ຄົນງານລາວ ຈຳນວນບໍ່ໜ້ອຍ ເຂົ້າບໍ່ເຖິງຂໍ້ມູນຄວາມຈິງ ຕລາດແຮງງານ
2024.03.28

ປັດຈຸບັນ ກໍາມະກອນລາວຈໍານວນບໍ່ໜ້ອຍ ບໍ່ໄດ້ຮັບຄ່າຈ້າງ ຕາມທີ່ໄດ້ຕົກລົງກັນໄວ້ ຫລັງເຮັດວຽກແລ້ວ ຍ້ອນພວກເຂົາເຈົ້າ ເຮັດວຽກນໍານາຍຈ້າງ ທີ່ບໍ່ໜ້າເຊື່ອຖື ຂະນະທີ່ຂໍ້ມູນຂ່າວສານ ກ່ຽວກັບຕລາດແຮງງານ ຂອງທາງການ ຢູ່ລາວ ຍັງໄປບໍ່ທົ່ວເຖິງ ຊຶ່ງສ່ວນນຶ່ງ ກໍຮູ້ທາງອອນລາຍ, ຢູ່ລາວຫາວຽກຍາກ ອີງຕາມຄໍາເວົ້າຂອງກໍາມະກອນຊາວລາວ ຢູ່ນະຄອນຫລວງວຽງຈັນຜູ້ນຶ່ງ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 28 ມິນານີ້.
“ແມ່ນແຫລະທາງອອນລາຍນ ແລ້ວກໍທາງເມເສຈ ນ່າ ອໍ ອັນນີ້ເຮົາສິບໍ່ຮູ້ເຮົາເພາະວ່າເຮົາເຫັນແລ້ວ ເຮົາສິມາເຮັດແຕ່ເຮົາຕ້ອງເມເສຈຖາມວ່າ ມີແທ້ຫລືວ່າຕົວະຈັ່ງຊີ້ນ່າ ອີງຕາມຜູ້ມາສມັກແລ້ວກໍຜູ້ສົນໃຈ ແຕ່ຂ້ອຍນີ້ ເຮົາຍັງສົນໃຈຢູ່ ແຕ່ເຮົາວ່າ ກໍຄືວ່າຫັ້ນແຫລະວ່າມີຈິງ ໄດ້ເຮັດຫລືບໍ່ໄດ້ເຮັດເນາະ ຕ້ອງໄດ້ສຶກສາລາຍລະອຽດກ່ອນ ໂອ໋ ຢູ່ລາວນີ້ຫາວຽກຍາກ ເພາະວ່າເຮົາບໍ່ມີຄວາມຮູ້ ບໍ່ມີ. ແລ້ວມັນຊອກວຽກຍາກເນາະ ໄປເຮັດວຽກຢູ່ບ່ອນໃດ ເຮົາກໍບໍ່ມີພີ່ມີນ້ອງ ກໍບໍ່ມີພີ່ມີນ້ອງຊ່ວຍ ແລ້ວກໍເຮັດຍາກນ່າ.”
ຍ້ອນຂໍ້ມູນຂ່າວສານ ກ່ຽວກັບຕລາດແຮງງານ ຢູ່ລາວ ຍັງບໍ່ທັນມີຄວາມພ້ອມ ຈຶ່ງເຮັດໃຫ້ນາຍຈ້າງ ແລະຄົນງານ ຈໍາເປັນຕ້ອງໄດ້ຕິດຕໍ່ປະສານງານກັນ ຜ່ານທາງເຟສບຸກ, ເຮັດໃຫ້ຄົນງານລາວຈໍານວນນຶ່ງ ຖືກນາຍຈ້າງໂກງຄ່າແຮງງານ ຫລືບໍ່ຈ່າຍຄ່າຈ້າງ ຕາມທີ່ໄດ້ຕົກລົງກັນໄວ້ ກ່ອນເຂົ້າເຮັດວຽກ ດັ່ງກໍາມະກອນກໍ່ສ້າງ ຢູ່ນະຄອນຫລວງວຽງຈັນ ຜູ້ນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:
“ມີໆໆ ມີ ໂດຍ ກົງກັນຫັ້ນນ່າ ແມ່ນ ໂກງຄ່າແຮງງາ ນ ບາງເທື່ອກໍເອົາແຮງງານໄປເຮັດວຽກແບບ ເອີ ໄປໃຫ້ຈັກມື້ ມື້ນຶ່ງ 180,000 200,000 ຈັ່ງຊີ້ນ່າແລ້ວກໍໄປ ຮອດໜ້າງານໂຕຈິງແລ້ວກໍເຮັດ ແລ້ວກໍບໍ່ໃຫ້ຕາມທີ່ໄດ້ເວົ້າກັນ ແລ້ວກໍເຮັດໄປເລື້ອຍໆ ເຮັດໄປເລື້ອຍໆເລີຍ ເຮັດຮອດເດືອນແລ້ວກໍເງິນກໍບໍ່ໄດ້ຕາມທີ່ເວົ້າຫັ້ນນ່າ ເພິ່ນບໍ່ໃຫ້ຕາມນັ້ນ ເພິ່ນບໍ່ໃຫ້ໂຕຈິງ ບາງເທື່່ອກໍມື້ລະ 100,000 ຈັ່ງຊີ້ນ່າ.”
ພ້ອມດຽວກັນນັ້ນ ຜູ້ຮັບເໝົາກໍ່ສ້າງ ຢູ່ແຂວງພາກເໜືອຂອງລາວ ຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ເຖິງນາຍຈ້າງ ທີ່ຕ້ອງການຄົນງານ ໄປເຮັດວຽກນໍານັ້ນວ່າ ພວກເຂົາເຈົ້າ ບໍ່ມີຊ່ອງທາງ ໃນການທີ່ຈະປະກາດຫາຄົນງານ, ຈໍາເປັນຕ້ອງໃຫ້ຄົນງານ ທີ່ເຄີຍເຮັດວຽກນໍາ ເປັນຜູ້ແນະນໍາໝູ່ຄູ່ໃຫ້.
“ຕ້ອງເຮັດໃຫ້ເຂົາເຊື່ອເຂົາຈຶ່ງຈະໄປນໍາຫັ້ນນ່າ ໄປຕໍ່ໝູ່ຕໍ່ໝູ່ນໍາ ເຂົ້າໃຈບໍ່ເນາະ ກໍມີແຕ່ວ່າຂ້າງເຂົາ ນ້ອງກັບອ້າຍຄືວ່າຮູ້ຈັກ ລົມກັນຖືກ... ແລ້ວກໍໂອເຄ ກໍຕ້ອງເອົາຜູ້ນຶ່ງມາກ່ອນ ນ້ອງວ່າເຊື່ອອ້າຍວ່າຫັ້ນນ່າ ເອົ໋າ 2 ຄົນເຊື່ອກັນ ເຂົ້າໃຈບໍ່ ລົມເຂົ້າໃຈກັນຫັ້ນນ່າ ກໍຕ້ອງຫົວໜ້າ ເຮົາເປັນຄົນຄຸ ຫົວໜ້າຕ້ອງເຮັດດີນໍາເຂົາ ຕ້ອງເຮັດດີນໍາເຂົາກ່ອນຫັ້ນນ່າ.”
ທີ່ຜ່ານມາ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ໃຫ້ຂໍ້ມູນ ກ່ຽວກັບ ຕລາດແຮງງານ ຈໍານວນນຶ່ງ, ແຕ່ສ່ວນຫລາຍ ແມ່ນເປັນວຽກທີ່ຕ້ອງໃຊ້ວິຊາສະເພາະ ຄວາມຮູ້ ຄວາມສາມາດ ຫລືເໝາະ ສໍາລັບຜູ້ຕ້ອງການເດີນທາງໄປເຮັດວຽກໄລຍະສັ້ນ ດ້ານກະສິກໍາ ຢູ່ປະເທດເກົາຫລີໃຕ້ ໃນຂະນະທີ່ຄົນງານລາວ ຊຶ່ງສ່ວນຫລາຍ ຈະລົງເຟສບຸກກຸ່ມຫາງານ ເປັນງານກໍ່ສ້າງ ດັ່ງຄົນລາວທີ່ຢູ່ໃນຣະຫວ່າງການຊອກວຽກງານເຮັດ ຢູ່ນະຄອນຫລວງວຽງຈັນ ເວົ້າວ່າ:
“ຖ້າແມ່ນຄົນລາວສ່ວນຫລາຍນີ້ຂະເຈົ້າ ຈະລົງເຟສລົງກຸ່ມຫັ້ນນ່າ ເຟສນີ້ມັນຈະສ່ວນຫລາຍເປັນວຽກກໍ່ສ້າງໄດ໋ ຢູ່ເມືອງລາວ ໂອ້ ວຽກຂແນງການ ອື່ນນີ້ ນອກຈາກຂະເຈົ້າໄປນໍາກົມແຮງງານ ສ່ວນຫລາຍມັນກໍໄປເຮັດວຽກຢູ່ເກົາຫລີ ສ່ວນຫລາຍຄົນລາວ ເອີເຈົ້າກໍເຂົ້າໄປຫ້ອງການກົມແຮງງານຫັ້ນນ່າ ສ່ວນຫລາຍມັນບໍ່ຢາກມີດອກຄົນລາວ ຂະເຈົ້າເຮັດແຕ່ວຽກກໍ່ສ້າງ ຄັນຂະເຈົ້າໄປເຮັດຢູ່ໄທຍກໍໄປເຮັດກໍ່ສ້າງຂາຍເຄື່ອງແນວນັ້ນໆຫັ້ນນ່າ ບໍ່ ຕົວະຍົວະສ່ວນຫລາຍມັນເວົ້າເຣື່ອງນາຍ.”
ແລະເຖິງແມ່ນວ່າ ການໂຄສນາປະຊາສໍາພັນ ແລະການຊ່ອຍເຫລືອ ໃຫ້ຄົນງານລາວ ສາມາດເຂົ້ເຖິງແຫລ່ງຂໍ້ມູນ ກ່ຽວກັບຕລາດແຮງງານ ຈະຖືກກໍານົດໄວ້ ຢູ່ໃນກົດໝາຍ ວ່າດ້ວຍການຈັດຫາງານ ແລະດໍາຣັຖ ວ່າດ້ວຍການຈັດຫາງານກໍດີ ແຕ່ຖານຂໍ້ມູນດັ່ງກ່າວ ຍັງບໍ່ມີຄວາມພ້ອມ ທີ່ຈໍາເປັນຕ້ອງໄດ້ພັທນາຕື່ມ. ທ່ານ ພຸດທະວົງ ທໍາມະຈັກ ຫົວໜ້າຜແນກຂໍ້ມູນຂ່າວສານ ຕລາດແຮງງານ ກົມຈັດຫາງານ ໄດ້ນໍາສເນີບັນຫາ ກ່ຽວກັບລະບົບຈັດຫາງານ ໃຫ້ແກ່ຄົນງານລາວ ພາຍໃນປະເທດ ໃນພິທີເປີດງານ Job Fest 2024 ຢູ່ນະຄອນ ຫລວງວຽງຈັນ ເມື່ອວັນທີ 22 ມີນານີ້ວ່າ:
“ເນາະ ມີຄວາມປອດພັຍເປັນລພບົບຂອງຣັຖບານ ມີການຢັ້ງຢືນໂຕຕົນວ່າ ຫົວໜ່ວຍດັ່ງກ່າວມີໂຕຕົນແທ້ ຊຶ່ງຫລີກລ້ຽງການຫາແຫລ່ງທີ່ມາຊຶ່ງຫລີກລ້ຽງການຫາແຫລ່ງທີ່ມາບໍ່ຊັດເຈນ ກ່ຽວກັບຫົວໜ່ວຍແຮງງານ ພວກເຮົາໄດ້ເຫັນຄວາມສໍາຄັນ ເພາະປັດຈຸບັນນີ້ ພາບປະກາດຂອງຕໍາແໜ່ງທີ່ບໍ່ຖືກຕ້ອງ ມີຈໍານວນຫລາຍເນາະ ແລ້ວກະມີການໂຄສນາຕົວະຍົວະ ເຮັດໃຫ້ເກີດບັນຫາໃນການຈ້າງງານ ທີ່ບໍ່ຖືກຕ້ອງ.”
ທ່ານກ່າວຕື່ມວ່າ ໃນຕໍ່ໜ້າ ຊາວໜຸ່ມລາວ ແລະຜູ້ທີ່ຕ້ອງການຊອກວຽກເຮັດ ຈະສາມາດເຂົາເຖິງ ຂໍ້ມູນຂ່າວສານ ກ່ຽວກັບຕລາດແຮງງານ ຢ່າງເປັນລະບົບແລະມີຄວາມໜ້າເຊື່ອຖື ເປັນຕົ້ນ ແນວທາງໃນການຊອກວຽກເຮັດ, ການປະ ກາດຮັບສມັກຄົນງານ, ຄໍາແນະນໍາດ້ານອາຊີບ, ການພັທນາສີມືແຮງງານ, ຂໍ້ມູນກ່ຽວກັບຕລາດແຮງງານ, ເງິນເດືອນ ແລະອື່ນໆ.
ເວົ້າເຖິງເຣື່ອງການໂຄສນາຕົວະຍົວະ ເອົາຄົນງານໄປເຮັດວຽກນັ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງເວົ້າວ່າ ສ່ວນນຶ່ງ ແມ່ນເກີດຈາກການທີ່ນາຍໜ້າ ຊຶ່ງບໍ່ຍັງທັນໄດ້ຂຶ້ນທະບຽນ ກັບທາງການລາວ ໄດ້ດໍາເນີນການ ຈັດຫາຄົນງານ ໄປເຮັດວຽກກ່ອນ ທັງຢູ່ພາຍໃນ ແລະຕ່າງປະເທດ. ແຕ່ ເມື່ອຄົນງານ ຖືກຂູດຮີດແຮງງານ ແລະຕົກເປັນເຫຍື່ອຂອງການຄ້າມະນຸດແລ້ວ ພວກນາຍໜ້າ ກໍບໍ່ສາມາດໃຫ້ຄໍາແນະນໍາ ຫລືໃຫ້ການຊ່ອຍເຫລືອໄດ້.
“ອ່າ ໂຕນີ້ກໍມັນກໍເວົ້າໄດ້ຫລາຍມູມເນາະ ສໍາລັບໂຕທີ່ວ່າເພິ່ນເວົ້າຫັ້ນ ນ່າຈະເປັນການຕົວະແຮງງານໄປເຮັດຢູ່ອັນ ນອກບໍ່ ແລ້ວມັນເກີນກັບຂອບເຂດຂອງເພິ່ນບໍ່ ທີ່ວ່າເພິ່ນບໍ່ສາມາດຊ່ວຍໄດ້ໂຕນີ້ຫັ້ນນ່າ ບໍ່ວ່າຈະເປັນບ່ອນທີ່ວ່າແບບ ເຮົາກໍຮູ້ກັນຢູ່ເນາະ ບໍ່ວ່າຈະເປັນຕ່າງປະເທດຫລືວ່າ ເປັນອີ່ຫຍັງກໍຕາມແຕ່ທີ່ວ່າ ຄົນທີ່ວ່າຖືກຫລອກໄປຫັ້ນນ່າ ເພິ່ນກໍບໍ່ມີສິດອີ່ຫຍັງທີ່ວ່າ ຈະປ້ອງກັນໂຕເອງເລີຍຈັ່ງຊີ້ນ່າ.”
ເຣື່ອງຕລາດແຮງງານ ກະຊວງແຮງງານ ແລະສວັດດິການສັງຄົມ ແລະສະມາ ຄົມທຸຣະກິຈຈັດຫາຄົນງານລາວ ຊຶ່ງໄດ້ຮັບການສນັບສນູນ ຈາກອົງການສະຫະປະຊາຊາດ ເພື່ອການພັທນາ ປະຈໍາລາວ (UNDP in Lao PDR) ໄດ້ຮ່ວມກັນຈັດງານ ພາຍໃຕ້ຫົວຂໍ້ “ງານນັດພົບແຮງງານ ແລະຍ່າງເຂົ້າມາສມັກວຽກ ພ້ອມສໍາພາດງານປີ 2024” ຫລື Job Fest 2024 ແຕ່ວັນທີ 22 ຫາ 24 ມີນານີ້ ເພື່ອເປີດໂຕ ລະບົບຂໍ້ມູນຂ່າວສານ ຕລາດແຮງງານ ຫລື Labour Market Information Systems (LMIS) ສໍາລັບໃຊ້ເປັນຖານຂໍ້ມູນ ໃນການເຊື່ອມໂຍງຕລາດແຮງງານ ຢ່າງເປັນລະບົບ ເພື່ອສນອງຂໍ້ມູນ ໃຫ້ແກ່ຜູ້ປະກອບການ ທີ່ຕ້ອງການຄົນງານ ແລະຄົນງານທີ່ຕ້ອງການສມັກເຮັດວຽກຢູ່ພາຍໃນປະເທດ.