ຄວາມຕ້ອງການຄຣູ ມີຫຼາຍ ແຕ່ພາກຣັຖ ຈະຮັບພຽງ 285 ຄົນ
2023.04.27
ໃນປີ 2023 ນີ້, ຣັຖບານລາວ ຈະຮັບຣັຖກອນຄຣູ ທັງໝົດ 285 ຄົນ ຖືວ່າຮັບໜ້ອຍລົງກວ່າເກົ່າ ເມື່ອທຽບໃສ່ປີ 2022 ທີ່ຜ່ານມາ ຈາກທີ່ຮັບຣັຖກອນຄຣູ ທັງໝົດ 340 ຄົນ. ແຕ່ໃນຄວາມເປັນຈິງແລ້ວ, ໃນຫຼາຍເມືອງ ຂອງຫຼາຍແຂວງ ຍັງຂາດແຄນຄຣູ ແລະ ມີຄວາມຕ້ອງການຄຣູ ຈຳນວນຫຼາຍ. ສາເຫດຫຼັກ ທີ່ຮັບຣັຖກອນຄຣູ ໜ້ອຍລົງ ໃນປີນີ້ ກໍຍ້ອນວ່າ ງົບປະມານ ຂອງຣັຖບານ ບໍ່ພຽງພໍ ທີ່ຈະຮັບຣັຖກອນຄຣູ ໃຫ້ຫຼາຍຂຶ້ນ ເປັນຕົ້ນ ໃນນະຄອນຫຼວງວຽງຈັນ ຈະຮັບຣັຖກອນຄຣູໃໝ່ ພຽງ 16 ຄົນເທົ່ານັ້ນ, ເຊິ່ງກໍມີຄຣູອາສາ ເຂົ້າມາສມັກສອບເສັງ ທັງໝົດ 458 ຄົນ ເຮັດໃຫ້ຂແນງການສຶກສາ ຕ້ອງຄັດເລືອກເອົາພຽງ 16 ຄົນເທົ່ານັ້ນ ທັງທີ່ປີ 2023 ນີ້, ໃນນະຄອນຫຼວງວຽງຈັນ ມີຄວາມຕ້ອງການຄຣູ ປະມານ 800 ປາຍຄົນ ຈຶ່ງຈະພຽງພໍ ຕໍ່ການສິດສອນ ແລະ ໃນປີນີ້ ກໍຍັງມີຄຣູ ທີ່ຕຣຽມຈະບຳນານ ອີກ 200 ຄົນ.
ດັ່ງເຈົ້າໜ້າທີ່ ຂແນງການສຶກສາ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ກ່າວໃນວັນທີ 27 ເມສາ ນີ້ວ່າ:
“ສ່ວນຫຼາຍ ຈະເປັນຄຣູອາສາຫັ້ນແຫຼະ ເຮົາກໍໄດ້ກຳນົດເອົາອາສາ 5 ປີ ແລ້ວອາຍຸບໍ່ເກີນ 35. ປີກາຍນີ້, ເຮົາໄດ້ 16 ຄົນ, ໜ້ອຍ. ຣັຖບານເພິ່ນແບ່ງໃຫ້ສ່ຳນັ້ນ, ບໍ່ພໍ. ເຮົາຕ້ອງການຄຣູ ທົ່ວນະຄອນຫຼວງ ນີ້ 818 ຄົນ ໃນປັດຈຸບັນນີ້, ມັນກະຈັ່ງຊິພໍ ເພາະວ່າ ເຮົາມີຄຣູຕຣຽມບຳນານນີ້ 200. ຂາດເພີ່ມອີກ 200 ເປັນ 1,000 ຈາກຈຳນວນທີ່ຈະຂາດ.”
ທ່ານກ່າວຕື່ມວ່າ ເຈົ້າໜ້າທີ່ການສຶກສາ ໃນແຕ່ລະເມືອງ ຂອງແຕ່ລະແຂວງ ກໍຕ້ອງປະຕິບັດຕາມລະບຽບ ໃຫ້ຖືກຕ້ອງ-ໂປ່ງໃສ, ເຊິ່ງບັນຫາຫາງສຽງທີ່ວ່າ ເຈົ້າໜ້າທີ່ການສຶກສາ ມັກຈະເອົາຄົນ ຂອງເຈົ້າ ຂອງຂ້ອຍ ລູກຫຼານ ຂອງຕົນເອງ ແລະ ຕ້ອງຈ່າຍເງິນ ເຂົ້າມາເປັນຣັຖກອນຄຣູູ ນັ້ນ, ປັດຈຸບັນ ທາງການ ກໍບໍ່ໄດ້ເຮັດແບບນັ້ນແລ້ວ ເພາະຍັງຂາດເຂີນຄຣູຫຼາຍ ຕ້ອງເລືອກເອົາຄຣູ ຜູ້ທີ່ມີຄຸນນະພາບ ຢ່າງແທ້ຈິງ. ດັ່ງທ່ານກ່າວວ່າ:
“ປັດຈຸບັນ ຈະບໍ່ມີແບບຊັ້ນແລ້ວ ເພາະປັດຈຸບັນ ໂຕເລຂຣັຖກອນ ຣັຖບານແບ່ງໃຫ້ມາໜ້ອຍ, ແລ້ວເຮົາຊິບັນຈຸຊະຊຸຊະຊາຍ ບໍ່ໄດ້ ເພາະສະນັ້ນ ເຮົາຕ້ອງເລືອກເອົາ ບຸກຄະລາກອນ ທີ່ມີຄຸນນະພາບ ເຂົ້າມາເຮັດວຽກ.”
ໄລຍະນີ້, ໃນຫຼາຍແຂວງ ກໍເຣີ່ມສອບເສັງ ຮັບຣັຖກອນຄຣູໃໝ່, ເຊິ່ງການສອບເສັງໃນຄັ້ງນີ້ ແມ່ນຈະເລືອກເອົາ ສະເພາະວິຊາທີ່ຈຳເປັນ ຄື ຄຣູປະຖົມ, ຄຣູອະນຸບານ, ຄຣູມັດທະຍົມ, ເຊິ່ງຄຣູມັດທະຍົມ ຈະມີບາງວິຊາ ເຊັ່ນ ເຄມີສາຕ, ຊີວະສາຕ, ຟີສິກສາຕ ແລະ ສິລປະ. ຖ້າຫາກຜູ້ໃດ ມີເກນຄະແນນຜ່ານ ຕາມທີ່ກຳນົດ ແລະ ປະສົບການ 5 ປີ ຂຶ້ນໄປ ອາຍຸບໍ່ເກີນ 35 ປີ, ກໍຈະມີສິດສອບເສັງ ຮອບສັມພາດ ເພື່ອຄັດເລືອກ ເປັນຣັຖກອນຄຣູໃໝ່ ໃນປີ 2023 ນີ້.
ຂະນະທີ່ ເຈົ້າໜ້າທີ່ການສຶກສາ ໃນແຂວງສວັນນະເຂດ ກໍກ່າວວ່າ ໃນແຂວງສວັນນະເຂດ ມີກຳນົດ ຮັບຣັຖກອນຄຣູໃໝ່ 47 ຄົນ, ເຊິ່ງຖືວ່າ ໜ້ອຍກວ່າປີກາຍ. ທ່ານເອງ ກໍຈື່ໂຕເລຂປີກາຍ ບໍ່ໄດ້ຄັກແນ່, ເຊິ່ງໃນປີນີ້ ກໍມີຄຣູອາສາສມັກ ມາສອບເສັງ ປະມານ 700 ປາຍຄົນ, ແຕ່ຈະເລືອກເອົາພຽງ 47 ຄົນເທົ່ານັ້ນ ຕາມໂຄຕ້າ ຂອງຣັຖບານ, ເຊິ່ງໃນແຂວງສວັນນະເຂດ ນີ້, ກໍຖືວ່າ ຄຣູບໍ່ພຽງພໍຫຼາຍ ເພາະຣັຖບານ ໃຫ້ໂຄຕ້າໜ້ອຍ. ສາເຫດຍ້ອນງົບປະມານ ບໍ່ພຽງພໍ ໃນການສນັບສນູນເງິນເດືອນ ແລະ ສວັດດີການຕ່າງໆ. ສ່ວນຄວາມໂປ່ງໃສ ທີ່ຈະຮັບຣັຖກອນຄຣູໃໝ່ ໃນປີນີ້ ແນ່ນອນວ່າ ຕ້ອງມີຄວາມໂປ່ງໃສ ຢູ່ແລ້ວ ເພາະມີຄະນະກັມມະການ ກວດກາຄັກແນ່.
“ເວົ້າເຣື່ອງຄຣູຂາດ ມັນກໍຂາດຫຼາຍເນາະ, ແຕ່ວ່າ ຣັຖເພິ່ນໃຫ້ສວັນນະເຂດ ໄດ້ແຕ່ 47 ຄົນ, ບໍຣິຫານ ນັ້ນ 1 ຄົນ. ໂດຍລວມ ມັນກໍໜ້ອຍຢູ່ແລ້ວ ເວົ້າງ່າຍໆວ່າ ມັນຍັງບໍ່ພ້ອມ ທີ່ຈະເອົາແບບຫຼາຍໆ, ຫັ້ນນ່າ ມັນບໍ່ມີງົບສນັບສນູນ ເຣື່ອງເງິນເດືອນເດ້ເນາະ. ເວົ້າເຣື່ອງຄວາມໂປ່ງໃສ ນີ້, ໂປ່ງໃສແຫຼະເນາະ ເພາະວ່າ ມັນມີຢູ່ໃນລະດັບຂັ້ນກະຊວງ ກົມຈັດຕັ້ງ ລົງມາຊີ້ນຳ ຮັບຜິດຊອບຂັ້ນເມືອງ ຄະນະຮັບຜິດຊອບຂັ້ນແຂວງ ກໍມີ.”
ສຳລັບເຣື່ອງດັ່ງກ່າວນີ້ ອະດີດຄຣູອາສາ ທ່ານນຶ່ງ ກໍກ່າວວ່າ ທ່ານເຄີຍເຮັດວຽກ ເປັນຄຣູອາສາ 9 ປີ, ແນ່ນອນວ່າ ຄຣູອາສາທຸກຄົນ ກໍຕ້ອງມີຄວາມຫວັງວ່າ ຈະສອບເສັງໄດ້ເປັນຣັຖກອນ ຢູ່ແລ້ວ, ເຊິ່ງໃນໄລຍະທີ່ເຮັດວຽກ ເປັນຄຣູອາສາ ກໍໄປສອບເສັງທຸກປີ ກໍບໍ່ເຄີຍໄດ້. ທີ່ຜ່ານມາ ກໍເຫັນວ່າ ຄົນທີ່ສອບເສັງໄດ້ ກໍເຫັນວ່າ ເປັນຄົນມີເງິນ ມີເສັ້ນສາຍຕລອດ ກໍຮູ້ສຶກທໍ້ໃຈ ແລະ ໃນເມື່ອເປັນຄຣູອາສາ ມາຫຼາຍປີ ບໍ່ໄດ້ເງິນເດືອນຫຍັງເລີຍ, ຈຶ່ງຕັດສິນໃຈລາອອກ. ປັດຈຸບັນ, ກໍໃຊ້ຊີວິຕຢູ່ບ້ານ ເຮັດສວນມັນຕົ້ນ ແລະ ເຣີ່ມເຫັນ ຄຣູອາສາຜູ້ອື່ນໆ ລາອອກຕລອດ.
“ມັນບໍ່ໄດ້, ນອກຈາກລູກເຈົ້າ ລູກນາຍ, ຜູ້ທີ່ວ່າມີເງິນເນາະ ມີເຊື້ອ ມີສາຍຫັ້ນແຫຼະ. ເຂົາເລືອກກໍມີຢູ່ແລ້ວລະ. ຄວາມຈິງ, ເຮັດບົດສອບຊື່ໆ ຂໍ້ສອບຊື່ໆ. ຂນາດຂ້ອຍນີ້ ແມ່ນຈົບມໍ 4 ເຂົາເຈົ້າເອົາໂຕເລຂໃຫ້ໄປຮຽນ ກໍຍັງບໍ່ໄດ້ ຜູ້ນຶ່ງກໍຫາອອກປີນີ້ ກໍມີ.”
ທາງດ້ານຄຣູອາສາ ອີກທ່ານນຶ່ງ ກໍກ່າວວ່າ ທ່ານເອງ ຫາກໍລາອອກ ເມື່ອປີ 2022 ເພາະໃນໄລຍະ ເປັນຄຣູອາສາ ມາເປັນເວລາ 8 ປີ ກໍບໍ່ມີຄວາມຫວັງເລີຍວ່າ ຈະໄດ້ເຂົ້າເປັນຣັຖກອນຄຣູ ທີ່ມີເງິນເດືອນ ແລະ ສວັດດີການເທື່ອ ຈຶ່ງຕັດສິນໃຈລາອອກ ເພາະຄິດວ່າ ສູ້ກັບຄົນມີເງິນ ມີເສັ້ນສາຍບໍ່ໄຫວ ແລະ ການສອບເສັງ ຂອງພາກຣັຖ ກໍສອບເສັງ ຕາມຂະບວນການເທົ່ານັ້ນ. ເຂົາເຈົ້າມີຄົນ ຂອງເຂົາເຈົ້າຢູ່ແລ້ວ.
“ເສັງກໍເສັງແບບຂະບວນການ ເສັງຕາມແບບແຜນ ຂອງຣັຖບານຊື່ໆ. ຄັນບໍ່ມີຜູ້ມາຊ່ອຍ ກໍບໍ່ໄດ້ ກໍມີອັນໃຫ້ເຮົາແດ່, ຫັ້ນນ່າ ກໍມີເລັກ ມີໜ້ອຍນ່າ. ແບບວ່າ ເຮົາເຮັດວຽກມາ 8 ປີ ກໍເພື່ອຢາກຢູ່ນຳພັກ-ນຳຣັຖເນາະ, ສອບຢາກມີຄວາມຫວັງຢູ່ແລ້ວ. ຫຼາຍຄົນອອກ ອອກຫຼາຍຄົນແລ້ວຕິ, ຢູ່ບ່ອນອາສານຳດຽວກັນ ຢູ່ໂຮງຮຽນ ຢູ່ຮອດ 10 ປີ ຍັງມີໄດ໋.”
ໃນປີ 2023 ນີ້, ຣັຖບານລາວ ມີກຳນົດ ຮັບຣັຖກອນໃໝ່ ທັງໝົດ ທົ່ວປະເທດ 800 ຄົນ. ໃນນີ້, ມີຣັຖກອນຄຣູ 285 ຄົນ ແລະ ຣັຖກອນແພດ 225 ຄົນ.
ອີງຕາມການຣາຍງານ ຂອງກົມຄຸ້ມຄອງພະນັກງານ ກະຊວງພາຍໃນ ເມື່ອປີ 2021 ທີ່ຜ່ານມາ, ໃນປະເທດລາວ ມີຣັຖກອນທັງໝົດ ປະມານ 170,000 ຄົນ, ເຊິ່ງຣັຖບານລາວ ຮັບປະກັນວ່າ ຈຳນວນດັ່ງກ່າວ ພຽງພໍແລ້ວ ກັບຄວາມຕ້ອງການ ຂອງພາກຣັຖ.
ຕລອດໄລຍະເວລາ 6 ປີ, ຕັ້ງແຕ່ປີ 2017 ຮອດປີ 2023, ຣັຖບານລາວ ໄດ້ຫຼຸດໂຕເລຂ ຮັບຣັຖກອນລົງ ເປັນລຳດັບ. ດັ່ງປີ 2017, ຣັຖບານລາວ ໄດ້ຮັບຣັຖກອນໃໝ່ ຈຳນວນ 5,000 ຄົນ, ປີ 2018 ຮັບ 3,000 ຄົນ, ປີ 2019 ຮັບ 1,500 ຄົນ, ປີ 2020 ຮັບ 2,000 ຄົນ, ປີ 2021 ຮັບ 1,600 ຄົນ, ປີ 2022 ຮັບ 1,300 ຄົນ ແລະ ປີ 2023 ຮັບ 800 ຄົນ.