ຜູ້ນໍາລາວ, ຜູ້ນໍາກັມພູຊາ ເນັ້ນຍໍ້າຄວາມຮ່ວມມື ດ້ານພະລັງງານ
2024.03.27

ໃນໂອກາດ ທີ່ທ່ານ ຮຸນ ມາແນດ ນາຍົກຣັຖມົົນຕຣີ ແຫ່ງປະເທດກັມພູຊາ ພ້ອມດ້ວຍຄະນະຜູ້ນໍາ ລະດັບສູງ ຂອງກັມພູຊາ ໄດ້ເດີນທາງມາຢ້ຽມຢາມປະເທດລາວ ໃນວັນທີ 25-26 ເດືອນມີນາ ປີ 2024 ທີ່ຜ່ານມານີ້ ທາງຄະນະຜູ້ນໍາ ທັງ 2 ປະເທດ ກໍໄດ້ມີມາການ ລົງນາມ ເອກະສານຮ່ວມກັນ 3 ສບັບ ປະກອບດ້ວຍ:
- ສານ ສັດຕະຍາບັນ ສົນທິສັນຍາ ວ່າດ້ວຍ ການກໍານົດຊາຍແດນປະເທດ ລະຫວ່າງ ສປປ ລາວ ແລະ ຣາຊອານາຈັກ ກັມພູຊາ.
- ບົດບັນທຶກ ການແລກປ່ຽນ ສານ ສັດຕະຍາບັນ ສົນທິສັນຍາ ວ່າດ້ວຍ ການກໍານົດຊາຍແດນປະເທດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກັມພູຊາ ແລະ
- ສັນຍາ ວ່າດ້ວຍ ການຮ່ວມມືທາງດ້ານພະລັງງານ ໄລຍະ II ລະຫວ່າງ ຣັຖບານລາວ ແລະ ຣັຖບານກັມພູຊາ.
ພ້ອມດຽວກັນນີ້ ຍັງໄດ້ເຊັນເອກະສານ ແລກປ່ຽນບົດບັນທຶກຄວາມເຂົ້າໃຈ ອີກ 2 ສບັບ ລະຫວ່າງ ກະຊວງພະລັງງານ ແລະບໍ່ແຮ່ ຂອງລາວ ແລະກະຊວງບໍ່ແຮ່ ແລະພະລັງງານ ອງກັມພູຊາ ປະກອບດ້ວຍ:
- ບົດບັນທຶກຄວາມເຂົ້າໃຈ ໂຄງການພະລັງງານສະອາດ ແບບປະສົມປະສານ ຈາກເຂື່ອນໄຟຟ້າ, ໂຄງການຄວາມຮ້ອນໃຕ້ດິນ ແລະ ໂຄງການພະລັງງານທົດແທນ ແລະ ການສຶກສາຄວາມເປັນໄປໄດ້ ຂອງໂຄງການ ເຊກອງຕອນລຸ່ມ 1 ແລະ ໂຄງການເຊກອງ ຕອນລຸ່ມ 2 ເພື່ອສົ່ງອອກໄປຍັງກັມພູຊາ ໂດຍຜ່ານ ຈຸດເຊື່ອມຕໍ່ ທີ່ມີຢູ່ ແລະ ຈຸດໃໝ່ ແລະ
- ບົດບັນທຶກຄວາມເຂົ້າໃຈ ໂຄງການເຂື່ອນໄຟຟ້າເຊຂະໝານ 2 ແລະ ໂຄງການພະລັງງານລົມ, ອີງຕາມການຣາຍງານ ຂອງສື່ທາງການລາວ ເມື່ອວັນທີ 26 ເດືອນມີນາ ປີ 2024.
ກ່ຽວກັບການຮ່ວມມື ລະຫວ່າງ ລາວ-ກັມພູຊາ ນີ້ ຊາວລາວ ທ່ານນຶ່ງ ກໍເຫັນເປັນເຣື່ອງທີ່ສໍາຄັນ ທີ່ຕ້ອງໄດ້ມີການສ້າງຄວາມສໍາພັນນໍາກັນ ໃນຖານະປະເທດເພື່ອນມິດ ແລະເຫັນດີ ທີ່ທັງ 2 ປະເທດ ມີການສືບຕໍ່ຮ່ວມມືກັນ ໃນດ້ານຕ່າງໆ, ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ມີນາ ນີ້ວ່າ:
“ເອີ່ ດີຫັ້ນແຫຼະ ສໍາຄັນຫັ້ນແຫຼະ ນາຍົກຂອງເຂົາ ທັມມະດາເປັນນາຍົກ ກະຕ້ອງຢາມປະເທດ ຂອງເຮົານີ້ແຫຼະ ລາວ, ກໍາປູເຈັ້ຍ (ກັມພູຊາ), ວຽດນາມ ນີ້ ມັນເປັນອິນໂດຈີນເດ້.”
ໃນຂະນະດຽວກັນ ຊາວລາວອີກທ່ານນຶ່ງ ທີ່ຕິດຕາມຂ່າວຄວາມຮ່ວມມື ລະຫວ່າງ ລາວ ກັບປະເທດເພື່ອນບ້ານມາໂດຍຕລອດ ກໍເຫັນວ່າ ນັບແຕ່ລາວ ມີເສັ້ນທາງຣົຖໄຟ ລາວ-ຈີນ ພາຍໃນປະເທດ ເປັນຕົ້ນມາ ກໍເຫັນວ່າ ທາງປະເທດກັມພູຊາ ກໍໄດ້ໃຫ້ຄວາມສົນໃຈ ແລະໄດ້ມີການຂຍາຍສາຍພົວພັນ ຢ່າງແໜ້ນແຟ້ນ ກັບທາງຣັຖບານລາວ ເພີ່ມຂຶ້ນ ເປັນຕົ້ວ່າ: ອາຈໃຊ້ປໂຍດ ໃນການຂົນສົ່ງສິນຄ້າ ຈາກກັມພູຊາ ໄປຍັງປະເທດຈີນ ໂດຍຜ່ານເສັ້ນທາງຣົຖໄຟ ລາວ-ຈີນ ໃນອະນາຄົດ ເຊິ່ງທ່ານເອງ ກໍເຫັນວ່າ ເປັນເຣື່ອງທີ່ດີ ທີ່ຈະມີການຮ່ວມມືກກັນ ໃນຫຼາຍໆດ້ານ, ດັ່ງທ່ານກ່າວວ່າ:
“ນັບແຕ່ລາວ ມີເສັ້ນທາງຣົຖໄປແລ້ວ ຈໍາປູເຈັ້ຍ (ກໍາພູຊາ) ກະສົນໃຈຄືກັນ ຄັນວ່າ ຊິໄລ່ແບບວ່າ ມິຕພາບລາວ - ກໍາປູເຈັ້ຍ (ກໍາພູຊາ) ອ້າຍນ້ອງຫັ້ນນ່າ ນັບຕັ້ງແຕ່ເຂົາມີເຈົ້າຊີວິດຫັ້ນນ່າ ນີ້ຫ່າງເຫີນກັນ ແຕ່ວ່າດຽວນີ້ໆ ຄືນມາຟື້ນຟູໃໝ່.”
ຢ່າງໃດກໍຕາມ ໃນການທີ່ຄະນະຜູ້ນໍາ ຂອງກັມພູຊາ ເດີນທາງມາຢ້ຽມຢາມລາວ ໃນຄັ້ງນີ້ ຫຼັກໆກໍແມ່ນ ເນັ້ນການຮ່ວມມືທາງດ້ານພະລັງງານ ໂດຍສະເພາະໂຄງການຕ່າງໆ ທີ່ຈະມີການຂາຍໄຟຟ້າ ໃຫ້ປະເທດກັມພູຊາ ໃນອະນາຄົດ ລວມທັງມີການສຶກສາຄວາມເປັນໄປໄດ້ ເພື່ອທີ່ຈະສົ່ງຂາຍໄຟຟ້າໃຫ້ກັບ ກັມພູຊາ ເພີ່ມຕື່ມ ເປັນຕົ້ນ, ໂຄງການພະລັງງານໄຟຟ້າຖ່ານຫິນ ຢູ່ເມືອງລະມານ ແຂວງເຊກອງ ທີ່ກໍາລັງຢູ່ໃນລະຫວ່າງ ການສໍາຣວດ ເພື່ອຕິດຕັ້ງສາຍສົ່ງໄຟຟ້າ ເພື່ອສົ່ງໄປຍັງປະເທດກັມພູຊາ, ດັ່ງເຈົ້າໜ້າທີ່ ຢູ່ເມືອງລະມາມ ແຂວງເຊກອງ ກ່າວວ່າ:
“ໂຕເພິ່ນຊິສົ່ງໄຟໄປຫັ້ນເບາະ ເລີ່ມອັນນັ້ນແລ້ວ ເພິ່ນເລີ່ມເຮັດຫັ້ນແຫຼະຢູ່ຫັ້ນກະດາຍ ເພິ່ນສໍາຣວດແລ້ວຫັ້ນນ່າ ແຕ່ວ່າ ຍັງບໍ່ທັນ ລົງມືກໍ່ສ້າງເທື່ອ ເພິ່ນຍັງຂຸດຄົ້ນຖ່ານຫິນແບບນັ້ນຢູ່ ຍັງສ້າງໂຕນັ້ນຢູ່ຫັ້ນນ່າ.”
ເຖິງແມ່ນວ່າ ໂຄງການດ້ານພະລັງງານຈໍານວນນຶ່ງ ໃນແຂວງເຊກອງ ມີແຜນຈະສົ່ງຂາຍໄຟຟ້າ ໃຫ້ກັບປະເທດກັມພູຊາກໍຕາມ ແຕ່ໃນສະພາບໂຕຈິງແລ້ວ ກໍຍັງມີຊາວບ້ານ ອີກຫຼາຍຄອບຄົວ ພາຍໃນແຂວງ ທີ່ຍັງບໍ່ທັນມີໄຟຟ້າເຂົ້າເຖິງ ເຊິ່ງໂຄງການພັທນາ ທາງດ້ານພະລັງງານດັ່ງກ່າວ ກໍບໍ່ມີແຜນ ທີ່ຈະສນອງໄຟຟ້າແບບທົ່ວເຖິງພາຍໃນແຂວງ ເຮັດໃຫ້ຊາວບ້ານຈໍານວນນຶ່ງ ບໍ່ຢາກເຫັນພ້ອມປານໃດ, ດັ່ງຊາວບ້ານ ຢູ່ແຂວງເຊກອງ ນາງນຶ່ງ ກ່າວວ່າ:
“ໃນເທສບານນີ້ ມີ ແຕ່ວ່າ ເຂດນອກບາງຈຸດ ກະຍັງບໍ່ທັນໄດ້ມີ ກະຍັງຫຼາຍຈຸດ ທີ່ຍັງບໍ່ທັນໄດ້ມີໄຟຟ້າ ບາງທີກະໃຊ້ນໍ້າຫ້ວຍ ບາງທີ ກະເປັນແບບນໍ້າ ນໍ້າໂປ້ມ (ໃຊ້ໃດ ໃດຂຶ້ນມາ) ກະຄັນບໍ່ມີໄຟ ກະແມ່ນໂປ້ມບໍ່ໄດ້ ກະໄດ້ຫິ້ວເອົາ ໄຟ ໃດນາໂມນີ້ ເຂົາປັ່ນເອົາ.”
ປັດຈຸບັນນີ້ ສໍາລັບເຂື່ອນໄຟຟ້າທີ່ຕັ້ງຢູ່ລາວ ທີ່ໄດ້ຂາຍໄຟຟ້າໃຫ້ແກ່ ປະເທດກັມພູຊາແລ້ວ ກໍແມ່ນ ເຂື່ອນໄຟຟ້າດອນສະໂຮງ ຢູ່ເມືອງໂຂງ ແຂວງຈໍາປາສັກ ແຕ່ຊາວບ້ານ ຢູ່ເມືອງໂຂງ ທີ່ສູນເສັຍທີ່ດິນໃຫ້ແກ່ໂຄງການ ເຂື່ອນດັ່ງກ່າວ ກໍບໍ່ໄດ້ປໂຍດອັນໃດເລີຍ ອີກທັງ ບໍ່ໄດ້ໃຊ້ໄຟຟ້າ ແລະບໍ່ໄດ້ຮັບໂຄງການຊ່ອຍເຫຼືອ ຈາກເຂື່ອນດັ່ງກ່າວ, ດັ່ງຊາວບ້ານ ທ່ານນຶ່ງ ກ່າວວ່າ:
“ໄດ້ຂາຍໄຟຟ້າສົ່ງອອກນອກ ຂາຍກໍາປູເຈັ້ຍ (ກໍາພູຊາ) ແຕ່ຫົນທາງມັນຍັງບໍ່ທັນເຮັດໃຫ້ ໄຟຟ້າມັນ ຈະໃຫ້ເຈົ້າໃຊ້ ມັນບໍ່ໃຫ້ອີ່ສັງດອກ ປະຊາຊົນບໍ່ມີໄດ້ຈັກຢ່າງນ່າ ດິນທີ່ຖືກໂຄງການມັນຍັງບໍ່ຢາກໃຫ້ເງິນ ເຂົາເຮັດແຕ່ໄຟ ຂາຍເອົາກິນ ເຂົາບໍ່ໄດ້ກ່ຽວ ກັບພັທນາປະຊາຊົນ.”
ນອກຈາກນີ້ ໃນວັນທີ 26 ເດຶືອນມີນາ ປີ 2024 ທ່ານ ຮຸນ ມາແນດ ພ້ອມດ້ວຍຄະນະ ກໍໄດ້ເດີນທາງໄປຢ້ຽມຢາມ ໂຄງການພັທນາ ທ່າບົກ-ທ່ານາແລ້ງ ແລະເຂດໂລຈິດຕິກ ພາກ ທີ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຊິ່ງທ່ານ ຮຸນ ມາແນດ ກໍໄດ້ຊົມເຊີຍ ແລະໄດ້ໃຫ້ຄວາມສໍາຄັນ ຕໍ່ໂຄງການນີ້ ເນື່ອງຈາກເປັນໂຄງການ ທີ່ຈະເປັນສູນກາງ ການເຊື່ອມຈອດ ລະຫວ່າງ ອາຊ້ຽນ-ຈີນ ແລະ ຢູໂຣບ ໂດຍນໍາໃຊ້ເສັ້ນທາງຣົົຖໄຟ ລາວ-ຈີນ ແລະທ່ານເອງ ກໍໄດ້ຫາລືກັບນາຍົກຣັຖມົນຕຣີລາວ ແລະປະທານປະເທດລາວ ກ່ຽວກັບປະເດັນນີ້ ຍ້ອນອາດມີແຜນກໍ່ສ້າງທາງດ່ວນ ລາວ-ກັມພູຊາ ຫຼື ທາງຣົຖໄຟ ລາວ-ກັມພູຊາ ໃນອະນາຄົດ ພາຍໜ້າ.
ກ່ອນໜ້ານີ້ ໃນລະຫວ່າງ ວັນທີ 29-31 ເດືອນສິງຫາ ປີ 2022 ທ່ານ ຮຸນມາແນດ ໃນຖານະ ຮອງຜູ້ບັນຊາການ ທະຫານສູງສຸດ ແລະຜູ້ບັນຊາການ ທະຫານບົກ ແຫ່ງປະເທດກັມພູຊາ ໃນສມັຍນັ້ນ ກໍໄດ້ເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ປະເທດລາວ ເພື່ອພັທນາ ການພົວພັນ ແລະຮ່ວມມື ລະຫວ່າງ ກອງທັບລາວ ແລະກັມພູຊາ ເຊິ່ງຫຼາຍຝ່າຍເຫັນວ່າ ການມາຢ້ຽມຢາມປະເທດລາວໃນຄັ້ງນັ້ນ ຖືເປັນການມາເປີດໂຕ ກ່ອນທີ່ທ່ານ ຈະເປັນນາຍົກຣັຖມົນຕຣີ ຂອງກັມພູຊາ.