ເຣື້ອງທີ່ເກັບບັນທຶກໄວ້
2024-03-31
ກົມຄວບຄຸມ ພະຍາດຕິດຕໍ່ ລາຍງານວ່າ ພົບກໍລະນີສົງໄສຕິດພະຍາດ ໄຂ້ເລືອດດຳ 65 ຄົນໃນແຂວງຈຳປາສັກ, ແຕ່ເຈົ້າໜ້າທີ່ຢືນຢັນວ່າ ສາມາດຄວບຄຸມໄດ້.
2024-03-31
ມີການຕໍ່ສູ້ກັນລະຫວ່າງ ກອງກໍາລັງຊົນຊາດຊົນເຜົ່າ ແລະ ທະຫານມຽນມ້າ ຢູ່ ລັດຣະຂ່າຍ ເຮັດໃຫ້ທະຫານມຽນມ້າ 90 ຄົນ ຕ້ອງຍອມຈໍານົນ.
2024-03-30
ໃນປີ 2024 ເປັນຕົ້ນມາ, ມີການປ່ອຍນໍ້າເສຍ ລົງແມ່ນໍ້າທໍາມະຊາດ ເກີດຂຶ້ນ 3 ຄັ້ງ ແລະ ອີກບັນຫາໜຶ່ງ ກໍຄື ງົວ ແລະ ຄວາຍ ຂອງປະຊາຊົນ ຕາຍແບບບໍ່ຮູ້ສາເຫດ ຂະນະທີ່ ເຈົ້າໜ້າທີ່ສາທາ ກໍາລັງຂຸ້ນຂ້ຽວປ້ອງກັນ ການລະບາດຂອງພະຍາດສັດ.
2024-03-29
ທາງການແຂວງອັດຕະປື ໃຫ້ບໍລິສັດເອກະຊົນລາວ ຂຸດຄົ້ນ ແລະສ້າງໂຮງງານ ປຸງແຕ່ງຫີນອ່ອນ ປາໂກໄດ ທີ່ມີຄຸນຄ່າສູງ ຢູ່ເມືອງພູວົງ ຕື່ມອີກ.
2024-03-29
ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະການລົງທຶນ ລາຍງານ ອັດຕາເງິນເຟີ້ ຢູ່ລາວ ປະຈຳເດືອນມີນາ 2024 ຢູ່ໃນລະດັບ 24.98% ລວມໄຕມາດທຳອິດ ຢູ່ໃນລະດັບ 24.93% ເຊິ່ງສົ່ງຜົນກະທົບຢ່າງໜັກ ຂະນະທີ່ລັດຖະບານ ຍົກເປັນປັນຫາ ທີ່ຕ້ອງແກ້ໄຂຮີບດ່ວນ ແຕ່ຍັງຫາທາງອອກບໍ່ໄດ້.
2024-03-29
ຈໍານວນຄົນ ທີ່ສົງໄສຕິດເຊື້ອພະຍາດໄຂ້ເລືອດດໍາ ຢູ່ເມືອງຈໍາປາສັກ ແລະເມືອງສຸຂຸມາ ແຂວງຈໍາປາສັກ ແລະຢູ່ເມືອງຄົງເຊໂດນ ແຂວງສາລະວັນ ທັງໝົດ 78 ຄົນແລ້ວ.
2024-03-29
ມີການພົບເຫັນຊາວບ້ານ ຫາປາດ້ວຍການຖິ້ມລະເບີດ ໂດຍມີການເຜີຍແຜ່ຄລິບວິດີໂອ ຂອງຜູ້ໃຊ້ເຟສບຸກ ທ່ານນຶ່ງ ທີ່ກຳລັງງໂຍນລະເບີດ ລົງນໍ້າເຂດບ້ານປາກງາວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພ້ອມກັນນັ້ນໃນວິດີໂອ ຍັງປະກົດປາທີ່ຖືກຈັບໄດ້ດ້ວຍ ຂະນະທີ່ ເຈົ້າໜ້າທີ່ກຳລັງກວດສອບເບິ່ງ.
2024-03-29
ພາສາລາວ ມີມາແຕ່ດຶກດຳບັນ ແລະໄດ້ວິວັດທະນາການ ຫຼືປ່ຽນແປງມາຕະຫຼອດ; ການປ່ຽນແປງ ທີ່ສຳຄັນ ກໍແມ່ນ ການປ່ຽນຈາກການຂຽນຕາມເຄົ້າ ມາເປັນການຂຽນຕາມສຽງ.
2024-03-29
ການຕັດສິນໃຈ ປ່ຽນແປງເທື່ອນີ້ ມີຂຶ້ນ ຫຼັງຈາກ ທີ່ທາງຄະນະບໍລິຫານ ວິທຍຸເອເຊັຽເສຣີ ໄດ້ສຶກສາຄົ້ນຄວ້າ ຢ່າງຄັກແນ່ ແລະ ໄດ້ສອບຖາມ ທ່ານຜູ້ຟັງ ໃນປະເທດລາວ ທີ່ເວົ້າວ່າ ພວກເຂົາເຈົ້າ ເຂົ້າໃຈຍາກ ໃນການອ່ານຂ່າວ ຂອງພວກເຮົາ. ພວກເຮົາເປັນໜີ້ພວກທ່ານ ໃນການລາຍງານຂ່າວ ທີ່ທັນການ ແລະ ເຂົ້າເຖິງງ່າຍ.
2024-03-28
ຄົນງານລາວຖືກເອົາລັດເອົາປຽບ ຈາກນາຍຈ້າງ, ບໍ່ໄດ້ຮັບຄ່າຈ້າງ ຕາມທີ່ໄດ້ຕົກລົງໄວ້ນັ້ນ, ສ່ວນນຶ່ງເປັນຍ້ອນຂໍ້ມູນຂ່າວສານ ຄວາມຈິງ ກ່ຽວກັບແຮງງານ ຂອງທາງການ ບໍ່ທົ່ວເຖິງ, ສ່ວນໃຫຍ່ ຄົນງານລາວຈະຮູ້ໄດ້ຈາກທາງອອນລາຍນ໌ ເຊິ່ງມີທັງຖືກຕ້ອງແລະບໍ່ຖືກຕ້ອງ.
2024-03-28
ຄົນສັນຊາດອິນເດັຍ ໄດ້ຮັບການຊ່ອຍເຫລືອ ພາຍຫລັງທີ່ຖືກຕົວະໃຫ້ໄປເຮັດວຽກເປັນສະແກມເມີ້ຣ໌ ຢູ່ເຂດເສຖກິຈພິເສດສາມຫລ່ຽມຄໍາ ໂດຍການຊ່ວຍເຫຼືອໃນຄັ້ງນີ້ ສາມາດນຳເອົາຄົນສັນຊາດອິນເດັຍ ຈຳນວນ 16 ຄົນອອກມາໄດ້.
2024-03-27
ຣັຖບານລາວ ແລະ ທ່ານ ຈ້າວ ເຫວີຍ ປືກສາຫາລື ແກ້ໄຂບັນຫາ ການຄ້າມະນຸດ, ອາຊຍາກັມ ແລະ ກິຈກັມ ທີ່ຜິດກົດໝາຍ, ຄົນຕ່າງຊາດ ເຂົ້າໄປ ເຮັດວຽກ ແບບຜິດກົດໝາຍ ໃນເຂດ ເສດຖະກິຈ ພິເສດສາມຫລ່ຽມຄໍາ ຢ່າງເຂັ້ມງວດ ແລະ ຮີບດ່ວນ ເພື່ອໃຫ້ບັນຫາເຫລົ່ານັ້ນ ຫລຸດນ້ອຍລົງ.
2024-03-27
ຫ້ອງວ່າການ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ແຈ້ງການ ໃຫ້ທຸກສ່ວນ ຮ່ວມມື ຊ່ອຍຫັນສະກັດກັ້ນ ກຸ່ມຄົນເລ້ລ້ອນຂໍທານ ບໍ່ໃຫ້ໄປເຄື່ອນໄຫວຊະຊາຍ ບ່ອນແຫຼ່ງທ່ອງທ່ຽວ ໃນນະຄອນຫຼວງວຽງຈັນ ຫາກພົບເຫັນ ກໍໃຫ້ສົ່ງກັບພູມລໍາເນົາທັນທີ.
2024-03-27
ໜ່ວຍງານສາທະລະນະສຸກ ໄດ້ເຕືອນປະຊາຊົນ ໃຫ້ກວດກາເບິ່ງສິນຄ້າທີ່ໂຄສະນາເກີນຄວາມຈິງ ເພື່ອໃຫ້ແນ່ໃຈວ່າ ສິນຄ້າດັ່ງກ່າວ ມີກາ ອຢ ແລະ ເລກຈົດແຈ້ງຈາກກົມອາຫານ ແລະ ຢາ, ແລະ ຖ້າປະຊາຊົນບໍ່ແນ່ໃຈ ໃຫ້ກວດສອບຊື່ຜະລິດຕະພັນໄດ້ໃນເວບໄຊ້ ຂອງກົມອາຫານ ແລະ ຢາ.
2024-03-27
ການທີ່ ຄະນະຜູ້ນໍາ ຂອງກັມພູຊາ ເດີນທາງມາຢ້ຽມຢາມລາວ ໃນຄັ້ງນີ້ ຫຼັກໆກໍແມ່ນ ເນັ້ນການຮ່ວມມື ທາງດ້ານພະລັງງານ ໂດຍສະເພາະ ໂຄງການຕ່າງໆ ທີ່ຈະມີການຂາຍໄຟຟ້າ ໃຫ້ປະເທດກັມພູຊາ ໃນອະນາຄົດ.