶງດູດການລົງທຶນ, ການຮັກສາຊີວະນາໆພັນ ແລະ ການຟື້ນຟູຊີວິຕການເປັນຢູ່ ຂອງປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ. ສບາຍດີ.