ການປັບປ່ຽນຮູບແບບ ການຂຽນພາສາລາວ ຂອງວິທຍຸເອເຊັຽເສຣີ

RFA
2024.03.29
ການປັບປ່ຽນຮູບແບບ ການຂຽນພາສາລາວ ຂອງວິທຍຸເອເຊັຽເສຣີ ການຂຽນພາສາລາວເກົ່າ ແລະ ລາວໃໝ່. ເດືອນພຶດສະພາ 2024.
RFA

ສະ​ບາຍ​ດີ ທ່ານຜູ້ຟັງ ທີ່ເຄົາລົບ...

ຂ້າ​ພະ​ເຈົ້າ ຈ​ເຣີນ​ສຸ​ຂ, ຜູ້ອຳ​ນວຍ​ການ ວິ​ທ​ຍຸເອ​ເຊັຽເສ​ຣີ, ພະ​ແນກພາ​ສາ​ລາວ, ໄດ້​ຖືກມອບ​ໝາຍ ໃຫ້​ອ່ານ ຄຳ​ປະ​ກາດ ກ່ຽວກັບ ການ​ຕັດ​ສິນ​ໃຈ ຂອງ​ຄະ​ນະ​ບໍ​ລິ​ຫານ ວິ​ທ​ຍຸເອເຊັຽເສ​ຣີ, ກ່ຽວ​ກັບ ການ​ໃຊ້​ພາ​ສາ​ລາວໃໝ່, ໂດຍ​ສະ​ເພາະ ແມ່ນ​ຮູບ​ແບບການ​ຂຽນ, ໃນ​ລາຍ​ການ​ ຂອງວິ​ທ​ຍຸເອ​ເຊັຽເສ​ຣີ.

ພວກທ່ານ ອາດຮູ້ແລ້ວວ່າ ນັບແຕ່ ວັນທີ່ 30 ເດືອນມິນາ ປີ 2024 ເປັນຕົ້ນໄປ, ວິທຍຸເອເຊັຽເສຣີ (Radio Free Asia) ຈະປ່ຽນໄປໃຊ້ພາສາລາວໃໝ່, ​ໂດຍ​ສະ​ເພາະ ແມ່ນ​ຮູບ​ແບບການ​ຂຽນ ຫລື​ວ່າ ການ​ສະ​ກົດ, ແຕ່ໃນຂະນະດຽວກັນ ກໍຍັງຈະເລືອກອອກລາຍການບາງຢ່າງ ເປັນພາສາລາວເດີມ ແລະ ຍັງ​ຄົງ​ຮັກ​ສາການ​ສະ​ກົດ ຊື່ ຂອງວິ​ທ​ຍຸເອ​ເຊັເສ​ຣີ ໄວ້​ຄື​ເກົ່າ.

ການຕັດສິນໃຈ ປ່ຽນແປງເທື່ອນີ້ ມີຂຶ້ນ ຫຼັງຈາກ ທີ່​ທາງ​ຄະ​ນະ​ບໍ​ລິ​ຫານ ວິ​ທ​ຍຸເອ​ເຊັຽເສ​ຣີ ໄດ້ສຶກສາຄົ້ນຄວ້າ ຢ່າງຄັກແນ່ ແລະ ໄດ້​ສອບຖາມ ທ່ານຜູ້ຟັງ ໃນປະເທດລາວ ທີ່ເວົ້າວ່າ ພວກເຂົາເຈົ້າ ເຂົ້າໃຈຍາກ ໃນການອ່ານຂ່າວ ຂອງພວກເຮົາ. ພວກເຮົາເປັນໜີ້ພວກທ່ານ ໃນການລາຍງານຂ່າວ ທີ່ທັນການ ແລະ ເຂົ້າເຖິງງ່າຍ.

ການປ່ຽນແປງ ໃນເທື່ອນີ້ ເກີດຂຶ້ນ ໂດຍທີ່ທ່ານ ບໍ່ຕ້ອງສູນເສຍ ສິ່ງທີ່ທ່ານ ຄວນໄດ້ຮັບ ແລະ ຄາດຫວັງ: ນັ້ນກໍຄື ການສະເໜີຂ່າວ ທີ່ອຸທິດ ໃສ່ຄວາມຈິງ ແລະ ຄວາມໂປ່ງໃສ.

ພວກທ່ານ ຄວນໝັ້ນໃຈໄດ້ວ່າ ການສະເໜີຂ່າວ ແບບນັ້ນ ຈະດຳເນີນ ສືບຕໍ່ໄປ.

ຂອບໃຈ ທີ່ເລືອກຕິດຕາມ ວິທຍຸເອເຊັຽເສຣີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ຄົນລາວ ເຊື້ອຊາດລາວ ແລະ ໄຊ້ພາສາລາວທີ່ຮຽນມາ
Mar 30, 2024 04:51 AM

ຂໍຮຽໜທ່ານຜູ້ອຳນວຍການ ວິທະຍຸ ເອເຊັຍເສຣີ ທີ່ນັບຖື
ໄດ້ອ່ານບົດຄວາມ ແລະການຕັດສີນໃຈຂອງ ຄນະຮັບຜິດຊອບສະຖານີ ຂອງທ່ານ ພົບວ່າ ນັ້ນ ເປັນຄວາມຈຳເປັນຂອງພວກທ່ານ ແຕ່ ຂ້າພະເຈົ້າຄິດວ່າ ບໍ່ມີຄວາມຈຳເປັນຈະຕ້ອງປະຕິບັດນາມເຈດຈຳນົງຂອງທ່ານ ເພາະ ທ່ານຈະຕ້ອງເຂົ້າເຂົ້າໃຈດີວ່າ ປນານມາຫລາຍປີແລ້ວ ທີ່ມີລາວຖືກແບ່ງແຍກອອກເປັນສອງລາວ ສ່ວນລາວທີ່ເປັນອົພະຍົບມາຢູ່ຕ່າງປະເທດນັ້ນ ທາງການ ສປປລ ບໍ່ໄດ້ໃຫ້ຄວາມສຳຄັນໃນເຮື້ອງສັນຊາດ ທີ່ຍັງເຫລືອ ກໍພຽງແຕ່ ເຊື້ອຊາດລາວເທົ່ານັ້ນ ສ່ວນຄົນລາວ 100 ເປີເຊັນນັ້ນແມ່ນຢູ່ໃນແຜ່ນດີນລາວ, ດັ່ງນີ້ ພວກເຮົາລາວນອກປະເທດ ກໍຈະບໍ່ສາມາດປະຕິບັດໄດ້ຕາມການຕັດສີນໃຈຂອງພວກທ່ານ. ທ່ານບໍ່ຕ້ອງຫວັນກົວວ່າ ລາວນອກຈະລືມຄວາມເປັນລາວ ມີສີ່ງດຽວກໍຄືຕັດສີນໃຈໃຫ້ຄວາມສຳຄັນໃນຂໍ້ສເນີ ແລະ ການລົງມະຕິ ທີ່ນອນຢູ່ໃນຣະບອບກອມມູຍນີສປັດຈຸບັດ.

Khamphiou Rassavong
Apr 21, 2024 07:19 AM

ຂ້າພຣະເຈົ້າໃນນາມ ຄຣູສອນພາສາລາວມາກ່ອນທີ່ປະເທດລາວສມັຍກ່ອນ ຢາກຂໍອອກຄຳເຫັນໜ້ອຍນຶ່ງກ່ຽວກັບເຣື່ອງນີ້ ຂ້າພຣະເຈົ້າຢາກໃຫ້ຮັກສາການສະກົດແບບເກົ່າໄວ້ແດ່ເພາະບາງກໍຣະນີພວກເຮົາກໍຍັງຕ້ອງການແທ້ໆ ໂດຍສເພາະຕົວອັກສອນ ຕົວ ຣ ຂ້າພຣະເຈົ້າຄິດວ່າຈະລົບຖີ້ມແລະບໍ່ໃຊ້ເລີຍນັ້ນບໍ່ໄດ້ເດັດຂາດ. ໃນປະເທດອະເມຣິການີ້ຂ້າພຣະເຈົ້າກໍເຄີຍໄດ້ແປປື້ມແລະບັນທຶກສຳຄັນຫລາຍສບັບແລະຕົວອັກສອນ ຕົວ ຣ ນີ້ຍັງໄດ້ໃຊ້ສເມີມາແລະບາງຄັ້ງທີ່ເຮົາໃຊ້ພາສາລາວເຮົາຊ່ວຍໃຫ້ຄົນລາວເກົ່າແກ່ໃຫ້ອ່ານພາສາອັງກິດໄດ້ສະບາຍຂື້ນ ຖ້າບໍ່ດັ່ງນັ້ນປະໂຍກຫລືຂໍ້ຄວາມຈະບໍ່ຕຣົງກັບເປົ້າໝາຍເດັດຂາດເຊັ່ນ ຄຳວ່າ Program ພາສາລາວຈະຕ້ອງໄດ້ຂຽນວ່າ ປໂຣ ກແຣມ ຈຶ່ງຈະໄດ້ ຖ້າຂຽນວ່າ ປະໂລກະແລມ ແລະອ່ານຕາມນັ້ນ ຄົນອະເມຣິກັນຈະບໍ່ເຂົ້າໃຈເລີຍ.

Anonymous
May 07, 2024 11:32 AM

they are both wrong

ຄຳຜາຽ
May 13, 2024 10:25 PM

ຂ້ອຍອ່ານ ຄຳອະທິບາຍ ຂ້າງເທິງນີ້ແລ້ວ ເຫັນວ່າ ພວກເຈົ້າກຳລັງຈະດຳເນິນ ກິດຈະການ ໄປທາງບໍ່ຖືກຕ້ອງ ອັນມີເນື້ອໃນໃຈຄວາມ, ເຫດຜົນ ແລະອື່ນໆ ທີ່ຈະປ່ຽນແປງ ພາສາລາວ ໄປໃນທາງທີ່ຕົນເອງເຫັນວ່າ ເໝາະສົມ.
ຄຳຕອບ ແລະ ການສເນີ ຫຼືຄວາມຄິດຄວາມເຫັນຂອງຂ້ອຍແລ້ວ.. ລະແມ່ນວິທີ ທີ່ໃຊ້ພາສາລາວໃຫ້ຖືກຕ້ອງນັ້ນ ຕ້ອງໃຫ້ຖືເອົາໄວຍະກອນລາວ ເປັນຫຼັກ (ຂ້ອຍເອງ ກໍ່ຫວັງວ່າກະຊວງສຶກສາທິການລາວ ຄົງຈະມີໄວຍະກອນ ຢູ່ແລ້ວ)
ກ່ຽວກັບຣະບຽບຂອງພາສາແລ້ວ ເຮົາຕ້ອງໄດ້ຮູ້ຈັກໃຫ້ແຈ່ມແຈ້ງ ໃນ "ນິຍາມ" ຂອງໄວຍະກອນເສັຍກ່ອນ... ແລະເຮົາທຸກຄົນທີ່ໃຊ້ພາສາລາວຮ່ວມກັນ ເຮົາຄວນໃຫ້ຄວາມສຳຄັນ ແລະເຄົາຣົບນັບຖື ຫຼັກເກນ ຂອງປະເທດລາວ.
ເອົາລະ..ເວົ້າສ່ຳນີ້ ກະຫວັງວ່າຄວາມຄຶດເຫັນຂອງຂ້ອຍ ຈະຊ່ວຍໃຫ້ຄວາມກະຈ່າງແຈ້ງໄດ້ ບໍ່ຫຼາຍກໍ່ນ້ອຍ.
ຕົວຢ່າງ.. ຮູບພາບທີ່ທ່ານ ເອົາມາປະກອບໃນບົດຄວາມນີ້ ພວກເຈົ້າກໍ່ເຣີ້ມຂຽນຜິດແລ້ວ. (ຂ້ອຍໄປຕະຫລາດ..ຫຼືຂ້ອຍໄປຕລາດ ກໍ່ຜິດແລ້ວ ຄຳວ່າໄປ ຄວນໃຊ້ ສຣະ ໄອ ໄມ້ມະລາຍ ບໍ່ແມ່ນໄມ້ມ້ວນ..)
ຕົວຢ່າງທີ່ 2 ຄັນເຮົາຈະເອົາພາສາອັງກິດ ມາຂຽນ ເຮົາກໍ່ຄວນໃຊ້ການຂຽນ ໃຫ້ມັນຖືກກັນກັບ ໄວຍະກອນ ຂອງປະເທດນັ້ນນັ້ນ...ບໍ່ແມ່ນຊິໃຊ້ວິທີໃດວີທີໜຶ່ງ ມາດັດແປງ..ກົດຣະບຽບໂຕໜັງສື ຂອງປະເທດນັ້ນ...

Lyly
May 22, 2024 11:17 AM

Both wrong.

Lyly
May 22, 2024 11:19 AM

Both wrong.

ຄຳຜາຽ
Jun 15, 2024 10:01 AM

ເຫັນວ່າມີ "Lyly
Both wrong" ວ່ານັ້ນ ຄືບໍ່ເຫັນໃຫ້ຄຳອະທິບາຍ, ຄຳຊີ້ແຈງ ຫຼື ພິສູດວ່າ "ມັນຜິດ".
It is not enough to say that they are wrong...But they need to be proven or explained.
c'est trop facile de dire que tous les deux categorys sont faux...Mais la preuve ou des explications, en plus tous les references devraient etre justifier...