ວັນກຳມະກອນສາກົນ ວຽກງານ ດ້ານແຮງງານ ມີຫຼາຍສິ່ງ ທ້າທາຍ

ພູວົງສ໌
2024.05.01
ວັນກຳມະກອນສາກົນ ວຽກງານ ດ້ານແຮງງານ ມີຫຼາຍສິ່ງ ທ້າທາຍ ໂຕຢ່າງຊາວລາວ ແລະ ຄົນງານລາວ ທີ່ມາຈາກປະເທດໄທ ພວມລໍຖ້າຂຶ້ນລົດໂດຍສານ ກັບພູມລຳເນົາ ໃນໄລຍະບຸນປີໃໝ່ລາວ, (TS) ວັນທີ 12 ເມສາ 2024.
RFA

ວັນທີ 1 ພຶດສະພາ 2024 ນີ້, ຖືເປັນວັນກຳມະກອນສາກົນ ຄົບຮອບ 138 ປີ, ເຊິ່ງອົງການແຮງງານສາກົນ ຫຼື ILO ກໍໄດ້ປະກາດ ສະເຫຼີມສະຫຼອງວັນດັ່ງກ່າວ ພາຍໃຕ້ຫົວຂໍ້ “ຮັບປະກັນ ຄວາມປອດໄພ ແລະ ສຸຂະພາບ ໃນບ່ອນເຮັດວຽກ ໃນສະພາບທີ່ມີການປ່ຽນແປງ ຂອງດິນຟ້າອາກາດ.”, ແລະ ປະເທດລາວ ກໍເປັນປະເທດໜຶ່ງ ທີ່ມີການສະເຫຼີມສະຫຼອງ ວັນກຳມະກອນສາກົນ.

ເນື່ອງໃນໂອກາດ ວັນດັ່ງກ່າວ, ສູນກາງສະຫະພັນກຳມະບານລາວ ກໍໄດ້ເປັນເຈົ້າພາບ ຈັດຂະບວນຍ່າງ ເພື່ອສຸຂະພາບ ຕັ້ງແຕ່ອານຸສາວະຣີ ຫຼື (ປະຕູໄຊ) ໄປຕາມຖະໜົນລ້ານຊ້າງ ໃນນະຄອນຫຼວງວຽງຈັນ, ເຊິ່ງມີຕາງໜ້າ ຄະນະຜູ້ນຳລາວ, ຜູ້ຕາງໜ້າ ອົງການຈັດຕັ້ງສາກົນໃນລາວ ແລະ ຊາວລາວທົ່ວໄປ ທີ່ເປັນຄົນງານ ທັງຈາກພາກລັດ ແລະ ເອກະຊົນ ຕະຫຼອດເຖິງຊາວຕ່າງປະເທດ ທີ່ອາໄສຢູ່ລາວ ກໍໄດ້ເຂົ້າຮ່ວມ ເພື່ອສະເຫຼີມສະຫຼອງ ແລະ ລະນຶກເຖິງ ຄວາມໝາຍ-ຄວາມສຳຄັນ ຂອງວັນດັ່ງກ່າວ.

ແຕ່ເມື່ອມາເວົ້າເຖິງ ຊີວິດການເປັນຢູ່ ແລະ ສະພາບຊີວິດ ຂອງຄົນງານລາວ ພາຍໃນປະເທດ ຈຳນວນຫຼາຍລ້ານຄົນແລ້ວ ພັດເຫັນວ່າ ນັບຕັ້ງແຕ່ ມີສະພາບເສດຖະກິດ ບໍ່ຄ່ອຍແຈ່ມໃສ ຫວ່າງ 4 ປີຫຼັງມານີ້, ກໍຍິ່ງເປັນສິ່ງທີ່ເຮັດໃຫ້ຊີວິດ ຂອງຄົນງານລາວ ພົບພໍ້ກັບອຸປະສັກ ແລະ ສິ່ງທ້າທາຍ ຕໍ່ອະນາຄົດ ຂອງຊີວິດ ແລະ ຄອບຄົວ ຂອງເຂົາເຈົ້າ ຢ່າງຫຼີກເວັ້ນໄດ້ຍາກ.

ປັດຈຸບັນ, ຍ້ອນສະພາບເສດຖະກິດ ທີ່ໄດ້ຮັບຜົນກະທົບ ຈາກໄພເງິນເຟີ້ ແລະ ເງິນກີບອ່ອນຄ່າ ເຮັດໃຫ້ຄົນງານລາວ ຈຳນວນຫຼາຍ ຕ້ອງການໄປເຮັດວຽກ ຢູ່ຕ່າງປະເທດ ບໍ່ວ່າຈະເປັນ ປະເທດໄທ, ປະເທດເກົາຫຼີໃຕ້ ແລະ ປະເທດຍີ່ປຸ່ນ ຫຼາຍຂຶ້ນ.

ຍ້ອນສະພາບດັ່ງກ່າວ ທີ່ຄົນງານລາວ ຫຼັ່ງໄຫຼອອກນອກປະເທດຫຼາຍ ຈົນເຮັດໃຫ້ ມີການຂາດເຂີນຄົນງານ ພາຍໃນປະເທດ ຢ່າງຫຼວງຫຼາຍ, ຫຼາຍພາກສ່ວນ ກໍຮຽກຮ້ອງ ໃຫ້ມີການປັບຄ່າແຮງງານ ເພື່ອດຶງດູດ ໃຫ້ຄົນງານລາວ ກັບມາເຮັດວຽກ ພາຍໃນປະເທດ ແລະ ຄວນມີການສົ່ງເສີມ ການຍົກລະດັບ ສີມືແຮງງານ ໃຫ້ມີຄຸນນະພາບ. ລວມເຖິງຂະຫຍາຍ ຕະຫຼາດແຮງງານ ຫຼືຕຳແໜ່ງງານ ເພື່ອໃຫ້ຄົນງານລາວ ເຮັດວຽກງານ ທີ່ມີຄ່າຈ້າງສູງໄດ້.

ຢ່າງໃດກໍຕາມ, ສະຖານະການ ໃນການຊອກວຽກ ຢູ່ປະເທດລາວ ໃນປັດຈຸບັນນີ້, ກໍຖືວ່າ ຍາກຂຶ້ນຫຼາຍ ຍ້ອນສ່ວນໜຶ່ງ ຄົນງານລາວ ບໍ່ເປັນວຽກ, ບໍ່ມີທັກສະ ຫຼືປະສົບການເຮັດວຽກ. ຂະນະທີ່ ວຽກງານບາງສ່ວນ ກໍໃຫ້ເງິນເດືອນໜ້ອຍ ບໍ່ສອດຄ່ອງກັບ ສະພາບເສດຖະກິດ ໃນປັດຈຸບັນ. ດັ່ງຄົນງານລາວ ຢູ່ນະຄອນຫຼວງວຽງຈັນ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ພຶດສະພາ 2024 ນີ້ວ່າ:

“ຫາຍາກ, ແມ່ນ ຫາຍາກຫຼາຍ. ມັນກໍມີຫຼາຍປັດໄຈເນາະ, ໜຶ່ງ ວຽກນີ້ກະມີຢູ່, ແຕ່ຄົນທີ່ເຮັດວຽກເປັນ, ຫັ້ນນ່າ ມັນໜ້ອຍ. ຄົນງານທີ່ເປັນວຽກ ສ່ວນຫຼາຍ ແມ່ນຫຼັ່ງໄຫຼກັນໄປເຮັດວຽກ ຕ່າງປະເທດ. ຄົນທີ່ເຂົາເຈົ້າ ເຄີຍເຮັດວຽກ, ຜ່ານວຽກ ຢູ່ເມືອງລາວນີ້ນ່າ ດຽວນີ້ຫັ້ນ ເຂົາເຈົ້າອອກຕ່າງປະເທດຫຼາຍ ຍ້ອນເງິນກີບເຟີ້. ເພາະສະນັ້ນ, ມັນຈະຍັງເຫຼືອກຸ່ມຄົນ ທີ່ເຂົາເຈົ້າບໍ່ສາມາດ ເດີນທາງໄປຕ່າງປະເທດໄດ້. ຄົນທີ່ຢູ່ພາຍໃນນີ້ແຫຼະ. ບາງຄົນ ກໍຈົບ ມ.5, ມ.7, ຈົບມະຫາໄລ ປະສົບການ ບໍ່ຄ່ອຍມີເທື່ອ ເພາະຄົນທີ່ມີປະສົບການ ເຂົາເຈົ້າຈະໄປເຮັດວຽກ ບ່ອນອື່ນແລ້ວ.”

ພ້ອມດຽວກັນນີ້, ພາກສ່ວນທີ່ກ່ຽວຂ້ອງ ກໍຍັງບໍ່ມີການເຂົ້າມາສະໜັບສະໜູນ ຫຼືສົ່ງເສີມ ການຍົກລະດັບ ສີມືແຮງງານ ຍ້ອນຍັງຂາດເຂີນທຶນ. ສ່ວນການຂະຫຍາຍ ຕະຫຼາດແຮງງານ ນັ້ນ, ກໍຍັງເຮັດບໍ່ໄດ້ດີ ເທົ່າທີ່ຄວນ ເຫັນໄດ້ຈາກວຽກງານ ສ່ວນຫຼາຍ ຍັງກະຈຸກ ຢູ່ໃນເມືອງໃຫຍ່ ເປັນຕົ້ນ ນະຄອນຫຼວງວຽງຈັນ, ແຂວງຫຼວງພຣະບາງ ແລະ ແຂວງສະຫວັນນະເຂດ ເທົ່ານັ້ນ. ຂະນະທີ່ ແຂວງອື່ນໆ ຈະບໍ່ຄ່ອຍມີ ວຽກງານຮອງຮັບເລີຍ. ດັ່ງຄົນງານຜູ້ດຽວກັນນີ້ ກ່າວຕື່ມວ່າ:

“ລັດຖະບານ ຈະບໍ່ມີທຶນເນາະ ຈະບໍ່ມີທຶນໃຫ້ວ່າ ປີນີ້ ໃຫ້ງົບປະມານເຈົ້າ ໄປຝຶກອົບຮົມເນາະ ບໍ່ມີໂຕນີ້ເນາະ, ແຕ່ວ່າ ລັດຖະບານ ຂອງເຮົາຫັ້ນ ຈະມີໂຮງຮຽນວິຊາຊີບເນາະ. ວິຊາຊີບ ນີ້, ມັນຈະມີອົງການ ຂອງພວກຕ່າງປະເທດເນາະ, ຊ່ອຍເຫຼືອ. ອາດຈະມີແບບເກົາຫຼີໃຕ້ ບໍ່ ຫຼື ຍີ່ປຸ່ນ ບໍ່ ແບບນີ້. ສ່ວນຫຼາຍຈະເຂົ້າມາຊ່ອຍເຫຼືອ ພວກໂຮງຮຽນວິຊາຊີບ ເຊັ່ນວ່າ ຕັດຜົມບໍ່, ເສີມສວຍບໍ່, ຫຼືວ່າຕັດຫຍິບບໍ່, ແບບສ້ອມແປງລົດບໍ່. ສ່ວນຫຼາຍ ໂຮງຮຽນວິຊາຊີບ ຈະມີທຶນ ຂອງຕ່າງປະເທດ ຊ່ອຍເຫຼືອ, ແຕ່ຈະບໍ່ເປັນ ຂອງລັດຖະບານ ຮ້ອຍເລີຍ, ບໍ່ແມ່ນ.”

ຕະຫຼາດແຮງງານ ທີ່ຍັງມີຂະໜາດນ້ອຍ ແລະ ຄ່າແຮງງານ ທີ່ບໍ່ສູງ ເຮັດໃຫ້ຄົນງານລາວ ທີ່ມີທັກສະສູງ ເປັນຕົ້ນ ຄົນງານທີ່ມີຄວາມຮູ້ ດ້ານພາສາ ເຊັ່ນວ່າ ພາສາຈີນ, ພາສາຫວຽດນາມ, ພາສາໄທ ແລະ ພາສາອັງກິດ ຈະຫາໂອກາດ ໄປເຮັດວຽກ ຢູ່ຕ່າງປະເທດ ເປັນສ່ວນໃຫຍ່ ຍ້ອນໄດ້ຄ່າຈ້າງ ສູງກວ່າ. ດັ່ງນັ້ນ, ຈຶ່ງເປັນພາລະ ຂອງລັດຖະບານລາວ ທີ່ຄວນສ້າງ ຕະຫຼາດແຮງງານ ໃນປະເທດ ເພື່ອຮອງຮັບຄົນງານ ແລະ ກຳມະກອນລາວ ໃຫ້ໄດ້. ລວມເຖິງຕ້ອງແກ້ໄຂ ບັນຫາເສດຖະກິດ ໄປພ້ອມໆກັນ ເພື່ອດຶງດູດຄົນງານລາວ ໃຫ້ກັບມາເຮັດວຽກ ພາຍໃນປະເທດ. ດັ່ງຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ໃນປະເທດລາວ ຄົນທີ່ມີຄວາມສາມາດສູງ, ຫັ້ນນ່າ ສ່ວນຫຼາຍ ເຂົາຈະອອກໄປ ຕ່າງປະເທດໝົດເລີຍ. ຖາມເລື່ອງຄວາມຄຶດ ດ້ານຄວາມສາມາດ ສີມືນີ້, ປະຊາຊົນ ກຳມະກອນ ມີບໍ່ ກໍມີຢູ່ແລ້ວ, ແຕ່ວ່າ ມັນບໍ່ມີບ່ອນຈະໃຊ້. ທາງທີ່ດີກໍຄື ອັນທີໜຶ່ງ ລັດຖະບານ ຕ້ອງຫາຕະຫຼາດ ຫາວຽກເຮັດ ໃຫ້ກຳມະກອນ, ເງິນເດືອນໃຫ້ສູງຂຶ້ນອີກ. ຄ່າຄອງຊີບ ມັນກໍຢາກໃຫ້ຫຼຸດລົງ, ຄຸ້ມຄອງໃຫ້ມັນໄດ້.”

ທາງດ້ານເຈົ້າໜ້າທີ່ ບໍລິສັດຈັດຫາງານ ເພື່ອສົ່ງຄົນງານລາວ ອອກໄປເຮັດວຽກ ຢູ່ຕ່າງປະເທດ ຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ນາງໜຶ່ງ ກ່າວວ່າ ຂໍ້ດີ ຂອງຄົນງານລາວ ນັ້ນ, ແມ່ນເປັນຄົນງານ ທີ່ມີຄວາມດຸໝັ່ນ, ອົດທົນ ແລະ ຕັ້ງໃຈເຮັດວຽກ, ມີສ່ວນໜ້ອຍເທົ່ານັ້ນ, ທີ່ບໍ່ຕັ້ງໃຈເຮັດວຽກ. ດັ່ງຍານາງ ກ່າວວ່າ:

“ສ່ວນຫຼາຍ ຄົນງງານລາວ ກໍໂອເຄຢູ່ເດ້, ກໍດີຢູ່ເນາະ ແບບວ່າ ເຂົາກະມີຄວາມອົດທົນສູງ ໃນການເຂົ້າເຮັດວຽກ, ຄືເປັນຄົນທີ່ ຟັງຄວາມນາຍຈ້າງ. ສົມມຸດວ່າ ມີສະຫວັດດີການດີ ຫຼືທຸກຢ່າງທີ່ດີ ໃນບ່ອນເຮັດວຽກ, ຫັ້ນນ່າ ເຂົາກໍຕັ້ງໃຈເຮັດວຽກເນາະ. ຖືວ່າມີຄຸນນະພາບດີຢູ່ ສຳລັບຄົນງານ ຂອງລາວເຮົາ. (ມີຄົນບໍ່ຕັ້ງໃຈເຮັດວຽກບໍ່?) ເປັນບາງຄົນເນາະ ຖ້າວຽກຍາກເນາະ ຄ້າຍໆແບບຂີ້ຄ້ານເນາະ, ວຽກຍາກແລ້ວ ບໍ່ຢາກເຮັດ ລະກະບໍ່ຕັ້ງໃຈເຮັດ, ຈັ່ງຊັ້ນຈັ່ງຊີ້.”

ໃນສ່ວນການຍົກລະດັບ ທັກສະ ແລະ ສີມືແຮງງານນັ້ນ, ໜຶ່ງໃນວິທີການ ທີ່ມີຢູ່ແລ້ວ ກໍຄື ສູນພັດທະນາທັກສະ ສີມືແຮງງານ ຢູ່ປະຈຳແຂວງຕ່າງໆ ທີ່ເປີດສອນ ໃນຫຼາຍສາຂາວິຊາ ເປັນຕົ້ນ ສາຂາຊ່າງໄຟຟ້າ, ສາຂາຊ່າງເສີມສວຍ, ສາຂາປຸງແຕ່ງອາຫານ, ສາຂາສ້ອມແປງຄອມພິວເຕີ້, ສາຂາສ້ອມແປງລົດໃຫຍ່, ສາຂາຊ່າງຕັດຫຍິບ ກໍມີການເປີດສອນ ເປັນປົກກະຕິ. ແຕ່ທີ່ຜ່ານມາ ກໍບໍ່ຄ່ອຍມີຄົນງານລາວ ມາສະໝັກຮຽນ ຫຼາຍປານໃດ ຍ້ອນສ່ວນໜຶ່ງ ຮຽນໄປແລ້ວ ບໍ່ມີວຽກເຮັດ ພາຍຫຼັງຮຽນຈົບ ແລະ ເປັນວຽກ ທີ່ໄດ້ເງິນໜ້ອຍ. ອີກທັງສູນພັດທະນາ ສີມືແຮງງານ ບາງແຫ່ງ ກໍຍັງຂາດເຂີນ ອຸປະກອນ ໃນການຮຽນ ເຮັດໃຫ້ຮຽນໄດ້ ພຽງແຕ່ພາກທິດສະດີ ເທົ່ານັ້ນ, ບໍ່ໄດ້ເຮັດວຽກໂຕຈິງ.

ເພື່ອເປັນການພະຍາຍາມ ດຶງດູດຄົນງານລາວ ໃຫ້ກັບເຂົ້າມາເຮັດວຽກ ພາຍໃນປະເທດ ຫຼາຍຂຶ້ນ ຜະແນກແຮງງານ ແລະ ສະຫວັດດີການສັງຄົມ ກໍມີແຜນສົມທົບ ກັບພາກສ່ວນ ທີ່ກ່ຽວຂ້ອງ ເປັນຕົ້ນ ບໍລິສັດເອກະຊົນ ເພື່ອຫາລື ເລື່ອງການປັບ ຄ່າແຮງງານຂັ້ນຕ່ຳ ໃຫ້ສູງຂຶ້ນນຳ. ດັ່ງເຈົ້າໜ້າທີ່ ຜະແນກແຮງງານ ແລະ ສະຫວັດດີການສັງຄົມ ຜູ້ຂໍສະຫງວນຊື່ ແລະ ຕຳແໜ່ງ ຢູ່ແຂວງຈຳປາສັກ ທ່ານໜຶ່ງ ກ່າວວ່າ:

“ມີໆ, ສູນພັດທະນາ ສີມືແຮງງານ ມີຢູ່. ກະມັນມີ 13 ວິຊາຊີບ, ມັນຫາກບໍ່ມີຄົນມາຮຽນເດ້. ພາກສ່ວນໜຶ່ງ ຮຽນໄປແລ້ວ ກໍບໍ່ມີວຽກເຮັດ, ຫາວຽກຍາກ ເຂົາກໍບໍ່ຢາກຮຽນ. ຫາຄົນເຂົ້າຮຽນຍາກ ຕັດຫຍອກຕັດຫຍິບ ແຮງບໍ່ມີ. ສ່ວນຫຼາຍ ຄືຂ້ອຍເວົ້າ ເດັກນ້ອຍດຽວນີ້ ເຂົາຈະໄປໄທ ຫຼາຍ. ເພິ່ນກຳລັງຊິເຮັດທ້າຍເດືອນນີ້ແຫຼະ ເພິ່ນຊິປະຊຸມກັນເດ້, ຊິເວົ້າເລື່ອງຄ່າແຮງງານ ລະຊິເຊີນບໍລິສອກ ບໍລິສັດມາ, ຊິເວົ້າເລື່ອງ ຄ່າແຮງງານ ຊິຈ້າງໄດ້ເທົ່າໃດ ຈັ່ງຊິດຶງຄົນງານເຮົາ ຢູ່ລາວໄດ້.”

ກ່ອນໜ້ານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີແຜນການ ອອກວີຊ້າ ໃຫ້ແກ່ຄົນງານຕ່າງປະເທດ ທີ່ເຂົ້າມາເຮັດວຽກ ຢູ່ພາຍໃນປະເທດລາວ ແບບຜິດກົດໝາຍ ພ້ອມຂະຫຍາຍໃບອະນຸຍາດ ໃຫ້ແກ່ຄົນງານ ທີ່ເຂົ້າມາ ແບບຖືກກົດໝາຍ ໃຫ້ເຮັດວຽກຕໍ່ໄປໄດ້, ໂດຍສະເພາະ ກຸ່ມຜູ້ມີຄວາມຮູ້ ວິຊາສະເພາະ ແລະ ນັກລົງທຶນ ເພື່ອແກ້ໄຂບັນຫາ ຂາດແຄນຄົນງານ ພາຍໃນປະເທດ ແລະ ທັງເປີດໂອກາດ ໃນການພັດທະນາ ຂະແໜງການຕ່າງໆ ໃຫ້ມີຄວາມທັນສະໄໝ ແລະ ມີປະສິດທິພາບ ຫຼາຍຂຶ້ນ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.