ຊາວອິນເດັຍ 16 ຄົນຖືກຊ່ວຍເຫຼືອ ອອກຈາກສາມຫຼ່ຽມຄຳ

ຈຳປາທອງ
2024.03.28
ຊາວອິນເດັຍ 16 ຄົນຖືກຊ່ວຍເຫຼືອ ອອກຈາກສາມຫຼ່ຽມຄຳ ເຂດເສຖກິຈ ພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ເດືອນພຶສຈິກາ ປີ 2023.
RFA

ສະຖານທູດອິນເດັຍ ປະຈໍາລາວ ຊ່ອຍພົລເມືອງຂອງຕົນໄດ້ 16 ຄົນ ໃນເຂດເສຖກິຈພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນອາທິດນີ້. ໃນນັ້ນ ສ່ວນໃຫຍ່ຖືກນາຍໜ້າຢູ່ເມືອງມຸມໄບ ຣັຖມະຫາຣາ (Rat Mahara) ຂອງອິນເດັຍ ຕວົະມາເຮັດວຽກໃນສາຍງານ Crypto ທີ່ປະເທດໄທຍ. ແຕ່ເມື່ອມາເຖິງແຂວງຊຽງຮາຍແລ້ວ ຖືກຄົນຈີນພາໄປເຂດເສຖກິຈດັ່ງກ່າວ ແລະບັງຄັບໃຫ້ເປັນ Scammer ຫລອກລວງ ຕົວະຄົນມາລົງທຶນໃນສະກຸນເງິນ ດິຈິຕອນ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 28 ມີນານີ້ວ່າ:

ດຽວນີ້ ເຮົາຫາກໍຊ່ອຍອອກມາ 16 ຄົນອາທິດນີ້ນ່າ ສ່ວນຫລາຍແມ່ນຄົນທຸກຍາກ ຄົນຖານະປານກາງກັບທຸກຍາກ ປະຣິນຍາຕຣີກໍມີ ໂທກໍມີ ແບບຖືກຕົວະມາຜ່ານໄທຍເຈົ້າ ແລ້ວກໍເຂົາ(ຊາວຈີນ)ກໍຈະເອົາຂ້າມາລາວບໍ່ ຫລືວ່າເຂົ້າມຽນມາ ຫລືວ່າເຂົ້າກໍາປູເຈັຍ ເອົາໄປມາແລ້ວຜ່ານໄທຍ ມາຊຽງລາຍແລ້ວ ເອົາເຂົ້າສາມຫລ່ຽມທອງຄໍາເລີຍ ຖືກຕົວະມາແລ້ວ ສັ່ງໃຫ້ເຮັດກ່ຽວກັບລົງທຶນ ກ່ຽວກັບເຣື່ອງ Crypto ແຕ່ບາດມາເປັນScammer ນ່າ ໂທຫາແບບ call center ຄືຢູ່ໄທຍຫັ້ນແຫລະເຈົ້າ ບໍຣິສັດຈີນ ຈີນໝົດແຫລະ ຢູ່ສາມຫລ່ຽມທອງຄໍາ ມາຢູ່ຫັ້ນ ແບບຕົວະທົ່ວໂລກເລີຍ ມາລົງທຶນ ກ່ຽວກັບ Crypto ແບບຄວາມໝາຍຫລອກຄົນອື່ນໃຫ້ມາລົງທຶນ ໂອນເງິນມາກ່ຽວກັບ Crypto ລົງທຶນພວກ Bitcoin ສະກຸນເງິນດິຈິຕອນ ທາງນີ້ເຂົາສົ່ງ e-mail ມາລາຍງານພວກເຮົາ ແລ້ວເຮົາກໍໄດ້ເມລຈາກກະຊວງໃຫຍ່ພວກເຮົາເລີຍ ກໍເລີຍໄດ້ຈັດຕັ້ງປະຕິບັດ Take action ໃຫ້ໄວເທົ່າທີ່ຈະໄວໄດ້.

ພວກນາຍໜ້າຕົວະວ່າ ມີການຮັບສມັກງານສໍາລັບຄົນສັນຊາດອິນເດັຍ ໂດຍການສໍາພາດງ່າຍໆ ແລະທົດສອບການພິມ, ຈະໄດ້ເງິນເດືອນສູງ, ຈະຈ່ອງໂຮງແຮມ ແລະໃຫ້ປີ້ຍົນໄປ-ກັບ ແລະເຣື່ອງວີຊາກໍຈະສະດວກ, ອີງຕາມຂໍ້ມູນ ຈາກສະຖານທູດອິນເດັຍ ປະຈໍາລາວ.

ເມື່ອພວກເຂົາເຈົ້າມາເຖິງເຂດເສຖກິຈພິເສດສາມຫລ່ຽມຄໍາແລ້ວ, ຫາກພວກເຂົາເຈົ້າເຮັດວຽກບໍ່ໄດ້ຕາມເປົ້າໝາຍ ກໍຈະຖືກທໍາຮ້າຍຮ່າງກາຍ, ບໍ່ໃຫ້ກິນເຂົ້າ, ກັກຂັງ, ຂົ່ມຂູ່, ຮຽກຄ່າໄຖ່ ແລະເຮັດວຽກບໍ່ໄດ້ເງິນ ດັ່ງເຈົ້າໜ້າທີ່ຄົນດັ່ງກ່າວເວົ້າວ່າ:

ເຮັດບໍ່ໄດ້ເປົ້າ ເຂົາກໍບໍ່ໃຫ້ເງິນເດືອນ ບໍ່ໃຫ້ກິນເຂົ້າ ແລ້ວກໍກັກຂັງໜ່ວງໜ່ຽວ ສ່ວນຫລາຍກໍຈະຂູ່ວ່າ ເອົາເງິນມາແມ ເງິນຮຽກຄ່າໄຖ່ເວົ້າງ່າຍໆນໍ ແລ້ວກໍຊິຂັງຄຸກ ບາງທີມັນຂູ່ຊື່ໆແຫລະ ແຕ່ສຸດທ້າຍກໍເຮັດຫຍັງບໍ່ໄດ້ ກໍໄດ້ປ່ອຍ ສ່ວນຫລາຍມັກທຸບ ກໍເອົາແຕ່ຄ້ອນຕີຫັ້ນນະ ບາງເທື່ອກໍໃຫ້ໂມ່ມດິ ສ່ວນຫລາຍເຂົາບໍ່ໃຫ້ເງິນເດືອນ ເວົ້າງ່າຍໆ ຄືບໍ່ໃຫ້ເງິນເດືອນແລ້ວ ເຂົາຈະຟ້ອງ ສ່ວນຫລາຍແມ່ນບໍ່ຮອດເດືອນ ບາງເທື່ອບໍ່ຮອດເດືອນ ບໍ່ຮອດສອງເດືອນ ເຂົາຈະຮູ້ວຽກ ໂອຍມັນບໍ່ແມ່ນ ວຽກທີ່ເຂົາຕົກລົງກັນໄວ້ແລ້ວ ແລ້ວເຂົາຈະລາຍງານໄປ.

ທີ່ຜ່ານມາ ຈົນຮອດປັດຈຸບັນ ເຈົ້າໜ້າທີ່ຕໍາຣວດອິນເດັຍ ພະຍາຍາມຈັບຜູ້ຢູ່ເບື້ອງຫລັງຂອງຂະບວນການຄ້າມະນຸດນີ້. ມາເຖິງວັນທີ 26 ມີນານີ້ ຕໍາ
ຣວດໜ່ວຍປາບປາມອາຊຍາກໍາທີ 8 ຂອງອິນເດັຍ ສາມາດຈັບຜູ້ຕ້ອງຫາ ທີ່ີເປັນໂຕການໃຫຍ່ໄດ້ 2 ຄົນ ໃນຂໍ້ຫາຄ້າມະນຸດ ແລະຫລອກລວງ ລັກເອົາຊາວໜຸ່ມອິນເດັຍ ປະມານ 25 ຄົນຫາ 30 ຄົນ ໄປປະເທດລາວແບບຜິດກົດໝາຍ ດັ່ງທີ່ທ່ານກ່າວວ່າ:

ອິນເດັຍນີ້ ອິນເດັຍເປັນນາຍໜ້າ ຫາກໍຖືກຈັບສອງຄົນ ທີ່ເປັນໂຕຫລັກເດ ຫາກໍຈັບໄດ້ຢູ່ມຸມໄບ ພວກເອເຢັນຈັດຫາງານ ເປັນຄົນອິນເດັຍ ແບບຄົນທີ່ຕິດຕໍ່ນາຍໜ້າມາເຮັດວຽກຢູ່ລາວ ຫລືຢູ່ໄທຍຫັ້ນ ຄົນຫລັກເດ ແບບເປັນເອເຢັນໃຫຍ່ເລີຍຫັ້ນນະ ແບບໂກກາງ ເວົ້າງ່າຍໆ ເພາະວ່າເຂົາສົກສວຍໂອກາດ ຄົນອິນເດັຍຫວ່າງງານຫລາຍນໍ ແລ້ວປະຊາກອນກໍອັນດັບນຶ່ງຂອງໂລກແຫລະ ຄົນທີ່ບໍ່ມີການວິເຄາະ ພວກທີ່ຢູ່ຫ່າງໄກ ສອກຫລີກແຫລະ ຕົວະມາລົງທຶນ ບາງເທື່ອກໍຜ່ານນາຍໜ້າຈ້າງງານແດ່ ເຂົາຈ່າຍເງິນມາ ເອົາໄປເອົາມາ ບໍ່ໄດ້ວຽກຕາມທີ່ຄິດຫັ້ນນະ.

ເຈົ້າໜ້າທີ່ທີ່ກ່ຽວຂ້ອງອີກທ່ານນຶ່ງ ກໍເວົ້າວ່າ ຄົນອິນເດັຍທີ່ຖືກຕົວະມາເຮັດວຽກນັ້ນ ໄດ້ຂໍຄວາມຊ່ອຍເຫລືອ ຈາກທາງການລາວ ໃນແຕ່ລະມື້ຫລາຍຄົນ.

ອິນເດັຍນີ້ ມີຫລາຍນ່ານ້ອງ ແຕ່ລະມື້ ຂໍການຊ່ອຍເຫລືອຫລາຍ ອິນເດັຍນ່າ ອິນເດັຍຫລາຍ ອັນມື້ວານນື້ ກໍ 2-3 ຄົນນີ້ 30 ປາຍຄົນແລ້ວເດ ຂໍການຊ່ອຍເຫລືອຫັ້ນ ອີງຕາມໜັງສືຂອງກະຊວງການຕ່າງປະເທດ ແລ້ວກໍສະຖານທູດ ໂຕນັ້ນນ່າ ກະຊວງການຕ່າງປະເທດສເນີມາແລ້ວ ໄດ້ບັນທຶກສັງລວມຂໍ້ມູນໄວ້ ສະເພາະປີ 2024 ກໍຍັງໃຫ້ການຊ່ອຍເຫລືອຢູ່ເກາະ ຂໍ້ມູນມັນຍັງບໍ່ໍຊັດເຊນຫັ້ນນະ ແບບວ່າ ເຂົາສົ່ງຂໍ້ມູນມາໃຫ້ທາງເຈົ້າໜ້າທີ່ເພີ່ນບໍ່ລະອຽດ ເວລາເພິ່ນໄປຊອກ ແລ້ວມັນບໍ່ເຫັນຫັ້ນນະ ເຮົາບໍ່ຮູ້ທີ່ຢູ່ ທີ່ແນ່ນອນ ຄວາມໝາຍຫັ້ນນະ.

ແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງອີກທ່ານນຶ່ງ ກໍກ່າວວ່າ ເວົ້າສະເພາະການຊ່ອຍເຫລືອ ພົລເມືອງອິນເດັຍ ທີ່ຖືກຫລອກລວງມາເຮັດວຽກຢູ່ໃນເຂດທີ່ວ່ານີ້ ຈະຕ້ອງໄດ້ໃຊ້ເວລາ, ພວກເຂົາເຈົ້າຕ້ອງໄດ້ສົ່ງຄໍາຮ້ອງ ຂໍຄວາມຊ່ອຍເຫລືອ ໄປຫາພາກສ່ວນທີ່ກ່ຽວຂ້ອງ ໂດຍຕ້ອງໄດ້ລະບຸສີຕຶກ, ເລກຫ້ອງ, ບໍຣິສັດ ແລະອື່ນໆ ທີ່ຈໍາເປັນຄັກແນ່.

ທີ່ຜ່ານມາ ເຮົາກໍເຮັດໜັງສືຜ່ານໄປແລ້ວ ແຕ່ມັນຕ້ອງໃຊ້ເວລາ ແຕ່ທີ່ເຄີຍຊ່ອຍມາ ມັນກໍມີຫລາຍ ກໍຄືວ່າແຫລະ ຄັນເປັນລະບົບມັນຕ້ອງໃຊ້ເວລາ ທີ່ຜ່ານມາ ແມ່ນຜູ້ກ່ຽວຫັ້ນ ຫລືວ່າອົງກອນຫັ້ນສົ່ງໄປນໍ ສົ່ງໄປທາງກະຊວງ ແລ້ວກະຊວງສົ່ງມາຜ່ານມາ ແລ້ວເຮົາຊິສເນີຜ່ານຕໍ່ທາງເຂດອີກບາດນຶ່ງ ໃຫ້ເຂົາເຈົ້າຊ່ອຍຫັ້ນນະ.

ນອກຈາກພົລເມືອງອິນເດັຍນີ້ແລ້ວ ກໍຍັງມີຄົນອີກຫລາຍສັນຊາດ ທີ່ຖືກຕົວະມາເຮັດວຽກຢູ່ໃນເຂດເສຖກິຈພິເສດສາມຫລ່ຽມຄໍານີ້ ຮວມທັງຄົນມາເລເຊັຍ ແລະເກົາຫລີໃຕ້ນໍາດ້ວຍ ດັ່ງເຈົ້າໜ້າທີ່ທີ່ຂ້ອງຄົນທໍາອິດໄດ້ເວົ້າວ່າ:

ມີຫລາຍສັນຊາດຢູ່ນໍ ມາເລເຊັຍອິຫຍັງ ກໍຖືກເກົາຫລີອີ່ຫຍັງ ກໍຖືກ ແຕ່ວ່າເຮົານີ້ໂຟກັດແຕ່ຂອງສັນຊາດພວກເຮົາເອງ ຄົນພົລເມືອງອິນເດັຍ ບາງຄົນເຂົາກໍບໍ່ມີນໍ ເຂົາກໍມາຫັ້ນນະ.

ເວັບໄຊ ຂອງສະຖານທູດອິນເດັຍ ປະຈໍາລາວ ວັນທີ 28 ມີນານີ້ ປະກາດເຕືອນຊາວອິນເດັຍ ທີ່ກໍາລັງຈະຕັດສິນໃຈ ມາເຮັດວຽກຂາຍ ດິຈິຕອນ ແລະເປັນຜູ້ບໍຣິຫານການຕລາດ ຫລືບໍຣິການສນັບສນູນລູກຄ້າ ຢູ່ປະເທດໄທຍ ແລະລາວ ຜ່ານໂຕແທນຢູ່ດູໄບ, ບັງກອກ, ສິງກະໂປ ແລະອິນເດັຍ ໃຫ້ລະວັງຈະຖືກຫລອກ ມາເຮັດວຽກເປັນ ແກ໊ງ call center ເພື່ອຫລອກລວງຜູ້ຄົນ ໃຫ້ມາລົງທຶນ ໃນສະກຸນເງິນ ດິຈິຕອນ ຢູ່ເຂດເສຖກິຈພິເສດສາມຫລ່ຽມຄໍາ ທີ່ປະເທດລາວ.

ເວັບໄຊນີ້ ໃຫ້ຂໍ້ມູນວ່າ ຢູ່ປະເທດໄທຍ ແລະລາວ ບໍ່ອະນຸຍາດໃຫ້ມີການຈ້າງງານ ດ້ວຍການໃຊ້ Visa on arrival ແລະທາງການລາວ ບໍ່ໄດ້ອະນຸຍາດໃຫ້ຊາວອິນເດັຍ ທີ່ມີວີຊາແບບນັ້ນເຮັດວຽກ, ມີຫລາຍກໍຣະນີ ທີ່ຊາວອິນເດັຍ ຕິດກັບຂອງພວກຄ້າມະນຸດ, ຂໍໃຫ້ລະມັດລະວັງ ແລະກວດສອບປະວັດ ຂອງໂຕແທນຈັດຫາງານ ແລະບໍຣິສັດນັ້ນ ກ່ອນຈະຮັບຂໍ້ສເນີໄປເຮັດວຽກຢູ່ປະເທດລາວ. ຫາກຕ້ອງການຄວາມຊ່ອຍເຫລືອ ກໍໃຫ້ຕິດຕໍ່ໄປຍັງສະຖານທູດອິນເດັຍ ປະຈໍາລາວໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.