ຄົນລາວຫຼັ່ງໄຫຼ ໄປເຮັດວຽກ ຢູ່ໄທຍຫຼາຍຂຶ້ນ ນັບມື້

ອຸ່ນແກ້ວ
2023.04.28
ຄົນລາວຫຼັ່ງໄຫຼ ໄປເຮັດວຽກ ຢູ່ໄທຍຫຼາຍຂຶ້ນ ນັບມື້ ຮູບໂຕຢ່າງ ຄົນງານລາວ ກຸ່ມທຳອິດ ເດີນທາງເຂົ້າໄປເຮັດວຽກຢູ່ປະເທດໄທຍຕາມ MOU. ຂົວມິຕພາບ ລາວ-ໄທຍ, ນະຄອນຫຼວງວຽງຈັນ-ໜອງຄາຍ ວັນທີ 28 ມີນາ 2022.
RFA

ປັດ​ຈຸ​ບັນ ຊາວ​ລາວ​ຫຼາຍ​ຄົນ ພາກ​ກັນ​ໄປ​ເຮັດ​ວຽກ​ຢູ່​ປະ​ເທດ​ໄທ​ຍ ຫຼາຍ​ຂຶ້ນ ຍ້ອນ​ປະ​ເທດ​ລາວ ປະ​ສົບ​ບັນ​ຫາ​ຄ່າ​ຄອງ​ຊີບ​ແພງ​ຂຶ້ນ ໃນ​ຂະ​ນະ​ທີ່​ເງິນ​ກີບ​ອ່ອນ​ຄ່າ ແລະ ຄ່າ​ແຮງ​ງານ​ຂັ້ນ​ຕ່ຳໜ້ອຍ-ບໍ່​ກຸ່ມ​ຄ່າ​ໃຊ້​ຈ່າຍ.

ສ່ວນ​ວ່າ ຂ​ແນງ​ການ​ແຮງ​ງານ​ງານ ແລະ ສວັດ​ດີ​ການ​ສັງ​ຄົມ ໄດ້​ໂຄ​ສະ​ນາ​ເຕືອນ​ຄົນ​ລາວ ໃຫ້​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ ຢ່າງ​ຖືກ​ຕ້ອງ​ ແລະ ໃຫ້​ໄປ​ຜ່ານ​ບໍ​ຣິ​ສັດ​ຈັດ​ຫາ​ເງິນ ພາຍ​ໃຕ້​ໃບ​ອະ​ນຸ​ຍາດ ແລະ ຄຸ້ມ​ຄອງ​ຂອງ​ກະ​ຊວງ​ແຮງ​ງານ ແລະ ສວັດ​ດີ​ການ​ສັງ​ຄົມ ເພື່ອ​ໃຫ້​ສິດ​ທິ​ທາງ​ແຮງ​ງານ​ເຂົາ​ເຈົ້າ ໄດ້​ຮັບ​ການ​ປົກ​ປ້ອງ ໃນ​ກໍ​ລະນີ​ທີ່​ເກີດ​ບັນ​ຫາ​ຂຶ້ນ.

ຜູ້​ທີ່​ໄປ​ເຮັດ​ວຽກ​ ແບບ​ຜິດ​ກົດໝາຍ ກໍ່​ໃຫ້​ເກີດ​ຄວາມ​ສ່ຽງ ທີ່​ຈະ​ຕົກ​ເປັນ​ເຫຍື່ອ​ ການ​ຄ້າ​ມະ​ນຸດ ແລະ ສ່ຽງ​ທີ່​ຈະ​ຖືກ​ນາຍ​ຈ້າງ ​ກົດ​ຂີ​ຂູດ​ຮີດ​ແຮງ​ງານ ເອົາ​ລັດ​ເອົາ​ປຽບ, ບໍ່​ໄດ້​ຄ່າ​ຈ້າງ​ເຕັມ​ສ່ວນ, ບໍ່​ເຂົ້າ​ເຖິງ​ສວັດ​ດີ​ການ​ສັ່ງ​ຄົມ​ ໂດຍ​ສະ​ເພາະ​ການ​ດູ​ແລ​ ຂຸ​ຂ​ພາບ.
ເຈົ້າ​ໜ້າ​ທີ່​ດ້ານ​ແຮ​ງ​ງານ ​ແຂວງ​ຈຳ​ປາ​ສັກ ທ່ານ​ນຶ່ງ ທີ່​ຂໍ​ສງວນ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ໃນ​ວັນ​ທີ 25 ເມ​ສາ ວ່າ:
“ພາກ​ສ່ວນ​ທີ່​ຢາກ​ໄປ ອອກ​ແຮງ​ງານບໍ່​ຖືກ​ຕ້ອງ ເພິ່ນ​ຈັ່ງ​ວ່າ ໃຫ້​ແນະ​ນຳ ໃຫ້​ແຈ້ງ​ເຕືອນ ເມື່ອ​ເກີດ​ອຸ​ບັດ​ຕິ​ເຫດບໍ່ ເມື່ອ​ເກີດບໍ່​ໄດ້​ຮັບ​ເງິ​ນ​ຄ່າ​ແຮງ​ຈ້າງ ຄ່າ​ແຮງ​ງານບໍ່ ຈັ່ງ​ຊີ້​ນ່າ. ຜົ​ລ​ກະ​ທົບ​ນີ້​ນ່າ ຫຼື​ວ່າ ສວັດ​ດີ​ການ ເຂົ້າ​ປິ່ນ​ປົວ​ເວ​ລາ​ເຈັບ​ເປັນ ​ຕ່າງໆ ເຂົາ​ເຈົ້າ ຈະ​ບໍ່​ໄດ້​ຫັ້ນ​ແຫຼະ​ເນາະ.”
ຄົນ​ລາວ​ທີ່​ໄປ​ເຮັດ​ວຽກ ​ຢູ່​ຕ່າງ​ປະ​ເທດໄທຍ ຢ່າງ​ຖືກ​ຕ້ອງ​ຕາ​ມກົດ​ໝາຍ ຈະ​ໄດ້​ຮັບ​ການ​ຄຸ້ມ​ຄອງ ຕາມ​ກົດ​ໝາຍ ໃນ​ກໍ​ລະ​ນີ​ທີ່​ຖືກ​ນາຍ​ຈ້າງ​ເອົາ​ປຽບ ຫຼື ເກີດ​ບັນ​ຫາ​ຂຶ້ນ.

ເຈົ້າ​ໜ້າ​ທີ່ ​ດ້ານ​ແຮງ​ງານ​ທ່ານ​ນຶ່ງ ຢູ່ ແຂວງ​ສວັນ​ນະ​ເຂດ ໄດ້​ກ່າວ​ວ່າ:

“ຣັ​ຖ​ບານ​ກໍ​ຢາກ​ເນັ້ນ ຂໍ​ໃຫ້​ໄປ​ດ້ວຍ​ຖືກ​ຕ້ອງ ໄປ​ມີ​ບັດ​ແຮງ​ງານ ໄປ​ດ້ວຍ​ຮັບ​ການ​ຄຸ້ມ​ຄອງ ຈາກ​ພາກ​ຣັ​ຖ​ຫັ້ນ​ນ່າ ບໍ່​ຢາກ​ໃຫ້​ໄປ​ຄື ຜີ​ນ້ອຍ​ຫັ້ນ​ນ່າ ໄປ​ໃຫ້​ຕາມ​ຖືກ​ຕ້ອງນຶ່ງ ບໍ​ຣິ​ສັດ​ທີ່​ສົ່ງ​ໄປ ເຂົາ​ຈະ​ຕິດ​ຕາມ​ວ່າ ຜູ້ກ​ກ່ຽວ​ເຮັດ​ວຽກ​ຢູ່ໃສ ຢູ່​ໃສ ເກີດ​ນັ້ນ​ເກີດນີ້ ເຮົາ​ກໍ​ສາ​ມາດ​ເຂົ້າ​ເຖິງ​ໄດ້​ງ່າຍ ເບື້ອງ​ໄທ​ຍ​ກໍ​ໄດ້​ຮັບ​ການ​ຄຸ້​ມຄອງ ເບື້ອງ​ລາວ ກໍ​ມີ​ທູດ​ລາວ.”

ຍັງ​ມີ​ຄົນ​ລາວ​ຈຳ​ນວນ​ນຶ່ງ ທີ່​ໄປ​ເຮັດ​ວຽກ​ຢູ່​ໄທ​ຍ ​ແບບບໍ່​ມີ​ເອ​ກກະ​ສານ ໃຊ້​ໜັງ​ສື​ເດີນ​ທາງ​ໄປ​ແບບ​ທ່ອງ​ທ່ຽວ ໂດຍ​ຜ່ານ​ນາຍ​ໜ້າ ແລະ ບາງ​ຄົນ​ກໍ​ລັກ​ໄປ​ແບບບໍ່​ມີ​ໜັງ​ສື​ເດີນ​ທາງ.

ເຈົ້າ​ໜ້າ​ທີ່​ດ້ານ​ແຮງ​ງານ ແຂວງ​ສວັນ​ນະ​ເຂດ​ ໄດ້​ກ່າວ​ວ່າ:

“ເຣື່ອງ​ມີ​ເງິນ​ເຂົາ​ອາ​ດ​ຈະ​ມີ ແຕ່​ວ່າ ໃນ​ຂັ້ນ​ຕອນ​ແລ່ນ​ເອກ​ກະ​ສານ ມັນ​ຢາກ​ດົນ​ເນາະ ນຶ່ງ​ມັນ​ເສັຽ​ເວ​ລາ ສອງ​ມາ ກະ​ຄ່າ​ໃຊ້​ຈ່າຍ ມັນ​ກໍ​ຢາກ​ຈະ​ສູງ​ແດ່ ຫັ້ນ​ນ່າ ບາງ​ເທື່ອ​ນາຍ​ຈ້າງ​ເມືອງ​ໄທ​ຍ ຕ້ອງ​ເຮັດ​ເອ​ກ​ກະ​ສານ ຂໍ​ໂຄ​ຕ້າ​ທຳ​ເອ​ກ​ກະ​ສານ ເຣື່ອງ​ແຮງ​ງານ​ເບື້ອງ​ພຸ້ນ​ນ່າ.”ຄົນ​ລາວ​ບາງ​ຄົນ ກໍ​ໃຫ້​ຢາກ​ໃຫ້​ຣັ​ຖ​ບານ​ແກ້​ໄຂ​ ບັນ​ຫາ​ການ​ລັກ​ລອບ​ໄປ​ເຮັດ​ວຽກ ​ຢູ່​ຕ່າງ​ປະ​ເທດ​ແບບ​ຜິດ​ກົດ​ໝາຍ ໃຫ້​ຫຼຸດ​ລົງ, ແຕ່ ໃນ​ອີກ​ດ້ານ​ນຶ່ງ ເຫດ​ຜົ​ລ​ທີ່​ເຂົາ​ເຈົ້າ​ຕ້ອງ​ລັກ​ລອບ ​ໄປ​ກໍ​ຄື ຄ່າ​ແຮງ​ງານ​ຢູ່​ປະ​ເທດ​ລາວ ຕ່ຳ.

ຊາວ​ລາວ ​ຢູ່​ນະ​ຄອນ​ຫລວງວຽງ​ຈັນ ໄດ້​ກ່າວ​ວ່າ:

“ຢູ່​ບ້ານ​ເຮົາ​ວຽກ​ເຮັດ​ງານ​ທຳ ກະ​ບໍ່​ມີ ສອງ​ມາ​ກະ​ມີ​ກໍ​ຄ່າ​ແຮງ​ງານ​ຕ່ຳ​ ຂັ້ນ ຫັ້ນ​ນ່າ ໄປ​ເຮັດ MOU 5-6 ເດືອນ ກະຍັງບໍ່ແລ້ວ ຕົກຢູ່ລາວໆ ເກືອບ 2 ໝື່ນບໍ່ດຽວນີ້ ສະນັ້ນ ຈຶ່ງເຮັດໃຫ້ຄົນຈໍາເປັນຕ້ອງເດີນທາງໄປຜິດແດ່ຫັ້ນແຫຼະ ສ່ວນຫຼາຍກໍເຮັດພາສປອດໄປຊື່ໆ ກໍລັກລອບທໍາງານເລີຍ ຂັ້ນເປັນໄປໄດ້ ກໍຢາກໃຫ້ຄ່າແຮງສູງແດ່ ມັນກໍຊິຫລຸດຜ່ອນ.
ບາງຄົນ ກໍໄປເຮັດວຽກແບບບໍ່ຖືກກົດໝາຍ ຍ້ອນບໍ່ຢາກເສັຽເງິນ ສະນັ້ນ ເຂົາເຈົ້າກໍເລີຍເລືອກໄປແບບໃຊ້ວີຊ້າ ທ່ອງທ່ຽວ.

ຊາວລາວອີກທ່ານນຶ່ງ ໄດ້ກ່າວວ່າ: 
ທີ່ວ່າລັກໄປຫັ້ນ ບໍ່ຢາກສຽງເງິນ ຕ້ອງໄດ້ເສັຽຄ່ານັ້ນ ຄ່ານີ້ຫຼາຍ ແຕ່ສ່ວນຫຼາຍທຸກໆມື້ນີ້ ຄົນມັນໄປແບບວ່າ ໄປນາມທ່ອງທ່ຽວ ແລ້ວໄປເຮັດວຽກເຮັດຫຍັງຫັ້ນນ່າ ມັນຈະສ່ຽງ ກໍການຄ້າມະນຸດ ຫັ້ນນ່າ ໄປໃຫ້ມັນຖືກຕ້ອງ ບໍ່ແມ່ນລັກໄປ ຣັຖບານກໍຕິດຕາມໄດ້.
ໂຕຢ່າງນຶ່ງ ທີ່ສະທ້ອນໃຫ້ເຫັນ ເຖິງການບັງຄັບໃຊ້ແຮງງານ ແລະ ເຂົ້າຂ່າຍການຄ້າມະນຸດ ໃນກຸ້ມຄົນງານລາວ ທີ່ໄປເຮັດວຽກ ແບບບໍ່ຖືກຕ້ອງ ກໍແມ່ນເຫດການນຶ່ງ ໃນວັນທີ 9 ມົກຣາ 2023 ທີ່ຜ່ານມາ.
ເຈົ້າໜ້າທີ່ທາງການໄທຍ ແລະ ເຈົ້າໜ້າທີ່ມູນລະນິທິ LPN ໄດ້ເຂົ້າໄປຊ່ວຍເຫຼືອ ແມ່ຍິງລາວ ທີ່ຖືກນາຍຈ້າງໄທຍ ທໍາຮ້າຍຮ່າງກາຍ ແລະ ບັງຄັບໃຫ້ໃຊ້ແຮງງານ ໃນຮ້ານອາຫານແຫ່ງນຶ່ງ ຢູ່ແຂວງນະຄອນນາຍົກ ປະເທດໄທຍ.

ຈາກການສອບສວນ ຂອງເຈົ້າໜ້າທີ່ໃນເບື້ອງຕົ້ນ ພົບວ່າ ແມ່ຍິງຄົນດັ່ງກ່າວເປັນຄົນເມືອງເລົ່າງາມ ແຂວງສາຣະວັນ ອາຍຸ 34 ປີ ໄດ້ໄປເຮັດວຽກ ຢູ່ປະເທດໄທຍ ແບບບໍ່ມີເອກກະສານ ຕາມລະບົບ MOU ມາ​ໄດ້ 10 ປີ​ແລ້ວ.

ໄລ​ຍະ 5 ປີ​ຫຼັງ ລາວ​ໄດ້​ເຂົ້າ​ມາ​ເຮັດ​ວຽກ ​ກັບ​ນາຍ​ຈ້າງ​ຄົນ​ດັ່ງ​ກ່າວ ແຕ່ ພັດ​ຖືກ​ບັງ​ຄັບ​ໃຫ້​ເຮັດ​ວຽກ ​ຕັ້ງ​ແຕ່ 6-7 ໂມງ​ເຊົ້າ ເຈົ້າ​ຮອດ 8 ໂມງແລງ ໂດຍບໍ່​ມີ​ວັນ​ຢຸດພັກ. ນາຍ​ຈ້າງຄົນ​ໄທ​ຍ​ ຍັງ​ໄດ້​ທຳ​ຮ້າຍ​ຮ່າງ​ກາຍ ແລະ ຍຶດ​​ເອ​ກກະ​ສານ​ຕ່າງໆ​ໄວ້.

ອີງ​ຕາມຂໍ້​ມູນ ​ຈາກ​ທາງ​ກາ​ນ​ລາວ ໃນ​ໄລ​ຍະໂຄວິດ-19 ຣະ​ບາດ, ມີ​ຄົນ​ງານ​ລາວ​ ກັບ​ມາ​ຈາກ​ປະ​ເທດ​ໄທ​ຍ ຫຼາຍ​ແສນ​ຄົນ.    

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.