ມີການຮຽກຮ້ອງໃຫ້ຄົນລາວ ຫາວຽກເຮັດງານທຳ ຢູ່ພາຍໃນປະທດ

ຈຳປາທອງ
2023.04.28
ມີການຮຽກຮ້ອງໃຫ້ຄົນລາວ ຫາວຽກເຮັດງານທຳ ຢູ່ພາຍໃນປະທດ ຄົນງານລາວ ກຳລັງເຂົ້າແຖວ ຕໍ່ເວີຣ໌ກເພີມິທ (ໃບອະນຸຍາດ ເຮັດວຽກ) ທີ່ດ່ານໜອງຄາຍ ແຂວງໜອງຄາຍ ປະເທດໄທຍ. ເດືອນ ເມສາ ປີ 2022.
RFA

ວັນທີ 1 ພຶສພາ ທີ່ຈະມາເຖິງນີ້ ກໍເປັນວັນກັມມະກອນສາກົລ ຊຶ່ງທາງກະຊວງແຮງງານ ແລະສວັດດິການສັງຄົມຂອງລາວ ຮຽກຮ້ອງໃຫ້ຄົນງານລາວ ຫາວຽກເຮັດຢູ່ພາຍໃນປະເທດ, ຢູ່ກັບຄອບຄົວ ແລະມີຄຸນນະພາບຊີວິດດີຂຶ້ນ.

ກ່ຽວກັບເຣີ່ຶອງທີ່ວ່ານີ້ ຊາວລາວຫລາຍຄົນ ເຫັນວ່າ ເປັນເຣື່ຶອງດີ ທີ່ຣັຖບານສົ່ງເສີມ, ແຕ່ເປັນເຣື່ອງຍາກ ທີ່ຈະໃຫ້ຄົນງານລາວ ເຮັດວຽກຢູ່ພາຍໃນປະເທດ ຂອງຕົນເອງ ຍ້ອນວຽກງານໃນລາວຫາຍາກ, ບໍ່ມີວຽກເຮັດ ແລະຄ່າແຮງງານຕໍ່າ, ບໍ່ກຸ້ມຢູ່ບໍ່ກຸ້ມກິນ ຍ້ອນຄ່າຄອງຊີບສູງ ແລະວຽກງານທີ່ມີໃຫ້ເຮັດ ເວົ້າທົ່ວໄປແລ້ວມີແຕ່ສະເພາະ ຢູ່ໃນຕົວເມືອງໃຫຍ່ ຫລື ໃນເຂດເສຖກິດພິເສດເທົ່ານັ້ນ. ດ້ວຍເຫດນັ້ນຈຶ່ງເຮັດໃຫ້ປະຊາຊົນລາວ ເປັນຕົ້ນຊາຍໜຸ່ມ ຍິງສາວ ຈໍານວນຫລວງຫລາຍ ພາກັນຫລັ່ງໄຫລ ໄປເຮັດວຽກຮັບຈ້າງຫາເງິນຢູ່ຕ່າງປະເທດ ເປັນຕົ້ນປະເທດໄທຍ ທີ່ໄດ້ເງິນຄ່າແຮງງານສູງກວ່າ ຢູ່ລາວ ຫລາຍເທົ່າ.

ດັ່ງຄົນງານລາວ ທີ່ເຮັດວຽກຢູ່ໄທຍຜູ້ນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 27 ເມສານີ້ວ່າ:

“ມາປະເທດອື່ນກໍຄືຄວາມຈໍາເປັນ ຢູ່ບ້ານເຮົາບໍ່ມີວຽກເຮັດ ບໍ່ມີງານທໍາ ເງິນເດືອນກໍໜ້ອຍ ຄ່າຄອງຊີບມັນກໍແພງ ບໍ່ມີໃຜຈັກຄົນດອກຢາກຢູ່ຕ່າງປະເທດ ກໍຢາກຢູ່ໃນຄອບຄົວນີ້ແຫລະ ສ່ວນມາກເຂົາຈະມາຫາເງິນ ມາຕັ້ງຫລັກຢູ່ທີ່ບ້ານຕົນເອງ ຢາກໃຫ້ແກ້ໄຂ ໃຫ້ມີງານທໍາ ມີເງິນເດືອນທີ່ທຽບເທົ່າກັບປະເທດອື່ນ ຄົນລາວກໍອາຈກັບໄປໝົດຫັ້ນແຫລະ.

ຄົນງານລາວຢູ່ໄທຍອີກຜູ້ນຶ່ງ ເວົ້າວ່າ ເປັນເຣື່ອງຍາກທີ່ຈະໃຫ້ຄົນງານລາວ ກັບໄປເຮັດວຽກຢູ່ພາຍໃນປະເທດ ຍ້ອນວ່າ ອັນສໍາຄັນແມ່ນເຣື່ອງເງິນ ຄ່າແຮງງານຕໍ່າຫລາຍ ໂດຍສະເພາະໃນເຂດຊົນນະບົດແມ່ນ ຫາວຽກງານເຮັດຍາກຫລາຍ, ຖ້າກັບຄືນໄປບ້ານກໍມີແຕ່ເຮັດໄຮ່ ເຮັດນາ ຕາມIະດູການ, ຫລັງຈາກນັ້ນກໍຢູ່ລ້າໆ ລາຍໄດ້ບໍ່ມີ.

“ກະຊິຍາກແນ່ ເພາະວ່າສ່ວນນຶ່ງມັນກໍຍ້ອນເງິນນີ້ແຫລະ ມັນຕໍ່າ ຕໍ່າກວ່າຢູ່ພີ້ຫລາຍ ຢູ່ບ້ານກໍຢູ່ຊື່ໆ ແບບວ່າມັນບໍ່ໄດ້ມີຫຍັງເຮັດ ໄປກໍຢູ່ລ້າໆ ຍາມໄຮ່ ຍາມນາກໍຄືເຮັດໄຮ່ເຮັດນາ ແລະໝົດນັ້ນກໍບໍ່ໄດ້ເຮັດຫຍັງຫັ້ນແຫລະ ຄັນຢູ່ເຂດນອກກໍຫາຍາກແນ່ຫັ້ນລະ ຊາເຄີຍທໍາແຕ່ກີ້ນໍ ໄດ້ 7-8 ແສນນຶ່ງນະ.

ໃນຂະນະດຽວກັນ ຄົນງານລາວຢູ່ໄທຍອີກຜູ້ນຶ່ງ ເວົ້າກ່ຽວກັບເຣື່ອງທີ່ວ່ານັ້ນຄືກັນວ່າ ເປັນໄປໄດ້ຍາກ ທີ່ຈະໃຫ້ຄົນງານລາວ ທີ່ເຮັດວຽກຢູ່ຕ່າງປະເທດ ກັບຄືນໄປເຮັດວຽກຢູ່ລາວ ເພາະຢູ່ທີ່ນັ້ນ ວຽກເຮັດງານທໍາບໍ່ມີຫລາກຫລາຍ ຄືກັນກັບຢູ່ປະເທດໄທຍ, ເສຖກິຈບໍ່ດີ, ຄ່າແຮງງານກໍຕໍ່າ.

“ຢູ່ລາວນີ້ ອອກວຽກເຮັດງານທໍາ ແບບບໍ່ໄດ້ຫລາຍ ແບບເງິນເດືອນກໍຖືກ ແບບມັນເສຖກິຈ ກໍບໍ່ຄ່ອຍດີຫັ້ນແລ້ວ ແບບຢູ່ໄທຍມັນຈະເຣີນກວ່າລາວຫັ້ນນະ.

ປະຊາຊົນລາວ ຢູ່ພາຍໃນປະເທດຜູ້ນຶ່ງ ເວົ້າວ່າ ເປັນໄປໄດ້ຍາກ ທີ່ຣັຖບານລາວ ຈະສົ່ງເສີມໃຫ້ຄົນລາວເຮັດວຽກຢູ່ລາວໄດ້ຫລາຍຂຶ້ນ ຂະນະທີ່ພື້ນຖານທີ່ຣັຖບານສົ່ງເສີມ ຍັງບໍ່ເຮັດກັນເລີຍ ເຊັ່ນການສົ່ງເສີມການເຮັດກະເສດ ເຈົ້າໜ້າທີ່ກະສິກັມ ກໍຍັງບໍ່ເຄີຍລົງມາສົ່ງເສີມ ເພື່ອສ້າງລາຍໄດ້ໃຫ້ຊາວບ້ານ. ຊາວບ້ານເຮັດແບບຕາມມີ ຕາມເກີດ ພໍລ້ຽງຄອບຄົວເທົ່ານັ້ນ. ບາງຄົນກໍທຸກຍາກຫລາຍ ຍ້ອນວ່າພວກເຂົາເຈົ້າບໍ່ມີເງິນທຶນ, ວຽກເຮັດງານທໍາຢູ່ທ້ອງຖິ່ນ ກໍຫາບໍ່ງ່າຍ, ຕ້ອງໄດ້ເຂົ້າໄປຫາວຽກໃນໂຕເມືອງ, ບາງຄົນກໍຫາງານດົນຈຶ່ງໄດ້ເຮັດ ແລະໄດ້ເງິນເດືອນໜ້ອຍ ບໍ່ກຸ້ມຄ່າໃຊ້ຈ່າຍໃນຊີວິດປະຈໍາວັນ. ດັ່ງນັ້ນຫລາຍຄົນຈຶ່ງຕັດສິນໃຈ ໄປເຮັດວຽກຢູ່ຕ່າງປະເທດ ໂດຍສະເພາະຢູ່ໄທຍຫລາຍ ເພາະໄດ້ເງິນຫລາຍກວ່າຢູ່ລາວ.

ດັ່ງທີ່ທ່ານເວົ້າວ່າ:

“ມັນຍາກຢູ່ລາວ ມັນບໍ່ຄືຢູ່ໄທຍ ພວກບໍ່ມີທຶນນີ້ເຂົາເຈົ້າກໍບໍ່ມີທາງເລືອກນໍ ຫລາຍຄົນກໍໄປເຮັດວຽກຕ່າງປະເທດ ບໍ່ມີດອກພະນັກງານກະສິກັມ ຈະລົງມາພື້ນຖານນີ້ ບໍ່ມີ ເປັນໄປບໍ່ໄດ້ ເງິນເດືອນເຂົາເຈົ້າໜ້ອຍນໍ ມາເຂົາກະໄດ້ສໍ່າເກົ່າ ບໍ່ມາເຂົາກໍໄດ້ສໍ່າເກົ່າ.

ພ້ອມດຽວກັນນັ້ນ ນັກວິຊາການທີ່ກ່ຽວຂ້ອງ ກັບເຣື່ອງນີ້ທ່ານນຶ່ງ ກໍເວົ້າວ່າ ເປັນ ເຣື່ອງທີ່ດີ ທີ່ຣັຖບານຮຽກຮ້ອງໃຫ້ຄົນລາວ ເຮັດວຽກຢູ່ພາຍໃນປະເທດ ແຕ່ຍັງກໍເປັນເຣື່ອງທີ່ຍາກຫລາຍ ຍ້ອນເງິນເດືອນຢູ່ລາວຕໍ່າ, ບໍ່ສອດຄ່ອງກັບຄ່າຄອງຊີບໃນປັດຈຸບັນ ເຮັດໃຫ້ພວກເຂົາເຈົ້າບໍ່ຢາກເຮັດວຽກຢູ່ລາວ.

ຫາກເວົ້າເຖິງເຣື່ອງການຫາວຽກເຮັດ ໃນເຂດຊົນນະບົດ ກໍຫາຍາກຫລາຍ, ຕ້ອງໄດ້ໄປຊອກຫາວຽກເຮັດຢູ່ໃນຕົວເມືອງ ຫລື ເຂດເສຖກິຈພິເສດ ແລະບໍ່ແມ່ນວ່າ ສມັກງານແລ້ວ ຈະໄດ້ເຮັດ ເພາະບາງງານບໍ່ຮັບຄົນງານທົ່ວໄປ ຮັບເອົາແຕ່ຜູ້ມີຄວາມຮູ້ ຄວາມສາມາດສະເພາະວຽກນັ້ນ, ໄດ້ເຮັດວຽກແລ້ວ ກໍໄດ້ເງິນເດືອນໜ້ອຍ ຄົນງານລາວສ່ວນຫລາຍບໍ່ຢາກເຮັດ ພາກັນຫລັ່ງໃຫລໄປເຮັດວຽກຢູ່ໄທຍ ທີ່ໄດ້ເງິນຫລາຍກວ່າ.

ດັ່ງທີ່ທ່ານກ່າວວ່າ:

“ຣັຖບານເພິ່ນກໍຈະແກ້ໄຂ ໃຫ້ມັນດີຂຶ້ນນີ້ແຫລະ ເພິ່ນກໍຢາກໃຫ້ທໍາງານ ເຮັດວຽກຢູ່ພາຍໃນປະເທດລາວນີ້ແຫລະ ແຕ່ວ່າມັນບໍ່ມີບ່ອນເຮັດ ດ້ານດີ ຄົນກໍບໍ່ໄດ້ໄປເຮັດທົ່ວໄປ ມັນບໍ່ຫລາຍ ຍາກເດີໂຕນີ້ ເງິນເດືອນກໍລ້ານກວ່າກີບ ກໍຖືກແຕ່ສອງສາມພັນບາດຕໍ່ເດືອນ ສ່ວນຫລາຍເຂົາກໍບໍ່ຢາກເຮັດ ບາດພໍໄປໄທຍພັດໄດ້ເດືອນລະໝື່ນ.

ບັນຫາດັ່ງກ່າວ ເປັນເຣື່ອງຍາກທີ່ຣັຖບານ ສປປ ລາວ ຈະແກ້ໄຂໄດ້ ເຖິງແມ່ນວ່າຈະມີການປັບຂຶ້ນເງິນເດືອນຂັ້ນຕໍ່າມາແລ້ວຫລາຍຄັ້ງ ແລະເມື່ອວັນມີ 1 ສິງຫາ ປີກາຍ ກໍໄດ້ປັບຂຶ້ນ 1 ແສນກີບ ຄືຈາກ 1.1 ລ້ານກີບ ເປັນ 1.2 ລ້ານກີບ ແຕ່ກໍຍັງຖືວ່າໜ້ອຍຢູ່ ເພາະເງິນກີບເຟີ້ຮຸນແຮງ ຄ່າຄອງຊີບຖີບຕົວສູງຂຶ້ນຫລາຍ ແລະໃນປີ 2023 ນີ້ ກໍວ່າຈະປັບຂຶ້ນຕື່ມອີກ 1 ແສນກີບ ຄືຈາກ 1.2 ລ້ານກີບເປັນ 1.3 ລ້ານກີບ ຊຶ່ງຈະເຣີ່ມປະຕິບັດນັບແຕ່ມື້ວັນທີ 1 ພຶສພາ ທີ່ຈະມາເຖິງນີ້ເປັນຕົ້ນໄປ. ເຖິງຈະຂຶ້ນໃຫ້ຄືແນວນັ້ນ ແຕ່ປະຊາຊົນລາວ ຫລາຍຄົນກໍຍັງເວົ້າວ່າ ໜ້ອຍຢູ່  ບໍ່ກຸ້ມກັບຄ່າຄອງຊີບໃນປັດຈຸບັນ, ແຕ່ເຖິງຢ່າງໃດກໍຕາມ ເມື່ອຕົ້ນປີນີ້ ກະຊວງແຮງງານ ແລະສວັດດິການສັງຄົມ, ສະຫະພັນກັມມະບານລາວ ແລະສະພາອຸດສາຫະກັມ ແລະການຄ້າ ໄດ້ປຶກສາຫາລືກັນວ່າ ອາດປັບຂຶ້ນຄ່າແຮງງານ ຂັ້ນຕໍ່າຕື່ມອີກເປັນ 1.4 ລ້ານ ຫາ 1.5 ລ້ານກີບຕໍ່ເດືອນ ໃນອະນາຄົດອັນໃກ້ໆນີ້ ເພາະເງິນກີບເຟີ້ ແລະຄ່າຄອງຊີບສູງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.