ປະຊາຊົນ ບໍ່ໄດ້ຄາດຫວັງ ກັບໂຄງການພັທນາ ຕຶກຣາຊວົງ ພລາຊາ
2023.04.27
ຕືກຣາຊວົງ (ລາດຊະວົງ) ພລາຊາ ເຊິ່ງເປັນຕືກທີ່ມີຄວາມສູງ 32 ຊັ້ນ ຕັ້ງຢູ່ໃຈກາງນະຄອນຫລວງວຽງຈັນ ພາຍໃຕ້ແນວຄິດ ສິ່ງ ມະຫັສຈັນໃໝ່ ແຫ່ງເອເຊັຽ ໂດຍກະຊວງປ້ອງກັນປະເທດ ຖືຫຸ້ນ 25% ເພື່ອຮ່ວມລົງທຶນ ກັບ ບໍຣິສັດຈີນ ຕັ້ງແຕ່ປີ 2013 ຫລັງຈາກນັ້ນ ບໍຣິສັດຜູ້ລົງທຶນ ປະເຊີນກັບສະພາບບັນຫາ ດ້ານການເງິນ ຈົນໄດ້ໂຈະການກໍ່ສ້າງໄປ ເຮັດໃຫ້ໂຄງການບໍ່ແລ້ວຕາມແຜນໃນປີ 2016.
ຕໍ່ມາໃນປີ 2021, ກະຊວງປ້ອງກັນປະເທດ ໄດ້ມີການເຊັນສັນຍາ ກັບ ບໍຣິສັດຈີນຄືນໃໝ່ ເພື່ອສືບຕໍ່ການກໍ່ສ້າງ ຕືກຣາຊວົງ ພລາຊາ ໃຫ້ສຳເຣັດ ໃນປີ 2023 ນີ້, ແຕ່ປັຈຸບັນນີ້ ຕືກຣາຊວົງ ພລາຊາແຫ່ງນີ້ ກໍຍັງບໍ່ມີທ່າທີວ່າ ຈະ ກໍ່ສ້າງແລ້ວ ແລະ ເປີດຢ່າງເປັນທາງການເທື່ອ.
ດັ່ງ ຊາວລາວຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 27 ເມສາ ນີ້ວ່າ:
“ກໍບໍ່ແນ່ໃຈວ່າ ອີກດົນບໍ່ຊິແລ້ວ ເຮັດດົນແລ້ວ ຂະເຈົ້າປະເມີນຄືນໃໝ່ ຮັບຄວາມສ່ຽງຂອງຕືກຫັ້ນນ່າວ່າ ສາມາດສືບຕໍ່ໄດ້ບໍ່, ໄລຍະນີ້ຫັ້ນຂະເຈົ້າ ເຮັດຄືນໃໝ່ແລ້ວ ເພາະວ່າໂຄງການມັນໃຫຍ່ ແລ້ວ ມັນກະຊິນານແລ້ວຫັ້ນນ່າ.”
ຊາວລາວຜູ້ນີ້ກ່າວອີກວ່າ ເທົ່າທີ່ສັງເກດເຫັນ ກໍມີຄົນງານກັມມະກອນ ຈໍານວນໜ້ອຍດຽວ ທີ່ດໍາເນີນ ການກໍ່ສ້າງຢູ່ພາຍໃນຕືກຣາຊວົງ ພລາຊາ ເຊິ່ງກະບໍ່ຮູ້ວ່າ ບໍຣິສັດຜູ້ລົງທຶນ ໄດ້ເລັ່ງມືກໍ່ສ້າງ ຫລື ກໍ່ສ້າງໄປຕາມງົບປະມານທີ່ມີຢູ່ ກໍບໍ່ມີການເປິດເຜີຍ ໃຫ້ສັງຄົມຮັບຮູ້ເທື່ອ.

ຊາວລາວອີກຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ທີ່ອາສັຍຢູ່ໃກ້ກັບ ຕືກຣາຊວົງ ພລາຊາ ກ່າວວ່າ ເຫັນການກໍ່ສ້າງຕືກແຫ່ງນີ້ ມາເກືອບ 10 ປີແລ້ວ ຍັງສ້າງບໍ່ແລ້ວເທື່ອ, ເຖິງວ່າຕືກດັ່ງກ່າວ ຈະກັບມາສ້າງໃໝ່ອີກຄັ້ງ ກະບໍ່ຮູ້ວ່າຈະສ້າງເເລ້ວ ຕາມແຜນອີກ ຫລືບໍ່ ແລະ ພາຍໃນຕືກ ບໍ່ມີການໂຄສະນາ ຫລື ພາລູກຄ້າມາເບິ່ງ ເພື່ອຊື້-ຂາຍ ແລະ ເຊົ່າພື້ນທີ່ ແຕ່ຢ່າງໃດ.
ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ຍັງບໍ່ໄດ້ເປິດເທື່ອ ຂະເຈົ້າກໍາລັງປັບປຸງຢູ່ ບໍ່ແນ່ໃຈເນາະວ່າ ຂະເຈົ້າຈະເປິດໃຫ້ເຂົ້າໄປຈັບຈອງແລ້ວ ຫລື ບໍ່ ຍັງບໍ່ເຫັນຂະເຈົ້າ ເປິດ ເປັນທາງການອິຫຍັງເທື່ອນ່າ ເຫັນເຂົາແປງອິຫຍັງຢູ່ ກະບໍ່ເຫັນຂະເຈົ້າໂຄສະນາວ່າ ໃຫ້ໄປຈັບຈອງອີ່ຫຍັງໄດ້ເທື່ອ.”
ສ່ວນຊາວລາວອີກຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ກໍກ່າວວ່າ ບໍ່ເຫັນມີການເຄື່ອນໄຫວແນວໃດ ກ່ຽວກັບໂຄງການດັ່ງກ່າວ ມາຫລາຍປີແລ້ວ.
ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຕືກຣາຊວົງ ໂຕ 32 ຊັ້ນເບາະ. ບໍ່ແນ່ໃຈ ເຈົ້າ ກະກາຍໄປກາຍມາ ແຕ່ວ່າເພິ່ນຊິພ້ອມມື້ໃດ ໃຫ້ເປີດ ຫລືວ່າ ແນວໃດຫັ້ນນ່າ.”
ສ່ວນຊາວລາວອີກຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ທີ່ເປີດຮ້ານອາຫານ ຢູ່ໃກ້ກັບ ຕືກຣາຊວົງ ພລາຊາ ກ່າວວ່າ ເຖິງຈະມີການເຊັນສັນຍາ ກໍ່ສ້າງຕືກຄືນໃໝ່ ແຕ່ຕາມການສັງເກດໃນແຕ່ລະມື້ ກໍບໍ່ເຫັນມີການເຄື່ອນໄຫວຫຍັງ ແລະ ບໍ່ມີການເຂົ້າ-ອອກ ຂອງຄົນງານ ກັມມະກອນແຕ່ຢ່າງໃດ.
ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ເຂົາເຈົ້າ ໄດ້ຢຸດການກໍ່ສ້າງໄປດົນເຕີບແລ້ວ ຫັ້ນນ່າ ບໍ່ມີການເຂົ້າ-ອອກ ບໍ່ມີການເຄື່ອນໄຫວຫຍັງເລີຍ ຕືກຫັ້ນຍັງບໍທັນໄດ້ກໍ່ສ້າງ ເພີ່ມຕື່ມ ອິຫຍັງຂຶ້ນມາອີກ ຍັງຢູ່ຄືເກົ່າ ໂດຍ ທີ່ວ່າຢຸດໄປກ່ອນໂຄວິດຫັ້ນນ່າ.”
ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ບໍຣິສັດ ຣາຊວົງ ພັທນາ ຈໍາກັດ ກ່າວວ່າ ປັດຈຸບັນ ຕືກຣາຊວົງ ພລາຊາ ຍັງດໍາເນີນການກໍ່ສ້າງຢູ່ ໂດຍໂຄງການດັ່ງກ່າວນີ້ ປະກອບມີທັງໝົດ 3 ຕືກ ໄດ້ກໍ່ສ້າງສຳເຣັດແລ້ວ 1 ຕືກ ກໍຄືຕືກສູງ 32 ຊັ້ນ ເຊິ່ງຢູ່ລະຫວ່າງກາງຕົກແຕ່ງພາຍໃນ, ສ່ວນອີກ 2 ຕືກ ສູງ 15 ຊັ້ນ ຍັງຢູ່ລະຫວ່າງການກໍ່ສ້າງ ບໍ່ທັນເເລ້ວເທື່ອ.

ເຖິງຢ່າງໃດກໍຕາມ ບໍຣິສັດຜູ້ພັທນາ ໂຄງການດັ່ງກ່າວນີ້ ມີແຜນຈະກໍ່ສ້າງ ໃຫ້ສໍາເຣັດທັງໝົດໃນປີ 2023 ນີ້ ແລະ ເປີດໃຫ້ບໍຣິການຢ່າງເປັນທາງການ ໃນມື້ວັນທີ 1 ມົກຣາ 2024 ນີ້.
ດັ່ງ ເຈົ້າໜ້າທີ່ຜູ້ນີ້ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ສ້າງເປັນຕືກແລ້ວ ແຕ່ວ່າ ເຣຶ່ອງຕົກແຕ່ງພາຍໃນຫັ້ນ ຍັງບໍ່ໄດ້ເຮັດ, ທາງຕືກຫ້ອງການຫັ້ນເປິດ ໃຫ້ຈອງແລ້ວ ແຕ່ວ່າ ຕືກໂຮງແຣມ ກັບ ຕືກ ອະພາທເມັ້ນ ຢູ່ໃນໄລຍະ ກໍ່ສ້າງຢູ່ຕອນນີ້, ກໍານົດເປິດແມ່ນວັນທີ 1 ເດືອນ 1.”
ບໍຣິສັດ ຣາຊວົງ ພັທນາ ຈໍາກັດ ໄດ້ຣາຍງານເມື່ອບໍ່ດົນນີ້ ໃຫ້ຮູ້ວ່າ ສໍາລັບຕືກ ຣາຊວົງ ພລາຊາ ແມ່ນໄດ້ເຣີ່ມກໍ່ສ້າງຄືນໃໝ່ ໃນເດືອນ ພືສພາ ປີ 2022, ການກໍ່ສ້າງໄດ້ດໍາເນີນໄປຢ່າງຄ່ອງໂຕ ໃນທຸກດ້ານ, ມາຮອດປັດຈຸບັນ ແມ່ນມີ 7 ບໍຣິສັດ ທີ່ເຂົ້າມາຮ່ວມມືກໍ່ສ້າງ, ປັດຈຸບັນ ກໍາລັງ ເລັ່ງວຽກຕົກແຕ່ງຂອງຕືກຫ້ອງການ, ຄອນໂດ, ເລັ່ງວຽກ ການຕິດຕັ້ງຝາແກ້ວ,ຕິດຕັ້ງ ລິຟໄຟຟ້າ ແລະ ລະບົບໄຟຟ້າ ທັງໝົດ
ກະຊວງປ້ອງກັນປະເທດ ໃນຖານະຜູ້ຮ່ວມລົງທຶນ ແລະ ຖືຫຸ້ນ 25% ຣາຍງານວ່າ ໂຄງການກໍ່ສ້າງ ຣາຊວົງ ພລາຊາ ເປັນການຮ່ວມມື ທຸຣກິຈ ລະຫວ່າງ ກະຊວງປ້ອງກັນປະເທດ ແລະ ບໍຣິສັດ ຊົງຊີງ ຟາງເຕີ ເຊິ່ງໄດ້ເຊັນສັນຍາ ແລະ ເຣີ່ມກໍ່ສ້າງມາແຕ່ທ້າຍປີ 2013 ພາຍຫລັງເຊັນສັນຍາ, ບໍຣິສັດຈີນ ພະເຊີນ ກັບ ສະພາບ ບັນຫາດ້ານການເງິນຮຸນແຮງ ຈົນໄດ້ໂຈະການກໍ່ສ້າງໄປ ຈົນມາຮອດປັດຈຸບັນນີ້. ຕໍ່ມາໃນປີ 2021 ການນໍາລະດັບສູງ ຂອງກະຊວງປ້ອງກັນປະເທດ ໄດ້ແຕ່ງຕັ້ງ ຄນະສະເພາະກິຈແກ້ໄຂ ແລະ ຊຸກຍູ້ໂຄງການດັ່ງກ່າວ ເພື່ອຊ່ວຍເຫລືອ ຜູ້ປະກອບການລົງທຶນ ໄດ້ສືບຕໍ່ການກໍ່ສ້າງໃຫ້ສໍາເຣັດ ພາຍໃນ 2 ປີ ນັບແຕ່ມື້ລົງລາຍເຊັນສັນຍາ ກໍຄືວັນທີ 23 ທັນວາ 2021. ໂດຍການກໍ່ສ້າງ ຈະເປັນ 2 ໄລຍະຄື 6 ເດືອນ ຈາກມື້ເຊັນສັນຍາ ຈະດໍາເນີນການກໍ່ສ້າງບັນດາ ໜ້າວຽກທີ່ຍັງຄ້າງໃຫ້ສຳເຣັດ ແລະ ສາມາດເປິດບໍຣິການ ໃນກາງປີ 2022, ສ່ວນໄລຍະທີ 2 ປີ 2023 ຈະກໍ່ສ້າງ ໂຄງການຕືກຣາຊວົງ ພລາຊາ ໃຫ້ສໍາເຣັດຢ່າງສົມບູນ ແລະ ສາມາດເປິດບໍຣິການ ຮັບໃຊ້ສັງຄົມ ເຕັມຮູບແບບ.
ຕືກຣາຊວົງ ພລາຊາແຫ່ງນີ້ ຈະປະກອບມີ ໂຮງແຮມ 5 ດາວ, ຫ້ອງການ, ສູນບໍາບັດ,ສູນການຄ້າຄົບວົງຈອນ ແລະ ອື່ນໆ ຕັ້ງຢູ່ໃຈກາງນະຄອນຫລວງວຽງຈັນ ໂດຍມີມູນຄ່າກໍ່ສ້າງ ຫລາຍກວ່າ 99 ລ້ານ ໂດລ້າຣ໌ ສະຫະຣັຖ.