ປະຊາຊົນແຕກຕື່ນ ພາຍຫຼັງເກີດແສງໄຟ ຂນາດໃຫຍ່ຂຶ້ນ ໃນເຂດນະຄອນໄກສອນ

ຈຳປາທອງ
2023.04.28
ປະຊາຊົນແຕກຕື່ນ ພາຍຫຼັງເກີດແສງໄຟ ຂນາດໃຫຍ່ຂຶ້ນ ໃນເຂດນະຄອນໄກສອນ ເຈົ້າໜ້າທີ່ເລັ່ງແກ້ໄຂ ລະບົບໄຟຟ້າຂັດຂ້ອງ ທີ່ສະຖານີໄຟຟ້າ ປາກບໍ່ ໃນຄືນວັນທີ 27 ເມສາ 2023 ທີ່ເຮັດໃຫ້ເກີດມີແສງສວ່າງທົ່ງທ້ອງຟ້າ.
ຮູບພາບຈາກ: EDL Laos

ໄຟຟ້າຊັອດ ແລະໝໍ້ໄຟຟ້າແຮງສູງ ຢູ່ສະຖານີໄຟຟ້າ ປາກບໍ່ ຢູ່ບ້ານປາກບໍ່ ນະ ຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ຣະເບີດແຮງ ເຮັດໃຫ້ມີແສງໄຟກະຈາຍ ໄປໃນວົງກວ້າງ ໃນເວລາ 22 ໂມງຂອງມື້ວັນທີ 27 ເມສານີ້ ຈົນເຮັດໃຫ້ຊາວບ້ານ ທີ່ຢູ່ໃກ້ຄຽງພາກັນແຕກຕື່ນ ແລະຈໍານວນນຶ່ງກໍພາກັນແລ່ນອອກຈາກເຮືອນ ເພາະຢ້ານເປັນອັນຕະລາຍ ໃນຂະນະທີ່ຊາວບ້ານອີກຫລາຍຄົນ ພາກັນອອກມາເບິ່ງແສງໄຟນັ້ນ. ແມ່ນແຕ່ຢູ່ຝັ່ງໄທຍ ກໍຍັງແນມເຫັນແສງນັ້ນ, ແຕ່ມາຮອດປັດຈຸບັນ ເຫດການດັ່ງກ່າວໄດ້ສງົບລົງແລ້ວ ແລະໄຟຟ້າທີ່ດັບໄປຊົ່ວຄາວຢູ່ຫລາຍເຂດນັ້ນ ກໍກັບມາໃຊ້ໄດ້ຕາມປົກກະຕິແລ້ວ.

ດັ່ງຊາວບ້ານ ທີ່ເຫັນເຫດການຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 28 ເມສານີ້ວ່າ:

“ໄຟຟ້າດັບປຶບ ແລ້ວກະເປັນແສງ ແສງນີ້ເກືອບເຫັນ ທົ່ວສວັນນະເຂດເລີຍ ເພາະວ່າເຂດໄກໆ ອອກໄປ 10 ກວ່າຫລັກ 20 ກວ່າຫລັກ ເຂົາຍັງເຫັນມັນເປັນແສງ ໃນທ້ອງຟ້າ ມັນມີໝູ່ເຮືອນໃກ້ໆແຖວນັ້ນ ເຂົາໜີອອກມາແຕ່ເຮືອນເລີຍ ໃນຕອນທີ່ໄຟຟ້າມັນຊັອດ ບໍ່ມີຂ່າວວ່າໃຜເປັນຫຍັງເລີຍ.

ປະຊາຊົນ ທີ່ຢູ່ໃນເຂດນັ້ນ ອີກຜູ້ນຶ່ງກໍເວົ້າວ່າ ໃນລະຫວ່າງທີ່ໄຟຟ້າຊັອດ ແລະໝໍ້ແປງລະເບີດ ຢູ່ສະຖານີໄຟຟ້ານັ້ນ ໄຟຟ້າກໍດັບຢູ່ຫລາຍບ່ອນ ປະມານ 20 ນາ ທີ, ຈົນເຈົ້າໜ້າທີ່ໄຟຟ້າມາແກ້ໄຂ ຈຶ່ງສາມາດໃຊ້ໄດ້ຄືນ. ສ່ວນສາເຫດ ທີ່ພາໃຫ້ເກີດໄຟຟ້າຊັອດນັ້ນ ໄດ້ຍິນຂ່າວໃນເບື້ອງຕົ້ນວ່າ ຍ້ອນໝໍ້ແປງຮົ່ວ.

“ມອດປະມານ 20 ນາທີນີ້ແຫລະ ແລ້ວກະກັບມາຄືນສູ່ປົກກະຕິ ສະພາບເດີມຄືເກົ່າ ມັນເປັນກາງຄືນ ກະຄຶດຢ້ານຫັ້ນແຫລະ ເພິ່ນກະແຈ້ງວ່າ ເປັນໝໍ້ແປງ ຢູ່ໃກ້ກັນກະບໍ່ຮູ້ຣາຍລະອຽດ ຮູ້ແຕ່ວ່າມັນເປັນໝໍ້ແປງມັນຮົ່ວ.

ເຈົ້າໜ້າທີ່ອາສາກູ້ພັຍ ແຂວງສວັນນະເຂດທ່ານນຶ່ງ ເວົ້າວ່າ ບໍ່ມີຊາວບ້ານ ຫລືພະນັກງານໄຟຟ້າ ຄົນໃດໄດ້ຮັບບາດເຈັບ ຫລືເສັຍຊີວິດ ຈາກເຫດການດັ່ງກ່າວ ແລະວ່າ ຫລັງເກີດເຫດນັ້ນແລ້ວ ທາງເຈົ້າໜ້າທີ່ໄຟຟ້າແຂວງ ກໍໄດ້ໄປແກ້ໄຂບັນຫາສຸກເສີນ ເພື່ອໃຫ້ຊາວບ້ານມີໄຟຟ້າ ໃຊ້ຕາມປົກກະຕິ, ເຫດການຄັ້ງນີ້ ເປັນຄັ້ງທໍາອິດ ທີ່ເກີດຢູ່ສະຖານີໄຟຟ້າ ແຫ່ງນີ້.

ດັ່ງທີ່ທ່ານກ່າວວ່າ:

“ປອດພັຍເດີ ບໍ່ມີໃຜເປັນຫຍັງເລີຍ ມັນເປັນສະຖານີຈ່າຍໄຟ ເປັນລານເລີຍ ສະຖານີປາກບໍ່ນີ້ຄັ້ງແລກເລີຍ ເພິ່ນແກ້ໄຂແຕ່ຄືນນີ້ ບໍ່ໄດ້ມີໄຟໃຊ້ແຕ່ຄືນນີ້ ມັນກະມີໄຟໃຊ້ປົກກະຕິ.

ພ້ອມກັນນັ້ນ ພະນັກງານຂອງໂຮງງານຜລິດ ແລະຈໍາໜ່າຍແຮ່-ຊາຍແຫ່ງນຶ່ງ ທີ່ຕັ້ງຢູ່ເບືອງໜ້າສະຖານີໄຟຟ້າປາກບໍ່ ກໍເວົ້າວ່າ ໂຮງງານນີ້ບໍ່ໄດ້ຮັບຄວາມເສັຍຫາຍແຕ່ຢ່າງໃດ, ມີແຕ່ໄຟຟ້າດັບຢູ່ໃນເຂດໂຮງງານ, ແຕ່ກໍກັບມາໃຊ້ໄດ້ຕາມປົກກະຕິແລ້ວ.

“ບໍ່ມີຜົລກະທົບ ໄຟດັບທົ່ວເມືອງເລີຍ ຂ້ອຍນອນບໍ່ຮູ້ເມື່ອ ຈັກມັນໄຟດັບເຫິງເບາະ.

ກ່ຽວກັບເຫດການທີ່ວ່ານີ້ ເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າ ແຂວງສວັນນະເຂດ ໄດ້ຊີ້ແຈງວ່າ ເກີດຈາກໝໍ້ແປງອັນນຶ່ງໄດ້ລະເບີດ ເຮັດໃຫ້ເກີດໄຟຟ້າຊັອດ, ເຮັດໃຫ້ອຸປະກອນອື່ນໆເສັຍຫາຍ; ມາຮອດປັດຈຸບັນ ສະຖານີໄຟຟ້ານັ້ນ ຍັງບໍ່ສາມາດກະຈາຍກະແສໄຟຟ້າໄດ້ ແຕ່ກໍຍັງມີສະຖານີໄຟຟ້າ ທີ່ຢູ່ໃກ້ຄຽງ ສາມາດກະຈາຍໄຟຟ້າ ເຂົ້າຕົວເມືອງໄດ້ຕາມປົກກະຕິຢູ່, ບໍ່ມີບັນຫາ.

ດັ່ງທີ່ທ່ານກ່າວວ່າ:

“ເກີດຈາກຕົວສີແດງນ່າ ມັນລະເບີດ ມັນເຮັດອຸປະກອນພາກສະຖານີ ປາກບໍ່ຂອງເຮົາເສັຍຫາຍ ຂໍ້ມູນລາຍລະອຽດຫັ້ນ ເພິ່ນຍັງບໍ່ທັນໄດ້ແຈ້ງໃຫ້ ເບື້ອງຕົ້ນຖືວ່າສະຖານີປາກບໍ່ ເຮົານີ້ ຖືວ່າຍັງໃຊ້ງານບໍ່ໄດ້ ຖືວ່າເຮົາຈາກສະຖານີ ໜອງເດິ່ນ ມາໃຊ້ຢູ່ໃນເທສບານເມືອງ ຖືວ່າເຣື່ອງໄຟຟ້າບໍ່ມີບັນຫາ.

ໃນໄລຍະເກີດເຫດການດັ່ງກ່າວ ຣັຖວິສາຫະກິຈໄຟຟ້າ ແຂວງສວັນນະເຂດ ໄດ້ອອກແຈ້ງການທາງເຟສບຸກ ວ່າ ໄດ້ເກີດເຫດໄຟຟ້າຂັດຂ້ອງ ຢູ່ສະຖານີໄຟຟ້າປາກບໍ່ ເຮັດໃຫ້ໄຟຟ້າໃນເຂດເທສບານນະຄອນໄກສອນ ພົມວິຫານ ດັບເປັນບໍຣິເວນກວ້າງ, ທາງໜ່ວຍງານທີ່ກ່ຽວຂ້ອງ ກໍໄດ້ໄປກວດສອບລະບົບ ແລະເລັ່ງແກ້ໄຂ ໃຫ້ໄຟຟ້າທີ່ດັບນັ້ນ ໃຫ້ກັບມາໃຊ້ໄດ້ໄວຢ່າງທີ່ສຸດ. ສ່ວນຣາຍລະອຽດ ກ່ຽວກັບຄວາມເສັຍຫາຍ ຮວມທັງຄວາມຄືບໜ້າ ໃນການແກ້ໄຂບັນຫານັ້ນ ແມ່ນຍັງບໍ່ທັນໄດ້ມີການຊີ້ແຈງ ຢ່າງເປັນທາງການເທື່ອ.

ມີຣາຍງານຕື່ມວ່າ ຊາວບ້ານຫລາຍຄົນຢູ່ຝັ່ງໄທຍ ທີ່ແຂວງມຸກດາຫານ ຊຶ່ງຢູ່ກົງກັນ ຂ້າມກັບນະຄອນໄກສອນ ພົມວິຫານ ໄດ້ເຫັນແສງໄຟລຸກຂຶ້ນທ້ອງຟ້າ ແລະພາ ກັນໄປເບິ່ງຢູ່ແຄມຂອງ ໃກ້ກັບຂົວມິຕພາບ ລາວ-ໄທຍ ແຫ່ງທີ 2 ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.