ຄົນງານ ຈຳນວນຫຼາຍ ຕົກເປັນເຫຍື່ອ ການຄ້າມະນຸດ ຢູ່ກາສິໂນ ຂອງຈີນ ໃນພະມ້າ
2023.04.27

ຄົນງານຈາກຫລາຍປະເທດ ໃນອາຊ້ຽນ ຮ່ວມດ້ວຍ ສປປ ລາວ ແລະອາຟຣິກາ ຕົກເປັນເຍື່ອ ຂອງກຸ່ມຄ້າມະນຸດ ຕົວະຍົວະ ໄປເຮັດວຽກ ເປັນ ສະແກມເມີ້ຣ໌ ໃນກາສິໂນຈີນ ຢູ່ເຂດຊາຍແດນໄທຍ-ພະມ້າ ຊຶ່ງໃນປັດຈຸບັນ ຖືກກັກຂັງ ບໍ່ສາມາດອອກມາໄດ້ ຫລາຍຄົນຖືກຕີ, ຖືກໄຟຟ້າຊັອດ ຖ້າຫາລູກຄ້າບໍ່ໄດ້. ວິທຍຸ ເອເຊັຽ ເສຣີ ໄດ້ສືບສວນ ກ່ຽວກັບບັນຫາດັ່ງກ່າວ ຣາຍງານວ່າ ແຮງງານກຸ່ມດັ່ງກ່າວ ຖືກກັກຂັງ ໃນສະຖານທີ່ແຫ່ງນຶ່ງຢູ່ບ້ານ ກໍ໊ກາດ ປະເທດພະມ້າ ຊຶ່ງເປັນເຂດຫ່າງໄກ ສອກຫລີກ, ຫ່າງຈາກ ເມືອງ ເມັຍວະດີ ຣັຖກະຢິນ ປະມານ 32 ກິໂລແມັດ ແລະກໍມີການເຝົ້າ ຍາມຢ່າງໜາແໜ້ນ ຈາກທະຫານພະມ້າ. ວິທຍຸ ເອເຊັຽ ເສຣີ ຣາຍງານວ່າ ແຮງງານກຸ່ມດັ່ງກ່າວ ຖືກຫລອກລວງ ຈາກການໂຄຊະນາ ໃນເຄືອຄ່າຍ ອິນເຕີເນັດວ່າ ມີວຽກໃຫ້ເຮັດ ໃຫ້ຄ່າຈ້າງສູງ ໃນກາສິໂນແຫ່ງນຶ່ງໃນພະມ້າ ແຕ່ແທນທີ່ຈະເປັນວຽກທັມມະດາ ແຮງງານກຸ່ມນີ້ ຖືກບັງຄັບໃຫ້ເຮັດວຽກ ເປັນ ສະແກມເມີ້ຣ໌ ຫຼອກລວງຄົນ ໃຫ້ມາລົງມາລົງທຶນ ໃນໂຄງການທີ່ບໍ່ມີຕົວຕົນ.
ອະດີດແຮງງານລາວ ຫລາຍຄົນຜູ້ທີຖືກກັກຂັງ ຢູ່ຖະສານທີ່ດັ່ງກ່າວ ທີ່ຖືກປ່ອຍອອກມາ ພາຍຫຼັງທີ່ພໍ່ແມ່ ໄດ້ຈ່າຍຄ່າໄຖ່ ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກ ພາສາລາວ ວ່າ ພວກເຂົາເຈົ້າຖືກຕີ ແລະ ຖືກທຳຮ້າຍຮ່າງກາຍ ຖ້າຫາລູກຄ້າບໍ່ໄດ້.
ຂໍ້ມູນຈາກຄົນທ້ອງຖິ່ນ 3 ຄົນທີ່ອາສັຍ ຢູ່ໃກ້ເຂດດັ່ງກ່່າວ ທີ່ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກ ພາສາ ພະມ້າ ວ່າ ຢ່າງນ້ອຍ ມີແຮງງານຫຼາຍກວ່າ 1,000 ຄົນ ຖືກກັງຢູ່ທີ່ນັ້ນ.
1 ໃນຈຳນວນ 3 ຄົນນີ້ ເວົ້າວ່າ ເທົ່າທີ່ທ່ານຮູ້ ພວກເຂົາເຈົ້າບໍ່ໄດ້ຮັບອະນຸຍາດ ໃຫ້ອອກມາຂ້າງນອກ ຖ້າຈຳເປັນແທ້ ເຊັ່ນເຈັບປ່ວຍ ໄປໂຮງໝໍ ຫລື ໄປຄລີນິກນັ້ນ ສາມາດອອກໄປໄດ້ ແລະແຮງງານຜູ້ໃດ ມີອາການເຈັບປວດ ຢ່າງຮຸ່ນແຮງ ເປັນຕົ້ນແຂ່ງຂາບວບຊ້ຳ ຍ້ອນຖືກໄຟຟ້າຊັອດ ເຂົາເຈົ້າຈະເອົາອອກໄປ ຈາກສະຖານແຫ່ງນີ້ ດ້ວຍການຄວບຄຸມ ຂອງທະຫານກາຫຣ່ຽງ ຊຶ່ງເປັນກຸ່ມຄຸ້ມຄອງ ພື້ື້ນທີ່ແຫ່ງນີ້.
ຣາຍງານຍັງບອກອີກວ່າ ແຮງງານບາງຄົນ ທີ່ຖືກກັກຂັງ ໃນສະຖານທີ່ແຫ່ງນັ້ນ ຖືກລົງໂທດໜັກ ດ້ວຍການບັງຄັບ ໃຫ້ຫາບນ້ຳ ຍ່າງຕາກແດດ ເປັນເວລາຫລາຍຊົ່ວໂມງ ຫ້າມບໍ່ໃຫ້ເຊົາເມື່ອຍ, ບາງຄົນເປັນລົມ ຍ້ອນການລົງໂທດດັ່ງກ່າວ ແລ້ວສົ່ງໄປໂຮງໝໍ, ຜູ້ທີ່ເຫັນເຫດການທ່ານນຶ່ງ ເວົ້າວ່າ ລາວເຫັນຄົນງານຜູ້ນຶ່ງ ເສັຽຊີວີດຍ້ອນ ການລົງໂທດດັ່ງກ່າວ.
ວິທຍຸ ເອເຊັຽ ເສຣີ ຍັງໄດ້ຣາຍງານໃນຕົ້ນເດືອນນີ້ວ່າ ກຸ່ມປະກອບອາວຸດ ຊາວກາຫຣ່ຽງ ກຸ່ມນີ້ ເປັນກຸ່ມທີ່ແຍກອອກຈາກ ສະຫະພັນ ຊາວກາຫຣ່ຽງ ທີ່ນຳໂດຍ ນາຍພົນ Sai Kyaw Hla ເປັນຜູ້ຄວບຄຸມ ສະຖານທີ່ ກັກຂັງແຫ່ງນີ້.
ສະຫະພັນ ຊາວກາຫຣ່ຽງ ປະຕິເສດວ່າ ບໍ່ມີການພົວພັນ ໃນບັນຫາດັ່ງກ່າວ, ແຕ່ແຫລ່ງຂ່າວບອກກັບ ວິທຍຸ ເອເຊັຽ ເສຣີ ວ່າ ທະຫານກາຫຣ່ຽງ ໄດ້ກໍ່ກຳແພງ ອອ້ມສະຖານທີ່ ທີ່ເປັນແຫຼ່ງ ສະແກມເມີ້ຣ໌ ແຫ່ງນີ້ ແລະກໍໃຫ້ຄວາມປອດຄຸ້ມຄອງ ດ້ວຍການເຝົ້າຍາມ ສະຖານທີ່ ດັ່ງກ່າວຢ່າງເຄັ່ງຄັດ.
ອີງຕາມຮູບແບບ ແລະການ ບັນລະຍາຍ ຂອງຄົນທ້ອງຖິ່ນ ຜູ້ທີ່ຮູ້ກ່ຽວກັບສະຖານທີ່ແຫ່ງນີ້ ຊຶ່ງກໍຖືກກັບ ການບອກເຫລົ່າ ຂອງອະດີດແຮງງານລາວ ຜູ້ທີ່ຖືກຂັງຢູ່ທີ່ນັ້ນ ຕໍ່ວິທຍຸ ເອເຊັຽເສຣີ ວ່າ ສະຖານທີ່ກັກຂັງຊື່ວ່າ “Casino Kosai” (ກາສິໂນໂກຊາຍ).
ອີງຕາມຂໍ້ມນູນ ຈາກທ້ອງຖິ່ນ ບອກກັບວິທຍຸ ເອເຊັຽ ເສຣີ ວ່າ ມີຊາວໜຸ່ມລາວ ຫລາຍ 10ຄົນຈາກແຂວງຫລວງນ້ຳທາ ຮວມທັງຄົນງານ ຈາກຟິລິປີນສ໌, ຈີນ ແລະ ຊາວນຸ່ມຈາກປະເທດອາຟຣິກາ ຖືກຄ້າມະນຸດ ແລະຖືກກັກຂັງ ຢູ່ທີ່ນັ້ນມາດົນແລ້ວ, ແຮງງານກຸ່ມດັ່ງກ່າວຖືກບັງຄັບ ໃຫ້ເຮັດເປັນສະແກມເມີ້ຣ໌ ຫຼາຍກວ່າ 16 ຊົ່ວໂມງຕໍ່ມື້. ທາງການລາວເວົ້າວ່າ ຄວາມພະຍາຍາມ ໃນການຊ່ອຍເຫລືອ ຊາວນຸ່ມລາວ ອອກຈາກສະຖານທີ່ ແຫ່ງນັ້ນ ບໍ່ສາມາດເຂົ້າໄປໄດ້ ຍອ້ນການສູ້ຣົບກັນ ໃນເຂດດັ່ງກ່າວ. ຣັຖກະຢິນ ເປັນພື້ນທີ່ ການສູ້ຣົບກັນ ລະຫວ່າງກຸ່ມຕໍ່ຕ້ານ ທະຫານພະມ້າ ກັບກຸ່ມທີ່ເຫັນພ້ອມ ກັບທະຫານພະມ້າ ຊຶ່ງໃນປັດຈຸບັນ ຍັງມີການສູ້ຣົບຢູ່.

ຄົນງານລາວ ຜູ້ທີ່ຍັງຄ້າງຢູ່ ໃນກາສິໂນ ໂກຊາຍ ສົ່ງຂໍ້ຄວາມ ຫາ ວິທະຍຸ ເອເຊັຽ ເສຣີ ຜແນກພາສາລາວ ໃນອາທິດນີ້ວ່າ ປັດຈຸບັນມີທະຫານພະມ້າ ຈຳນວນຫຼາຍຜ່ານມາ, ລາວບໍ່ເຄີຍເຫັນ ມີທະຫານພະມ້າ ຫລາຍປານນີ້ ໃນໄຍະຜ່ານມາ, ແຕ່ເຖິງຢ່າງໃດກໍຕາມ ນັກຊ່ຽວຊານ ແລະຜູ້ທີ່ເຄາະຮ້າຍ ເວົ້າວ່າ ຄວາມຍຸ້ງຍາກ ໃນການເຂົ້າໄປເຖິງທີ່ນັ້ນ ເປັນເຫດຜົລ ສຳຄັນ ທີ່ເຈົ້າໜ້າທີ່ ບໍ່ສາມາດ ຊ່ອຍກຸ່ມດັ່ງກ່າວ ອອກມາໄດ້.
ແມ່ຂອງຊາວໜຸ່ມລາວຄົນນຶ່ງ ຜູ້ທີ່ຍັງຄ້າງຢູ່ທີ່ນັ້ນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ຜແນກພາສາລາວ ວ່າ ເຈົ້າໜ້າທີ່ລາວ ຢູ່ນະຄອນຫລວງວຽງຈັນ ຜູ້ທີ່ນາງຕິດຕໍ່ຫາ ເພື່ອຮຽກຮ້ອງໃຫ້ຊ່ວຍເຫຼືອ ລູກຂອງນາງ ອອກມາຈາກທີ່ກັກຂັງ ໃນພະມ້າ ບອກວ່າ ຍັງບໍ່ມີຄວາມຄືບໜ້າ ແຕ່ຢ່າງໃດ ຫຼັງຈາກທີ່ນາງໄດ້ໜັງສື ຮ້ອງຂໍໄປຫາທ່ານ. ນາງວ່າ ເຈົ້າໜ້າທີ່ຕຳຣວດລາວ ກໍເໝືອນກັນ ບໍ່ໂທລະສັບກັບມາຫານາງອີກເລີຍ ກ່ຽວກັບຄວາມຄືບໜ້າ ໃນກໍຣະນີ ການຊ່ອຍເຫລືອລູກຂອງນາງ ຫລັງຈາກນາງຮ້ອງຂໍໄປ ແຕ່ຢ່າງໃດ ແລະ ເຈົ້າໜ້າທີ່ລະດັບສູງຂອງລາວ ກໍຄືກັນ ບໍ່ໄດ້ຕິດຕໍ່ມາຫານາງເລີຍ ນາງວ່າ ພວກເຂົາເຈົ້າ ບໍ່ຊ່ອຍຫຍັງໝົດ. ແມ່ຂອງຊາວໜຸ່ມລາວ ຜູ້ເຄາະຮ້າຍ ອີກຄົນນຶ່ງເວົ້າວ່າ ພວກນາງໄດ້ຮຽກຮ້ອງ ໃຫ້ເຈົ້າໜ້າທີ່ລາວ ຊ່ອຍເອົາລູກຊາຍ ແລະລູກສາວ ຂອງພວກນາງ ອອກຈາກສະຖານທີ່ ດັ່ງກ່າວໄວທີ່ສຸດ ເທົ່າທີ່ຈະໄວໄດ້ ໂດຍສະເພາະວ່າງບຸນປີໃໝ່ລາວ ຊຶ່ງເປັນໄລຍະເວລາ ທີ່ຄອບຄົວ ສລອງວັນປີໃໝ່ຮ່ວມກັນ ແຕ່ໜ້າເສົ້າໃຈ ບໍ່ສາມາດຊ່ອຍໄດ້.
ພໍ່ແມ່ ຂອງຊາວນຸ່ມລາວ ຜູ້ທີ່ເຄາະຮ້າຍ ອີກທ່ານນຶ່ງກ່າວວ່າ ພວກທ່ານກິນບໍ່ໄດ້ ນອນບໍ່ຫລັບ ທີ່ຮູ້ວ່າ ບໍ່ມີຫົນທາງໃດ ທີ່ຈະຊ່ອຍໃຫ້ລູກຂອງພວກເຂົາເຈົ້າ ອອກມາຈາກສະຖານທີ່ທໍລະມານ ແຫ່ງນັ້ນໄດ້.
ວິທຍຸເອເຊັຽ ເສຣີ ບໍ່ໄດ້ຮັບຄຳຕອບ ຈາກໜ່ວຍງານ ຕ້ານການຄ້າມະນຸດ ຫລັງຈາກໄດ້ຕິດຕໍ່ຫາ ກ່ອນໜ້ານີ້ ຮ້າຍໄປກວ່ານັ້ນ ຫ້ອງການຕຳຣວດ ຢູ່ນະຄອນຫລວງວຽງຈັນ ບອກວ່າ ໃຫ້ໄປຫາບ່ອນອື່ນຊ່ອຍ.
ວິທຍຸ ເອເຊັຽ ເສຣີ ໄດ້ໂອ້ລົມ ກັບຜູ້ທີ່ຖືກເຄາະຮ້າຍ 2 ຄົນ ທີຍັງຖືກກັກຂັງ ໃນສະຖານທີ່ດັ່ງກ່າວ ຢູ່ໃນເວລານີ້ ເຂົາເຈົ້າບອກວ່າ ບໍ່ມີຫຍັງປ່ຽນແປງ ນາຍຈ້າງ ຍັງບັງຄັບຄັບໃຫ້ທຸກຄົນ ເຮັດວຽກໜັກຄືເກົ່າ ຖ້າເຮັດບໍ່ໄດ້ຕາມ ຈຳນວນທີ່ເຂົາເຈົ້າ ຕອ້ງການ ກໍຖືກຕີ ແລະທຳຮ້າຍຮ່າງກາຍ ດ້ວຍໄຟຟ້າຊັອດ ທຸກຄົນໝົດຄວາມຫວັງ ທີ່ຈະໄດ້ອອກຈາກສະຖານທີ່ແຫ່ງນີ້ໄດ້.
1 ໃນຈຳນວນຊາຍໜຸ່ມລາວ ທີ່ຖືກຂັງຢູ່ທີ່ນັ້ນ ເວົ້າວ່າ ທຸກມື້ພວກທ່ານ ລໍຖ້າການກັບບ້ານ, ພວກທ່ານຖືກກັກຂັງ ຢູ່ໃນສະຖານທີ່ແຫ່ງນີ້ ເປັນເວລາ 7 ເດືອນແລ້ວ. ສບາຍດີ.